ຄູລາວ ໄດ້ຮັບລາງວັນລາງວັນສົມເດັດເຈົ້າຟ້າມະຫາຈັກກຣີເປັນ 5 ລຸ້ນ

ຄູລາວ ໄດ້ຮັບລາງວັນລາງວັນສົມເດັດເຈົ້າຟ້າມະຫາຈັກກຣີເປັນ 5 ລຸ້ນ
ຄະນະມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ໄດ້ພົບປະກັບບັນດາຄູລາວທີ່ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ, ໃນວັນທີ 4 ຕຸລາ ຜ່ານມາ ທີ່ສະຖານສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ ຊຶ່ງມີພາກສ່ວນທີ່ກ່ຽວຂ້ອງ ແລະ ສີື່ມວນຊົນເຂົ້າຮ່ວມ.
    ໃນການພົບປະຄັ້ງນີ້ ໄດ້ຮັບຟັງການນຳເໜີຄວາມເປັນມາຂອງລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຊຶ່ງລາງວັນດັ່ງກ່າວເປັນລາງວັນເພື່ອຍ້ອງຍໍເຊີດຊູກຽດຄູຜູ້ມີຜົນງານດີເດັ່ນ ແລະ ສ້າງຄຸນປະໂຫຍດຕໍ່ການສຶກສາໃນປະເທດຕ່າງໆໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ລວມມີ 11 ປະເທດຄື: ປະເທດບຣູໄນ, ອິນໂດເນເຊຍ, ກຳປູເຈຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ຕີມໍເລັດສະເຕ, ຫວຽດນາມ ແລະ ໄທ ຊຶ່ງການດຳເນີນການຄັດເລືອກຄູແມ່ນທຸກໆ 2 ປີ ໂດຍຄະນະກຳມະການມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຈະສະເໜີກອບແນວຄິດ ແລະ ຄຸນລັກສະນະສະເພາະຂອງຄູຜູ້ສົມຄວນໄດ້ຮັບພຣະລາຊະທານລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ໄປຫາກະຊວງສຶກສາທິການ 11 ປະເທດ, ສ່ວນການກຳນົດການຄັດເລືອກ ແລະ ກົນໄກແມ່ນຂຶ້ນກັບການພິຈາລະນາຂອງແຕ່ລະປະທດ  ຊຶ່ງແຕ່ລະປະເທດແມ່ນເລືອກເອົາຄູ 1 ຄົນ.
    ສຳລັບ ຄູຈາກ ສປປ ລາວ ທີ່ໄດ້ຮັບລາງວັນລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຜ່ານມາປະກອບມີ: ທ່ານນາງ ຄຳສ້ອຍ ວົງສຳພັນ ຈາກນະຄອນຫຼວງວຽງຈັນ (ປີ 2015), ທ່ານ ນາງ ຄຸນວິໄລ ເຄນກິດຕິສັກ ຈາກນະຄອນຫຼວງວຽງຈັນ (ປີ 2017), ທ່ານ ໄພສະນິດ ປັນຍາສະຫວັດ ຈາກແຂວງຫຼວງພະບາງ (ປີ 2019), ທ່ານ ນາງ ແສງເພັດ ຄຸນປະເສີດ ຈາກແຂວງອຸດົມໄຊ (ປີ 2021) ແລະ ສຳລັບທ່ານ ນາງ ກິມເຟືອງ ເຮືອງມະນີ  ຈາກແຂວງເຊກອງ (ປີ 2023) ຊຶ່ງຈະໄປຮັບເອົາລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ເປັນລຸ້ນທີ 5 ໃນວັນທີ 17 ຕຸລາ 2023 ທີ່ຈະມາເຖິງ ທີ່ກຸງເທບມະຫານະຄອນ ປະເທດໄທ.
    ບັນດາຄູທີ່ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ແຕ່ລະລຸ້ນທີ່ຜ່ານມາແມ່ນມີກຽດສັກສີອັນສູງສົ່ງຕໍ່ກັບຜູ້ທີ່ມີອາຊີບເປັນຄູ ທັງເປັນການໃຫ້ກຳລັງໃຈໃຫ້ແກ່ຄູ, ເປັນໂອກາດໃຫ້ບັນດາຄູທີ່ມີຄຸນງາມຄວາມດີ ຄວາມເກັ່ງກ້າສາມາດ ໄດ້ມີການພັດທະນາຕໍ່ໄປໃນຕົວ ແລະ ພັດທະນາທາງດ້ານການສຶກສາ ແລະ ພັດທະນາລວມກັບບັນດາຄູໃນ 10 ປະເທດ, ສະນັ້ນບັນດາຄູທັງໝົດເຫຼົ່ານີ້ຈະເປັນສື່ໂຄສະນາເຜີຍແຜ່ຄຸນງາມຄວາມດີອອກໃຫ້ບັນດາຄູໃນທົ່ວປະເທດ ແລະ ເພື່ອນຄູທົ່ວອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບຮູ້ເຖິງວຽກງານການພັດທະນາການສຶກສາ.      
(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ເປີດໂຄງການ ກະເປົາແຫ່ງຄວາມຮັກສາກົນປີ 2026

ເປີດໂຄງການ ກະເປົາແຫ່ງຄວາມຮັກສາກົນປີ 2026

ພິທີເປີດໂຄງການ "ກະເປົາແຫ່ງຄວາມຮັກສາກົນ ປະຈໍາປີ 2026" ເພື່ອສືບຕໍ່ມອບອຸປະກອນການຮຽນ-ກິລາ ແລະ ສົ່ງມອບຄວາມຮັກຂ້າມພົມແດນໃຫ້ເດັກນ້ອຍນັກຮຽນໃນເຂດຫ່າງໄກສອກຫຼີກ ໂດຍການຮ່ວມມືລະຫວ່າງ ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ແລະ ມູນນິທິຈີນ ເພື່ອພັດທະນາຊົນນະບົດ ຈັດຂຶ້ນໃນວັນທີ 9 ມິຖຸນານີ້ ທີ່ໂຮງຮຽນມັດທະຍົມສົມບູນນາຊາຍທອງ ເມືອງນາຊາຍທອງ ນະ ຄອນຫຼວງວຽງຈັນ (ນວ) ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສສກ, ມີທ່ານ ຫວາງ ຊ່າງ ທີ່ປຶກສາຝ່າຍການທູດ ຈາກສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງ ສສກ ແລະ ທ່ານ ນາງ ລີປາເອ້ຍ ລີບົວປາວ ຫົວໜ້າພະແນກ ສສກ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກິດຈະກໍາວັນແຫ່ງການສົນທະນາ ລະຫວ່າງອາລິຍະທຳສາກົນ

ກິດຈະກໍາວັນແຫ່ງການສົນທະນາ ລະຫວ່າງອາລິຍະທຳສາກົນ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບ ສູນວັດທະນະທໍາຈີນປະຈໍາລາວ ຈັດກິດຈະກໍາວັນແຫ່ງການສົນທະນາ ລະຫວ່າງອາລິຍະທຳສາກົນ ຂຶ້ນໃນວັນທີ 8 ມິຖຸນາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ຈຳພອນ ວົງສາ ຫົວໜ້າກົມວັດທະນະທຳ ແລະ ສິລະປະການສະແດງ ກະຊວງ ວທ, ມີທ່ານ ໂຫຼ ເວີ້ຍ ຈ້ຽນ ຫົວໜ້າສູນວັດທະນະທໍາຈີນປະຈໍາລາວ, ມີເລຂາຄະນະກວດກາວິໄນ ຄະນະສິລະປະການຟ້ອນ ວິທະຍາໄລວິຊາຊີບສິລະປະເຈີ້ຈຽງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດບົດໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ

ເປີດບົດໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ

ເວທີປຶກສາຫາລືການລວມຕົວຂອງສື່ມວນຊົນ ເພື່ອການເຕີບໂຕຮ່ວມກັນ:ເປີດບົດໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ” ໂດຍສູນອາຊຽນ-ຈີນ (ACC) ແລະ ກຸ່ມສື່ສານ ມວນຊົນສາກົນ ແຫ່ງ ສປ ຈີນ (China International Communications Group) ແລະ ແຂວງ ຫຼຽວໜິງ ຄູ່ຮ່ວມມື ໄດ້ດໍາເນີນ ລະຫວ່າງ ວັນທີ 9-12 ມິຖຸນານີ້, ທີ່ເມືອງເສິນຢາງ ແຂວງຫຼຽວໜິງ ສປ ຈີນ.
ຈັດປາຖະກະຖາ ບົດຮຽນຂອງ ພັກກອມມູນິດຈີນ ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ກຳນົດ 8 ຂໍ້ ຂອງສູນກາງພັກ ການສ້າງພັກໃຫ້ປອດໃສ ແລະ ການຕ້ານການສໍ້ລາດບັງຫຼວງ

ຈັດປາຖະກະຖາ ບົດຮຽນຂອງ ພັກກອມມູນິດຈີນ ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ກຳນົດ 8 ຂໍ້ ຂອງສູນກາງພັກ ການສ້າງພັກໃຫ້ປອດໃສ ແລະ ການຕ້ານການສໍ້ລາດບັງຫຼວງ

ໃນວັນທີ 8 ມີຖຸນານີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດກອງປະຊຸມປາຖະກະຖາ ບົດຮຽນຂອງພັກກອມມູນິດຈີນ ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ກຳນົດ 8 ຂໍ້ ຂອງສູນກາງພັກ, ການສ້າງພັກໃຫ້ປອດໃສ ແລະ ການຕ້ານການສໍ້ລາດບັງຫຼວງ ຈາກຄະນະຊ່ຽວຊານ ຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ ແລະ ຄະນະກຳມະການກວດກາລັດ ແຫ່ງ ສປ ຈີນ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮັບຟັງແຜນການຊ້ອມຮົບຮ່ວມລາວ-ຣັດເຊຍ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮັບຟັງແຜນການຊ້ອມຮົບຮ່ວມລາວ-ຣັດເຊຍ

ໃນວັນທີ 4 ມິຖຸນາຜ່ານມາ ທີ່ສະໜາມຫັດແອບ ວິທະຍາຄານນາຍທະຫານບົກກົມມະດໍາ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເຂົ້າຮັບຟັງການລາຍງານແຜນການກະກຽມບັນດາບາດກ້າວ, ຂັ້ນຕອນການຈໍາລອງ ການນໍາໃຊ້ກໍາລັງຝຶກອົບຮົມ-ຫັດແອບຂອງ ເຫຼົ່າຮົບຕີພິເສດ ແລະ ເຫຼົ່າຮົບທະຫານຮາບ ຂອງຝ່າຍລາວ ແລະ ຝ່າຍຣັດເຊຍ ຈາກການລາຍງານຂອງສະຫາຍ ພັນເອກ ອີວານ ຕາຣາເຢັບ ຜູ້ຊ່ວຍຜູ້ບັນຊາການທະຫານເຂດຕາເວັນອອກ ກອງທັບຣັດເຊຍ ຊຶ່ງໄດ້ລາຍງານວ່າ: ຜ່ານການກະກຽມແຜນການ ແລະ ຝຶກອົບຮົມ-ຫັດແອບໃຫ້ບັນດາກົມກອງທີ່ເຂົ້າຮ່ວມຊ້ອມຮົບ ໂດຍສະເພາະການຝຶກອົບຮົມ-ຫັດແອບຕີພິເສດ “ ໃຕ້ຝຸ່ນ 2026 “ ໄດ້ລາຍງານແຜນການຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂລຣສ 2026 “ ທີ່ຈະໄດ້ສືບຕໍ່ຫັດແອບ ໂດຍມີແຜນການລວມເອົາທຸກເຫຼົ່າຮົບຂອງຝ່າຍລາວ ແລະ ກອງທະຫານຕີພິເສດຣັດເຊຍ ເຂົ້າຮ່ວມຊ້ອມຮົບ ເພື່ອຕອບຕ້ານກຸ່ມກໍາລັງຜິດກົດໝາຍ ໃນພື້ນທີ່ພູຜາປ່າດົງ ແລະ ອື່ນໆ...
ຄຳ​ມ່ວນ-ກວາງ​ຈິ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ

ຄຳ​ມ່ວນ-ກວາງ​ຈິ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະໂຄສະນາອົບຮົມ ແຂວງຄໍາມ່ວນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍມະຫາຊົນພັກ ແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2026, ທີ່ ແຂວງຄໍາມ່ວນ ເພື່ອຕີລາຄາການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການຮ່ວມມືໃນໄລຍະຜ່ານມາ ພ້ອມທັງປຶກສາຫາລືແລກປ່ຽນບັນດາເນື້ອໃນທີ່ຈະສືບຕໍ່ການພົວພັນຮ່ວມມືໃນຕໍ່ໜ້າ.
ຫຼວງພະບາງ-ແຂວງກວາງນິ່ງ ສືບ​ຕໍ່​ຮັດ​ແໜ້ນ​ການຮ່ວມມື

ຫຼວງພະບາງ-ແຂວງກວາງນິ່ງ ສືບ​ຕໍ່​ຮັດ​ແໜ້ນ​ການຮ່ວມມື

​ພິ​ທີ​ພົບ​ປະ ລະ​ຫວ່າງ​ການ​ນຳ​ແຂວງຫຼວງ​ພະ​ບາງ ແລະ ການ​ນຳ​ແຂວງກວາງ​ນິ່ງ ສ​ສ ຫວຽດ​ນາມ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 3 ມິ​ຖຸ​ນາ​ຜ່ານ​ມາ, ທີ່ ແຂວງຫຼວງ​ພະ​ບາງ, ຝ່າຍ​ແຂວງຫຼວງ​ພະ​ບາງ ນຳ​ໂດຍສະຫາຍ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ຝ່າຍ​ແຂວງກວາງນິ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ກວານ ມິ່ງ ເກືອງ ກຳມະການສູນກາງພັກ ເລຂາພັກແຂວງ ຫົວໜ້າຄະນະສະມາຊິກສະພາປະຊາຊົນ ແຂວງກວາງນິ່ງ.
ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ສະພາກວດສອບ ປະເທດຍີ່ປຸ່ນ

ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ສະພາກວດສອບ ປະເທດຍີ່ປຸ່ນ

ໃນລະຫວ່າງວັນທີ 3-4 ມິຖຸນາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມຄະນະ; ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ທີ່ສະພາກວດສອບປະເທດຍີ່ປຸ່ນທີ່ ນະຄອນຫຼວງໂຕກຽວ ປະເທດຢີປຸ່ນ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຮາຣາດະ ຢູເຮອິ ປະທານສະພາກວດສອບປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ.
ລາວ-ຣັດເຊຍ ຫາລືຄວາມປອດໄພທາງການບິນ

ລາວ-ຣັດເຊຍ ຫາລືຄວາມປອດໄພທາງການບິນ

ກອງບັນຊາການທະຫານອາກາດ ລາວ-ຣັດເຊຍ ຈັດກອງປະຊຸມພົບປະ ປຶກສາຫາລື ແລະ ຄົ້ນຄວ້າເອກະພາບເນື້ອໃນຮ່າງສັນຍາ ໃນຂົງເຂດວຽກງານຄວາມປອດໄພທາງດ້ານການບິນ ໃນວັນທີ 3 ມິຖຸນາຜ່ານມາ, ໂດຍມີສະຫາຍ ພັນເອກ ບົວວັນ ກັນຍາວົງ ຮອງຫົວໜ້າກອງບັນຊາການທະຫານອາກາດ ຫົວໜ້າຫ້ອງອົບຮົມການບິນ ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ສະຫາຍ ພັນເອກ ອາເລັກຊັນເດີ ເຢບໂດກີມົບ ຮອງຫົວໜ້າກົມ (ໜ່ວຍງານ) ຄວາມປອດໄພດ້ານການບິນ ກຳລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ