ຄະນະບໍລິຫານງານສູນກາງພັກ ປປ ລາວ ສົ່ງສານອວຍພອນ ວັນໄຊຊະນະບັ້ນຮົບດຽນບຽນຝູ້ ຄົບຮອບ 70 ປີ

ເນື່ອງໃນໂອກາດ ວັນໄຊຊະນະດຽນບຽນຝູ້ ຄົບຮອບ 70 ປີ (7/5/1954-7/5/2024), ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງສານອວຍພອນເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດຍມີເນື້ອໃນດັ່ງນີ້:
ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ໄມຕີຈິດມິດຕະພາບອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າ.
ພາຍຫຼັງການປະຕິວັດເດືອນສິງຫາ 1945, ຈັກກະພັດລ່າເມືອງຂຶ້ນຝຣັ່ງ ໄດ້ກັບຄືນມາຮຸກຮານ ຫວຽດນາມ ກໍຄື ອິນດູຈີນ ຄັ້ງທີ 2, ໂດຍໃຊ້ກໍາລັງປະກອບອາວຸດເປີດບັ້ນຮົບບຸກໂຈມຕີ. ປະຕິບັດແນວ ທາງການຕໍ່ສູ້ທົ່ວປວງຊົນ, ຮອບດ້ານ, ຍາວນານ, ອີງໃສ່ກໍາລັງແຮງຂອງຕົນເອງເປັນຫຼັກ, ດ້ວຍອາວຸດທີ່ມີ ແລະ ຈິດໃຈເດັດດ່ຽວຕໍ່ສູ້ຈົນສາມາດຍາດໄດ້ໄຊຊະນະ, ສາມາດຂະຫຍາຍເຂດປົດປ່ອຍ, ອໍານາດການປົກຄອງປະຊາທິປະໄຕປະຊາຊົນ ໄດ້ຮັບການປັບປຸງ, ກໍາລັງປະກອບອາວຸດປະຕິວັດໄດ້ເຕີບໃຫຍ່ເຂັ້ມແຂງ, ສະຖານະການສົງຄາມຢູ່ຫວຽດນາມ ແລະ ອິນດູຈີນ ໄດ້ມີການປ່ຽນແປງຢ່າງຕັ້ງໜ້າ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ຂອງພັກ, ຂອງປະທານ ໂຮ່ຈິມິນ ຜູ້ນໍາທີ່ຍິ່ງໃຫຍ່, ກອງທັບ ແລະ ປະຊາຊົນຫວຽດນາມ ສາມາດທັບມ້າງບັນດາແຜນການຂອງຈັກກະພັດລ່າເມືອງຂຶ້ນຝຣັ່ງເທື່ອລະກ້າວ ແລະ ໄດ້ສ້າງວິລະກໍາປະຫວັດສາດ, ໄຊຊະນະອັນສະຫວ່າງສະໄຫວ ແລະ ລືຊື່ ໃນບັ້ນຮົບດຽນບຽນຝູ້ ປີ 1954. ບົນຈິດໃຈ “ທຸກສິ່ງເພື່ອບັ້ນຮົບ”, “ທຸກຢ່າງເພື່ອແນວໜ້າ”, “ທັງໝົດເພື່ອໄຊຊະນະ”, ດ້ວຍກໍາລັງແຮງຂອງມະຫາສາມັກຄີທົ່ວປວງຊົນ ເປັນຈິດໜຶ່ງໃຈດຽວທັງຊາດ, ສຸມກໍາລັງຄົນ, ກໍາລັງວັດຖຸສິ່ງຂອງໃຫ້ແກ່ບັັ້ນຮົບ ດຽນບຽນຝູ້ ແລະ ສົມທົບກັບກໍາລັງແຮງຂອງຍຸກສະໄໝ, ການສະໜັບສະໜູນ, ຊ່ວຍເຫຼືອຂອງບັນດາປະເທດສັງຄົມນິຍົມ ແລະ ປະຊາຊົນຜູ້ກ້າວໜ້າ, ຮັກຫອມສັນຕິພາບຢູ່ໃນໂລກ ແລະ ອິນດູຈີນ, ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ດໍາເນີນບັ້ນຮົບດຽນບຽນຝູ້ທີ່ດຸເດືອດ, ຂ້ຽວຂາດ, ຕໍ່ສູ້ຢ່າງພິລະອາດຫານ ເພື່ອຍາດເອົາໄຊຊະນະທີ່ຕັດສິນຊີ້ຂາດ ນໍາເອົາຂະບວນການຕໍ່ສູ້ຕ້ານຈັກກະພັດຂອງປະຊາຊົນຫວຽດນາມ ໄປສູ່ໄຊຊະນະຢ່າງສົມບູນ.
ໄຊຊະນະບັ້ນຮົບດຽນບຽນຝູ້ ພ້ອມກັບໄຊຊະນະໃນບັ້ນຮົບຕ່າງໆ ໃນໄລຍະປີ 1953-1954 ໄດ້ສ້າງເງື່ອນໄຂສະພາບແວດລ້ອມທີ່ເອື້ອອໍານວຍ ແລະ ທ່າໄດ້ປຽບໃນການເຈລະຈາ ແລະ ກ້າວໄປເຖິງການເຊັນສັນຍາເຊີແນວ ຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບຢູ່ 3 ປະເທດອິນດູຈີນ: ຫວຽດນາມ, ລາວ, ກໍາປູເຈຍ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ. ຄຽງຄູ່ກັນນັ້ນ ພາກເໜືອຫວຽດນາມ ກໍໄດ້ຮັບການປົດປ່ອຍຢ່າງສົມບູນ ກ້າວຂຶ້ນສູ່ສັງຄົມນິຍົມ ອັນໄດ້ກາຍ ເປັນກໍາລັງແຮງຊຸກຍູ້ອັນໃຫຍ່ຫຼວງ ໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດ ໄດ້ຢ່າງມີໄຊ.
ພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ ໄດ້ສືບຕໍ່ນຳພາປະຊາຊົນຫວຽດນາມ ຜ່ານຜ່າບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການ ໂດຍສະເພາະໃນເງື່ອນໄຂສະພາບການພາກພື້ນ ແລະ ສາກົນກໍາລັງຜັນແປໄປຢ່າງສະຫຼັບສັບຊ້ອນໃນປັດຈຸບັນ, ສ້າງສາພັດທະນາປະເທດ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນ, ປົກປັກຮັກສາໝາກຜົນຂອງການປະຕິວັດ ໄວ້ໄດ້ຢ່າງໝັ້ນຄົງ ແລະ ປະຕິບັດແນວທາງການປ່ຽນແປງໃໝ່ ເພື່ອນຳເອົາປະເທດ ກ້າວຂຶ້ນຕາມທິດສັງຄົມນິຍົມຢ່າງໜັກແໜ້ນ ໂດຍສາ ມາດຍາດໄດ້ຜົນສໍາເລັດອັນເປັນພື້ນຖານ ແລະ ຮອບດ້ານ, ອັນໄດ້ເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບມີຄວາມເຂັ້ມ ແຂງ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະສູງ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນ, ການພົວພັນຮ່ວມມື ແລະ ເຊື່ອມໂຍງສາກົນໄດ້ຮັບການເປີດກວ້າງ, ບົດບາດອິດທິພົນຂອງພັກກອມມູນິດຫວຽດນາມ, ສາທາລະນະລັດ ສັງຄົມນິຍົມຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ໄຊຊະນະບັ້ນຮົບດຽນບຽນຝູ້ ປີ 1954 ເປັນໜຶ່ງໃນບັນດາມະຫາໄຊຊະນະຂອງພັກ, ກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໃນພາລະກິດຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ, ຈັກກະພັດຜູ້ຮຸກຮານ, ເປັນສັນ ຍາລັກຂອງການປະສານສົມທົບຕໍ່ສູ້ ລະຫວ່າງ ປະຊາຊົນ, ກໍາລັງປະກອບອາວຸດຂອງ ຫວຽດນາມ ແລະ ລາວ, ເປັນກໍາລັງແຮງອັນມະຫາສານຊຸກຍູ້ ຂະບວນການຕໍ່ສູ້ປົດປ່ອຍຊາດ ຂອງພັກ ແລະ ປະຊາຊົນລາວບັນດາເຜົ່າ ສໍາເລັດຜົນຢ່າງມີໄຊ. ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລ້ຳຄ່າມີປະສິດທິຜົນ ແລະ ທັນການແກ່ພາລະກິດການປະຕິວັດຂອງລາວໃນເມື່ອກ່ອນ ກໍຄື ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.
ອີກເທື່ອໜຶ່ງ, ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາໄຊຊະນະ ແລະ ຜົນງານອັນໃຫຍ່ຫຼວງ, ຮອບດ້ານທີ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໂດຍມີ ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນຜູ້ນໍາໜ້ານັ້ນ, ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກໄດ້ຢ່າງມີໄຊ ໃນການຫັນປະເທດເປັນອຸດສາຫະກໍາຕາມທິດທັນສະໄໝ ແລະ ບັນລຸເປົ້າໝາຍ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ, ສີວິໄລ.
ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ສວຍສົດງົດງາມຕະຫຼອດໄປ.
ໃນໂອກາດດຽວກັນນີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ກໍໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ເລຮວາຍຈຸງ ເລຂາທິການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເຊັ່ນດຽວກັນ.

ຄໍາເຫັນ

ແຈ້ງການ

ສານອວຍພອນວັນຊາດ ຈາກ ພະບາດສົມເດັດ ແຫ່ງ ຣາຊະອານາຈັກໄທ

ສານອວຍພອນວັນຊາດ ຈາກ ພະບາດສົມເດັດ ແຫ່ງ ຣາຊະອານາຈັກໄທ

ພະບາດສົມເດັດ ພຣະປໍຣະມາພິໄທ ມະຫາວະຊິຣາລົງກອນ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ: ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຂໍອວຍພອນໄຊມາຍັງ ພະນະທ່ານປະທານປະເທດ ຈົ່ງມີພະລານາໄມສົມບູນແຂງແຮງ ແລະ ມີຄວາມຜາສຸກ ພ້ອມທັງອວຍພອນໃຫ້ປະເທດຊາດ ແລະ ປະຊາຊົນລາວ ຈົ່ງຢູ່ເຢັນເປັນສຸກ ແລະ ຈະເລີນຮຸ່ງເຮື່ອງຍິ່ງໆຂຶ້ນໄປ.
ສານຊົມເຊີຍ

ສານຊົມເຊີຍ

ພະນະທ່່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ສົມເດັດ ທາມິນ ບິນ ຮາມັດ ອາລ ທານີ ກະສັດ ແຫ່ງ ລັດກາຕາ ທີ່ໂດຮາ ຊຶ່ງມີເນື້ອໃນວ່າ: ສົມເດັດ, ຕາງໜ້າປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ, ລັດຖະບານ ແລະ ປະຊາຊົນກາຕາ ເນື່ອງໃນໂອກາດວັນຊາດແຫ່ງລັດກາຕາ ຄົບຮອບ 147 ປີ.
ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ສປປ ລາວ  ຕໍ່ກັບສະພາບການຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ  ວັນທີ 11 ທັນວາ 2025

ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ສປປ ລາວ ຕໍ່ກັບສະພາບການຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ ວັນທີ 11 ທັນວາ 2025

ສປປ ລາວ ສະແດງຄວາມເປັນຫ່ວງ ຕໍ່ສະພາບຄວາມຂັດແຍ່ງທີ່ກຳລັງດຳເນີນຢູ່ ລະຫວ່າງ ກຳປູເຈຍ ແລະ ໄທ. ໃນຖານະປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັບທັງສອງປະເທດ,
ແຈ້ງການຂອງ ກະຊວງການຕ່າງປະເທດ

ແຈ້ງການຂອງ ກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ,​ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍ ພັນລະຍາ ຈະນຳພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມຢ່າງເປັນທາງການ ຢູ່ ສ. ເກົາຫຼີ ໃນລະຫວ່າງວັນທີ 14 - 15 ທັນວາ 2025,
ສານຊົມເຊີຍ

ສານຊົມເຊີຍ

ພະນະທ່ານ ທອງລຸນ ສີສຸລິດ ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ໄດ້ສົ່ງສານຊົມເຊີຍ ເຖິງ ສົມເດັດ ເຊກຄ໌ໂມຮາເມັດ ບິນ ຊາຢິດ ອາລ-ນາຢັນ, ປະທານາທິບໍດີ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ທີ່ ອາບູ ດາບີ ຊຶ່ງມີເນື້ອໃນວ່າ: ສົມເດັດ, ຕາງໜ້າປະ​ຊາ​ຊົນລາວ ທຸກຖ້ວນໜ້າ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ​ ມີ​ຄວາມ​ປິ​ຕິ​ຍິນ​ດີເປັນ​ຢ່າງ​ຍິ່ງສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ ສົມເດັດ ແລະ ປະ​ຊາ​ຊົນສະຫະນະຄອນ ເອເມຣັດ ອາຣັບ ເນື່ອງ​ໃນ​ໂອ​ກາດ​ ​ວັນ​ຊາດແຫ່ງສະຫະນະຄອນ ເອເມຣັດ ອາຣັບ ຄົບຮອບ 54 ປີ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແຫ່ງ ສສ. ຫວຽດນາມ ຈະຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນລະຫວ່າງວັນທີ 1 – 2 ທັນວາ 2025 ນີ້,
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຈະສະເດັດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການໃນລະຫວ່າງວັນທີ 17-21 ພະຈິກ 2025 ທີ່ຈະມາເຖິງນີ້, ຊຶ່ງເປັນການຢ້ຽມຢາມຕ່າງປະເທດ ຢ່າງເປັນທາງການຄັ້ງທຳອິດຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ.
ສານອວຍພອນປະທານປະເທດ

ສານອວຍພອນປະທານປະເທດ

ໃນວັນທີ13ພະຈິກ 2025 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງສົມເດັດພະລາຊາ ຊາວສ໌ ທີ IIIແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ທີ່ລອນດອນ ໂດຍມີເນື້ອໃນວ່າ: ເນື່ອງໃນໂອກາດວັນສະເຫຼີມສະຫຼອງພະຊົນພັນສາ ຂອງສົມເດັດພະລາຊາຄົບຮອບ 77 ພັນສາ,ຕາງໜ້າໃຫ້ປະຊາຊົນລາວແລະໃນນາມສ່ວນຕົວ,ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນແລະສົ່ງພອນໄຊອັນປະເສີດມາຍັງພະອົງແລະປະຊາຊົນແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອເພື່ອນມິດທຸກຖ້ວນໜ້າ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານຊາວີເອເບັດແຕນລ໌,ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າຕ່າງປະເທດ,ລັດຖະມົນຕີຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ,ທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາ ຄະນະຜູ້ແທນລາວ ເດີນທາງຢ້ຽມຢາມ ຢູ່ ປະເທດ ລຸກຊໍາບວກໃນວັນທີ 16 -18 ພະຈິກ 2025.
ສານສະແດງຄວາມເສົ້າສະຫຼົດໃຈ

ສານສະແດງຄວາມເສົ້າສະຫຼົດໃຈ

ພະນະ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ພະນະທ່ານ ນາງ ທາກະອິຈິ ຊານາເອະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ
ເພີ່ມເຕີມ