ຄະນະນໍາກະຊວງກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມພິທີໄວ້ອາໄລເຖິງດວງວິນຍານ ສະຫາຍ ເຈີນ ດຶກ ເລືອງ

ຄະນະນໍາກະຊວງກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມພິທີໄວ້ອາໄລເຖິງດວງວິນຍານ ສະຫາຍ ເຈີນ ດຶກ ເລືອງ

ຄະນະນໍາກະຊວງກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມພິທີໄວ້ອາໄລເຖິງດວງວິນຍານ ສະຫາຍ ເຈີນ ດຶກ ເລືອງ
ໃນວັນທີ 26 ພຶດສະພາ ຜ່ານມາ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ຄະນະນໍາ ກະຊວງກະສິກຳ ແລະ ປ່າໄມ້ ນຳໂດຍ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ, ໄດ້ເຂົ້າຮ່ວມພິທີໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ເຈີນ ດຶກ ເລືອງ ອະດີດກຳມະການກົມການເມືອງສູນກາງພັກ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກຳ

 

 ໃນວັນທີ 20 ພຶດສະພາ 2025 ທີ່ຜ່ານມາ, ພ້ອມທັງໄດ້ຮ່ວມຂຽນປຶ້ມໄວ້ອາໄລ, ຊຶ່ງມີເນື້ອໃນດັ່ງລຸ່ມນີ້:

ຂ້າພະເຈົ້າ, ຕາງໜ້າ ຄະນະພັກ, ຄະນະນໍາ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍພະນັກງານທົ່ວຂະແໜງກະສິກຳ ແລະ ປ່າໄມ້ ຂໍສະແດງຄວາມໂສກເສົ້າເສຍດາຍ ຕໍ່ການຈາກໄປຂອງ ສະຫາຍ ເຈີນ ດຶກ ເລືອງ ອະດີດກຳມະການກົມການເມືອງສູນກາງພັກ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ໂດຍບໍ່ມີວັນຄືນມາ.

ສະຫາຍ ເຈີນ ດຶກ ເລືອງ ມີຄຸນງາມຄວາມດີອັນໃຫຍ່ຫຼວງ ຕໍ່ປະເທດຊາດ ແລະ ປະຊາຊົນຫວຽດນາມ ທັງເປັນສ່ວນສໍາຄັນ ເພີ່ມພູນຄູນສ້າງສາຍພົວພັນ ແລະ ມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮ້ອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ຄຸນງາມຄວາມດີ ແລະ ຜົນງານອັນຍິ່ງໃຫຍ່ທີ່ສະຫາຍໄດ້ສ້າງໄວ້ ພວກເຮົາຈະນໍາໄປເປັນບົດຮຽນ ແລະ ຈາລຶກໄວ້ໃນຄວາມຊົງຈໍາຕະຫຼອດໄປ. ຂໍໃຫ້ດວງວິນຍານ ຂອງສະຫາຍ ເຈີນ ດຶກ ເລືອງ ຈົ່ງໄປສູ່ສຸຄະຕິດ້ວຍເຖີ້ນ.

(ຂ່າວ: ແສງຈັນ, ພາບ: ກປ)

ຄໍາເຫັນ

ຂ່າວການຮ່ວມມື

ສະຖານທູດອິນເດຍ ປະຈຳລາວ ຈັດກິດຈະກຳສະເຫຼີມສະຫຼອງວັນໂຍຄະສາກົນ

ສະຖານທູດອິນເດຍ ປະຈຳລາວ ຈັດກິດຈະກຳສະເຫຼີມສະຫຼອງວັນໂຍຄະສາກົນ

ສະຖານທູດອິນເດຍ ປະຈຳ ສປປ ລາວ ຈັດກິດຈະກຳສະເຫຼີມສະຫຼອງວັນໂຍຄະສາກົນ (IDY) ຄັ້ງທີ 11 ພາຍໃຕ້ຫົວຂໍ້ "ໂຍຄະສໍາລັບທຸກຄົນໃນໂລກ ແລະ ເພື່ອສຸຂະພາບຂອງທຸກຄົນ" ຂຶ້ນໃນວັນທີ 21 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ໂຢເກັສວາ ສັງວານ ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ, ທ່ານ ວິລາວົງ ບຸນສຸກໄທ ຮອງປະທານ - ເລຂາທິການຄະນະກຳມະທິການພາລາແລັມປິກແຫ່ງຊາດລາວ, ຫົວໜ້າກົມກິລາມວນຊົນພາລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍມວນຊົນໃນນະຄອນຫຼວງວຽງຈັນ ແລະ ນັກກິລາໂຍຄະຫຼາຍກວ່າ 1,000 ກວ່າ ຄົນເຂົ້າຮ່ວມ.
ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້າ ທີ່ ສປ ຈີນ

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້າ ທີ່ ສປ ຈີນ

ໃນຕອນເຊົ້າວັນທີ 19 ມິຖຸນາ ຜ່ານມາທີ່ ສປ ຈີນ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຖານະເປັນແຂກປະເທດກິດຕິມະສັກ ໄດ້ເຂົ້າຮ່ວມ ແລະ ໃຫ້ກຽດຂຶ້ນກ່າວຄຳປາໄສ ໃນພິທີເປີດງານສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9 ແລະ ງານວາງສະແດງການນໍາເຂົ້າ-ສົ່ງອອກສິນຄ້າຄຸນມິງ ສປ ຈີນ ຄັ້ງທີ 29 ພາຍໃຕ້ຫົວຂໍ້ “ຄວາມສາມັກຄີ ແລະ ການຮ່ວມມື ເພື່ອການພັດທະນາ - Solidarity and Coordination for Common Development”.
ຜູ້ຜະລິດເຄື່ອງປຸງອາຫານຊັ້ນນໍາຂອງ Haitian ເຂົ້າຕະຫຼາດຫຼັກຊັບຮົງ​ກົງ ຮຸ້ນເພີ່ມຂຶ້ນຫຼາຍກວ່າ 3%

ຜູ້ຜະລິດເຄື່ອງປຸງອາຫານຊັ້ນນໍາຂອງ Haitian ເຂົ້າຕະຫຼາດຫຼັກຊັບຮົງ​ກົງ ຮຸ້ນເພີ່ມຂຶ້ນຫຼາຍກວ່າ 3%

ບໍລິສັດ Haitian ເຄື່ອງປຸງອາຫານ ແລະ ອາຫານ ຈໍາ​ກັດ (03288.HK) ໄດ້ເປີດຕົວຄັ້ງທໍາອິດໃນຕະຫຼາດຫຼັກຊັບຮົງ​ກົງໃນວັນພະຫັດທີ່ຜ່ານມານີ້, ກາຍເປັນບໍລິສັດເຄື່ອງປຸງອາຫານເຈົ້າທໍາອິດທີ່ໄດ້ເປີດຕົວໃນຕະຫຼາດຫຼັກຊັບຮົງກົງ ທັງ A-share ແລະ H-share.
ທ່ານທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີແຫ່ງສະມາພັນທະລັດສະວິດ

ທ່ານທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີແຫ່ງສະມາພັນທະລັດສະວິດ

ວັນທີ 17 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງເບີນ ສະມາພັນທະລັດສະວິດ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານນາງ ກາຣິນ ແຄເລີ ຊຸດເຕີ (Karin Keller Sutter) ປະທານາທິບໍດີແຫ່ງສະມາພັນທະລັດສະວິດ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ປະຈໍາສະມາພັນທະລັດສະວິດ ຊຶ່ງມີສະຖານທູດຕັ້ງຢູ່ເຊີແນວ.
ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດຕີມໍ-ເລສເຕ

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດຕີມໍ-ເລສເຕ

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຟີໂລເມໂນ ອາລິໂຊ ດາ ຄຣູສ (Filomeno Aleixo da Cruz) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ປະຈໍາ ສປປ ລາວ ໃນຕອນເຊົ້າວັນທີ 18 ມິຖຸນາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງຫຼວງພະບາງ

ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງຫຼວງພະບາງ

ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ສະຫາຍ ນາງ ກຽວ ທິ ຮັ່ງ ຟຸກ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງ ຫຼວງພະບາງ ໃນວັນທີ 17 ມິຖຸນາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ຄໍາມ່ວນ ແລະ ກຸ້ຍໂຈ ລົງນາມຮ່ວມມືສ້າງສາຍພົວພັນມິດຕະພາບ

ຄໍາມ່ວນ ແລະ ກຸ້ຍໂຈ ລົງນາມຮ່ວມມືສ້າງສາຍພົວພັນມິດຕະພາບ

ພິທີເຊັນບົດບັນທຶກ ເຈດຈໍານົງ ວ່າດ້ວຍການສ້າງຕັ້ງສາຍພົວພັນມິດຕະພາບ ລະຫວ່າງ ແຂວງຄໍາມ່ວນ ສປປ ລາວ ແລະ ແຂວງກຸ້ຍໂຈ ສປ ຈີນ ຈັດຂຶ້ນໃນວັນທີ 17 ມິຖຸນາຜ່ານມາ ທີ່ສໍານັກງານອົງການປົກຄອງ ແຂວງກຸ້ຍໂຈ, ໃຫ້ກຽດລົງນາມເຊັນບົດບັນທຶກໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ຫຼີປິນຈູນ ເຈົ້າແຂວງ ກຸ້ຍໂຈ.
ທູດຫວຽດນາມ ພົບປະບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ປະຈໍາລາວ

ທູດຫວຽດນາມ ພົບປະບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ປະຈໍາລາວ

ການພົບປະ ແລະ ເຮັດວຽກຢ່າງເປັນທາງການລະຫວ່າງສະຖານທູດຫວຽດນາມ ແລະ ບັນດາອົງການຄຸ້ມຄອງວຽກງານສື່ມວນຊົນ, ບັນດາອົງການສື່ມວນຊົນຂອງລາວ ແລະ ບັນດາສຳນັກງານຜູ້ຕາງໜ້າສື່ມວນຊົນຫວຽດນາມປະຈຳ ສປປ ລາວ ຄັ້ງທຳອິດ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ ຜ່ານມາ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ຊຶ່ງການພົບປະຄັ້ງນີ້ ແນໃສ່ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງສະຖານທູດ ກັບບັນດາອົງການຂ່າວສານ ກໍຄືອົງການສື່ມວນຊົນລາວ ແລະ ອົງການສື່ມວນຊົນຫວຽດນາມ ປະຈໍາລາວ.
ອົງການໄອຍະການແຂວງກວາງນາມ ພົບປະເຈົ້າແຂວງເຊກອງ

ອົງການໄອຍະການແຂວງກວາງນາມ ພົບປະເຈົ້າແຂວງເຊກອງ

ໃນວັນທີ 17 ມິຖຸນາຜ່ນມາ, ທ່ານ ນາງ ຫງວຽນ ທິ ກິມ ຮົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງກວາງນາມ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າພົບປະ ທ່ານ ເຫຼັກໄຫລ ສີວິໄລ ເຈົ້າແຂວງເຊກອງ ຢູ່ທີ່ຫ້ອງວ່າການແຂວງ.
ໄອຍະການປະຊາຊົນແຂວງເຊກອງ ແລະ 2 ແຂວງ 1 ນະຄອນ ຂອງ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ

ໄອຍະການປະຊາຊົນແຂວງເຊກອງ ແລະ 2 ແຂວງ 1 ນະຄອນ ຂອງ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ

ໃນວັນທີ 17 ມິຖຸນານີ້ ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນແຂວງເຊກອງ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນອົງການໄອຍະການປະຊາຊົນ ແຂວງເຊກອງ ສປປ ລາວ ແລະ ຄະນະຜູ້ແທນອົງການໄອຍະການປະຊາຊົນ ແຂວງກວາງນາມ, ແຂວງກອນຕູມ ແລະ ນະຄອນເທື່ອທຽນເຫວ້ ສສ ຫວຽດນາມ ໂດຍມີທ່ານ ຄຳບາງ ພະສະແຫວງ ຫົວໜ້າອົງການໄອຍະການແຂວງເຊກອງ ພ້ອມຄະນະ; ມີທ່ານ ຫງວຽນ ທິ ກິມ ຮົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງກວາງນາມ, ທ່ານ ຟ້າມ ມິງ ກື້ ຫົວໜ້າອົງການໄອຍະການປະຊາຊົນແຂວງກອນຕູມ ແລະ ທ່ານ ເຈີ່ນ ເຢີນ ເວື້ອງ ຮອງຫົວໜ້າອົງການໄອຍະການປະຊາຊົນນະຄອນເທື່ອທຽນເຫວ້ ພ້ອມຄະນະ ເຂົ້າຮ່ວມ.
ເພີ່ມເຕີມ