![]() |
ທ່ານ ນາງ ໄພວັນ ພົນຫາລາດ ປະທານສະຫະພັນແມ່ຍິງແຂວງ ແລະ ທ່ານ ດຣ. ຖາວອນ ໄກຍາລາດ ຮອງຫົວໜ້າພະແນກສາທາລະນະສຸກແຂວງກໍ່ໄດ້ຜັດປ່ຽນກັນຂຶ້ນມີຄໍາຄິດເຫັນກ່ຽວກັບວັດຖຸປະສົງຂອງການຈັດຂະບວນການຮັບບໍລິຈາກເລືອດ,ຕະຫຼອດເຖິງຄວາມໝາຍ ຄວາມສໍາຄັນຂອງເລືອດ ແລະ ຄວາມຈໍາເປັນຂອງການບໍລິຈາກເລືອດ.ການບໍລິຈາກເລືອດຄັ້ງນີ້, ມີຜູ້ເຂົ້າຮ່ວມທັງໝົດ137 ຄົນ,ຍິງ 89 ຄົນ.ການຮັບບໍລິຈາກເລືອດໃນຄັ້ງນີ້, ຕາມແຜນທີ່ວາງໄວ້ແມ່ນຈະໃຫ້ໄດ້ເລືອດ70-77 ຖົງ. ຈາກນັ້ນ, ໃນພິທີຍັງໄດ້ມອບຂອງຂວັນ ແລະ ໃບຍ້ອງຍໍໃຫ້ຜູ້ບໍລິຈາກເລືອດອີກດ້ວຍ.
![]() |
ຈຸດປະສົງຂອງການຈັດງານໃນຄັ້ງນີ້, ເພື່ອສ້າງຂະບວນການຂໍ່່ານັບຮັບຕ້ອນວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ຕິດພັນກັບ 3 ວັນປະຫວັດສາດຂອງຊາດຄື: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ກໍຄືກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄໍາມ່ວນຄັ້ງທີ XI ໃຫ້ເປັນຂະບວນຟົດຟື້ນຢ່າງຕໍ່ເນື່ອງ. ສໍາລັບການບໍລິຈາກເລືອດຄັ້ງນີ້, ພາຍໃຕ້ຄໍາຂວັນ “ 70 ປີ ມີໄຊຮ່ວມໃຈໃຫ້ເລືອດ ຊ່ວຍຊີວິດ ” ສ່ວນວັນວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວຄົບຮອບ 70 ປີ ແມ່ນພາຍໃຕ້ຄໍາຂວັນ “ 70 ປີ ມີໄຊ ເຕີບໃຫຍ່ ເຂັ້ມແຂງ ພັດທະນາແມ່ຍິງກ້າວໜ້າທັນສະໄໝ ”.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)
ຄໍາເຫັນ