ປກສ ມອບເງິນ 100 ລ້ານກີບ ສະໜັບສະໜູນ ສະໂມສອນດັບເບິນຢູໄອຈີ ນາຄາ

ປກສ ມອບເງິນ 100 ລ້ານກີບ ສະໜັບສະໜູນ ສະໂມສອນດັບເບິນຢູໄອຈີ ນາຄາ

ປກສ ມອບເງິນ 100 ລ້ານກີບ ສະໜັບສະໜູນ ສະໂມສອນດັບເບິນຢູໄອຈີ ນາຄາ
ກະຊວງປ້ອງກັນຄວາມສະຫງົບ (ປກສ) ມອບເງິນສະໜັບສະໜູນ ຈຳນວນ 100 ລ້ານກີບ ໃຫ້ແກ່ນັກເຕະບານເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 13 ປີ ຂອງສະໂມສອນ ດັບເບິນຢູໄອຈີ ນາຄາ (WIG NAGA) ເຈົ້າຂອງແຊັມລາຍການ ໄອເບີ ຄັບ 2025 ເພື່ອເປັນຂວັນກຳລັງໃຈໃຫ້ນັກກິລາ ສືບຕໍ່ພັດທະນາຄວາມສາມາດຂອງຕົນເອງ ໃຫ້ມີທ່າກ້າວທີ່ພົ້ນເດັ່ນກວ່າເກົ່າ ສາມາດຮັກສາມູນເຊື້ອເຂົ້າຮ່ວມແຂ່ງຂັນຍາດໄດ້ໄຊຊະນະ ຊຶ່ງນັກກິລາ ດັບເບິນຢູໄອຈີ ນາຄາ ມີເປົ້າໝາຍຈະເຂົ້າຮ່ວມແຂ່ງຂັນລາຍການຕ່າງໆລະດັບສາກົນ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້.
ປກສ ມອບເງນ 100 ລານກບ ສະໜບສະໜນ ສະໂມສອນດບເບນຢໄອຈ ນາຄາ - image 1
 

 

ພິທີມອບ-ຮັບການສະໜັບສະໜູນເງິນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດ ນີ້ ທີ່ກະຊວງປ້ອງກັນຄວາມສະຫງົບ, ຕາງໜ້າມອບໂດຍ ທ່ານ ພົຕ ສຸລິນະ ແກ້ວປະເສີດ ຄະນະປະຈຳພັກກະຊວງ ເລຂາຄະນະພັກ ຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ແລະ ຕາງໜ້າຮັບໂດຍທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ ດັບເບິນຢູໄອຈີ ນາຄາ, ມີທ່ານ ແສງສະເດັນ ບຸນລາວົງ ວ່າການແທນຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສີຈັນ ຈິດຕະປັນຍາ ວ່າການແທນຫົວໜ້າກົມກິລາລະດັບສູງ ພ້ອມດ້ວຍບັນດາພະນັກງານທີ່ກ່ຽວຂ້ອງ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມເປັນສັກຂີພິຍານ.

ກ່ອນໜ້ານີ້ ທາງຄອບຄົວຂອງພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍຍັງໄດ້ມອບເງິນຈຳນວນໜຶ່ງ ເພື່ອເປັນຂວັນກຳລັງໃຈໃຫ້ແກ່ຫຼານນ້ອຍທີມດັ່ງກ່າວອີກດ້ວຍ ແລະ ໃນໂອກາດນີ້ ທ່ານ ວຽງໄຊ ວິໄລກຸນ ກໍໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຢາກຊີ້ແຈງໃຫ້ສັງຄົມຮັບຮູ້ເລື່ອງເງິນລາງວັນຈາກບັນດາພາກສ່ວນທັງພາກລັດ ແລະ ເອກະຊົນມອບໃຫ້ ກໍຄື ຈາກການນຳຂັ້ນສູງ ແລະ ນໍ້າໃຈຈາກສັງຄົມລາວມອບໃຫ້ ຂໍຢືນຢັນວ່າຈະນຳໃຊ້ເຂົ້າໃນການບໍລິຫານທີມ ແລະ ບິ່ແບ່ງປັນສ່ວນໜຶ່ງໃຫ້ນັກກິລາທຸກໆຄົນຢ່າງທົ່ວເຖິງ ຄືຮູ້ກັນແລ້ວວ່າ ໃນການເຂົ້າຮ່ວມແຂ່ງຂັນທຸກລາຍການທັງພາຍໃນ ແລະ ຕ່າງປະເທດ ລ້ວນແລ້ວແຕ່ມີການໃຊ້ຈ່າຍສູງ ຊຶ່ງຂ້າພະເຈົ້າເປັນຜູ້ຈ່າຍເອງທັງໝົດ ສາມາດເວົ້າໄດ້ວ່າ ຕະຫຼອດໄລຍະ 3 ປີ ຜ່ານມາ ທີ່ມີການກໍ່ຕັ້ງສະໂມສອນ ແລະ ເຄື່ອນໄຫວຕ່າງໆ ໄດ້ໃຊ້ຈ່າຍງົບປະມານໄປແລ້ວຫຼາຍລ້ານໂດລາ ແຕ່ກໍຄຸ້ມຄ່າ ພວກເຮົາສາມາດສ້າງຜົນງານສາມາດແຊັມຫຼາຍກວ່າ 40 ລາຍການ ໂດຍສະເພາະຜົນງານຫຼ້າສຸດຊຶ່ງເປັນຄັ້ງປະຫວັດສາດ ໃນເວທີສາກົນ ໃນການຍາດໄດ້ແຊັມລາຍການ ໄອເບີ ຄັບ 2025 ທີ່ປະເທດປັອກຕຸຍການ ສ້າງກຽດສັກສີ ແລະ ຊື່ສຽງມາສູ່ປະເທດຊາດ. ເຖິງແນວໃດກໍດີ, ໃນຕໍ່ໜ້າພວກເຮົາຈະສືບຕໍ່ຄັດເລືອກນັກກິລາຜູ້ທີ່ມີຄວາມສາມາດເພີ່ມອີກ ແລະ ຈະນຳພາລູກຫຼານລາວອອກເຄື່ອນໄຫວພັດທະນາຕົນເອງຢ່າງຕໍ່ເນື່ອງໃຫ້ດີກວ່າເກົ່າ ເພື່ອຮັບປະກັນໃນການສ້າງຜົນງານໃນຕໍ່ໜ້າໃຫ້ປະສົບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.

ສຳລັບແຜນການເຄື່ອນໄຫວຂອງ ສະໂມສອນ ດັບເບິນຢູໄອຈີ ນາຄາ ໃນຕໍ່ໜ້າ ແມ່ນຈະເຂົ້າຮ່ວມແຂ່ງຂັນລາຍການ ບັນຍີ ອີໄລ ຄັບ 2025 ທີ່ນະຄອນຊຽງໄຮ້ ສປ ຈີນ ຊຶ່ງຈະອອກເດີນທາງໃນວັນທີ 20 ກໍລະກົດ ນີ້ ແລະ ອີກ 2 ລາຍການໃຫຍ່ ລະດັບສາກົນ ຊຶ່ງຈະຈັດຂຶ້ນທີ່ປະເທດບຣາຊິນ ແລະ ອີກໜຶ່ງລາຍການທີ່ປະເທດອາຟຣິກາໃຕ້ ຈະຈັດຂຶ້ນ ໃນປີ 2026.

(ຂ່າວ-ພາບ: ສົງການ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ