ກະຊວງສາທາລະນະສຸກ ສະຫຼຸບວຽກງານປະຈຳປີ 2023

ກະຊວງສາທາລະນະສຸກ ສະຫຼຸບວຽກງານປະຈຳປີ 2023
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກປະຈຳປີ 2023 ແລະ ແຜນພັດທະນາສາທາລະນະສຸກປະຈຳປີ 2024 ພາຍໃຕ້ຫົວຂໍ້ “ຍົກສູງຄຸນນະພາບການບໍລິການສາທາລະນະສຸກ ໂດຍການຫັນການບໍລິຫານຄຸ້ມຄອງໄປສູ່ລະບົບທັນສະໄໝ” ໄດ້ຈັດຂຶ້ນໃນວັນທີ 15 ກຸມພາຜ່ານມາ ທີ່ຖ້ຳຊ້າງລອດ ເມືອງວຽງໄຊ ແຂວງຫົວພັນ ໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຄະນະອະທິການບໍດີ, ສະຖາບັນ, ອໍານວຍການໂຮງໝໍສູນກາງ ແລະ ສູນຕ່າງໆເຂົ້າຮ່ວມ.
ທ່ານ ບຸນແຝງ ພູມມະໄລສິດ ກ່າວວ່າ: ໃນໄລຍະ 1 ປີຜ່ານມາຂະແໜງສາທາລະນະສຸກໄດ້ມີຜົນສໍາເລັດຫຼາຍດ້ານ ອັນພົ້ນເດັ່ນແມ່ນການຈັດຕັ້ງປະຕິບັດເປົ້າໝາຍ 11 ຕົວຊີ້ບອກທີ່ສະພາແຫ່ງຊາດຮັບຮອງ ແລະ ຢູ່ຫຼາຍແຂວງກໍໄດ້ພະຍາຍາມສູ້ຊົນຈັດຕັ້ງປະຕິບັດໃຫ້ມີຄວາມຄືບໜ້າ ເຖິງວ່າບໍ່ບັນລຸທັງໝົດກໍຕາມ. ສຳລັບການຈັດຕັ້ງປະ ຕິບັດວຽກງານວິຊາສະເພາະຂອງ 7 ແຜນງານສາທາລະນະສຸກ, ບັນດາໂຄງການ ແລະ ກິດຈະກໍາຕ່າງໆ ຂັ້ນສູນກາງ ແລະ ທ້ອງຖິ່ນມີຄວາມຄືບໜ້າທີ່ດີ ແຕ່ຍັງມີຫຼາຍບັນຫາສິ່ງທ້າທາຍເຮັດໃຫ້ການປະຕິບັດບາງກິດຈະກຳບໍ່ສາ ມາດບັນລຸໄດ້ຕາມແຜນການທີ່ວາງໄວ້.
ກອງປະຊຸມຄັ້ງນີ້, ໄດ້ສຸມໃສ່ປຶກສາຫາລືບັນດາວຽກງານທີ່ສໍາຄັນ ແລະ ໄດ້ຕົກລົງເປັນເອກະພາບຄື: ສະຫຼຸບຕີລາຄາຜົນສໍາເລັດ, ສິ່ງຄົງຄ້າງ ແລະ ທ້າທາຍໃນການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ເພື່ອໃຫ້ບັນລຸ 11 ຕົວຊີ້ບອກທີ່ສະພາແຫ່ງຊາດໄດ້ຮັບຮອງ ໂດຍສຸມໃສ່ຈັດຕັ້ງປະຕິບັດປັບປຸງຄຸນນະພາບຂອງການບໍລິການສາທາລະນະສຸກໃຫ້ທົ່ວເຖິງ ແລະ ມີີຄຸນນະພາບດີຂຶ້ນກວ່າເກົ່າ; ຄົ້ນຄວ້າປຶກສາຫາລືບັນຫາທີ່ພົ້ນເດັ່ນ ເປັນຕົ້ນການຈັດຕັັ້ງປະຕິບັດວຽກງານການເງິນ, ການຈັດສັນງົບປະມານປີ 2023 ແລະ ແຜນການປີ 2024, ການຫັນໂຮງໝໍກຸ້ມຕົນເອງ, ວຽກງານກອງທຶນປະກັນສຸຂະພາບ ແລະ ທິດທາງເພື່ອບັນລຸສຸຂະພາບທົ່ວປວງຊົນ, ການສ້າງກົນໄກການປະສານງານເພື່ອບັນລຸ 11 ຕົວຊີ້ບອກທີ່ສະພາຮັບຮອງ, ການປະຕິບັດ ນະໂຍບາຍ 5 ດີ 1 ພໍໃຈ, ການຍົກລະດັບຄຸນນະພາບຂອງສະຖານທີ່ບໍລິການ, ການກໍ່ສ້າງ-ບັນຈຸ, ຊັບຊ້ອນບຸກຄະກອນສາທາລະນະສຸກ, ການສົ່ງເສີມກົນໄກການສະໜອງຢາ ແລະ ອຸປະກອນການແພດ.
(ແຫຼ່ງຂ່າວ: ຂປລ)

ຄໍາເຫັນ

ຂ່າວສາທະລະນະສຸກ

ສາທາ ບໍລິການກວດສຸຂະພາບເຄື່ອນທີ່ ໃຫ້ພະນັກງານ-ລັດຖະກອນ ນັກຮຽນ-ຊາວໜຸ່ມ

ສາທາ ບໍລິການກວດສຸຂະພາບເຄື່ອນທີ່ ໃຫ້ພະນັກງານ-ລັດຖະກອນ ນັກຮຽນ-ຊາວໜຸ່ມ

ກະຊວງສາທາລະນະສຸກ ຮ່ວມກັບສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກິດຈະກຳ “ການບໍລິການກວດສຸຂະພາບເຄື່ອນທີ່ ໃຫ້ພະນັກງານ-ລັດຖະກອນຂອງ ສຊປລ, ພະນັກງານບໍານານ ແລະ ນັກຮຽນ-ຊາວໜຸ່ມ ຂຶ້ນໃນວັນທີ 12 ພະຈິກຜ່ານມາ ທີ່ ສຊປລ, ໃຫ້ກຽດນຳພາຕາງໜ້າຈາກກະຊວງສາທາລະສຸກ ໂດຍທ່ານ ໄພວັນ ແກ້ວປະເສີດ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ ພ້ອມດ້ວຍຄະນະ, ໂດຍມີຜູ້ຕາງໜ້າຈາກຫ້ອງການກະຊວງສາທາລະນະສຸກ, ຜູ້ອຳນວຍການໂຮງໝໍ, ພະນັກງານແພດໝໍ, ພະຍາບານ ຈາກໂຮງໝໍມະໂຫສົດ ແລະ ໃຫ້ກຽດເປັນປະທານເປີດພິທີ ໂດຍ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຮອງເລຂາ, ຄະນະກົມ, ພະນັກງານ ສຊປລ, ພະນັກງານບໍານານ, ບັນດາບໍລິສັດໃຕ້ຟ້າການແວ່ນຮັບກວດສາຍຕາ, ນັກຮຽນ-ຊາວໜຸ່ມ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກສາທາລະນະສຸກ ຄັ້ງທີ 4 ສະໄໝທີ X

ກອງປະຊຸມຄົບຄະນະບໍລິຫານງານພັກສາທາລະນະສຸກ ຄັ້ງທີ 4 ສະໄໝທີ X

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 4 ສະໄໝທີ X ຈັດຂຶ້ນໃນວັນທີ 10 ພະຈິກຜ່ານມາ ທີ່ກະຊວງດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ນາງ ໃບຄໍາ ຂັດທິຍະ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງເລຂາຄະນະພັກ, ກໍາມະການປະຈໍາພັກ, ກໍາມະການຄະນະພັກກະຊວງ ແລະ ຄະນະຮັບຜິດ ຊອບ ເຂົ້າຮ່ວມ.
ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ພະແນກສາທາລະນະສຸກແຂວງເຊກອງ ຈັດພິທີທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ ຂຶ້ນໃນວັນທີ 5 ພະຈິກຜ່ານມາ, ທີ່ ພະແນກສາທາລະນະສຸກແຂວງ ໂດຍມີທ່ານ ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາ ລະນະສຸກແຂວງ, ມີຄະນະກຳມະການລົງກວດກາ ຕິດຕາມ ແລະ ຊຸກຍູ້ ພ້ອມດ້ວຍພະນັກງານຂະແໜງອາຫານ ແລະ ຢາ ເຂົ້າຮ່ວມ.
ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ສະມາຄົມແພດຕາລາວ ແລະ ສະມາຄົມວິຖີຊີວິດຊົນນະບົດແບບຍືນຍົງ ຮ່ວມກັບໂຮງໝໍແຂວງຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​ ໃນວັນທີ​ 31​ ຕຸລາ​ -​ 1 ພະຈິກ​ 2026​ ເພື່ອຟື້ນຟູສາຍຕາ, ເພີ່ມໂອກາດໃນການເບິ່ງເຫັນ ແລະ ຍົກລະດັບຄຸນນະພາບຊີວິດຂອງຜູ້ເປັນພະຍາດແກ່ນຕາຂຸ້ນ​ ໃຫ້ນັບມື້ດີຂຶ້ນ.
ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ພະແນກລະບົບເສັ້ນເລືອດ ແລະ ສະໝອງ ໂຮງໝໍມິດຕະພາບ (150 ຕຽງ) ໄດ້ຈັດພິທີສະເຫຼີມ ສະຫຼອງວັນພະຍາດເສັ້ນເລືອດສາກົນ ພາຍໃຕ້ຫົວຂໍ້: ຮູ້ທັນ, ປ້ອງກັນໄດ້, ມາໂຮງໝໍໄວ ເປັນຫົວໃຈຂອງການປິ່ນປົວພະຍາດເສັ້ນເລືອດສະໝອງ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີທ່ານ ໃສສະຫວາດ ແກ້ວສົດໃສ ຫົວໜ້າພະແນກລະບົບປະສາດ ແລະ ສະໝອງ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ແພດໝໍ, ປະຊາຊົນ, ແຂກຖືກເຊີນເຂົ້າຮ່ວມ.
ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ໃນລະຫວ່າງວັນທີ 20-23 ຕຸລາ ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກໍາມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ໄດ້ນໍາພາຄະນະລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນ 11 ບ້ານຄື: ບ້ານດົງໝາກໄຟ, ຊຽງໄຄ, ດ້າງສະຫວັນ, ແກ້ງແວງ, ບຶງເຊ, ຫາດຊາຍສູງ, ກ້າງປາ, ຜັກເຜືອກ, ສະກອງ, ສົມສະອາດ ແລະ ຫ້ວຍແຮ່ຂອງເມືອງໄຊບູລີ ແຂວງສະຫວັນນະເຂດ ແລະ 7 ບ້ານຄື: ບ້ານດອນໝາກເກືອ, ໜອງແສງ, ດອນແດງ, ໂຮງສາຍທອງ, ນາໂພສີ, ປາກສະນົມ ແລະ ບ້ານປາກຕາພານ ຂອງເມືອງລະຄອນເພັງ ແຂວງສາລະວັນ ໂດຍໄດ້ລົງພື້ນທີ່ແຈກຢາຍຊຸດເຄື່ອງຈຳນວນ 10 ລາຍການເຊັ່ນ: ໝີ່, ປາກະປ໋ອງ, ເກືອ, ນ້ຳມັນພືດ, ເຂົ້າໜຽວ, ສະບູ, ຢາ ແລະ ແປງຖູແຂ້ວ, ຜ້າອະນາໄມ, ແຟັບ ແລະ ອື່ນໆເ ພື່ອແບ່ງເບົາຄວາມຫຍຸ້ງຍາກ ແລະ ຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຈໍານວນ 266 ຄອບຄົວ, ລວມເປັນມູນຄ່າທັງໝົດ 327 ລ້ານກວ່າກີບ.
ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026 ແລະ ຂໍການສະໜັບໜູນຈາກຄະນະກໍາມະການຕ້ານເອດຂັ້ນແຂວງ-ຂັ້ນເມືອງ ລວມເຖິງບັນດາຄູ່ຮ່ວມງານພາຍໃນແຂວງ ແລະ ທິດທາງແຜນການປີ 2027 ຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ, ທີ່ ພະແນກສາທາ ລະນະສຸກແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັນ ເພັງໄຊ ຜູ້ຮັບຜິດຊອບ ແລະ ປະສານງານໂຄງການ AHF ປະຈໍາລາວ, ທ່ານ ບົວທອງ ສີມະໂນວົງ ຫົວໜ້າສູນຕ້ານເອດ ແລະ ພຕພ ກະຊວງສາທາ ລະນະສຸກ, ທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄູ່ຮ່ວມງານ ເຂົ້າຮ່ວມ.
ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ວັນທີ 1 ຕຸລາ 2026 ນີ້, ໂຮງໝໍເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານໄລຍະ 9 ເດືອນຕົ້ນປີ ແລະ ວາງແຜນການ 3 ເດືອນທ້າຍປີ 2026. ໂດຍ ມີທ່ານ ໜູແສງ ຜຸຍບັນດິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ຄຳສວຍ ຊາພິຈິດ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະຈັດຕັ້ງເມືອງ, ຕາແສງດອນໂຂງ, ຄະນະອຳນວຍການໂຮງໝໍ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ແພດ-ໝໍ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ພິທີມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນ ບໍລິການປິ່ນປົວຄົນເຈັບຂອງໂຮງໝໍກອງພົນທີ 2 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ວິຊາການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຂຶ້ນໃນວັນທີ 30 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ, ມີທ່ານ ຊາໂຕໂກະ ອົດສຶ (Satoko OTSU) ຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ, ທ່ານ ນາງ ຄະຢອງ ມີ ຄິມ (Kyung-me Kim) ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ