ຄະນະປະຈຳສະພາແຫ່ງຊາດ ສະເໜີ ໃຫ້ລັດຖະບານເອົາໃຈໃສ່ຫຼາຍບັນຫາ

ຄະນະປະຈຳສະພາແຫ່ງຊາດ ສະເໜີ ໃຫ້ລັດຖະບານເອົາໃຈໃສ່ຫຼາຍບັນຫາ
ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ຕາງໜ້າຄະນະປະຈຳ ສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງນຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ໃນກອງປະຊຸມ ສະໄມວິສາມັນ ເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ X, ໃນວັນທີ 6 ກໍລະກົດ, ທີ່ສະພາແຫ່ງຊາດ, ໂດຍການເປັນ ປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ.

ທ່ານ ວິໄລວົງ ບຸດດາຄຳ ກ່າວວ່າ: ຄະນະປະຈຳສະພາແຫ່ງຊາດ ເຫັນດີຕໍ່ການສະເໜີແຜນວຽກຈຸດສຸມ ແລະ ມາດຕະການ ຂອງລັດຖະບານ ໃນໄລຍະ 6 ເດືອນທ້າຍປີ 2026 ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນການດັ່ງກ່າວ ມີຜົນສໍາເລັດ, ຄະນະປະຈຳສະພາແຫ່ງຊາດ ສະເໜີ ບາງມາດຕະການເພີ່ມເຕີມ ດັ່ງນີ້:

1. ສືບຕໍ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີການຂະຫຍາຍຕົວ, ມີຄຸນນະພາບ, ຮັກສາສະຖຽນລະພາບດ້ານການເງິນ-ເງິນຕາ ໃຫ້ມີຄວາມໜັກແໜ້ນ, ຕໍ່ເນື່ອງ, ຍືນຍົງ ແລະ ບັນລຸຕາມແຜນການ;

2. ສືບຕໍ່ຊຸກຍູ້ສົ່ງເສີມການລົງທຶນ ພາຍໃນ ແລະ ຕ່າງປະເທດ ໃນຂະແໜງການທີ່ຕ້ອງການ ຢ່າງມີຈຸດສຸມ ໂດຍສະເພາະ ການຜະລິດກະສິກຳ ເພື່ອຮັບປະກັນການຄໍ້າປະກັນສະບຽງອາຫານ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະ ອຸດສາຫະກຳ ເພື່ອທົດແທນການນໍາເຂົ້າ ໂດຍຫັນປ່ຽນຈາກແນວຄິດແບບເປັນແຕ່ລະໂຄງການ ມາສູ່ການຄິດ ແບບເປັນລະບົບ ທີ່ມີການເຊື່ອມໂຍງລະຫວ່າງ ການຜະລິດ, ການປຸງແຕ່ງ, ການຂົນສົ່ງ, ການຕະຫຼາດ ເຂົ້າກັນ ເປັນຕ່ອງໂສ້ມູນຄ່າ ທີ່ສາມາດສ້າງລາຍຮັບທີ່ຍືນຍົງໃຫ້ກັບປະຊາຊົນ ຕິດພັນກັນກັບ ວາລະແຫ່ງຊາດວ່າດ້ວຍການ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍການສ້າງເສດຖະກິດຂຶ້ນມາຈາກຮາກຖານ, ສ່ວນການຂຸດຄົ້ນ ຫຼື ນໍາໃຊ້ຊັບພະຍາກອນທຳມະຊາດ ອາດບໍ່ຈຳເປັນໃຫ້ການຍົກເວັ້ນ ຫຼື ຜ່ອນຜັນໃດໆ, ສ້າງມູນຄ່າເພີ່ມເປັນສິນຄ້າສົ່ງອອກໃຫ້ມີຄວາມຫຼາກຫຼາຍ ແລະ ເພີ່ມຜົນຜະລິດທີ່ມີຄຸນນະພາບ, ຫຼຸດຜ່ອນການສົ່ງອອກວັດຖຸດິບ ກະສິກຳ, ແຮ່ທາດ, ການຂາຍໄຟຟ້າໂດຍກົງຈາກໂຄງການໄປຕ່າງປະເທດ, ມີມາດຕະການປົກປ້ອງປົກປ້ອງຜູ້ຜະລິດພາຍໃນ ທີ່ເໝາະສົມ ເພື່ອໃຫ້ເວລາແກ່ເຂົາເຈົ້າ ພັດທະນາຕົນເອງໃຫ້ເຂັ້ມແຂງ;

3. ສືບຕໍ່ພັດທະນາຂະແໜງການທີ່ເປັນທ່າແຮງ ເປັນຕົ້ນ ອຸດສາຫະກຳພະລັງງານໄຟຟ້າ ແລະ ບໍ່ແຮ່ ໃຫ້ກາຍເປັນເສົາຄໍ້າ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂດຍສະເພາະ ການພັດທະນາພະລັງງານສະອາດ ເປັນມິດຕໍ່ສິ່ງແວດລ້ອມ ໃຫ້ກວມສ່ວນໃຫຍ່ ແລະ ພິຈາລະນາພະລັງງານຖ່ານຫີນຈໍານວນໜຶ່ງຢ່າງເລັ່ງດ່ວນ ຕາມຍຸດທະສາດ ຂອງຂະແໜງການ ເພື່ອຮັບປະກັນສະຖຽນລະພາບ ແລະ ການສະໜອງໄຟ ໄລຍະລະດູແລ້ງ ໃຫ້ພຽງພໍ ແລະ ມີແຜນໃຫ້ກຸ້ມຕົນເອງໄດ້ພາຍໃນປີ 2030. ນໍາໃຊ້ທ່າແຮງ ຕ່າງໆ ເພື່ອໃຫ້ ສປປ ລາວ ກາຍເປັນສູນກາງການຄ້າພະລັງງານໃນ ຂົງເຂດພາກພື້ນ, ຊຸກຍູ້ກົນໄກການຄ້າລະຫວ່າງລະບົບສູ່ລະບົບ, ປັບປຸງອັດຕາພັນທະໄຟຟ້າທີ່ສົ່ງອອກຂາຍໃຫ້ຕ່າງປະເທດ ໃຫ້ມີຄວາມເໝາະສົມ, ສະໜອງພະລັງງານພາຍໃນໃຫ້ພຽງພໍ, ສ້າງລາຍຮັບເຂົ້າງົບປະມານໃຫ້ເພີ່ມຂຶ້ນ ໂດຍຢຸດຕິການຍົກເວັ້ນພາສີ-ອາກອນເກີນກວ່າທີ່ກົດໝາຍວ່າດ້ວຍສົ່ງເສີມການລົງທຶນ ໄດ້ກຳນົດໄວ້;

4. ສືບຕໍ່ຄຸ້ມຄອງ ແລະ ຕິດຕາມກວດກາຂະແໜງແຮ່ທາດໃຫ້ເຂັ້ມງວດ ເດັດຂາດ ໃນນັ້ນ ໃຫ້ມີກໍານົດເວລາພາຍໃນ 2-3 ປີ ໃຫ້ຢຸດຕິການສົ່ງອອກແຮ່ດິບ, ເພື່ອກະຕຸ້ນໃຫ້ເກີດມີການກໍ່ສ້າງໂຮງງານຫຼອມ, ປຸງແຕ່ງ ແຮ່ທາດເຂັ້ມຂຸ້ນ ເຊັ່ນ: ຄໍາ, ທອງແດງ, ເງິນ ທີ່ເຮົາມີໂຮງງານຫຼອມແລ້ວ ຄວນຢຸດຕິເດັດຂາດສົ່ງອອກແຮ່ດິບ ຫຼື ແຮ່ເຂັ້ມຂຸ້ນດັ່ງກ່າວທັນທີ, ພ້ອມທັງເປີດກວ້າງຮັບຕະຫຼາດໃໝ່ ເພື່ອປ້ອງກັນການຜູກຂາດດ້ານລາຄາ ສໍາລັບບາງແຮ່ທາດ ຍຸດທະສາດ, ດັດສົມໂຄງການຂຸດຄົ້ນແຮ່ຫາຍາກ, ປະຕິບັດມາດຕະການເດັດຂາດຕໍ່ໂຄງການແຮ່ທາດ ທີ່ຜ່ານການປະເມີນຈັດຢູ່ໃນລະດັບປະເພດ C ຫຼື C+ ຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2023 ແລະ 133/ສພຊ, ລົງວັນທີ 01 ກໍລະກົດ 2024 ໃຫ້ສໍາເລັດໃນປີ 2026; ຮີບຮ້ອນກໍານົດຄືນໃໝ່ ປະເພດ ແຮ່ທາດທີ່ເປັນຍຸດທະສາດ ແລະ ແຮ່ທາດທົ່ວໄປ, ກຳນົດເຂດສະຫງວນ, ເຂດຫວງຫ້າມ, ເຂດທີ່ ອະນຸຍາດໃຫ້ຂຸດຄົ້ນ ໃຫ້ຈະແຈ້ງຊັດເຈນ. ສໍາລັບໂຄງການຢູ່ໃນໄລຍະສຶກສາ ກ່ອນຈະກ້າວເຂົ້າສູ່ໄລຍະຂຸດຄົ້ນໃນຕໍ່ໜ້າ ໃຫ້ຄັດເລືອກເອົາໂຄງການທີ່ເຫັນວ່າຄົບທຸກເງື່ອນໄຂ ເປັນມືອາຊີບ, ມີປະສົບການ, ທຶນຮອນ ແລະ ມີ ເຕັກນິກວິຊາການ ທີ່ສາມາດຢັ້ງຢືນໄດ້ ແລະ ມີກົນໄກໃນການຄຸ້ມຄອງການຂຸດຄົ້ນໄປຕາມການອອກແບບ ຫຼື ແຜນການທີ່ວາງໄວ້ ເພື່ອຮັບປະກັນຄວາມປອດໄພ ແລະ ຜົນປະໂຫຍດຂອງປະຊາຊົນ, ລັດ ແລະ ຜູ້ລົງທຶນ ໃຫ້ເໝາະສົມ.

5. ຈັດຕັ້ງປະຕິບັດ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງໂຄງການພັດທະນາ ຢ່າງເຂັ້ມງວດ ພ້ອມທັງປະເມີນຜົນແຜນການດັ່ງກ່າວຢ່າງເປັນປະຈໍາ ເພື່ອຫຼີກລຽງບັນຫາຜົນກະທົບຕໍ່ສິ່ງແວດລ້ອມທີ່ຈະເກີດຂຶ້ນໃນຕໍ່ໜ້າ; ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນການ ປູກປ່າທົດແທນ ແລະ ການປົກປັກຮັກສາປ່າໄມ້ ຂອງໂຄງການລົງທຶນ ທີ່ໄດ້ຮັບອະນຸມັດໃຫ້ຫັນປ່ຽນທີ່ດິນປ່າໄມ້ ເພື່ອຮັບປະກັນໃຫ້ເນື້ອທີ່ປ່າປົກຫຸ້ມໃຫ້ໄດ້ 65% ໃນປີ 2030 ທີ່ຂະແໜງການກະສິກຳ ແລະ ສິ່ງແວດລ້ອມສະເໜີ;

6. ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດຄາດໝາຍດ້ານງົບປະມານ ໃຫ້ເຂັ້ມງວດ ແລະ ຫັນເປັນທັນສະໄໝ ໂດຍການຂະຫຍາຍຖານພາສີ-ອາກອນ ແລະ ຈັດເກັບລາຍຮັບໃຫ້ໄດ້ຕາມແຜນການ ຫຼື ລື່ນແຜນ ໂດຍນໍາໃຊ້ລະບົບອີເລັກໂຕນິກ (E-Tax Invoice, Tax Ris) ໃຫ້ກວມອັດຕາສ່ວນຫຼາຍໃນທົ່ວປະເທດ ເພື່ອເຊື່ອມຕໍ່ລະບົບໃບບິນ ຂອງກະຊວງການເງິນ ໃຫ້ເປັນເອກະພາບ, ສະກັດກັ້ນການຈັດເກັບອາກອນແບບຕໍ່ລອງມອບເໝົາ, ຈັດເກັບພາສີ-ອາກອນນໍ້າມັນເຊື້ອໄຟ, ພະລັງງານໄຟຟ້າ, ບໍ່ແຮ່, ການຂົນສົ່ງ, ຄ່າເຊົ່າ-ສຳປະທານ, ທຸລະກິດອີເລັກໂຕນິກ ແລະ ຂະແໜງບໍລິການຕ່າງໆ ໃຫ້ຄົບຖ້ວນຕາມກົດໝາຍ.

7. ສືບຕໍ່ຈັດສັນງົບປະມານຂອງລັດໃຫ້ໄດ້ຕາມແຜນການ ຄຽງຄູ່ກັບການຄົ້ນຄວ້າສ້າງແຜນການຊຳລະໜີ້ສິນຕ່າງປະເທດ ໃຫ້ມີແຫຼ່ງທຶນຊໍາລະທີ່ແນ່ນອນ, ໝັ້ນຄົງ ແລະ ຍືນຍົງ ໂດຍການນໍາໃຊ້ທ່າແຮງລາຍຮັບໄລຍະຍາວ ຈາກໂຄງການພະລັງງານໃນການເຈລະຈາປັບປຸງໂຄງສ້າງໜີ້ສິນ ແລະ ຫຼີກລ່ຽງການຂາຍຮຸ້ນ ຫຼື ຊັບສິນທີ່ຈະສ້າງລາຍຮັບ ໄລຍະຍາວແກ່ງົບປະມານແຫ່ງລັດ;

8. ຫຼຸດຜ່ອນ ການສະເໜີຂໍຍົກເວັ້ນ, ການຫຼຸດຜ່ອນ ພາສີ-ອາກອນ ໃນທຸກກິດຈະການ ຫຼື ການລົງທຶນ ທີ່ບໍ່ນອນໃນກິດຈະການສະເພາະທີ່ຕ້ອງການສົ່ງເສີມພິເສດ ແລະ ເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ ໃຫ້ມີຜົນສັກສິດ.

9. ສືບຕໍ່ປະຕິບັດນະໂຍບາຍຮັກສາສະຖຽນລະພາບດ້ານເງິນຕາ, ນໍາເຂົ້າເງິນຕາຈາກການລົງທຶນ ແລະ ການສົ່ງອອກສິນຄ້າ ຜ່ານລະບົບທະນາຄານໃຫ້ເພີ່ມຂຶ້ນ, ຂະຫຍາຍລະບົບຕະຫຼາດແລກປ່ຽນເງິນຕາຂອງລາວ (LFX). ຄຸ້ມຄອງ ລາຄາສິນຄ້າ ແລະ ບໍລິການ ໃຫ້ມີຄວາມກົມກຽວກັນ ໃນໄລຍະການຂຶ້ນ-ລົງຂອງລາຄານໍ້າມັນ, ອັດຕາແລກປ່ຽນ ແລະ ປັດໃຈອື່ນໆ ຈາກພາຍນອກ ໂດຍສະເພາະ ຕໍ່ກັບໝວດສິນຄ້າ ແລະ ບໍລິການພື້ນຖານ ທີ່ສົ່ງຜົນກະທົບຕໍ່ ການດໍາລົງຊີວິດຂອງ ປະຊາຊົນບັນດາເຜົ່າ, ພະນັກງານ-ລັດຖະກອນ ແລະ ທະຫານ-ຕໍາຫຼວດ,

10. ສຸມໃສ່ກໍ່ສ້າງ ແລະ ບູລະນະ ສ້ອມແປງທາງ ໃຫ້ໄດ້ມາດຕະຖານ ແລະ ສາມາດນໍາໃຊ້ໄດ້ປົກກະຕິ ໃຫ້ສົມຄູ່ ກັບງົບປະມານການລົງທຶນ, ສືບຕໍ່ປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໄລຍະໃໝ່ ຕາມມະຕິ ສະບັບເລກທີ 165/ສພຊ, ລົງວັນທີ 26 ມິຖຸນາ 2025 ໃຫ້ສໍາເລັດ ເພື່ອເຊື່ອມຕໍ່ ເຂດຜະລິດ, ໂຮງງານປຸງແຕ່ງ, ການຂົນສົ່ງສິນຄ້າ, ການສັນຈອນຂອງປະຊາຊົນ ແລະ ການທ່ອງທ່ຽວ,

11. ທົບທວນຄືນ ແລະ ມີລະບົບກົນໄກໃນການສ້າງລາຍຮັບທາງກົງໃຫ້ແກ່ປະເທດຊາດ ຈາກການເປັນປະເທດເຊື່ອມຈອດ ເຊື່ອມໂຍງ ທີ່ມີທ່າບົກ ແລະ ເສັ້ນທາງເຊື່ອມຕໍ່ລະຫວ່າງປະເທດ.

12. ເອົາໃຈໃສ່ປະຕິບັດຄາດໝາຍທີ່ຍັງມີຄວາມຄືບໜ້າໜ້ອຍຂອງຂະແໜງການສຶກສາ ແລະ ສາທາລະນະສຸກ ໃຫ້ບັນລຸຕາມແຜນການ ເປັນຕົ້ນການແກ້ໄຂບັນຫາການຂາດແຄນຄູ ແລະ ແພດຢູ່ຊົນນະບົດ, ການປະລະການຮຽນ, ຄຸນນະພາບຂອງຄູ ແລະ ນັກຮຽນ, ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອເປີດສົກຮຽນໃໝ່, ການປັບປຸງລະບົບການສຶກສາສາຍສາມັນຈາກ 5+4+3 ເປັນ 6+3+3; ອັດຕາເກີດລູກມີແພດຊ່ວຍ, ອັດຕາການໃຫ້ວັກຊິນກັນພະຍາດໃຫ້ ເດັກລຸ່ມ 1 ປີ.

13. ສືບຕໍ່ປະຕິບັດຄາດໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບການກໍ່ສ້າງຮາກຖານ ການເມືອງໃຫ້ແຂງແຮງກວ່າເກົ່າ ຕາມຈຸດສຸມລັດຖະບານ ແລະ ທ້ອງຖິ່ນ, ສືບຕໍ່ສ້າງຕັ້ງຕາແສງໃຫ້ສໍາເລັດ ຕາມຄາດໝາຍ 617 ຕາແສງ ໃນກາງປີ 2027, ພ້ອມທັງ ສະໜອງງົບປະມານໃຫ້ພຽງພໍໃນການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານດັ່ງກ່າວ;

14. ເອົາໃຈໃສ່ການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະ ສາຂາວິຊາຮຽນ, ວິຊາຊີບໃຫ້ສອດຄ່ອງກັບທ່າອ່ຽງຂອງຍຸກສະໄໝ ແລະ ໄປລວງດຽວກັບຍຸດທະສາດການພັດທະນາເສດຖະກິດ-ສັງຄົມ, ການຜະລິດ ແລະ ການບໍລິການ ເພື່ອຍົກສະມັດຖະພາບການຜະລິດໃຫ້ສູງຂຶ້ນ ດ້ວຍການປັບປຸງລະບົບການສຶກສາ, ພັດທະນາແຮງງານ ໃຫ້ມີທັກສະ, ພັດທະນາໂຄງລ່າງພື້ນຖານທີ່ມີຈຸດສຸມ, ປັບປຸງສູນພັດທະນາສີມືແຮງງານ ແລະ ໂຄງສ້າງຄ່າແຮງງານ ໃຫ້ມີຄວາມເໝາະສົມ ເພື່ອສະໜອງແຮງງານໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດແຮງງານ ພາຍໃນ ແລະ ຕ່າງປະເທດ;

15. ເອົາໃຈໃສ່ພັດທະນາ ແລະ ຂະຫຍາຍຜະລິດຕະພັນການທ່ອງທ່ຽວ ໃຫ້ເປັນທ່າແຮງລະດັບຊາດ, ອາຊຽນ, ພາກພື້ນ ແລະ ສາກົນ ໃນການສົ່ງເສີມ ແລະ ພັດທະນາ ການທ່ອງທ່ຽວແບບລະບົບນິເວດ, ຊຸມຊົນມີສ່ວນຮ່ວມ ນໍາໃຊ້ ມໍລະດົກວັດທະນະທຳ, ບຸນປະເພນີ ຂອງຊາດ ແລະ ທ້ອງຖິ່ນ.

(ຂ່າວ:ສຳນານ, ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ