ພ້ອມທັງໄດ້ຮ່ວມຂຽນປຶ້ມໄວ້ອາໄລ, ຊຶ່ງມີເນື້ອໃນດັ່ງລຸ່ມນີ້:
ການຈາກໄປຂອງສະຫາຍ ເຈີນ ດຶກ ເລືອງ ເປັນການສູນເສຍຜູ້ນໍາປະຕິວັດ ຜູ້ດີເດັ່ນ ແລະ ອົງອາດກ້າຫານ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຊຶ່ງໃນຕະຫຼອດຊີວິດແຫ່ງການປະຕິວັດ, ສະຫາຍໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນວຽກງານການປົກປັກຮັກສາ ແລະ ພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ກໍຄືການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄື ສອງກອງທັບ ລາວ-ຫວຽດນາມ ຕະຫຼອດມາ.
ໃນເວລາອັນໂສກເສົ້າເສຍໃຈນີ້, ໃນນາມກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ພ້ອມດ້ວຍຄອບຄົວ ສະຫາຍ ເຈີນ ດຶກ ເລືອງ ແລະ ຂໍໃຫ້ດວງວິນຍານຂອງສະຫາຍຈົ່ງໄປສູ່ສຸຄະຕິເຖີດ; ພັກ, ລັດ ກໍຄື ກອງທັບປະຊາຊົນລາວ ຂໍຈາລຶກບຸນຄຸນ, ຄຸນງາມ, ຄວາມດີ ແລະ ພາລະກິດອັນຍິ່ງໃຫຍ່ ຂອງສະຫາຍ ຍືນຍົງຢູ່ກັບພວກເຮົາຕະຫຼອດໄປ.
(ຂ່າວ-ພາບ: ແສງຈັນ)
ຄໍາເຫັນ