ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຟາງ ຫົງ (Fang Hong)

ຫົວໜ້າ ຄອສພ ຕ້ອນຮັບທູດຈີນປະຈໍາລາວ ຄົນໃໝ່ ເຂົ້າຢ້ຽມຂໍ່ານັບ

ຫົວໜ້າ ຄອສພ ຕ້ອນຮັບທູດຈີນປະຈໍາລາວ ຄົນໃໝ່ ເຂົ້າຢ້ຽມຂໍ່ານັບ
ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຟາງ ຫົງ (Fang Hong)

 

ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຄົນໃໝ່ ໃນວັນທີ 21 ສິງຫາ ນີ້ ທີ່ຫ້ອງຮັບແຂກ ຄອສພ ເນື່ອງໃນໂອກາດທີ່ທ່ານ ນາງ ຟາງ ຫົງ ມາດຳລົງຕໍາແໜ່ງເຮັດໜ້າທີ່ການທູດປະຈໍາຢູ່ ສປປ ລາວ.

ໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ນາງ ຟາງ ຫົງທີ່ມາດຳລົງຕໍາແໜ່ງເຮັດໜ້າທີ່ການທູດຢູ່ ສປປ ລາວ ຄັ້ງນີ້; ພ້ອມທັງກ່າວວ່າ: ຕະຫຼອດໄລຍະທີ່ຜ່ານມາ ກໍຄືຫຼາຍປີຜ່ານມາ ໂດຍລວມການພົວພັນຂອງສອງປະເທດເຮົາ ຍາມໃດກໍສະໜິດສະໜົມ ແລະ ມີການຊ່ວຍເຫຼືອຊຶ່ງກັນ ແລະ ກັນ; ພັກ-ລັດ, ປະຊາຊົນລາວ ກໍສຸດທີ່ພາກພູມໃຈ ແລະ ສະແດງຄວາມຂອບໃຈຢ່າງສູງ ທີ່ພັກ-ລັດ, ປະຊາຊົນຈີນ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອຕະຫຼອດມາ ແລະ ໃນໄລຍະປ່ຽນແປງໃໝ່ມານີ້ ເຫັນວ່າພັກ-ລັດ ສປ ຈີນ ກໍໄດ້ຊຸກຍູ້ນັກທຸລະກິດຈີນ ມາລົງທຶນຢູ່ລາວເປັນອັນດັບໜຶ່ງ ຊຶ່ງອັນພົ້ນເດັ່ນກໍແມ່ນ ການຮ່ວມມືລົງທຶນໃສ່ໃນການສ້າງທາງລົດໄຟລາວ-ຈີນ ທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວຢ່າງໄວວາ. ເມື່ອຕົ້ນປີນີ້, ຄອສພ ແລະ ຄະນະໂຄສະນາສູນກາງພັກກອມມູນິດຈີນ ກໍໄດ້ມີການພົບປະກັນ ໂດຍປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນ ແລະ ໄດ້ຕົກລົງທີ່ຈະສືບຕໍ່ການຮ່ວມມືວຽກງານໂຄສະນາອົບຮົມໃຫ້ນັບມື້ນັບຫຼາຍຂຶ້ນ ຊຶ່ງມີກິດຈະກຳຕ່າງໆ ເປັນຕົ້ນການສ້າງສາລະຄະດີ ໂຄສະນາເຜີຍແຜ່ຊີວິດການເປັນຢູ່ຂອງປະຊາຊົນ ລຽບຕາມເລວທາງລົດໄຟ ລາວ-ຈີນ, ການຈັດສຳມະນາ, ແລກປ່ຽນຂໍ້ມູນຂ່າວສານ, ຝຶກອົບຮົມວິຊາການວຽກງານໂຄສະນາອົບຮົບ.... ເປັນສ່ວນສຳຄັນໃນການສືບຕໍ່ຮັດແໜ້ນສາຍພົວພັນອັນເປັນມູນເຊື້ອ ລະຫວ່າງ ສອງພັກ-ສອງລັດ, ປະຊາຊົນສອງຊາດ ລາວ-ຈີນ ໂດຍສະເພາະລະຫວ່າງ ສອງຄະນະໂຄສະນາອົບຮົມ ລາວ-ຈີນ. ສະນັ້ນ, ໃນໂອກາດທີ່ທ່ານທູດໄດ້ມາປະຈໍາຢູ່ ສປປ ລາວ ກໍຄິດວ່າຈະໄດ້ສືບຕໍ່ແຜນການຮ່ວມມືລະຫວ່າງ ສອງພັກ-ສອງລັດ ໃຫ້ນັບມື້ນັບໜັກແໜ້ນຂຶ້ນເລື້ອຍໆ.

ທ່ານ ນາງ ຟາງ ຫົງ ກໍໄດ້ສະແດງຄວາມຂອບໃຈ ທີ່ທ່ານຫົວໜ້າ ຄອສພ ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້; ພ້ອມດຽວກັນ, ກໍໄດ້ກ່າວວ່າ: ສອງພັກ-ສອງລັດ ພວກເຮົາມີການແລກປ່ຽນມາແຕ່ດຶກດຳບັນ ແລະ ມີມິດຕະພາບພິເສດ, ອຸດົມການຮ່ວມກັນຂອງສອງຝ່າຍພວກເຮົາ ມີສາຍພົວພັນສະໜິດສະໜົມ ແລະ ເຮັດໃຫ້ເຮົາມີຄໍາຄິດຄໍາເຫັນທີ່ຄ້າຍຄື ກັນທາງດ້ານວຽກງານແນວຄິດ, ວັດທະນະທໍາ ແລະ ໂຄສະນາ; ສະນັ້ນ, ການເພີ່ມທະວີການແລກປ່ຽນບັນດາດ້ານດັ່ງກ່າວ ແມ່ນພາກສ່ວນທີ່ສຳຄັນຂອງການສ້າງຄູ່ຮ່ວມຊາຕາກຳ ຈີນ - ລາວ. ທ່ານທູດ ກໍໄດ້ກ່າວວ່າ: ຍິນດີທີ່ຈະສືບຕໍ່ເພີ່ມທະວີການຮ່ວມມືໃນດ້ານຕ່າງໆ ແລະ ຫວັງວ່າຈະໄດ້ຮັບການສະໜັບສະໜູນ ຊຶ່ງສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນຍິນດີຮ່ວມກັນກັບຝ່າຍລາວ ຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງ ຈີນ - ລາວ.

ຕອນທ້າຍ, ທ່ານຫົວໜ້າ ຄອສພ ກໍໄດ້ອວຍພອນໃຫ້ການປະຕິບັດໜ້າທີ່ຂອງ ທ່ານ ທູດ ຢູ່ ສປປ ລາວ ປະສົບຜົນເລັດ; ຄອສພ ມີຄວາມຍິນດີຕ້ອນຮັບ ໃນການມາຕິດຕໍ່ພົວພັນວຽກງານ, ແລກປ່ຽນ ປຶກສາຫາລືກັນໄດ້ຕະຫຼອດ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມພົບປະທຸລະກິດລາວ-ເບລາຣຸດສ

ກອງປະຊຸມພົບປະທຸລະກິດລາວ-ເບລາຣຸດສ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມພົບປະທຸລະກິດລາວ-ເບລາຣຸດສ ຂຶ້ນໃນວັນທີ18 ກໍລະກົດຜ່ານມາ ທີ່ນະຄອນຫຼວງວຽງຈັນ ສປປ ລາວ ແລະ ໄດ້ຮັບຜົນຢ່າງຈົບງາມ, ກອງປະຊຸມຄັ້ງນີ້ເປັນຂີດໝາຍສຳຄັນໃນການເສີມສ້າງສາຍພົວພັນດ້ານການຄ້າ ແລະ ການລົງທຶນ, ພ້ອມທັງຊອກຫາໂອກາດໃໝ່ໆເພື່ອການພັດທະນາເສດຖະກິດຮ່ວມກັນ.
ຊາສູ່ຄວາມປອງດອງສຳຜັດວັດທະນະທໍາການຊົງຊາ ແລະ ຊິມຊາຈີນ

ຊາສູ່ຄວາມປອງດອງສຳຜັດວັດທະນະທໍາການຊົງຊາ ແລະ ຊິມຊາຈີນ

ສູນວັດທະນະທໍາຈີນປະຈໍາ ສປປ ລາວ ໄດ້ຈັດກິດຈະກໍາຊາສູ່ຄວາມປອງດອງ-ສຳຜັດສິລະປະການຊົງຊາ ແລະ ຊິມຊາຈີນຂຶ້ນໃນວັນທີ 19 ກໍລະກົດ ຜ່ານມາ ທີ່ສູນດັ່ງກ່າວ, ໃຫ້ການບັນຍາຍໂດຍ ນາງ ວຽງນະຄອນ ວົງວິໄຊ ອາຈານສອນສິລະປະການຊົງຊາຈີນຊຶ່ງມີແຂກຮັບເຊີນເຂົ້າຮ່ວມຫຼາຍກວ່າ 20 ຄົນ.
ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຈອງຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ເຂົ້າຢ້ຽມພົບປະ ໃນຕອນແລງວັນທີ 17 ກໍລະກົດນີ້ ທີ່ຫ້ອງຮັບແຂກ ຄອສພ.
ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ໃນວັນທີ 18 ກໍລະກົດ ນີ້, ອົງການກາແດງແຫ່ງຊາດລາວ ໄດ້ຮັບເງິນຊ່ວຍເຫຼືອ ຈຳນວນ 100,000,000 ກີບ ຫຼື (150,000 ບາດ) ຈາກ ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປລາວ
ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ມາກຊິມ ຣືເຊັນກົບ (H.E. Mr. Maxim Ryzhenkov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 16-18 ກໍລະກົດ 2025 ເພື່ອສືບຕໍ່ຮັດແໜ້ນການພົວພັນສອງຝ່າຍ ບົນພື້ນຖານມູນເຊື້ອ ແຫ່ງ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ສະຫາຍ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານ ຜູ້ປະຈຳການ ສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ ນໍາໂດຍ ສະຫາຍ ເສີນໂຈ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມພົບປະແລກປ່ຽນບົດຮຽນຮ່ວມກັນໃນວັນທີ 17 ກໍລະກົດນີ້ ທີ່ ຄອສພ. ໃນໂອກາດຄະນະຜູ້ແທນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ກໍລະກົດ 2025.
ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ການໄປມາຫາສູ່ລະຫວ່າງປະເທດຂຶ້ນຢູ່ກັບຄວາມຜູກພັນຂອງປະຊາຊົນ ແລະ ຄວາມຜູກພັນຂອງປະຊາຊົນກໍຂຶ້ນກັບຄວາມເຂົ້າໃຈ ແລະ ຄວາມເຊື່ອມໂຍງກັນທາງຈິດໃຈ, ຈີນ ແລະ ລາວ ເປັນປະເທດເພື່ອນບ້ານທີ່ມີພູເຂົາແລະ ສາຍນ້ຳ, ມິດຕະພາບອັນດີລະຫວ່າງກັນມີມາຢ່າງຍາວນານຕັ້ງແຕ່ວັນທີ 25 ເມສາ ພ.ສ 1961 ທີ່ຈີນ-ລາວ ໄດ້ລົງນາມໃນຖະແຫຼງການສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ, ຕະຫຼອດ 64 ປີທີ່ຜ່ານມາການ​ພົວ​ພັນຈີນ - ລາວ ໄດ້ພັດທະນາຈາກມິດຕະພາບດັ່ງເດີມສູ່ການ​ສ້າງ​ຄູ່ຮ່ວມຊາ​ຕາ​ກຳ ຊຶ່ງສອດຄ່ອງຢ່າງເລິກເຊິ່ງກັບຍຸດທະສາດ “ປ່ຽນປະເທດທີ່ບໍ່ມີຊາຍ​ແດນ​ຕິດ​ກັບທະເລເປັນປະເທດທີ່ເຊື່ອມໂຍງເຊື່ອມ​ຈອດ​ກັບ​ພາກ​ພື້ນ” ຂອງ ສ​ປ​ປ ລາວ ແລະໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສ​ປ ຈີນ.
ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງມໍ່ໆມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ການາດາ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ ຜ່ານມາ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານຮາກັນຟີດານ(Hakan FIDAN) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ,ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາລເຊຍ.
ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ໃນວັນທີ 11 ກໍລະກົດຜ່ານມານີ້, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ອັນໂຕນິໂອ ກູເຕເຣດ ເລຂາທິການໃຫຍ່ອົງການ ສປຊ, ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ ສະຫະປະຊາຊາດ.
ເພີ່ມເຕີມ