![]() |
ທ່ານ ຄຳຫຼ້າ ວິນໄລທອງ ກຳມະການສູນກາງແນວລາວສ້າງຊາດ ປະທານສະຫະພັນເປຕັງແຫ່ງຊາດລາວ (ສປຕ) ໄດ້ກ່າວວ່າ: ການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ເນື້ອແທ້ແມ່ນການທົບທວນຫວນຄືນ, ການລົງເລິກຮຽນຮູ້, ການເສີມສ້າງມູນເຊື້ອອັນສະຫງ່າງາມ, ສັນລະເສີນ ແລະ ເສີມຂະຫຍາຍຜົນງານອັນໃຫຍ່ຫຼວງຂອງແນວລາວອິດສະຫຼະ, ແນວລາວຮັກຊາດ ໃນເມື່ອກ່ອນ, ກໍຄືແນວລາວສ້າງຊາດໃນປັດຈຸບັນໃຫ້ໂດດເດັ່ນຂຶ້ນຕື່ມ, ຍາມໃດກໍເຫັນວ່າແນວລາວສ້າງຊາດດໍາລົງບົດບາດເປັນບ່ອນສຶກສາອົບຮົມ, ເປັນຫຼັກແຫຼ່ງເຕົ້າໂຮມກຳລັງແຮງ ແລະ ຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ເພດໄວ ແລະ ສາສະໜາ ເຂົ້າໃນພາລະກິດຕໍ່ສູ້ ປົດປ່ອຍປະເທດຊາດ ໃນເມື່ອກອນກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ.
ການແຂ່ງຂັນແມ່ນເພື່ອຮັດແໜ້ນຄວາມສາມັກຄີປອງດອງ, ຮັດແໜ້ນສາຍສໍາພັນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລະຫວ່າງກະຊວງ, ອົງການ ແລະ ແຂວງ, ເມືອງ ຜ່ານຮູບແບບການແຂ່ງຂັນກິລາເປຕັງ ຊຶ່ງເປັນກິລາທີ່ມີຄວາມສຳຄັນອີກປະເພດໜຶ່ງ, ເປັນທີ່ນິຍົມຫຼິ້ນຢ່າງແຜ່ຫຼາຍ. ກິລາເປັນຢາວິເສດ ນອກຈາກເຮັດໃຫ້ຮ່າງກາຍມີຄວາມແຂງແຮງແລ້ວ, ຍັງເຮັດໃຫ້ສຸຂະພາບຈິດມີຄວາມແຈ່ມໃສ. ສະນັ້ນ, ຄະນະປະຈຳສູນກາງແນວລາວສ້າງຊາດ ຈຶ່ງໄດ້ຖື ສໍາຄັນ ແລະ ກຳນົດໃຫ້ເປັນໜຶ່ງກິດຈະກຳຢູ່ໃນຂະບວນການສະເຫຼີມສະຫຼອງ 75 ປີ ຄົບຮອບວັນສ້າງຕັ້ງແນວລາວສ້າງຊາດ. ນອກຈາກຈະໄດ້ຄວາມຮັກແພງສາມັກຄີທີ່ດີແລ້ວ, ການແຂ່ງຂັນກິລາເປຕັງເທື່ອນີ້ ຍັງເປັນການສະແດງເຖິງ ຄວາມຮູ້ບຸນຄຸນເຖິງການນໍາຮຸ່ນກ່ອນ, ລະນຶກເຖິງຄວາມເດັດດ່ຽວຕໍ່ສູ້ຢ່າງພິລະອາດຫານຂອງເພິ່ນ ໃນສະໄໝສົງຄາມ ແລະ ຮໍ່າຮຽນເອົາມູນເຊື້ອ, ຄຸນສົມບັດສິນທຳປະຕິວັດ, ນໍ້າໃຈຮັກຊາດແພງເຊື້ອ, ນໍ້າໃຈເສຍສະຫຼະ ແລະ ນໍ້າໃຈນັກກິລາຂອງເພິ່ນ ເພື່ອມາໝູນໃຊ້ເຂົ້າໃນວຽກງານ, ການເຄື່ອນໄຫວກິດຈະກຳ ແລະ ການດໍາລົງຊີວິດ.
![]() |
ການແຂ່ງຂັນຄັ້ງນີ້ ຈະໃຊ້ເວລາ 3 ວັນ ນັບແຕ່ ວັນທີ 15-17/7/2025 ມີການແຂ່ງຂັນ 4 ລາຍການ ປະກອບມີ ດ່ຽວຍິງ, ດ່ຽວຊາຍ, ຄູ່ທົ່ວໄປ ແລະ ຄູ VIP (50 ປີຂຶ້ນໄປ). ລາງວັນການແຂ່ງຂັນແຕ່ລະປະເພດ ມີຂັນ 1 ໜ່ວຍ ພ້ອມເງິນສົດ, ມີນັກກິລາເຂົ້າຮ່ວມການແຂ່ງຂັນມີທັງໝົດ 112 ທີມ ມາຈາກຂອບເຂດທົ່ວປະເທດ.
ຂ່າວ-ພາບ: ບຸນຕອມ.
ຄໍາເຫັນ