ເຄື່ອນໄຫວຢ້ຽມຢາມມິດຕະພາບ ແລະ ເຮັດວຽກ ຢູ່ ປະເທດຍີ່ປຸນ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຄື່ອນໄຫວຢ້ຽມຢາມ ຍີ່ປຸ່ນ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຄື່ອນໄຫວຢ້ຽມຢາມ ຍີ່ປຸ່ນ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງກະຊວງການຕ່າງປະເທດ​ຍີ່ປຸ່ນ,ທ່ານ ທອງສະຫວັນ ພົມວິຫານກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມມິດຕະພາບ ແລະ ເຮັດວຽກ ຢູ່ ປະເທດຍີ່ປຸນ

 

 ໃນວັນທີ 26-29ສິງຫາຜ່ານມາ ເພື່ອເສີມຂະຫຍາຍສາຍພົວພັນການທູດດ້ານພັກ ແລະ ການທູດປະຊາຊົນລະຫວ່າງ ສປປລາວ ກັບ ຍີ່ປຸ່ນ.

ໃນການຢ້ຽມຢາມຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ພົບປະ ແລະ ເຮັດວຽກກັບການນຳຂັ້ນສູງຂອງຍີ່ປຸ່ນຫຼາຍພາກສ່ວນ ເປັນຕົ້ນແມ່ນ ທ່ານນາງຄາມີຄາວາ ໂຍໂກ້ (Kamikawa Yoko)ລັດຖະມົນຕີກະຊວງຕ່າງປະເທດຍີ່ປຸ່ນ, ທ່ານຟູນາໂກຊີ ທາເກຮີໂຣ(FunakoshiTakehiro)ຮອງລັດຖະມົນຕີອາວຸໂສກະຊວງຕ່າງປະເທດຍີ່ປຸ່ນ, ທ່ານຊືເງະ ໂຍຊີຟູມີ (Tsuge Yoshifumi)ຮອງລັດຖະມົນຕີກະຊວງຕ່າງປະເທດຍີ່ປຸ່ນ,ທ່ານ ໂຄບາຢາຊິ ເຄັນອິຈິ (Kobayashi Kenichi)ອະດີດເອກອັກຄະຣາຖະທູດຍີ່ປຸ່ນປະຈໍາ ສປປລາວ, ການນໍາຂັ້ນສູງຈາກພັກເສລີປະຊາທິປະໄຕ(LDP), ພັກໂຄເມະໂຕ (Komeito), ສະມາຄົມມິດຕະພາບໄຊຕະມະ-ລາວ, ສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ລັດຖະສະພາ. ນອກນັ້ນ, ຍັງໄດ້ພົບປະບາງພາກສ່ວນທຸລະກິດຍີ່ປຸນທີ່ມາລົງທຶນຢູ່ລາວ ເຊັ່ນ:Ana Food Co.,Ltd,Ussio Lab Co., Ltd.

ໃນການພົບປະ, ທັງສອງຝ່າຍໄດ້ຕີລາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອຍາວນານລະຫວ່າງ ລາວ ແລະ ຍີ່ປຸ່ນຕະຫຼອດໄລຍະເວລາເກືອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ແລະ ເກືອບ 10 ປີພາຍໃຕ້ການເປັນຄູ່ຮ່ວມມືຍຸດທະສາດ ຊຶ່ງໄດ້ປະກອບສ່ວນຢ່າງສໍາຄັນເຂົ້າໃນການສ້າງສາພັດທະນາຂອງສອງປະເທດ; ທັງສອງຝ່າຍໄດ້ແລກປ່ຽນສະພາບການພັດທະນາເສດຖະກິດ-ສັງຄົມໃຫ້ກັນຊາບ; ເຫັນດີເປັນເອກະພາບກັນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນການທູດດ້ານພັກ ແລະ ການທູດປະຊາຊົນ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງລັດຖະບານ, ສົ່ງເສີມຄວາມເຂົ້າໃຈລະຫວ່າງປະຊາຊົນສອງຊາດ, ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານສະອາດ,ການທ່ອງທ່ຽວ, ພ້ອມທັງຊອກຫາທ່າແຮງບົ່ມຊ້ອນຕ່າງໆໃຫ້ຫຼາຍຂຶ້ນຕື່ມ ໃນການຮ່ວມມືທີ່ສອງຝ່າຍມີຄວາມສົນໃຈ ແລະ ທ່າແຮງ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ຍີ່ປຸ່ນ. ໃນການພົບປະຄັ້ງນີ້, ຝ່າຍລາວໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດແລະປະຊາຊົນຍີ່ປຸ່ນຕໍ່ການຮ່ວມມືແລະຊ່ວຍເຫຼືອສປປລາວ ໂດຍຜ່ານບັນດາໂຄງການຮ່ວມມື ແລະ ຊ່ວຍເຫຼືອຕ່າງໆ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການພັດທະນາຊັບພະຍາກອນມະນຸດ, ການເກັບກູ້ລະເບີດບໍ່ທັນແຕກ (UXO),ການກໍ່ສ້າງພື້ນຖານໂຄງລ່າງ, ກະສິກໍາ-ປ່າໄມ້, ການຫຼຸດຜ່ອນຄວາມທຸກຍາກ, ດ້ານມະນຸດສະທໍາ, ການສົ່ງຊ່ຽວຊານແລະອາສາສະໝັກຍີ່ປຸ່ນມາຊ່ວຍເຫຼືອລາວແລະອື່ນໆ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການການພັດທະນາເສດຖະກິດ-ສັງຄົມຂອງສປປລາວ ແລະ ຂອບໃຈຕໍ່ຝ່າຍຍີ່ປຸນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຕ່າງໆ ໃນການເປັນປະທານອາຊຽນໃນປີນີ້, ຝ່າຍຍີ່ປຸ່ນ ກໍໄດ້ໃຫ້ຄຳໝາຍໝັ້ນຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນໃຫ້ຮັບຜົນສໍາເລັດຢ່າງຈົບງາມ.

ໃນໂອກາດຢ້ຽມຢາມຄັ້ງນີ້, ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຍີ່ປຸ່ນ,ຄະນະຜູ້ແທນລາວຍັງໄດ້ພົບປະໂອ້ລົມກັບພີ່ນ້ອງຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ປະເທດຍີ່ປຸ່ນດ້ວຍບັນຍາກາດອັນສະໜິດສະໜົມ ແລະ ຮັກແພງໂດຍຖືວ່າ ພີ່ນ້ອງຄົນເຊື້ອຊາດລາວແມ່ນວົງຄະນາຍາດແຫ່ງຊາດທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ພ້ອມທັງຮຽກຮ້ອງໃຫ້ພີ່ນ້ອງເຊື້ອຊາດລາວເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອຊຶ່ງກັນແລະກັນ, ປົກປັກຮັກສາຄຸນຄ່າຂອງວັດທະນະທໍາລາວ, ພັດທະນາຕົນເອງໃຫ້ເຂັ້ມແຂງ, ສ້າງເປັນຄອບຄົວທີ່ມີຄວາມຜາສຸກ ແລະ ພ້ອມກັນປະກອບສ່ວນເຂົ້າໃນສາຍພົວພັນລະຫວ່າງ ຍິ່ປຸ່ນ ກັບ ສປປ ລາວໃຫ້ຈະເລີນຮຸ່ງເຮືອງ. ນອກນັ້ນ, ຄະນະຍັງໄດ້ທັດສະນະສຶກສາ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ວັດທະນະທໍາຈໍານວນໜຶ່ງ ທີ່ນະຄອນຫຼວງໂຕກຽວ.

ການຢ້ຽມຢາມຍີ່ປຸ່ນຂອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກໃນຄັ້ງນີ້ໄດ້ປະສົບຜົນສໍາເລັດຕາມຄາດໝາຍຖືເປັນບາດກ້າວທີ່ສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນດີງາມຂອງສອງຊາດ ແລະ ກະກຽມໃຫ້ແກ່ສະ ເຫຼີມສະຫຼອງ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປລາວ ແລະ ຍີ່ປຸ່ນ, 10 ປີ ແຫ່ງການຍົກລະດັບ ການພົວພັນເປັນຄູ່ຮ່ວມຍຸດທະສາດໃນປີ 2025.

ຂ່າວ: ຄະນະພົວພັນຕ່າງປະເທດສູນກາງພັກ

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ