ກົມໃຫຍ່ເຕັກນິກກອງທັບ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ

ກົມໃຫຍ່ເຕັກນິກກອງທັບ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ

ກົມໃຫຍ່ເຕັກນິກກອງທັບ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ
ກົມໃຫຍ່ເຕັກນິກກອງທັບ ຈັດພິທີປາຖະກະຖາ 2 ວັນປະຫວັດສາດສໍາຄັນຂອງຊາດ ຄື: ວັນປະກາດເອກະລາດ ຄົບຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026) ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ (5 ກັນຍາ 1962-5 ກັນຍາ 2026) ໃນວັນທີ 7 ກັນຍາຜ່ານມາ, ໂດຍການໃຫ້ກຽດປາຖະກະຖາຂອງສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະກົມ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາ, ພະນັກ ງານ-ນັກຮົບເຂົ້າຮ່ວມ.
ກມໃຫຍເຕກນກກອງທບ ປາຖະກະຖາມນເຊອ 2 ວນປະຫວດສາດ - image 1
 

ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ໄດ້ເລົ່າຄືນມູນເຊື້ອວັນປະກາດເອກະລາດ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ ຍົກໃຫ້ເຫັນປະຫວັດຄວາມເປັນມາ, ຄວາມໝາຍສຳຄັນທາງປະຫວັດສາດຂອງຊາດລາວ ແລະ ປະຫວັດມູນເຊື້ອຂອງ 2 ວັນດັ່ງກ່າວ.

ການປາຖະກະຖາຄັ້ງນີ້, ເພື່ອທົບທວນຫວນຄືນມູນເຊື້ອ ແນໃສ່ໂຄສະນາສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກໃນທົ່ວກົມໃຫຍ່ເຕັກນິກກອງທັບຮັບຮູ້ເຊື່ອມຊຶມເຂົ້າໃຈຢ່າງເລິກເຊິ່ງເຖິງບັນດາເຫດການ, ການເຄື່ອນ ໄຫວໃນແຕ່ລະໄລຍະ ບົນເສັ້ນທາງອັນລະອິດລະອ້ຽວ, ເສຍສະຫຼະເລືອດເນື້ອເພື່ອການປະຕິວັດ ຊຶ່ງເປັນຂີດໝາຍແຫ່ງໄຊຊະນະຂອງການຕໍ່ສູ້ກູ້ຊາດອັນພິລະອາດຫານ, ນໍ້າໃຈອັນບໍລິສຸດຜຸດຜ່ອງດ້ວຍຄວາມສາມັກຄີ ແລະ ເສຍ ສະຫຼະອັນໃຫຍ່ຫຼວງຂອງກອງທັບປະຊາຊົນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975 ແລະ ພັກໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານ ໂດຍເລີ່ມຈາກການປ່ຽນແປງດ້ານເສດຖະກິດຊຸກຍູ້ວຽກງານຫັນສູ່ອຸດສາຫະກຳ, ທັນສະໄໝ ແລະ ສືບຕໍ່ຮັດແໜ້ນສາຍພົວພັນ ກັບບັນດາປະເທດເພື່ອນມິດຍຸດທະສາດໃຫ້ນັບມື້ມີຄວາມແໜ້ນແຟ້ນ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ: ຄຳສອນ ພົມໄຊຍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຈຳປາສັກ ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ

ຈຳປາສັກ ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ

ໃນວັນທີ 9 ກັນຍາ 2026 ນີ້, ຢູ່ທີ່ສະໂມສອນຫຼັກ 4 ແຂວງຈຳປາສັກ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9/9/2002 – 9/9/2026).ພິທີດັ່ງກ່າວໂດຍມີ ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ; ທ່ານ ພັນເອກ ບຸນມາກ ວິລະວົງ, ຄະນະກຳມະການສູນກາງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ປະທານສະຫະພັນນັກຮົບເກົ່າແຂວງຈຳປາສັກ; ທ່ານ ພັນໂທ ຄຳສິງ ແກ້ວທຸມມີລາດ, ອະດີດປະທານສະຫະພັນນັກຮົບເກົ່າແຂວງຈຳປາສັກ; ພ້ອມດ້ວຍຄະນະພັກ, ຄະນະບັນຊາ, ກຳລັງຫຼວງ-ກຳລັງທ້ອງຖິ່ນ,ພະແນກການອ້ອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ພິທີມອບໃບຢັ້ງຢືນໃຫ້6 ບ້ານ ເປັນບ້ານວັດທະນຳທຳຮອບ II

ພິທີມອບໃບຢັ້ງຢືນໃຫ້6 ບ້ານ ເປັນບ້ານວັດທະນຳທຳຮອບ II

ວັນທີ 8 ກັນຍາ 2026 ນີ້ ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີມອບໃບຢັ້ງຢືນໃຫ້ 6 ບ້ານ ເປັນບ້ານວັດທະນຳທຳຮອບ II ໂດຍມີ ທ່ານ ສີວຽງໄຊ ອໍລະບູນ ກຳມະການປະຈໍາພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງວຽງຈັນ, ທ່ານ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິ ຫານງານພັກເມືອງ, ທ່ານ ຈະເລີນ ປຸນທະເຮືອງສີ ຮອງຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງວຽງຈັນ, ມີບັນດາທ່ານ ຄະນະປະຈຳພັກເມືອງ, ອະນຸກໍາມະການສ້າງບ້ານວັດທະນາທໍາຂັ້ນເມືອງ, ແຂກຖືກເຊີນ, ເລຂາພັກບ້ານ-ນາຍບ້ານຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນ 6 ບ້ານເຂົ້າຮ່ວມ.
ຮອງຫົວໜ້າກົມໂຄສະນາຄອ​ສ​ພ ເຮັດວຽກກັບໂຄສະນາແຂວງເຊກອງ

ຮອງຫົວໜ້າກົມໂຄສະນາຄອ​ສ​ພ ເຮັດວຽກກັບໂຄສະນາແຂວງເຊກອງ

ໃນລະຫວ່າງວັນທີ7-10ກັນຍາ2026, ທ່ານນາງບຸນມາລີສີລິດາວົງຮອງຫົວໜ້າກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ)ພ້ອມຄະນະໄດ້ເຄື່ອນໄຫວເຮັດວຽກກັບຄະນະໂຄສະນາອົບຮົມແຂວງເຊກອງເພື່ອເກັບກຳຂໍ້ມູນ, ຜົນສຳເລັດແລະບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາອົບຮົມຢູ່ທ້ອງຖິ່ນ,ໂດຍມີທ່ານຄໍາພາໄຊຍະແສງຫົວໜ້າຄະນະໂຄສະນາອົບຮົມແຂວງເຊກອງ, ພ້ອມດ້ວຍຄະນະເຂົ້າຮ່ວມເຮັດວຽກນໍາ.
ສະພາແຫ່ງຊາດ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຫຼວງພະບາງ

ສະພາແຫ່ງຊາດ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຫຼວງພະບາງ

ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດຕາງ​ໜ້າ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຫຼວງ​ພະ​ບາງ, ພິ​ທີ​ມອບ-ຮັບມີ​ຂຶ້ນ​ໃນ​ວັນ​ທີ 5 ກັນ​ຍາ​ຜ່ານ​ມາທີ່ ຫ້ອງວ່າການແຂວງຫຼວງພະບາງ, ກ່າວ​ຮັບ​ໂດຍທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນແຂວງຫຼວງພະບາງ ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ໂດຍສະເພາະຢູ່ເມືອງນານ ແລະເມືອງນ້ຳບາກ, ໃນໄລຍະເດືອນກໍລະກົດ ຫາ ສິງຫາຜ່ານມາ.
ຍົກລະດັບການບໍລິຫານທັນສະໄໝ ໃຫ້ພະນັກງານ ຄະນະໂຄສະນາອົບຮົມ ແຂວງຈຳປາສັກ

ຍົກລະດັບການບໍລິຫານທັນສະໄໝ ໃຫ້ພະນັກງານ ຄະນະໂຄສະນາອົບຮົມ ແຂວງຈຳປາສັກ

ຄະນະໂຄສະນາອົບຮົມ ແຂວງຈຳປາສັກ ຈັດຝຶກອົບຮົມການນຳໃຊ້ລະບົບ ຫ້ອງການເອເລັກໂຕຣນິກໃຫ້ພະນັກງານພາຍໃນ ຄະນະໂຄສະນາອົບຮົມແຂວງ ໃນວັນທີ 8 ກັນຍາ 2026 ເພື່ອເສີມສ້າງຄວາມຮູ້, ທັກສະ ແລະ ຄວາມສາມາດໃນການນຳໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານບໍລິຫານ ແລະ ປະສານງານ ໃຫ້ມີຄວາມວ່ອງໄວ, ຖືກຕ້ອງ ແລະ ທັນສະໄໝ ໂດຍມີທ່ານ ແກ້ວ ສິລິສະຫວັດ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ທ່ານ ວັນນະລາດ ສຸດທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງຈຳປາສັກ ພ້ອມດ້ວຍຂະແໜງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສສຊ ເຂດ7 ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສ​ພ​ຊ ຊຸດທີ X ຢູ່ຕາແສງທ້າວແກ່ນ

ສສຊ ເຂດ7 ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສ​ພ​ຊ ຊຸດທີ X ຢູ່ຕາແສງທ້າວແກ່ນ

ທ່ານ ນາງ ແສງມະນີ ຢາທໍ່ຕູ້ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ພ້ອມຄະ​ນະໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ (ສ​ພ​ຊ) ຊຸດທີ X ຢູ່ຕາແສງທ້າວແກ່ນ ເມືອງແກ່ນທ້າວແຂວງ​ໄຊ​ຍະ​ບູ​ລີໃນ​ວັນ​ທີ 7 ກັນ​ຍາ​ຜ່ານ​ມາ, ໂດຍ​ມີ ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງແກ່ນ​ທ້າວ, ມີຄະນະກໍາມະການປົກຄອງຕາແສງ, ອົງການປົກຄອງບ້ານ ແລະປະຊາຊົນເຂົ້າຮ່ວມ.
ການນຳເມືອງຫມື່ນ ຕິດຕາມ-ເຝົ້າລະວັງສະພາບໄພນ້ຳຖ້ວມ

ການນຳເມືອງຫມື່ນ ຕິດຕາມ-ເຝົ້າລະວັງສະພາບໄພນ້ຳຖ້ວມ

ການນຳເມືອງໝື່ນ ແຂວງວຽງຈັນ ນຳໂດຍ ທ່ານ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໝື່ນ ພ້ອມດ້ວຍຄະນະກຳມະການປ້ອງກັນໄພພິບັດຂັ້ນເມືອງ, ໄດ້ລົງຕິດຕາມກວດກາສະພາບນໍ້າຖ້ວມເຂດຢູ່ພາຍໃນເມືອງ​ໝື່ນເມື່ອ​ວັນ​ທີ 7 ກັນ​ຍາ​ຜ່ານ​ມາ.
ກົມໃຫຍ່ເສນາທິການກອງທັບ ເປີດບັ້ນອົບຮົມການເມືອງ-ແນວຄິດໃຫ້ພະນັກງານ

ກົມໃຫຍ່ເສນາທິການກອງທັບ ເປີດບັ້ນອົບຮົມການເມືອງ-ແນວຄິດໃຫ້ພະນັກງານ

ກົມໃຫຍ່ເສນາທິການກອງທັບ ເປີດບັ້ນອົບຮົມການເມືອງ-ແນວຄິດໃຫ້ພະນັກງານ ຂັ້ນຮອງຫົວໜ້າພະ ແນກການ ແລະ ພະນັກງານຊ່ວຍວຽກໃນວັນທີ 8 ກັນຍານີ້, ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະກົມ, ຫ້ອງການ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ຮອດປີ 2035 ສປປ ລາວ ຈະມີລະບົບຂໍ້ມູນຂ່າວສານຕະຫຼາດແຮງງານແຫ່ງຊາດທີ່ທັນສະໄໝ

ຮອດປີ 2035 ສປປ ລາວ ຈະມີລະບົບຂໍ້ມູນຂ່າວສານຕະຫຼາດແຮງງານແຫ່ງຊາດທີ່ທັນສະໄໝ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີເຜີຍແຜ່ ແລະ ປະກາດໃຊ້ "ວິໄສທັດ ຮອດປີ 2055 ແລະ ຍຸດທະສາດການພັດທະນາລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ (LMIS) ແຫ່ງຊາດ ຮອດປີ 2035" ໃນວັນທີ 4 ກັນຍາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ, ມີທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ໂທມັດ ຣາມມາ ອຸປະທູດແຫ່ງຣາຊະອານາຈັກລຸກຊຳບວກ ພ້ອມດ້ວຍຫົວໜ້າກົມ, ຮອງກົມ, ບັນດາຄູ່ຮ່ວມພັດທະນາ ແລະ ພາກທຸລະກິດເຂົ້າຮ່ວມ.
ສປປ ລາວ ໄດ້ຮັບເລືອກຕັ້ງເປັນປະທານກອງປະຊຸມ 3RC-CCM

ສປປ ລາວ ໄດ້ຮັບເລືອກຕັ້ງເປັນປະທານກອງປະຊຸມ 3RC-CCM

ພະນະທ່ານ ດາວວີ ວົງໄຊ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ຫ້ອງການ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ ເຊີແນວ ໃຫ້ສຳພາດກ່ຽວກັບ ສປປ ລາວ ໄດ້ຮັບເລືອກຕັ້ງເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM).
ເພີ່ມເຕີມ