ການນໍາບັນດາແຂວງພາກເໜືອ, ນໍາໂດຍ ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ໂອກາດນີ້ ສະຫາຍ ຄໍາຂັນ ຈັນທະວີສຸກ ໄດ້ນໍາເອົາຄວາມຍື້ຢາມຖາມຂ່າວ, ຄວາມອາໄລຮັກ ແລະ ຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງ ຂອງຄະນະບໍລິຫານງານພັກບັນດາແຂວງພາກເໜືອ ຂອງ ສປປ ລາວ ກໍຄື ສ່ວນຕົວ ຕໍ່ການຈາກໄປຂອງ ສະຫາຍ ເຈິນ ດຶກ ເລືອງ ທີ່ໄດ້ເຖິງແກ່ມໍລະນະກໍາ ແລະ ຂໍແບ່ງເບົາຄວາມທຸກໂສກ ໄປເຖີງຄະນະບໍລິຫານງານສູນກາງພັກກອມນິດຫວຽດນາມ, ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈໍາພາກເໜືອຂອງ ສປປ ລາວ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ດໍາລົງຊີວວິດຢູ່ແຂວງຫຼວງພະບາງ ກໍຄື ຄອບຄົວ, ຍາດຕິພີ່ນ້ອງ ຂອງສະຫາຍ ເຈິນ ດຶກ ເລືອງ.
ໃນໂອກາດນີ້, ສະຫາຍ ນາງ ກ່ຽວ ທິ ຮັງ ຟຸກ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາພາກ ເໜືອຂອງ ສປປ ລາວ ໄດ້ຕາງໜ້າແນວໂຮມແຫ່ງຊາດປະເທດຫວຽດນາມ ກໍຄື ປະຊາຊົນຫວຽດນາມ ແລະ ຄອບຄົວຂອງ ສະຫາຍ ເຈິນ ດຶກ ເລືອງ ມາຍັງການນຳພັກ, ສະພາປະຊາຊົນແຂວງ, ແນວລາວສ້າງຊາດ ກໍຄື ປະຊາຊົນລາວອ້າຍນ້ອງ ທີ່ໄດ້ແຕ່ງຕັ້ງຄະນະຜູ້ແທນບັນດາແຂວງພາກເໜືອ ພ້ອມຄະນະ ເດີນທາງມາວາງພວງມາລາ ແລະ ເຂົ້າຮ່ວມພິທີໄວ້ອາໄລໃນຄັ້ງນີ້.
(ພາບ-ຂ່າວໂດຍ: ດາວອນ ມະນີວັນ)
ຄໍາເຫັນ