ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານແພດໝໍ

ການນໍາກະຊວງສາທາລະນະສຸກ ພົບປະພະນັກງານແພດໝໍ ແຂວງໄຊສົມບູນ

ການນໍາກະຊວງສາທາລະນະສຸກ ພົບປະພະນັກງານແພດໝໍ ແຂວງໄຊສົມບູນ
ໃນທ້າຍອາທິດຜ່ານມາ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານແພດໝໍ

 ຢູ່ຫ້ອງປະຊຸມໂຮງໝໍແຂວງໄຊສົມບູນ ໂດຍມີ ທ່ານ ເນັ້ງຢ່າງ ໃຈຫວັງໝັ້ນ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ເຕີຢີນ ບ່າວວົງໄຊ ຜູ້ອຳນວຍການໂຮງໝໍ ແຂວງ ພ້ອມດ້ວຍ ພະນັກງານພະແນກສາທາລະນະສຸກແຂວງ ແລະ ພະນັກງານແພດໝໍ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ເຕີຢີນ ບ່າວວົງໄຊ ໄດ້ລາຍງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ໂດຍສະເພາະແມ່ນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການບໍລິການຄົນເຈັບ ຕ່າງໆ ລວມທັງຂໍ້ສະເໜີທີ່ທາງໂຮງໝໍຍັງຂາດເຂີນ ເປັນຕົ້ນແມ່ນອຸປະກອນການແພດ, ບຸກຄະລາກອນ ແລະ ງົບປະມານ ເພື່ອໃຫ້ທ່ານຮອງລັດຖະມົນຕີ ໄດ້ຮັບຊາບ ແລະ ຄົ້ນຄວ້າພິຈາລະນາຊ່ວຍແຂວງ. ຈາກນັ້ນ ທ່ານ ໄພວັນ ແກ້ວປະເສີດ ໄດ້ມີຄໍາເຫັນໂອ້ລົມໃຫ້ຄະນະອໍານວຍການໂຮງໝໍ ຕະຫຼອດຮອດພະນັກງານແພດໝໍ ຈົ່ງສືບຕໍ່ເຮັດວຽກງານການເມືອງ-ແນວຄິດ ຕິດພັນກັບວຽກງານກໍາມະບານ, ສືບຕໍ່ຍົກສູງຄຸນນະພາບດ້ານການບໍລິການ ຕິດພັນກັບນະໂຍບາຍ 5 ດີ 1 ພໍໃຈ, ສຸມໃສ່ການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຍັງຄ້າງຄາ ຕິດພັນການສ້າງບຸກຄະລາກອນທີ່ເປັນແພດຊ່ຽວຊານ ເພື່ອຫັນເປັນມືອາຊີບ ແລະ ການນໍາໃຊ້ອຸປະກອນການແພດຕ່າງໆ ຕ້ອງຫັນເປັນລະບົບທັນສະໄໝ ພ້ອມທັງເອົາໃຈໃສ່ບໍາບຸງຮັກສາຕຶກອາຄານ, ສະພາບແວດລ້ອມທັງພາຍໃນ ແລະ ພາຍນອກ ໃຫ້ມີຄວາມສະອາດຈົບງາມ. ສ່ວນບັນຫາບຸກຄະລາກອນ ແລະ ງົບປະມານທີ່ຍັງບໍ່ພຽງພໍ ໃຫ້ຫັນເປັນກຸ້ມຕົນເອງ ຕາມດໍາລັດຂອງລັດຖະບານ. ທັງນີ້ ກໍເພື່ອຮັບປະກັນ ໃຫ້ການບໍລິການສຸຂະພາບຂອງປະຊາຊົນ ໄດ້ຮັບການຍົກສູງດີຂຶ້ນກ່ວາເກົ່າ. ໂອກາດດັ່ງກ່າວ ທ່ານ ຍັງໄດ້ນໍາເອົາອຸປະກອນການແພດຈໍານວນໜຶ່ງມາມອບໃຫ້ໂຮງໝໍ ແຂວງໄຊສົມບູນ ແລະ ໄດ້ນໍາພາທິມງານທັດສະນະສຶກສາ ສ້າງຂະບວນການເຕະບານມິດຕະພາບ ຮ່ວມກັບການນໍາ ແລະ ສະຫະພັນກໍາມະບານ ແຂວງໄຊສົມບູນ ເພື່ອຮັດແໜ້ນຄວາມສາມັກຄີ.

(ຂ່າວ: ພາພອນ ນະວົງໄຊ)

ຄໍາເຫັນ

ຂ່າວສາທະລະນະສຸກ

ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ພະແນກລະບົບເສັ້ນເລືອດ ແລະ ສະໝອງ ໂຮງໝໍມິດຕະພາບ (150 ຕຽງ) ໄດ້ຈັດພິທີສະເຫຼີມ ສະຫຼອງວັນພະຍາດເສັ້ນເລືອດສາກົນ ພາຍໃຕ້ຫົວຂໍ້: ຮູ້ທັນ, ປ້ອງກັນໄດ້, ມາໂຮງໝໍໄວ ເປັນຫົວໃຈຂອງການປິ່ນປົວພະຍາດເສັ້ນເລືອດສະໝອງ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີທ່ານ ໃສສະຫວາດ ແກ້ວສົດໃສ ຫົວໜ້າພະແນກລະບົບປະສາດ ແລະ ສະໝອງ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ແພດໝໍ, ປະຊາຊົນ, ແຂກຖືກເຊີນເຂົ້າຮ່ວມ.
ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ໃນລະຫວ່າງວັນທີ 20-23 ຕຸລາ ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກໍາມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ໄດ້ນໍາພາຄະນະລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນ 11 ບ້ານຄື: ບ້ານດົງໝາກໄຟ, ຊຽງໄຄ, ດ້າງສະຫວັນ, ແກ້ງແວງ, ບຶງເຊ, ຫາດຊາຍສູງ, ກ້າງປາ, ຜັກເຜືອກ, ສະກອງ, ສົມສະອາດ ແລະ ຫ້ວຍແຮ່ຂອງເມືອງໄຊບູລີ ແຂວງສະຫວັນນະເຂດ ແລະ 7 ບ້ານຄື: ບ້ານດອນໝາກເກືອ, ໜອງແສງ, ດອນແດງ, ໂຮງສາຍທອງ, ນາໂພສີ, ປາກສະນົມ ແລະ ບ້ານປາກຕາພານ ຂອງເມືອງລະຄອນເພັງ ແຂວງສາລະວັນ ໂດຍໄດ້ລົງພື້ນທີ່ແຈກຢາຍຊຸດເຄື່ອງຈຳນວນ 10 ລາຍການເຊັ່ນ: ໝີ່, ປາກະປ໋ອງ, ເກືອ, ນ້ຳມັນພືດ, ເຂົ້າໜຽວ, ສະບູ, ຢາ ແລະ ແປງຖູແຂ້ວ, ຜ້າອະນາໄມ, ແຟັບ ແລະ ອື່ນໆເ ພື່ອແບ່ງເບົາຄວາມຫຍຸ້ງຍາກ ແລະ ຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຈໍານວນ 266 ຄອບຄົວ, ລວມເປັນມູນຄ່າທັງໝົດ 327 ລ້ານກວ່າກີບ.
ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026 ແລະ ຂໍການສະໜັບໜູນຈາກຄະນະກໍາມະການຕ້ານເອດຂັ້ນແຂວງ-ຂັ້ນເມືອງ ລວມເຖິງບັນດາຄູ່ຮ່ວມງານພາຍໃນແຂວງ ແລະ ທິດທາງແຜນການປີ 2027 ຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ, ທີ່ ພະແນກສາທາ ລະນະສຸກແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັນ ເພັງໄຊ ຜູ້ຮັບຜິດຊອບ ແລະ ປະສານງານໂຄງການ AHF ປະຈໍາລາວ, ທ່ານ ບົວທອງ ສີມະໂນວົງ ຫົວໜ້າສູນຕ້ານເອດ ແລະ ພຕພ ກະຊວງສາທາ ລະນະສຸກ, ທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄູ່ຮ່ວມງານ ເຂົ້າຮ່ວມ.
ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ວັນທີ 1 ຕຸລາ 2026 ນີ້, ໂຮງໝໍເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານໄລຍະ 9 ເດືອນຕົ້ນປີ ແລະ ວາງແຜນການ 3 ເດືອນທ້າຍປີ 2026. ໂດຍ ມີທ່ານ ໜູແສງ ຜຸຍບັນດິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ຄຳສວຍ ຊາພິຈິດ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະຈັດຕັ້ງເມືອງ, ຕາແສງດອນໂຂງ, ຄະນະອຳນວຍການໂຮງໝໍ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ແພດ-ໝໍ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ພິທີມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນ ບໍລິການປິ່ນປົວຄົນເຈັບຂອງໂຮງໝໍກອງພົນທີ 2 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ວິຊາການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຂຶ້ນໃນວັນທີ 30 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ, ມີທ່ານ ຊາໂຕໂກະ ອົດສຶ (Satoko OTSU) ຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ, ທ່ານ ນາງ ຄະຢອງ ມີ ຄິມ (Kyung-me Kim) ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ອົງການກາແດງແຫ່ງຊາດລາວ ຈັດກິດຈະກໍາສະຫຼອງວັນປະຖົມພະຍາບານໂລກ ປະຈໍາປີ 2026 ທີ່ ໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ຈັນທະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ທ່ານ ນາງ ຍູມິ ມາເອຊາວະ ຜູ້ຕາງໜ້າດ້ານວຽກງານສຸຂະພາບປະຈຳສະຫະພັນກາແດງ ແລະ ຊີກເດືອນແດງສາກົນ (IFRC) ພ້ອມດ້ວຍທ່ານ ເຂັມເພັດ ສີວໍລະວົງ ຫົວໜ້າຫ້ອງການສົ່ງເສີມສຸຂະພາບຊຸມຊົນ ພ້ອມດ້ວຍທ່ານຫົວໜ້າພະແນກສຸຂະພາບສຸກເສີນ, ທ່ານຜູ້ອຳນວຍການໂຮງຮຽນ ມສ ເພຍວັດ, ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ສປປ ລາວ ໄດ້ພະຍາຍາມຕອບໂຕ້, ຄວບຄຸມ ແລະ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ ໃຫ້ສະຫງົບລົງ ແຕ່ການປະເມີນສະພາບການໂດຍລວມ ແລະ ອີງໃສ່ຂໍ້ມູນທາງດ້ານລະບາດວິ ທະຍາທີ່ເກັບກຳໄດ້ ເຫັນວ່າຍັງມີຄວາມສ່ຽງສູງທີ່ພະຍາດດັ່ງກ່າວ ຈະແຜ່ລະບາດອອກໄປສູ່ເຂດອື່ນໆ ໃນຂອບເທດທົ່ວປະເທດ. ຍ້ອນແນວນັ້ນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຶ່ງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດດັ່ງກ່າວ. ໂດຍຜັນຂະຫຍາຍແຈ້ງການຂອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະບັບເລກທີ 4213/ກສ, ລົງວັນທີ 11 ກັນຍາ 2026 ວ່າດ້ວຍການເພີ່ມທະວີ ການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດອະຫິວາໝູອາຝຣິກກາ ທີ່ກຳລັງລະ ບາດຢູ່ຫຼາຍທ້ອງຖິ່ນ ລົງສູ່ບັນດາເມືອງ, ອົງການປົກຄອງທ້ອງຖິ່ນ, ດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ, ບໍລິສັດ ແລະ ຜູ້ປະກອບການ.
ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ຂະແໜງສາທາລະນະສຸກ ໄດ້ກຽມຄວາມພ້ອມຮອບດ້ານ 100% ທາງດ້ານກຳລັງທີມແພດໝໍ, ຢາປິ່ນປົວພະຍາດ ແລະ ອຸປະກອນການແພດ ເພື່ອໃຫ້ການບໍລິການປິ່ນປົວດູແລຮັກສາສຸຂະພາບຂອງບັນດາແຂກ, ຜູ້ຊ່ຽວຊານ ແລະ ຜູ້ແທນຈາກຕ່າງປະເທດ ທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຢ່າງໃກ້ຊິດຕະຫຼອດ 24 ຊົ່ວໂມງ.
ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ 800 ລ້ານກີບ ໃຫ້ແກ່ ໂຮງໝໍແຂວງຫຼວງພະບາງ ເພື່ອເສີມສັກກະຍະພາບ ການໃຫ້ບໍລິການທາງການແພດ ແລະ ສະໜັບສະໜູນການເຂົ້າເຖິງບໍລິການສຸຂະພາບທີ່ມີຄຸນນະພາບຂອງປະຊາຊົນ.
ເພີ່ມເຕີມ