ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ

ກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຄັ້ງທີ 12

ກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຄັ້ງທີ 12
ໃນວັນທີ 10-13 ຜ່ານມາ ທີ່ ເຊີແນວປະເທດສະວິດ, ຄະນະຜູ້ແທນສປປລາວຈາກກະຊວງການຕ່າງປະເທດ ແລະ ຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວໄດ້ເຂົ້າຮ່ວມກອງປະຊຸມ ລັດພາຄີສົນທິສັນຍາ

ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM)ຄັ້ງທີ 12 ເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາມາດຕາຂອງສົນທິສັນຍາກໍຄືການແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ), ສິ່ງທ້າທາຍແລະປຶກສາຫາລືກ່ຽວກັບການຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດສົນທິສັນຍາ CCM.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້,ທ່ານ ດາວວີ ວົງໄຊ ຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ຫົວໜ້າຄະນະຜູ້ແທນສປປລາວໄດ້ນໍາສະເໜີບົດ ເພື່ອຂໍຕໍ່ໄລຍະເວລາ ຈັດຕັ້ງປະຕິບັດການສຳຫຼວດກວດກູ້ລະເບີດບໍ່ທັນແຕກຕາມມາດຕາ 4 ຂອງສົນທິສັນຍາ CCM ເປັນຄັ້ງທີສອງໂດຍຈະມີໄລຍະ ຂອງການຈັດຕັ້ງປະຕິບັດແຕ່ເດືອນສິງຫາ 2025 ຫາເດືອນສິງຫາ 2030 (ເປັນໄລຍະເວລາ 5 ປີ). ໃນນັ້ນ,ໄດ້ຊີ້ໃຫ້ເຫັນສະພາບການລວມຂອງວຽກງານແກ້ໄຂບັນຫາລບຕ, ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດມາດຕາ 4 ທີ່ສປປລາວໄດ້ຮັບການຕໍ່ໄລຍະເວລາ ຄັ້ງທີ່ 1 ແຕ່ປີ 2021 ຫາ 2025 ແລະແຜນການໃນຕໍ່ໜ້າ, ໂດຍສະເພາະໄດ້ຮຽກຮ້ອງໃຫ້ເພີ່ມຄວາມພະຍາຍາມໃນການຮ່ວມມືກັນ ຂອງທຸກພາກສ່ວນ ໃນການແກ້ໄຂບັນຫາລະເບີດ ບໍ່ທັນແຕກຢູ່ສປປລາວໃຫ້ເປັນໄປຕາມຈຸດປະສົງ ແລະ ຄາດໝາຍທາງວາງໄວ້.
ພ້ອມກັນນັ້ນ, ຄະນະຜູ້ແທນສປປລາວໄດ້ກ່າວຄໍາເຫັນຕໍ່ກອງປະຊຸມໃນຫຼາຍຫົວຂໍ້ຕາມວຽກງານບຸລິມະສິດເປັນຕົ້ນແມ່ນການແລກປ່ຽນບັນຫາລວມຂອງສາກົນໃນການຈັດຕັ້ງປະຕິບັດສົນທິສັນຍາ, ການຮ່ວມມືແລະການຊ່ວຍເຫຼືອຂອງສາກົນ, ວຽກງານການກວດກູ້ແລະໂຄສະນາສຶກສາຄວາມສ່ຽງໄພຈາກລບຕ, ວຽກງານການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ມາດຕະການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການເກືອຫ້າມລະເບີດ ລູກຫວ່ານແລະການສົ່ງເສີມບົດບາດຍິງ-ຊາຍໃນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ.
ນອກຈາກນີ້, ຄະນະຜູ້ແທນ ສປປລາວຍັງໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ທີ່ຈັດໂດຍອົງການຈັດຕັ້ງສາກົນແລະປະເທດຜູ້ໃຫ້ທຶນຕ່າງໆ,ພ້ອມກັບພົບປະສອງຝ່າຍກັບຫຼາຍພາກສ່ວນເພື່ອເຜີຍແຜ່ນະໂຍບາຍ ແລະ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ສປປລາວກໍຄືການຂົນຂວາຍການຮ່ວມມືແລະການຊ່ວຍເຫຼືອ ຈາກສາກົນ ເພື່ອສືບຕໍ່ປົກປ້ອງຊີວິດປະຊາຊົນແລະສະຫນັບສະຫນູນການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ.
ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາບົດລາຍງານຜົນກອງປະຊຸມ ຊຶ່ງໃນນັ້ນ ໄດ້ເຫັນດີຮັບຮອງການສະເໜີຂອງ ສປປ ລາວ ໃນການຕໍ່ໄລຍະເວລາການຈັດຕັ້ງປະຕິບັດການສຳຫຼວດກວດກູ້ລະເບີດບໍ່ທັນແຕກຕາມມາດຕາ 4 ຂອງສົນທິສັນຍາເປັນຄັ້ງທີ 2 (2025-2030) ແລະ ໄດ້ຕົກລົງເຫັນດີໃຫ້ສປປລາວເປັນປະທານກອງປະຊຸມທົບທວນຄືນສົນທິສັນຍາ CCM ຄັ້ງທີ 3 ແຕ່ເດືອນກັນຍາ 2025- ກັນຍາ 2026.
ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານເປັນສົນທິສັນຍາສາກົນທີ່ໄດ້ຖືກຮັບຮອງໃນປີ 2009 ແລະປັດຈຸບັນມີລັດພາຄີທັງໝົດ 112 ປະເທດ. ສປປລາວເປັນປະເທດທີ່ສອງທີ່ໄດ້ລົງນາມແລະໄດ້ເປັນເຈົ້າພາບຈັດກອງປະຊຸມລັດພາຄີສົນທິສັນຍາ CCM ຄັ້ງທຳອິດໃນປີ 2010 ທີ່ນະຄອນຫຼວງວຽງຈັນ.
ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ປະດັບຫຼຽນກາມິດຕະພາບໃຫ້ແກ່ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ

ປະດັບຫຼຽນກາມິດຕະພາບໃຫ້ແກ່ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ

ໃນວັນທີ 25 ສິງຫານີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ, ປະດັບຫຼຽນກາມິດຕະພາບໃຫ້ແກ່ ທ່ານນາງ ມາຕິນ ເທເຣີ (Ms.Martine Thérer) ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (United Nations Development Programme – UNDP) ປະຈໍາ ສປປ ລາວ, ເນື່ອງໃນໂອກາດທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ, ໂດຍມີການເຂົ້າຮ່ວມຂອງບັນດາກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ, ກະຊວງການເງິນ ແລະ ຫ້ອງການຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ.
ສື່ມວນຊົນລາວ​ ທັດສະນະສຶກສາ​​ຢູ່ນະຄອນຊຽງຮຸ່ງ​ ແຂວງຢຸນນານ​

ສື່ມວນຊົນລາວ​ ທັດສະນະສຶກສາ​​ຢູ່ນະຄອນຊຽງຮຸ່ງ​ ແຂວງຢຸນນານ​

ໃນລະຫວ່າງວັນທີ 21-22​ ສິງຫາຜ່ານມາ, ສື່ມວນຊົນລາວນຳພາໂດຍທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ທັງເປັນຫົວໜ້າຄະນະນັກຂ່າວໜຸ່ມຂອງ ສປປ ລາວ,ໃຫ້ກຽດເຂົ້າຮ່ວມຂອງທ່ານ ຕົງຢ້ານ ​ຫົວໜ້າສູນການສຶກສາ ແລະ ຝຶກອົບຮົມຂອງກຸ່ມການສື່ສານສາກົນຈີນ​ພ້ອມດ້ວຍຄະນະຮັບຜິດຊອບຊຸດອົບຮົມ ແລະ ນັກຂ່າວ​ໜຸ່ມ​ຂອງ​ ສປປ​ ລາວ​ ໄດ້ເຄື່ອນໄຫວທັດສະນະສຶກສາຢູ່ນະຄອນຈິ່ງຫົງ​ ຫຼື​ Jinghong​ (ນະຄອນ​ຊຽງ​ຮຸ່ງ)ເຂດປົກຄອງຕົນເອງຊົນເຜົ່າໄຕສິບສອງພັນນາ ແຂວງຢຸນນານ ສປ ​ຈີນ.
ກອງປະຊຸມປຶກສາຫາລືກັບບັນດາກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ

ກອງປະຊຸມປຶກສາຫາລືກັບບັນດາກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ

ໃນວັນທີ 20 ສິງຫາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ, ທ່ານ ອຳໄພ ກິນດາວົງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ຈັດກອງປະຊຸມປຶກສາຫາລືກັບບັນດາກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ ຊຶ່ງປະກອບມີຈຳນວນ 5 ແຫ່ງຄື: ກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈໍາກຽວໂຕ, ໂອກິນາວາ, ຮະໂກະດະເຕະ, ນາໂກຢາ ແລະ ຟຸຄຸໂອກະ.
ນັກຂ່າວໜຸ່ມຂອງລາວຮັບຟັງການບັນຍາຍປະຫວັດສາດການຮ່ວມມືດ້ານສື່ສາກົນລາວ-ຈີນ

ນັກຂ່າວໜຸ່ມຂອງລາວຮັບຟັງການບັນຍາຍປະຫວັດສາດການຮ່ວມມືດ້ານສື່ສາກົນລາວ-ຈີນ

ໃນວັນທີ 23 ສິງຫານີ້, ນັກຂ່າວໜຸ່ມຂອງ ສປປ ລາວ ໄດ້ຮັບຟັງການບັນຍາຍແລກປ່ຽນຄວາມຮູ້ກ່ຽວກັບປະຫວັດສາດການຮ່ວມມືດ້ານສື່ສາກົນລະຫວ່າງລາວ-ຈີນ ໃນຫົວຂໍ້ “ການສື່ສານສາກົນ” ໂດຍທ່ານນາງ ຫຼູຮຸ້ຍຫຼິງ ອາຈານປະຈຳສາຂາພາສາລາວຄະນະອາຊີມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ສປ ຈີນ, ມີທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນທັງເປັນຫົວໜ້າຄະນະນັກຂ່າວໜຸ່ມຂອງ ສປປ ລາວ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ນັກຂ່າວໜຸ່ມຂອງ ສປປ ລາວ ທົ່ວປະເທດເຂົ້າຮ່ວມ.
ລາວ-ໄທ ເຊື່ອມໂຍງການທ່ອງທ່ຽວຂ້າມແດນ ຜັກດັນຄຳມ່ວນສູ່ຈຸດໝາຍໃໝ່ຂອງນັກທ່ອງທ່ຽວ

ລາວ-ໄທ ເຊື່ອມໂຍງການທ່ອງທ່ຽວຂ້າມແດນ ຜັກດັນຄຳມ່ວນສູ່ຈຸດໝາຍໃໝ່ຂອງນັກທ່ອງທ່ຽວ

ກອງປະຊຸມແລກປ່ຽນການເຊື່ອມໂຍງດ້ານການທ່ອງທ່ຽວລາວ-ໄທ ລະຫວ່າງແຂວງຄຳມ່ວນ ແລະ ຈັງຫວັດນະຄອນພະນົມ ຈັດຂຶ້ນວັນທີ 24 ສິງຫາ 2026 ທີ່ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍມີ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ທ່ານ ນາງ ເສົາວະນີ ຄົນກ້າ ຜູ້ອຳນວຍການ ການທ່ອງທ່ຽວແຫ່ງປະເທດໄທ ຈັງຫວັດນະຄອນພະນົມ ພ້ອມດ້ວຍພາກລັດ, ເອກະຊົນ ແລະ ຜູ້ປະກອບການຈາກສອງຝ່າຍເຂົ້າຮ່ວມ.
ສພ​ຂ ອັດຕະປື–ດັກລັກ ແລກປ່ຽນບົດຮຽນ ເສີມສ້າງສາຍພົວພັນ ການຮ່ວມມືອັນແໜ້ນແຟ້ນ

ສພ​ຂ ອັດຕະປື–ດັກລັກ ແລກປ່ຽນບົດຮຽນ ເສີມສ້າງສາຍພົວພັນ ການຮ່ວມມືອັນແໜ້ນແຟ້ນ

ກອງປະຊຸມພົບປະ ແລກປ່ຽນບົດຮຽນລະຫວ່າງຄະນະສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ກັບ ຄະນະສະພາປະຊາຊົນ ແຂວງດັກລັກ ສສ ຫວຽດນາມ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 23 ສິງ​ຫາ​ຜ່ານ​ມາ ທີ່ ແຂວງ​ອັດ​ຕະ​ປື, ຝ່າຍ ສ​ພ​ຂ ອັດຕະປື ນຳໂດຍ ທ່ານ ພູວັນ ພົມມະຈັນ ຮອງປະທານ ຜູ້ປະຈຳການສະພາປະຊາຊົນ ແຂວງອັດຕະປື ພ້ອມຄະນະ, ຝ່າຍສະພາປະຊາຊົນ ແຂວງດັກລັກ ນຳໂດຍ ທ່ານ ໂດ໊ ຖາຍ ຟອງ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງດັກລັກ ພ້ອມຄະນະ.
ສວນດອກໄມ້ເຂດຮ້ອນສິບສອງພັນນາມີການເກັບຮັກສາພັນພືດ 1 ພັນກວ່າຊະນິດ

ສວນດອກໄມ້ເຂດຮ້ອນສິບສອງພັນນາມີການເກັບຮັກສາພັນພືດ 1 ພັນກວ່າຊະນິດ

ໃນໂອກາດເຂົ້າຮ່ວມໂຄງການຝຶກອົບຮົມນັກຂ່າວໜຸ່ມຂອງ ສປປ ລາວ ຈັດໂດຍກະຊວງການຄ້າແຫ່ງ ສປຈີນ ໃນລະຫວ່າງວັນທີ 7 ຫາວັນທີ 27 ສິງຫາ 2026 ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ, ໃນວັນທີ 22 ສິງຫາຜ່ານມາ, ສື່ມວນຊົນລາວນໍາພາໂດຍທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ທັງເປັນຫົວໜ້າຄະນະນັກຂ່າວໜຸ່ມຂອງ ສປປ ລາວ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ນັກຂ່າວໜຸ່ມຂອງ ສປປ ລາວ ທົ່ວປະເທດໄດ້ເຄື່ອນໄຫວທັດສະນະສຶກສາຢູ່ສວນດອກໄມ້ເຂດຮ້ອນສິບສອງພັນນານະຄອນຊຽງຮຸ່ງເຂດປົກຄອງຕົນເອງຊົນເຜົ່າໄຕສິບສອງພັນນາແຂວງຢຸນນານ ສປ ຈີນ.
ສະພາປະຊາຊົນແຂວງເຊກອງ ແລະ ຢາລາຍ ພົບປະແລກປ່ຽນບົດຮຽນ

ສະພາປະຊາຊົນແຂວງເຊກອງ ແລະ ຢາລາຍ ພົບປະແລກປ່ຽນບົດຮຽນ

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ສະພາປະຊາຊົນແຂວງເຊກອງ ສປປ ລາວ ແລະ ສະພາປະຊາຊົນ ແຂວງຢາລາຍ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 17 ສິງຫາຜ່ານມາ ທີ່ ແຂວງເຊກອງ, ໂດຍມີ ທ່ານ ຕຸລາວັນ ວົງໄຊ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງເຊກອງ, ທ່ານ ນາງ ຮວີ່ງ ຖຸຍ ເວີນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຢາລາຍ ພ້ອມຄະນະທັງສອງຝ່າຍ ເຂົ້າຮ່ວມ.
ສພຂ ອັດຕະປື-ຢາລາຍ ຮັດແໜ້ນການຮ່ວມມືສອງຝ່າຍ

ສພຂ ອັດຕະປື-ຢາລາຍ ຮັດແໜ້ນການຮ່ວມມືສອງຝ່າຍ

ກອງປະຊຸມ ພົບປະສອງຝ່າຍ ລະຫວ່າງ ສະພາປະຊາຊົນແຂວງອັດຕະປື (ສພຂ ອັດຕະປື) ຊຶ່ງນຳໂດຍ ທ່ານ ພູວັນ ພົມມະຈັນ ຄະນະປະຈໍາພັກແຂວງ ຮອງປະທານ ຜູ້ປະຈຳການສະພາປະຊາຊົນແຂວງອັດຕະປື ພ້ອມຄະນະ ແລະ ສະພາປະຊາຊົນແຂວງຢາລາຍ ສສ ຫວຽດນາມ ນຳໂດຍ ທ່ານ ນາງ ຮວິ່ງ ຖຸຍ ເວີນ, ກຳມະການພັກແຂວງ ຮອງປະທານ ສະພາປະຊາຊົນແຂວງຢາລາຍ ພ້ອມຄະນະ ຈັດຂຶ້ນໃນວັນທີ 17 ສິງຫານີ້ ທີ່ ແຂວງອັດຕະປື.
ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ກອງປະຊຸມພົບປະ ແລະ ລົງນາມບົດບັນທຶກຊ່ວຍຈຳ ລະຫວ່າງ ຫ້ອງວ່າການແຂວງອັດຕະປື ແຫ່ງ ສປປ ລາວ ແລະ ພະແນກຊົນເຜົ່າ ແລະ ສາສະໜາ ແຂວງກວາງຫງາຍ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາຜ່ານມາ ທີ່ ແຂວງອັດຕະປື.
ເພີ່ມເຕີມ