ກະຊວງການເງິນ ສະເໜີປັບປຸງກົດໝາຍວ່າດ້ວຍງົບປະມານແຫ່ງລັດ

ກະຊວງການເງິນ ສະເໜີປັບປຸງກົດໝາຍວ່າດ້ວຍງົບປະມານແຫ່ງລັດ
ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດ ໝາຍວ່າດ້ວຍງົບປະມານແຫ່ງລັດ ຊຶ່ງເປັນກົດໝາຍສະບັບປັບປຸງ ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 9 ກໍລະກົດນີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.

ທ່ານ ສັນຕິພາບ ພົມວິຫານ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງກົດໝາຍໃນຄັ້ງນີ້, ເພື່ອປັບປຸງເນື້ອໃນກົດໝາຍໃຫ້ມີຄວາມຮັດກຸມ, ຈະແຈ້ງ ແລະ ສອດຄ່ອງ ດັ່ງນີ້: ໃຫ້ສອດຄ່ອງກັບການປັບ ປຸງລັດຖະທໍາມະນູນແຫ່ງ ສປປ ລາວ ແລະ ກົດໝາຍອື່ນໆ ທີ່ກ່ຽວຂ້ອງ; ໃຫ້ສອດຄ່ອງກັບແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ; ໃຫ້ສອດຄ່ອງກັບການປັບປຸງກົງຈັກການຈັດຕັ້ງ (ໂຮມກະຊວງແຜນການ ແລະ ການລົງທຶນເຂົ້າກັນເປັນກະຊວງການເງິນ); ໃຫ້ສອດຄ່ອງກັບຫຼັກການຂອງສາກົນ ແລະ ຮັບປະກັນການຈັດຕັ້ງປະຕິບັດການຫັນເປັນທັນສະໄໝ ລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນພາກລັດ; ເພື່ອຍົກສູງຄວາມຮັບຜິດຊອບຂອງຫົວໜ່ວຍງົບປະມານ, ສ້າງຄວາມເຂັ້ມແຂງທາງດ້ານການເງິນເທື່ອລະກ້າວ ເຮັດໃຫ້ການເງິນແຫ່ງຊາດມີສະຖຽນລະພາບ, ຄວາມໝັ້ນຄົງ ແລະ ສອດຄ່ອງກັບລະບົບສະຖິຕິການເງິນພາກລັດ. ດ້ວຍເຫດຜົນທີ່ກ່າວມານັ້ນ, ຈຶ່ງໄດ້ມີການປັບປຸງເນື້ອໃນກ່ຽວກັບ: ການແບ່ງຂັ້ນຄຸ້ມຄອງຫົວໜ່ວຍງົບປະມານແຫ່ງລັດ, ຫົວໜ່ວຍງົບປະມານບໍລິຫານວິຊາການ ແລະ ຄັງສະສົມແຫ່ງລັດ, ໂຄງປະກອບລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ, ຄວາມຮັບຜິດຊອບຂອງລັດຖະບານ, ຄວາມຮັບຜິດຊອບຂອງກະຊວງການເງິນ ແລະ ຄວາມຮັບຜິດຊອບຂັ້ນທ້ອງຖິ່ນ, ລະບົບງົບ ປະມານແຫ່ງລັດ, ການແບ່ງຂັ້ນຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດຂັ້ນສູນກາງ ແລະ ທ້ອງຖິ່ນ, ການຊ່ວຍໜູນງົບປະມານແຫ່ງລັດທີ່ມີເປົ້າໝາຍສະເພາະ, ນະໂຍບາຍສົ່ງເສີມການເກັບລາຍຮັບງົບປະມານແຫ່ງລັດ ແລະ ນະໂຍບາຍສົ່ງເສີມການປະຕິບັດລາຍຈ່າຍໃຫ້ມີປະສິດທິຜົນ, ການຊ່ວຍເຫຼືອ, ການສັງລວມ ແລະ ລາຍງານການສະຫຼຸບຂາດຕົວງົບປະມານແຫ່ງລັດ, ການກຳນົດຜົນການກວດກາ ຂອງອົງການກວດສອບແຫ່ງລັດ ແລະ ເນື້ອໃນອື່ນ ທີ່ຕິດພັນກັບການຄຸ້ມຄອງງົບປະມານແຫ່ງລັດ.

ຮ່າງກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ແມ່ນໜຶ່ງໃນຮ່າງກົດໝາຍທີ່ນອນຢູ່ໃນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X (2026-2030). ກະຊວງການເງິນ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າ, ປັບປຸງກົດໝາຍວ່າດ້ວຍງົບປະມານແຫ່ງລັດ ຕາມຂໍ້ຕົກລົງສະບັບເລກທີ 0502/ກງ, ລົງວັນທີ 25 ກຸມພາ 2025, ເພື່ອຮັບປະກັນການຄົ້ນຄວ້າດໍາເນີນໄປຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກໍາ, ຄະນະຮັບຜິດຊອບໄດ້ເລີ່ມຄົ້ນຄວ້ານັບແຕ່ເດືອນກຸມພາ ປີ 2025 ເປັນຕົ້ນມາ, ຍ້ອນການປັບປຸງກົງຈັກລັດຖະບານທີ່ໂຮມກະຊວງແຜນການ ແລະ ການລົງທຶນເຂົ້າກັບກະຊວງການເງິນ. ສະນັ້ນ, ກະຊວງການເງິນ ຈຶ່ງໄດ້ລາຍງານລັດຖະບານ ເພື່ອຂໍເລື່ອນວາລະການພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 2 ປີ 2025 ມາສະເໜີພິຈາລະນາໃນກອງປະຊຸມສະພາແຫ່ງຊາດ ປີ 2026.

ທ່ານ ສັນຕິພາບ ພົມວິຫານ ກ່າວຕື່ມວ່າ: ຜ່ານການສະເໜີຮ່າງກົດໝາຍດັ່ງກ່າວ ຕໍ່ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໃຫ້ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນຄັ້ງວັນທີ 4 ກໍລະກົດ 2026 ຊຶ່ງມີບັນດາສະມາຊິກສະພາແຫ່ງຊາດ ປະກອບຄໍາເຫັນ 17 ທ່ານ, ກວມເອົາ 18 ມາດຕາ ແລະ ຕິດພັນໂຄງຮ່າງພາກ II ແລະ ພາກ V ໝວດທີ 1, ຜ່ານການຄົ້ນຄວ້າຂອງຄະນະຮັບຜິດຊອບປັບປຸງກົດໝາຍ ແມ່ນສະເໜີຮັກສາໄວ້ຄືເກົ່າຈໍານວນ 12 ມາດຕາ ແລະ ເຫັນດີປັບປຸງ ຕາມການປະກອບຄໍາເຫັນ ຈໍານວນ 6 ມາດຕາ ເປັນຕົ້ນ:

1) ການອະທິບາຍຄຳສັບ (ຜູ້ສັ່ງການເອກ, ລາຍຮັບຈາກການລົງທຶນທາງດ້ານການເງິນ),

2) ການແບ່ງຂັ້ນຄຸ້ມຄອງຫົວໜ່ວຍງົບປະມານ,

3) ຄັງສະສົມແຫ່ງລັດ,

4) ງົບປະມານສົມດູນ, ເກີນດູນ ແລະ ຂາດດູນ,

5) ແຫຼ່ງທຶນດຸ່ນດ່ຽງງົບປະມານ,

6) ການດັດແກ້ແຜນງົບປະມານ. ສໍາລັບໂຄງສ້າງຂອງຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ ປະກອບມີ XI ພາກ, 14 ໝວດ, 97 ມາດຕາ. ໃນນີ້, ໄດ້ເພີ່ມໃໝ່ I ພາກ, ປັບປຸງເນື້ອໃນທັງໝົດ 78 ມາດຕາ, ຮັກສາເດີມ 10 ມາດຕາ ແລະ ເພີ່ມໃໝ່ 9 ມາດຕາ. ຄາດຄະເນຜົນໄດ້ຮັບຈາກການປັບປຸງພາຍຫຼັງຮ່າງກົດໝາຍສະບັບນີ້ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຈະກາຍເປັນເຄື່ອງມືທີ່ສໍາຄັນໃຫ້ລັດຖະບານ ໃນການຄຸ້ມຄອງວຽກງານງົບປະມານແຫ່ງລັດ, ການຄຸ້ມຄອງການເກັບລາຍຮັບ ແລະ ລາຍຈ່າຍ ງົບປະມານແຫ່ງລັດ ແລະ ກຳນົດສິດໜ້າທີ່ຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ ກັບວຽກງານງົບປະມານແຫ່ງລັດມີຄວາມຮັດກຸມ, ຈະແຈ້ງ, ລວມສູນ ແລະ ສາມາດຕອບສະໜອງດ້ານງົບປະມານໄດ້ທັນຕາມກໍານົດເວລາ, ຊຶ່ງຈະເປັນການປະກອບສ່ວນເຂົ້າໃນການສ້າງລັດ ທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ.

(ຂ່າວ: ວັນເພັງ, ພາບ: ສໍານານ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ