ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງສາມັກຄີໄຊ

ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງສາມັກຄີໄຊ ຄັ້ງທີ VII

ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງສາມັກຄີໄຊ ຄັ້ງທີ VII
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງສາມັກຄີໄຊ ແຂວງອັດຕະປື ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ່ 21 ມັງກອນນີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍມີສະຫາຍ ພົທ ວັນທອງ ກອງມະນີ

ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື, ມີສະຫາຍ ທອງຈັນ ໂຂງພູມຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມທັງໝົດ 117 ສະຫາຍ ຍິງ 22 ສະຫາຍ ຊຶ່ງເປັນຕົວແທນໃຫ້ສະມາຊິກພັກ ຈໍານວນ 1,930 ສະຫາຍ ໃນທົ່ວເມືອງ.

ໃນກອງປະຊຸມ, ສະຫາຍ ເພັດມີໄຊ ຄໍາພັກດີ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານພັກເມືອງ ເຈົ້າເມືອງສາມັກຄີໄຊ ໄດ້ກ່າວໄຂກອງປະຊຸມຮູ້ວ່າ: ກອງປະຊຸມຄັ້ງນີ້, ໄດ້ຍົກໃຫ້ເຫັນຜົນງານ ແລະ ໄຊຊະນະໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI, ຄັ້ງທີ XI ຂອງແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກເມືອງຢ່າງມີປະສິດທິຜົນ ທີ່ອົງຄະນະພັກເມືອງຍາດມາໄດ້ໃນຕະຫຼອດໄລຍະ 5 ປີຜ່ານມາ ພ້ອມນັ້ນ ຜູ້ແທນກອງປະຊຸມ ຈະໄດ້ປະກອບຄວາມເຫັນ ແລະ ພິຈາລະນາຮັບຮອງເອົາຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະ ກິດ-ສັງຄົມ ພ້ອມທັງດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນທີ່ວາງໄວ້ໃຫ້ສຳເລັດຜົນ ແລະ ຈະໄດ້ຄັດເລືອກເອົາຜູ້ແທນສົມບູນ ຕາງໜ້າອົງຄະນະພັກເມືອງ ໄປຮ່ວມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII.

(ຂ່າວ: ສາຍນ້ຳເຊກອງ)

ຄໍາເຫັນ

ຂ່າວການເມືອງ

ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ສະພາ ສະເໜີຫຼາຍບັນຫາໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເອົາໃຈໃສ່

ສະພາ ສະເໜີຫຼາຍບັນຫາໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເອົາໃຈໃສ່

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.ທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການ,ການເງິນ ແລະ ການກວດສອບ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານ ຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026.
5ປີຜ່ານມາ ອົງການກວດສອບແຫ່ງລັດກວດສອບ 600 ເປົ້າໝາຍ

5ປີຜ່ານມາ ອົງການກວດສອບແຫ່ງລັດກວດສອບ 600 ເປົ້າໝາຍ

5ປີຜ່ານມາ ອົງການກວດສອບແຫ່ງລັດສາມາດກວດສອບ ບັນລຸໄດ້ 600 ເປົ້າໝາຍ ເທົ່າກັບ 100% ຂອງຄາດໝາຍສູ້ຊົນທີ່ໄດ້ກຳນົດໄວ້,ສະເພາະປີ 2025 ໄດ້ສຳເລັດການຕິດຕາມ, ຊຸກຍູ້ ການແກ້ໄຂຜົນການກວດສອບ ຢູ່ບັນດາກະຊວງ-ອົງການ, ແຂວງ-ນະຄອນຫຼວງວຽງຈັນ ສຳເລັດ 39 ເປົ້າໝາຍ. ໃນນັ້ນ,ຂັ້ນສູນກາງ 13 ເປົ້າໝາຍ ແລະ ທ້ອງຖິ່ນ 26 ເປົ້າໝາຍ.
ກວດພົບໂຄງການລົງທຶນຂອງລັັດບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ

ກວດພົບໂຄງການລົງທຶນຂອງລັັດບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ

ອົງການກວດກາແຫ່ງລັດ ເຫັນວ່າໂຄງການລົງທຶນຂອງລັດ,ຄວາມເອົາໃຈໃສ່ຂອງເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາ ໃນການແກ້ໄຂບັນຫາຂໍ້ຄົງຄ້າງຕາມຜົນຂອງການກວດກາ ແຕ່ກໍຍັງເຫັນວ່າໃນການຈັດຕັ້ງປະຕິບັດໂຄງການຍັງບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ.
ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ

ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນລາຍງານການສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ແລະ ການດັດແກ້ແຜນງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍວິຊາການຂອງຂະແໜງການຂັ້ນສູງກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ກະຊວງ ຍທຂ ຊີ້ແຈງ ການສ້ອມແປງເສັ້ນທາງໃນໄລຍະໃໝ່

ກະຊວງ ຍທຂ ຊີ້ແຈງ ການສ້ອມແປງເສັ້ນທາງໃນໄລຍະໃໝ່

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ.
ສສກຊີ້ແຈ້ງການຈັດສັນງົບປະມານ-ການປັບປຸງລະບົບການສຶກສາມາເປັນ 6+3+3

ສສກຊີ້ແຈ້ງການຈັດສັນງົບປະມານ-ການປັບປຸງລະບົບການສຶກສາມາເປັນ 6+3+3

ກະຊວງສຶກສາທິການ ແລະ ກິລາ(ສສກ) ໄດ້ຊີ້ແຈ້ງຫຼາຍບັນຫາກ່ຽວກັບການຈັດສັນງົບປະມານ,ເພື່ອໃຫ້ໂຮງຮຽນຮຽນລັດມີຄຸນນະພາບ ແລະ ດຶງດູດ ໃຫ້ນັກຮຽນມາຮຽນເພີ່ມຂຶ້ນ, ການປະຕິບັດລະບົບການສຶກສາ ທີ່ປ່ຽນຈາກ 5+4+3 ມາເປັນ 6+3+3 ເຂົ້າໃນຂະແໜງສຶກສາທິການ ແລະ ກິລາຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII ແຂວງຫຼວງພະບາງໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້, ໂດຍການເປັນປະທານຂອງ ສະຫາຍ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ເຂົ້າຮ່ວມ.
ກະຊວງ ກສ ຊີ້ແຈງການຜະລິດ-ປຸງແຕ່ງຜະລິດຕະພັນກະສິກຳ

ກະຊວງ ກສ ຊີ້ແຈງການຜະລິດ-ປຸງແຕ່ງຜະລິດຕະພັນກະສິກຳ

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງ ກະສະກຳ ແລະ ສິ່ງແວດລ້ອມ(ກສ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາ ແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
5 ປີຜ່ານມາ ສາມາດມ້າງຄະດີຢາ​ເສບ​ຕິດໄດ້ 21,003 ເລື່ອງ

5 ປີຜ່ານມາ ສາມາດມ້າງຄະດີຢາ​ເສບ​ຕິດໄດ້ 21,003 ເລື່ອງ

ໃນໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ ໂດຍສະເພາະດ້ານການສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຊີ້ນໍາການຈັດຕັ້ງປະຕິບັດຮອບດ້ານ ເຮັດໃຫ້ໃນທົ່ວປະເທດສາມາດແກ້ໄຂມ້າງຄະດີໄດ້ 21,003 ເລື່ອງ.
ເພີ່ມເຕີມ