![]() |
ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງໄດ້ຜ່ານບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຖະແຫຼງຂ່າວໃນຜ່ານມາ. ສໍາລັບຂະແໜງການ ແລະ ກອງວິຊາການ ທີ່ຈະມອບ-ໂອນ ປະກອບມີຄື: ຂະແໜງຖະແຫຼງຂ່າວ, ກອງວິຊາການວິທະຍຸ-ໂທລະພາບ ແລະ ກອງວິຊາການສື່ສິ່ງພິມ. ຈາກນັ້ນ, ຕາງໜ້າຄະນະຈັດຕັ້ງແຂວງໄດ້ຜ່ານ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ສະບັບເລກທີ 1163/ຈຂ ວ່າດ້ວຍການມອບ-ໂອນວຽກສື່ມວນຊົນ (ວຽກຖະແຫຼງຂ່າວ), ພ້ອມດ້ວຍພະນັກງານ-ລັດຖະກອນ ແລະ ວັດຖຸ ອຸປະກອນຮັບໃຊ້ວຽກງານວິຊາສະເພາະທັງໝົດໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງຄໍາມ່ວນ. ຈາກນັ້ນ, ກໍໄດ້ເຊັນບົດບັນທຶກການ ມອບ-ໂອນ ວຽກຖະແຫຼງຂ່າວສື່ມວນຊົນ ລະຫວ່າງ ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກ ແລະ ທ່ານ ບຸນທັນ ສຸວັນນະລາດ ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ໂອກາດນີ້, ທ່ານເຈົ້າແຂວງຄໍາມ່ວນຍັງໄດ້ມອບຂໍ້ຕົກລົງດັ່ງກ່າວໃຫ້ຫົວໜ້າໂຄສະນາອົບຮົມແຂວງ ແລະ ມີຄໍາເຫັນໃຫ້ສືບຕໍ່ເອົາໃຈໃສ່ວຽກງານການເມືອງແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານ ເຂົ້າໃຈຕໍ່ການປັບປຸງກົງຈັກການຈັດ ຕັ້ງໃນຄັ້ງນີ້ ແນໃສ່ໃຫ້ມີຄວາມສະຫງົບ, ອຸ່ນອຽນ, ທຸ່ນທ່ຽງໃນການປະຕິບັດໜ້າທີ່ວຽກງານ; ພາຍຫຼັງທີ່ໂຮມເຂົ້າກັນແລ້ວໃຫ້ສືບຕໍ່ເຕົ້າໂຮມຮັກສາຄວາມສາມັກຄີ. ຄຽງຄູ່ກັນນັ້ນໃຫ້ຂຸ້ນຂ້ຽວປັບປຸງພາລະບົດບາດ, ຄົ້ນຄວ້າປັບປຸງຊັບຊ້ອນບຸກຄະລາກອນຄືນໃໝ່ໃຫ້ສອດຄ່ອງກັບພາລະບົດບາດອີງໃສ່ບຸກຄະລາກອນທີ່ມີກັບຕົວຈິງ; ກວດກາຄືນວັດຖຸຊັບສິນງົບປະມານຕ່າງໆ ທີ່ຈະໂຮມເຂົ້າກັນໃຫ້ຊັດເຈນ.
![]() |
(ຂ່າວ: ມະນີວັນ)
ຄໍາເຫັນ