ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ
ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງສປປລາວ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
ກອງປະຊມສະໄໝວສາມນ ເທອທ 1 ຂອງສະພາແຫງຊາດ ຊດທ X ປດລງດວຍຜນສາເລດຢາງຈບງາມ - image 1
 
ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ພິຈາລະນາ, ຮັບຮອງເອົາເນື້ອໃນສໍາຄັນຈໍານວນໜຶ່ງດັ່ງນີ້: 1) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026.
ກອງປະຊມສະໄໝວສາມນ ເທອທ 1 ຂອງສະພາແຫງຊາດ ຊດທ X ປດລງດວຍຜນສາເລດຢາງຈບງາມ - image 2
 
ກອງປະຊຸມໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງລັດຖະບານໃນການບໍລິຫານ, ບັນຊາໂດຍໄດ້ນໍາໃຊ້ທຸກທ່າແຮງ ແລະ ປຸກລະດົມປະຊາຊົນລາວບັນດາເຜົ່າ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບ ປະມານແຫ່ງລັດ ແລະ ແຜນເງິນຕາ ໃນ 6 ເດືອນຕົ້ນປີ 2026 ຊຶ່ງສາມາດເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 5%; ມີການນໍາໃຊ້ເຄື່ອງມືທັນສະໄໝໃນການເກັບລາຍຮັບໄດ້ຕາມແຜນ ແລະ ຄາດຄະເນຈະລື່ນແຜນໃນທ້າຍປີ 2026; ອັດຕາເງິນເຟີ້ມີທ່າອ່ຽງຫຼຸດລົງ, ການແກ້ໄຂຄວາມທຸກຍາກໄດ້ຮັບການເອົາໃຈໃສ່ ປະກອບສ່ວນຢ່າງຕັ້ງໜ້າ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ; ກອງປະຊຸມ ສະເໜີໃຫ້ລັດຖະບານເອົາໃຈໃສ່ ຊຸກຍູ້ການປະຕິບັດຕາມກົດໝາຍຢ່າງເຂັ້ມງວດ ແລະ ສຸມໃສ່ການເກັບລາຍຮັບດ້ວຍການຫັນເປັນທັນສະໄໝທົ່ວປະເທດ, ເຂົ້າສູ່ລະບົບເທື່ອລະກ້າວ, ສາມາດເຊື່ອມຕໍ່ກັບທຸກຂະແໜງການ; ໃຫ້ມີນະໂຍບາຍການດຶງດູດການລົງທຶນທີ່ຊັດເຈນ, ສືບຕໍ່ເກັບລາຍຮັບງົບປະມານຈາກການຂຸດຄົ້ນ ແລະ ສົ່ງອອກແຮ່ທາດໃຫ້ຄົບຖ້ວນຕາມກົດໝາຍ, ຫຼຸດຜ່ອນການຍົກເວັ້ນ ແລະ ຜ່ອນຜັນພາສີ-ອາກອນທີ່ຈະເຮັດໃຫ້ລັດເສຍລາຍຮັບງົບປະມານ; ຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກໃນການເຂົ້າຫາແຫຼ່ງທຶນຂອງທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ມີນະໂຍບາຍໃນການນໍາໃຊ້ລົດໄຟຟ້າ ເພື່ອຫຼຸດຜ່ອນລາຍຈ່າຍໃນການຊື້ພະລັງງານເຊື້ອໄຟ, ສືບຕໍ່ດໍາເນີນການປະຕິຮູບລັດວິສາຫະກິດໃຫ້ມີຄວາມແຂງແຮງ, ມີຄຸນນະພາບ ແລະ ມີປະສິດທິຜົນ;
ກອງປະຊມສະໄໝວສາມນ ເທອທ 1 ຂອງສະພາແຫງຊາດ ຊດທ X ປດລງດວຍຜນສາເລດຢາງຈບງາມ - image 3
 
ກອງປະຊຸມສະເໜີໃຫ້ລັດຖະບານເອົາໃຈໃສ່ ການສະໜອງແນວພັນ, ການສົ່ງເສີມຜະລິດສິນຄ້າທີ່ເປັນທ່າແຮງຂອງທ້ອງຖິ່ນ ໃຫ້ສອດຄ່ອງກັບແນວທາງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສົ່ງເສີມພາກເອກະຊົນໃນການຜະ ລິດຝຸ່ນ, ປຸ໋ຍ ແລະ ອາຫານສັດ ແລະ ມີມາດຕະການຈໍາກັດການນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ພາຍໃນຢ່າງເຂັ້ມງວດ, ປັບປຸງລະບົບຊົນລະປະທານ ເພື່ອສາມາດຮັບໃຊ້ການຜະລິດໃນລະດູແລ້ງ; ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ, ນໍາໃຊ້ປ່າໄມ້ ເພື່ອໃຫ້ບັນລຸເນື້ອທີ່ປົກຫຸ້ມຂອງປ່າໄມ້ໄດ້ 65% ໃນປີ 2030, ສຸມໃສ່ການຂຶ້ນສຳມະໂນຄົວທີ່ດິນເພື່ອສ້າງຖານລາຍຮັບໃໝ່, ມີມາດຕະການສົ່ງເສີມການເກັບລາຍຮັບຈາກອາ ກອນທີ່ດິນດ້ວຍລະບົບທັນສະໄໝ; ມີມາດຕະການເດັດຂາດຕໍ່ການບຸກລຸກທໍາລາຍປ່າໄມ້ 3 ປະເພດປ່າ ແລະ ອຸທິຍານແຫ່ງຊາດ, ຕິດຕາມກວດກາໂຄງການໃຫ້ເຊົ່າ ແລະ ສຳປະທານທີ່ດິນຂອງລັດ, ມີການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ມີມາດຕະການຢ່າງເຂັ້ມງວດຕໍ່ຜູ້ກະທຳຜິດ ແລະ ລະເມີດກົດໝາຍ; ກອງປະຊຸມສະເໜີໃຫ້ລັດຖະບານເອົາໃຈໃສ່ການສ້ອມແປງເສັ້ນທາງທີ່ເປ່ເພ ໂດຍສະເພາະໃນເຂດຫ່າງໄກສອກຫຼີກ-ຊົນນະບົດ, ເສັ້ນ ທາງລຽບ ແລະ ອອກສູ່ບໍລິເວນຊາຍແດນ, ທາງຫຼວງແຫ່ງຊາດ, ໂຄງການຟື້ນຟູໄພພິບັດສຸກເສີນ, ໂຄງການ ການກໍ່ສ້າງຕ້ານເຈື່ອນ, ຄຸ້ມຄອງນໍ້າໜັກລົດບັນທຸກສິນຄ້າຢ່າງເຂັ້ມງວດ, ເດັດຂາດ, ມີມາດຕະການປັບໄໝ ຕໍ່ຜູ້ປະກອບການທີ່ລະເມີດລະບຽບກົດໝາຍ; ກອງປະຊຸມ ສະເໜີໃຫ້ລັດຖະບານປະເມີນການຈັດຕັ້ງປະຕິບັດຄໍາສັ່ງສະບັບເລກທີ 06/ນຍ, ເລກທີ 46/ນຍ ແລະ ຄໍາສັ່ງສະບັບເລກທີ 11/ກມສພ ຢ່າງເຂັ້ມງວດ, ເພີ່ມທະວີຄວາມເອົາໃຈໃສ່ຕິດຕາມກວດກາປະເມີນຜົນໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດ ແລະ ມີມາດຕະການເຂັ້ມງວດຕໍ່ບັນດາບໍລິສັດ ທີ່ບໍ່ປະຕິບັດຕາມສັນຍາ, ລະບຽບກົດໝາຍ ແລະ ບໍ່ໄດ້ມາດຕະຖານ, ໂຄງການມີຄວາມຄືບໜ້າຊ້າ, ບໍ່ມີປະສິດທິຜົນ; ຢຸດຕິໂຄງການປະເພດ C, C+ ແລະ ແຈ້ງໃຫ້ທ້ອງຖິ່ນຮັບຊາບ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ; ສະເໝີໃຫ້ພິຈາລະນາຄືນການຂະຫຍາຍຕາຂ່າຍໄຟຟ້າສູ່ຊົນນະບົດ, ສົ່ງເສີມພະລັງງານທາງເລືອກ ເປັນຕົ້ນ ພະລັງງານລົມ, ແສງຕາເວັນ, ການສະໜອງໄຟຟ້າ ເພື່ອນໍາໃຊ້ເຂົ້າໃນໂຄງການລົງທຶນເພື່ອສາມາດຈັດຕັ້ງປະຕິບັດໂຄງການໄດ້ ແລະ ສາມາດປະຕິບັດພັນທະທາງດ້ານການເງິນໃຫ້ລັດຖະບານ; ກອງປະຊຸມ ສະເໜີໃຫ້ລັດຖະບານເພີ່ມທະວີການແກ້ໄຂບັນຫາຄູອາສາສະໝັກ ແລະ ຂາດແຄນຄູ, ການກໍານົດເວລາໃນການປັບປຸງຫຼັກສູດ 6+3+3 ໃຫ້ສາມາດປະຕິບັດໃນສົກຮຽນ 2028-2029; ປັບປຸງຄຸນນະພາບການສຶກສາ ມີການຈັດສັນໂກຕາລັດຖະກອນໃຫ້ຂະແໜງສຶກສາ ແລະ ສາທາລະນະສຸກໃຫ້ຫຼາຍຂຶ້ນ; ຕິດຕາມ, ຊຸກຍູ້ການຈັດສັນງົບປະມານໃຫ້ຂົງເຂດການສຶກສາ, ສາທາລະນະສຸກໃຫ້ສົມຄູ່ກັບຄວາມສໍາຄັນທີ່ພັກ-ລັດໃຫ້ຄວາມເອົາໃຈ ໃສ່; ສືບຕໍ່ພັດທະນາສີມືແຮງງານດ້ານຕ່າງໆ ໃຫ້ມີຄຸນນະພາບ, ຕອບສະໜອງໄດ້ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ແລະ ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຕອບແທນບຸນຄຸນຕໍ່ບຸກຄົນ ແລະ ຄອບຄົວທີ່ມີຄຸນງາມ ຄວາມດີຕໍ່ປະເທດຊາດ.
2) ກອງປະຊຸມພິຈາລະນາ ແລະ ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຊຶ່ງເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກວາງອອກ. ກອງປະຊຸມ ເຫັນດີໂດຍພື້ນຖານຕໍ່ການກໍານົດໂຄງຮ່າງວາລະແຫ່ງຊາດສະບັບນີ້, ເວລາການຈັດຕັ້ງປະຕິບັດແຕ່ປີ 2027-2030 ຊຶ່ງສອດຄ່ອງຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X, ເຫັນດີຕໍ່ການກຳນົດທັດສະນະ, ຫຼັກການ, ຄາດໝາຍ, ທິດທາງ, ວຽກຈຸດສຸມໃຫຍ່ ແລະ ມາດຕະການຈັດຕັ້ງປະຕິບັດທີ່ລະອຽດສົມຄວນ.
ກອງປະຊຸມ ສະເໜີລັດຖະບານເອົາໃຈໃສ່ຕື່ມບາງດ້ານເຊັ່ນ: ຄວນມີງົບປະມານເປັນບ້ວງສະເພາະ, ອາດຈະຄົ້ນຄວ້າບ້ວງເງິນເກີນແຜນຂອງແຕ່ລະແຂວງ ແລະ ການປະກອບສ່ວນຂອງປະຊາຊົນ ແລະ ສັງຄົມ, ມີນະ ໂຍບາຍດຶງດູດການລົງທຶນໃນຂົງເຂດກະສິກຳ-ອຸດສາຫະກຳປຸງແຕ່ງຢູ່ເຂດຊົນນະບົດຫ່າງໄກສອກຫຼີກ, ອຳນວຍຄວາມສະດວກໃຫ້ປະຊາຊົນສາມາດເຂົ້າເຖິງແຫຼ່ງທຶນ ແລະ ສິນເຊື່ອໄດ້ງ່າຍ, ສະດວກ, ວ່ອງໄວ ແລະ ມີອັດຕາດອກເບ້ຍທີ່ເໝາະສົມ, ມີການຈັດສັນເຂດການຜະລິດ, ເອົາໃຈໃສ່ການອອກໃບຕາດິນ, ມີການແນະນໍາທາງດ້ານເຕັກນິກ, ວິຊາການ ເຂົ້າໃນວຽກງານການປູກ-ການລ້ຽງ; ສ້າງໂຮງງານປຸງແຕ່ງຕິດພັນກັບຕະຫຼາດ; ສ້າງ ແລະ ປັບປຸງສູນທົດລອງ, ສູນສົ່ງເສີມກະສິກຳ; ສ້າງ ແລະ ສ້ອມແປງເສັ້ນທາງທີ່ເປ່ເພ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດປີ; ສະໜອງໄຟຟ້າ, ນໍ້າສະອາດ, ລະບົບໂທລະຄົມ ແລະ ການສື່ສານໃຫ້ທົ່ວເຖິງ; ປັບປຸງສະຖານການສຶກສາ ແລະ ສະໜອງອຸປະກອນການຮຽນ-ການສອນ, ມີນະໂຍບາຍຕໍ່ນັກຮຽນທີ່ຮຽນດີ, ຮຽນເກັ່ງ, ຜູ້ທຸກຍາກ ແລະ ດ້ອຍໂອກາດ; ເອົາໃຈໃສ່ການປັບປຸງສຸກສາລາໃຫ້ດີ, ໃຫ້ມີແພດຊ່ວຍເກີດລູກ ແລະ ສັກຢາວັກຊິນກັນພະຍາດໃຫ້ທົ່ວເຖິງ; ມີການສ້າງວຽກເຮັດງານທຳຢູ່ຊົນນະບົດໃຫ້ຊາວໜຸ່ມ, ສ້າງສູນຝຶກອົບຮົມວິຊາອາຊີບໃຫ້ຊາວໜຸ່ມ, ປຸກ ລະດົມການມີສ່ວນຮ່ວມຂອງລະບົບການເມືອງຂັ້ນຮາກຖານ ເຂົ້າຮ່ວມການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນດ້ວຍການຂົນຂວາຍ, ປຸກລະດົມຈິດໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ສ້າງຄວາມມຸ່ງໝັ້ນໃນການພັດທະນາຂອງປະຊາຊົນ ເພື່ອສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ. ເພື່ອບັນລຸເປົ້າໝາຍໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ສະເໜີໃຫ້ລັດຖະບານມີກົນໄກປະສານງານກັບ 5 ພາກສ່ວນກ່ຽວຂ້ອງຢ່າງກົມກຽວເຊັ່ນ: ພາກລັດ, ພາກເອກະຊົນ ຜູ້ປະກອບການ, ພາກ ສ່ວນທະນາຄານ, ພາກສ່ວນເຕັກໂນໂລຊີ-ວິຊາການ ແລະ ພາກທຸລະກິດ.
3) ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 2 ສະບັບ. ໃນນີ້, ກົດ ໝາຍວ່າດ້ວຍຄັງເງິນແຫ່ງລັດ (ສະບັບສ້າງໃໝ່) ແລະ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ) ເພື່ອໃຫ້ສອດຄ່ອງກັບການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ທັງເປັນການປະກອບສ່ວນສໍາຄັນໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດ ໝາຍໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ກອງປະຊຸມໄດ້ມອບໃຫ້ຄະນະຮັບຜິດຊອບນໍາເອົາເນື້ອໃນຂອງຮ່າງກົດໝາຍສອງສະບັບໄປຮຽບຮຽງໃຫ້ຄົບຖ້ວນສົມບູນ ເພື່ອໄດ້ປະກາດໃຊ້ໂດຍໄວ ແລະ ນໍາໄປສູ່ການຈັດຕັ້ງປະຕິບັດໃຫ້ມີປະສິດພາບ ແລະ ປະສິດທິຜົນເປັນຢ່າງດີ. 
4) ກອງປະຊຸມໄດ້ຮັບຟັງການຊີ້ແຈງ ຕໍ່ຄໍາຊັກຖາມຂອງທ່ານນາຍົກລັດຖະມົນຕີ ແລະ ບັນດາທ່ານໃນຄະນະລັດຖະບານ ທັງໝົດ 9 ທ່ານ ຊຶ່ງເປັນບັນຫາເຄັ່ງຮ້ອນຂອງສັງຄົມ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ແລະ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ. 
5) ກອງປະຊຸມໄດ້ມີການປຶກສາຫາລື ແລະ ຮັບຮອງເອົາບັນດາບັນຫາທີ່ສໍາຄັນຂອງຊາດທີ່ກ່ຽວຂ້ອງກັບວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ກົດ ໝາຍສອງສະບັບ ໂດຍມີການຮັບຮອງເອົາ 4 ມະຕິທີ່ກ່ຽວຂ້ອງດ້ວຍຄະແນນສູງແຕ່ 90% ຂຶ້ນໄປ.
ການດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນຄັ້ງນີ້, ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X ເຂົ້າສູ່ວຽກງານຕົວຈິງ, ແມ່ນໝາກຜົນລວມຍອດສະຕິປັນຍາ, ການໃຊ້ສິດປະຊາທິປະໄຕ ກໍຄືຜົນຂອງການຍົກສູງຄວາມຮັບຜິດຊອບທາງການເມືອງ ຂອງບັນດາສະມາຊິກສະພາແຫ່ງຊາດ, ການຕັດສິນໃຈສູງຂອງລັດຖະບານ, ອົງການລັດທີ່ກ່ຽວຂ້ອງ ທີ່ມີຄວາມພະຍາຍາມ ແລະ ມີມາດຕະການຕົວຈິງໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ຕົກໄປເທື່ອລະກ້າວ, ເພື່ອສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນຕໍ່ການນໍາພາຂອງພັກ ແລະ ລັດເຮົາໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ. (ຂ່າວ: ວັນເພັງ, ພາບ: ສໍານານ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I

ກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I

​ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຈັດກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I ຂຶ້ນໃນລະຫວ່າງວັນທີ 11–12 ສິງຫານີ້, ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ທັງເປັນປະທານ ຄລທ, ໄດ້ຮັບກຽດເຂົ້າຮ່ວມ ໃຫ້ທິດຊີ້ນຳໂດຍ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານລັດຖະມົນຕີ, ເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງ, ຮອງລັດຖະມົນຕີ, ພະນັກງານຫຼັກແຫຼ່ງຈາກສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຜູ້ຕາງໜ້າຈາກພາກທຸລະກິດ.
ພິທີຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດ

ພິທີຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດ

ພິທີຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 12 ສິງຫານີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ, ໂດຍມີພະເຖລານຸເຖລະ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ຄອບຄົວການນໍາພັກ-ລັດ ແລະ ຍາດພີ່ນ້ອງ, ມີ ສະຫາຍ ເກີມ ເຈີນ ຕູ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ມີບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ແລະ ມີບັນດາສື່ມວນຊົນ, ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີ່ນ ເກີມ ຕູ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມໃນຕອນເຊົ້າວັນທີ 12 ສິງຫານີ້, ທີ່ຫ້ອງວ່າການສູນກາງພັກ, ໃນໂອກາດເດີນທາງມາຮ່ວມພິທີໄວ້ອາໄລ ແລະ ພິທີຊາປະນະກິດສົບຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ປະທານລັດຖະສະພາ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ປະທານລັດຖະສະພາ ແຫ່ງ ຣາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 11 ສິງຫາ ນີ້ ທີ່ ຫ້ອງວ່າການສຳນັກງານປະທານປະເທດ ແຫ່ງ ສປປ ລາວ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ ສະພາແຫ່ງຊາດ, ລັດຖະບານ, ຄອບຄົວ ພົມວິຫານ ແລະ ປະຊາຊົນລາວບັນດາເຜົ່າ ຕ້ອນຮັບ ພະນະທ່ານ ໂສພົນ ຊາຣຳ ປະທານລັດຖະສະພາ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂ່ຳນັບ ໃນໂອກາດເດີນທາງມາເຂົ້າຮ່ວມພິທີວາງພວງມາລາ ເພື່ອໄວ້ອາໄລໃຫ້ແກ່ ພະນະທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ ໄດ້ເຖິງແກ່ມໍລະນະກໍາໃນວັນທີ 8 ສິງຫາ 2026 ຜ່ານມາ.
ທ່ານ ທອງລຸນ ສີສຸລິດ ຕ້ອນຮັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ແຫ່ງ ລາຊະອານາຈັກກໍາປູເຈຍ

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ແຫ່ງ ລາຊະອານາຈັກກໍາປູເຈຍ

ໃນວັນທີ 10 ສິງຫາ ນີ້ ທີ່ສໍານັກງານປະທານປະເທດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ກໍາມະການກົມການເມືອງສູນກາງພັກປະຊາຊົນກໍາປູເຈຍ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ກໍາປູເຈຍ ໃນໂອກາດເດີນທາງມາວາງພວງມາລາ ແລະ ໄຫວ້ອາໄລ ເຖິງດວງວິນຍານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ທີ່ຜ່ານມາ.
ສື່ມວນຊົນ ຍັງມີພາລະໜ້າທີ່ ອັນໜັກໜ່ວງ ທີ່ຈະຕ້ອງປະເຊີນໜ້າໃນຍຸກໃໝ່

ສື່ມວນຊົນ ຍັງມີພາລະໜ້າທີ່ ອັນໜັກໜ່ວງ ທີ່ຈະຕ້ອງປະເຊີນໜ້າໃນຍຸກໃໝ່

ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ, ສປປ ລາວ ໄດ້ຮັບການສະຖາປະນາຂຶ້ນມາ, ສື່ມວນຊົນຂອງປະເທດເຮົາ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນະພາບ ຢ່າງບໍ່ຢຸດຢັ້ງ, ປະເທດເຮົາ ໄດ້ມີພາຫະນະສື່ມວນຊົນຫຼາຍປະເພດ, ຫຼາຍລະດັບ, ຫຼາຍຂະແໜງການ ແລະ ສະຖາບັນ ກໍລ້ວນແຕ່ໄດ້ສ້າງສື່ຂອງຕົນຂຶ້ນ ແລະ ບັນດາສື່ມວນຊົນເຫຼົ່ານັ້ນ ໄດ້ຕັ້ງໜ້າຮັບໃຊ້ສັງຄົມຢ່າງກວ້າງຂວາງ, ທັງເຜີຍແຜ່ຂໍ້ມູນຂ່າວສານ, ເປັນທັງຜູ້ໃຫ້ຄວາມຮູ້ຕ່າງໆ ແລະ ທັງເປັນຜູ້ອົບຮົມສັ່ງສອນຄົນໃນສັງຄົມ, ລວມທັງເຜີຍແຜ່ແນວທາງນະໂຍບາຍ, ເຜີຍແຜ່ການພັດທະນາປະເທດຊາດຢ່າງຮອບດ້ານ ໃຫ້ສາກົນຮັບຮູ້, ເຜີຍແຜ່ວັດທະນະທຳອັນດີງາມຂອງຊາດ ແລະ ອື່ນໆໄດ້ດີ, ໄດ້ຫຼາຍ ຢ່າງນັບບໍ່ຖ້ວນ, ແຕ່ເຖິງວ່າ ໄດ້ມີຜົນງານ, ຜົນສຳເລັດຫຼາຍດ້ານກໍຕາມ, ສື່ມວນຊົນລາວ ກໍຍັງມີພາລະໜ້າທີ່ ອັນໜັກໜ່ວງ ທີ່ຈະຕ້ອງໄດ້ປະເຊີນໜ້າໃນຍຸກໃໝ່ນີ້.
ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີ່ນ ແທັງ ເໝີ້ນ

ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີ່ນ ແທັງ ເໝີ້ນ

ໃນວັນທີ 9 ສິງຫານີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ເຈີ່ນ ເເທັງ ເໝີ້ນ ກໍາມະການກົມການເມືອງສູນກາງພັກ ປະ ທານສະພາແຫ່ງຊາດ ສ​ສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາ ແລະ ໄວ້ອາໄລເຖິງດວງວິນຍານ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສປປ ລາວ ທີ່ໄດ້ເຖິງແກ່ ມໍລະນະກໍາ ໃນວັນທີ 8 ສິງຫາ 2026.
ແຈ້ງຂ່າວພິເສດ ຂອງຄະນະບໍລິຫານງານສູນກາງພັກ

ແຈ້ງຂ່າວພິເສດ ຂອງຄະນະບໍລິຫານງານສູນກາງພັກ

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ພົມວິຫານ ຂໍແຈ້ງຂ່າວໂສກເສົ້າສະຫຼົດໃຈ ມາຍັງພີ່ນ້ອງຮ່ວມຊາດ, ພະນັກງານ, ສະມາຊິກພັກ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວປະເທດ ແລະ ເພື່ອນມິດທີ່ຢູ່ໃກ້ ແລະ ໄກ ຊາບຢ່າງທົ່ວເຖິງກັນວ່າ:
ນາຍົກລັດຖະມົນຕີ ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ສທໜລ

ນາຍົກລັດຖະມົນຕີ ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ສທໜລ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໂອ້ລົມຕໍ່ກອງປະຊຸມສະຫຼຸບ ວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງສະມາຄົມນັກທຸລະກິດໜຸ່ມລາວ (ສທໜລ) ໃນວັນທີ 6 ສິງຫາ ນີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ: ໂດຍມີ ທ່ານ ທອງລີ ສີສຸລິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ພ້ອມດ້ວຍຄະນະບໍລິຫານງານ ແລະ ສະມາຊິກສະມາຄົມນັກທຸລະກິດໜຸ່ມລາວເຂົ້າຮ່ວມຢ່າງພ້ອມພຽງ.
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ

ທ່ານ ເຂິງຄໍາ ແກ້ວໜູຈັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 28 ກໍລະກົດນີ້ ທີ່ສໍານັກງານນາຍົກລັດຖະມົນຕີ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ 2026 ວ່າ: ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາ ຊິກລັດຖະບານ ແລະ ຜູ້ຕາງໜ້າເຂົ້າຮ່ວມແບບເຊິ່ງໜ້າ, ບັນດາປະທານ, ຮອງປະທານ ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນກໍລະກົດ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນສິງຫາ 2026.
ເພີ່ມເຕີມ