ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສສ ຫວຽດນາມ ໄດ້ມອບນາມມະຍົດ ສາດສະດາຈານ ກິດຕິມະສັກ ໃຫ້ແກ່ ທ່ານ ບໍ່ວຽງຄຳ ວົງດາລາ

ຫວຽດນາມມອບນາມມະຍົດ ສາດສະດາຈານ ກິດຕິມະສັກ ໃຫ້ ທ່ານບໍ່ວຽງຄຳວົງດາລາ

ຫວຽດນາມມອບນາມມະຍົດ ສາດສະດາຈານ ກິດຕິມະສັກ ໃຫ້ ທ່ານບໍ່ວຽງຄຳວົງດາລາ
ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສສ ຫວຽດນາມ ໄດ້ມອບນາມມະຍົດ ສາດສະດາຈານ ກິດຕິມະສັກ ໃຫ້ແກ່ ທ່ານ ບໍ່ວຽງຄຳ ວົງດາລາກຳມະການສູນກາງພັກລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ

 ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາໃນການຄົ້ນຄວ້າ ແລະ ພັດທະນາວຽກງານ ວິທະຍາສາດ ແລະເຕັກໂນໂລຊີ, ມີສ່ວນສໍາຄັນໃນການກໍານົດ ແລະ ຜັນຂະຫຍາຍນະໂຍບາຍ, ຍຸດທະສາດ ແລະ ແຜນພັດທະນາ ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໂຄງການ ນ້ອງຢາກເປັນວິທະຍາສາດ ທີ່ໄດ້ມີການຈັດຕັ້ງປະຕິບັດ ແລະ ປະສົບຜົນສຳເລັດໃນໄລຍະທີ່ຜ່ານມາ ຊຶ່ງເປັນກິດຈະກຳທີ່ເຜີຍແຜ່ຄວາມຮູ້ໃຫ້ແກ່ນັກຮຽນ-ນັກສຶກສາຕະຫຼອດຮອດສັງຄົມໃນວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ທັງເປັນຜູ້ທີ່ມີຜົນງານໂດດເດັ່ນໃນການສ້າງສາຍພົວພັນຮ່ວມມືທາງດ້ານ ວິທະຍາສາດ ແລະ ເຕັກໂນໂລຊີ ທັງພາຍໃນ ແລະ ຕ່າງປະເທດ ພິເສດ ກັບ ສສ ຫວຽດນາມ ກໍຄື ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສສ ຫວຽດນາມ.

. ພິທີມອບນາມມະຍົດດັ່ງກ່າວມີຂຶ້ນເມື່ອວັນທີ 5 ສິງຫາຜ່ານມາທີ່ ນະຄອນຫຼວງວຽງຈັນ. ທ່ານຫົວໜ້າກົມຮ່ວມມືສາກົນ, ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສສ ຫວຽດນາມ ຜ່ານຂໍ້ຕົກລົງກ່ຽວກັບ ການຕົກລົງມອບນາມມະຍົດ ສາດສະດາຈານ ກິດຕິມະສັກ ສະບັບເລກທີ 888/QĐ-HVKHCN. ຫຼັງຈາກນັ້ນ, ທ່ານ ເຈົາ ວັນ ມິງກຳມະການສູນກາງພັກປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ໄດ້ໃຫ້ກຽດມອບນາມມະຍົດ ສາດສະດາຈານ ກິດຕິມະສັກ ໃຫ້ແກ່ ທ່ານ ບໍ່ວຽງຄຳ ວົງດາລາ.

ໃນໂອກາດນີ້, ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ກ່າວສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ຮັບນາມມະຍົດ ສາດສະດາຈານ ກິດຕະມະສັກ ຈາກ ສະຖາບັນ ວິທະຍາສາດ ແລະ ເຕັກໂນໂລຊີ, ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສສ ຫວຽດນາມ ຊຶ່ງເປັນນາມມະຍົດທີ່ຊົງຄຸນຄ່າສໍາຄັນ ຂອງສະຖາບັນທີ່ມີຊື່ສຽງໃນການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ ສສ ຫວຽດນາມ ກໍຄື ຢູໃນພາກພື້ນ ແລະ ສາກົນ. ນາມມະຍົດດັ່ງກ່າວ ເປັນນາມມະຍົດວິທະຍາສາດທີ່ມີຄຸນຄ່າສໍາຄັນຂອງສະຖາບັນທີ່ມີຊື່ສຽງໃນການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ກໍຄື ພາກພື້ນ ແລະ ສາກົນແລະ ຍັງເປັນກຽດຢ່າງຍິ່ງ ທີ່ຂ້າພະເຈົ້າເປັນນັກວິທະຍາສາດຄົນທໍາອິດທີ່ໄດ້ຮັບນາມມະຍົດດັ່ງກ່າວ ຊຶ່ງເປັນຄົນທໍາອິດ ຂອງ ສະຖາບັນ ວິທະຍາສາດ ແລະ ເຕັກໂນໂລຊີ, ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສສ ຫວຽດນາມ. ສະນັ້ນ, ການໄດ້ຮັບນາມມະຍົດກິດຕິມະສັກໃນຄັ້ງນີ້, ເປັນການຕີລາຄາສູງຕໍ່ການປະກອບສ່ວນຂອງຂ້າພະເຈົ້າໃນຊຸມປີຜ່ານມາໃນການເຄື່ອນໄຫວຄົ້ນຄວ້າ, ພັດທະນາ ແລະ ຊີ້ນໍາ-ນຳພາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ ແລະ ສາກົນ. ຄົນລາວມີສຸພາສິດເວົ້າວ່າ “ໄດ້ກິນເຂົ້າກໍຍ້ອນບຸນຄຸນນາ, ໄດ້ກິນປາກໍຍ້ອນບຸນຄຸນນໍ້າ,” ສະນັ້ນ, ຜົນສໍາເລັດທີ່ຂ້າພະເຈົ້າສ້າງຂຶ້ນມາໄດ້ນີ້ກໍຍ້ອນມີການຊີ້ນໍາ-ນໍາພາ ຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ກໍຄື ຂອງ ພັກ ແລະ ລັດຖະບານ ສສ ຫວຽດນາມ.

ຂ້າພະເຈົ້າຈະສືບຕໍ່ ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາຢ່າງເຕັມທີ່ເພື່ອ ຊີ້ນໍາ-ນໍາພາ ແລະ ຊຸກຍູ້ຂະບວນການເຄື່ອນໄຫວວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ ໃຫ້ມີບາດກ້າວຂະຫຍາຍຕົວຫຼາຍກວ່າເກົ່າ ພ້ອມນີ້ກໍຂໍຮຽກຮ້ອງມາຍັງອ້າຍເອື້ອຍນ້ອງພະນັກງານທົ່ວຂະແໜງການເຕັກໂນໂລຊີ ແລະ ການສື່ສານ ຈົ່ງສືບຕໍ່ບຸກໜ້າບືນຕົວຫຼາຍກວ່າເກົ່າ, ຕັ້ງໜ້າເສີມຂະຫຍາຍການຮ່ວມມືກັບບັນດານັກວິທະສາດພາຍໃນ ແລະ ສາກົນ ໂດຍສະເພາະ, ກັບບັນດານັກວິທະຍາສາດຂອງ ສສ ຫວຽດນາມ ກໍຄື ສະພາບັນດິດວິທະຍາສາດ ແລະ ເຕັກໂລໂລຊີ ຂອງ ສສ ຫວຽດນາມ ຊຶ່ງເປັນເພື່ອນມິດຍຸດທະສາດ ທີ່ມີມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງພວກເຮົາໃຫ້ນັບມື້ນັບເລິກເຊິ່ງຂຶ້ນກວ່າເກົ່າ.

ຂໍ້ມູນ-ພາບ: ກະຊວງ ຕສ

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມພົບປະທຸລະກິດລາວ-ເບລາຣຸດສ

ກອງປະຊຸມພົບປະທຸລະກິດລາວ-ເບລາຣຸດສ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມພົບປະທຸລະກິດລາວ-ເບລາຣຸດສ ຂຶ້ນໃນວັນທີ18 ກໍລະກົດຜ່ານມາ ທີ່ນະຄອນຫຼວງວຽງຈັນ ສປປ ລາວ ແລະ ໄດ້ຮັບຜົນຢ່າງຈົບງາມ, ກອງປະຊຸມຄັ້ງນີ້ເປັນຂີດໝາຍສຳຄັນໃນການເສີມສ້າງສາຍພົວພັນດ້ານການຄ້າ ແລະ ການລົງທຶນ, ພ້ອມທັງຊອກຫາໂອກາດໃໝ່ໆເພື່ອການພັດທະນາເສດຖະກິດຮ່ວມກັນ.
ຊາສູ່ຄວາມປອງດອງສຳຜັດວັດທະນະທໍາການຊົງຊາ ແລະ ຊິມຊາຈີນ

ຊາສູ່ຄວາມປອງດອງສຳຜັດວັດທະນະທໍາການຊົງຊາ ແລະ ຊິມຊາຈີນ

ສູນວັດທະນະທໍາຈີນປະຈໍາ ສປປ ລາວ ໄດ້ຈັດກິດຈະກໍາຊາສູ່ຄວາມປອງດອງ-ສຳຜັດສິລະປະການຊົງຊາ ແລະ ຊິມຊາຈີນຂຶ້ນໃນວັນທີ 19 ກໍລະກົດ ຜ່ານມາ ທີ່ສູນດັ່ງກ່າວ, ໃຫ້ການບັນຍາຍໂດຍ ນາງ ວຽງນະຄອນ ວົງວິໄຊ ອາຈານສອນສິລະປະການຊົງຊາຈີນຊຶ່ງມີແຂກຮັບເຊີນເຂົ້າຮ່ວມຫຼາຍກວ່າ 20 ຄົນ.
ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຈອງຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ເຂົ້າຢ້ຽມພົບປະ ໃນຕອນແລງວັນທີ 17 ກໍລະກົດນີ້ ທີ່ຫ້ອງຮັບແຂກ ຄອສພ.
ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ໃນວັນທີ 18 ກໍລະກົດ ນີ້, ອົງການກາແດງແຫ່ງຊາດລາວ ໄດ້ຮັບເງິນຊ່ວຍເຫຼືອ ຈຳນວນ 100,000,000 ກີບ ຫຼື (150,000 ບາດ) ຈາກ ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປລາວ
ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ມາກຊິມ ຣືເຊັນກົບ (H.E. Mr. Maxim Ryzhenkov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 16-18 ກໍລະກົດ 2025 ເພື່ອສືບຕໍ່ຮັດແໜ້ນການພົວພັນສອງຝ່າຍ ບົນພື້ນຖານມູນເຊື້ອ ແຫ່ງ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ສະຫາຍ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານ ຜູ້ປະຈຳການ ສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ ນໍາໂດຍ ສະຫາຍ ເສີນໂຈ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມພົບປະແລກປ່ຽນບົດຮຽນຮ່ວມກັນໃນວັນທີ 17 ກໍລະກົດນີ້ ທີ່ ຄອສພ. ໃນໂອກາດຄະນະຜູ້ແທນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ກໍລະກົດ 2025.
ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ການໄປມາຫາສູ່ລະຫວ່າງປະເທດຂຶ້ນຢູ່ກັບຄວາມຜູກພັນຂອງປະຊາຊົນ ແລະ ຄວາມຜູກພັນຂອງປະຊາຊົນກໍຂຶ້ນກັບຄວາມເຂົ້າໃຈ ແລະ ຄວາມເຊື່ອມໂຍງກັນທາງຈິດໃຈ, ຈີນ ແລະ ລາວ ເປັນປະເທດເພື່ອນບ້ານທີ່ມີພູເຂົາແລະ ສາຍນ້ຳ, ມິດຕະພາບອັນດີລະຫວ່າງກັນມີມາຢ່າງຍາວນານຕັ້ງແຕ່ວັນທີ 25 ເມສາ ພ.ສ 1961 ທີ່ຈີນ-ລາວ ໄດ້ລົງນາມໃນຖະແຫຼງການສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ, ຕະຫຼອດ 64 ປີທີ່ຜ່ານມາການ​ພົວ​ພັນຈີນ - ລາວ ໄດ້ພັດທະນາຈາກມິດຕະພາບດັ່ງເດີມສູ່ການ​ສ້າງ​ຄູ່ຮ່ວມຊາ​ຕາ​ກຳ ຊຶ່ງສອດຄ່ອງຢ່າງເລິກເຊິ່ງກັບຍຸດທະສາດ “ປ່ຽນປະເທດທີ່ບໍ່ມີຊາຍ​ແດນ​ຕິດ​ກັບທະເລເປັນປະເທດທີ່ເຊື່ອມໂຍງເຊື່ອມ​ຈອດ​ກັບ​ພາກ​ພື້ນ” ຂອງ ສ​ປ​ປ ລາວ ແລະໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສ​ປ ຈີນ.
ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງມໍ່ໆມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ການາດາ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ ຜ່ານມາ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານຮາກັນຟີດານ(Hakan FIDAN) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ,ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາລເຊຍ.
ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ໃນວັນທີ 11 ກໍລະກົດຜ່ານມານີ້, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ອັນໂຕນິໂອ ກູເຕເຣດ ເລຂາທິການໃຫຍ່ອົງການ ສປຊ, ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ ສະຫະປະຊາຊາດ.
ເພີ່ມເຕີມ