ກອງປະຊຸມສາກົນສະເຫຼີມສະຫຼອງວັນສັນຕິພາບສາກົນ ປະຈຳປີ 2024

ກອງປະຊຸມສາກົນເພື່ອສະເຫຼີມສະຫຼອງວັນສັນຕິພາບສາກົນ ທີ່ ສປ ຈີນ

ກອງປະຊຸມສາກົນເພື່ອສະເຫຼີມສະຫຼອງວັນສັນຕິພາບສາກົນ ທີ່ ສປ ຈີນ
ໂດຍຕອບສະໜອງຕາມການເຊີນ ຂອງ ສະມາຄົມປະຊາຊົນຈີນ ເພື່ອສັນຕິພາບ ແລະ ຫຼຸດຜ່ອນອາວຸດ ຄະນະຜູ້ແທນຄະນະສັນຕິພາບ ແລະ ສາມັກຄີຂອງລາວ ນຳໂດຍ ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ

ຮອງປະທານສະພາແຫ່ງຊາດ ປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມສາກົນສະເຫຼີມສະຫຼອງວັນສັນຕິພາບສາກົນ ປະຈຳປີ 2024 ແລະ ຢ້ຽມຢາມ ຢູ່ ສປ ຈີນ.

ໃນວັນທີ 19 ກັນຍາ 2024, ທ່ານ ສົມມາດ ພົນເສນາ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມສາກົນເພື່ອສະເຫຼີມສະຫຼອງວັນສັນຕິພາບສາກົນ 21 ກັນຍາ. ໃຫ້ກຽດເຂົ້າຮ່ວມ ແລະ ມີຄໍາເຫັນກ່າວເປີດ ໂດຍ ທ່ານ ຫານ ເຈິງ (Han Zheng), ຮອງປະທານປະເທດ ສປ ຈີນ. ນອກນັ້ນ, ຍັງມີບັນດາທ່ານອະດີດປະທານາທິບໍດີ, ລັດຖະມົນຕີ, ຮອງລັດຖະມົນຕີ ຈາກ 80 ປະເທດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ 150 ທ່ານ. ໃນໂອກາດດັ່ງກ່າວ ທ່ານປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ໄດ້ມີຄໍາເຫັນໃນເວທີໃນຫົວຂໍ້ ເພື່ອລະນຶກວັນສາກົນ ເພື່ອສັນຕິພາບ ພາຍໃຕ້ຄຳຂວັນ “ ຢຶດໝັ້ນຕໍ່ອະນາຄົດຮ່ວມກັນເພື່ອສ້າງໂລກແຫ່ງການຢູ່ຮ່ວມກັນໂດຍສັນຕິ” ຄໍາຂວັນດັ່ງກ່າວແມ່ນເປົ້າໝາຍອັນແທ້ຈິງ ຂອງວິໄສທັດ ທາງການທູດທີ່ ທ່ານ ສີ ຈິ້ນຜິງ ໄດ້ວາງອອກໃນໄລຍະໃໝ່ ເພື່ອຜົນປະໂຫຍດອັນຍາວນານ ຂອງບັນດາປະຊາຊາດ. ທ່ານ ສົມມາດ ພົນເສນາ ໄດ້ມີຄໍາເຫັນຕີລາຄາສະພາບການພາກພື້ນ ແລະ ສາກົນ ເຫັນວ່າຍັງສືບຕໍ່ຜັນແປໄປຢ່າງໄວວາ, ສັບສົນ, ບັນຫາສະພາບອາກາດ, ໄພພິບັດທໍາມະຊາດ ແລະ ການປະທະກັນ ດ້ວຍກໍາລັງອາວຸດຍັງສືບຕໍ່ເກີດຂຶ້ນຢູ່ຫຼາຍຂົງເຂດຂອງໂລກ ແລະ ແຜ່ລາມເປັນວົງກວ້າງ, ບັນຫາເຫຼົ່ານັ້ນໄດ້ເປັນໄພຂົ່ມຂູ່ຕໍ່ສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ການພັດທະນາ ຂອງບັນດາປະເທດໃນໂລກ. ພ້ອມນັ້ນ, ກໍໄດ້ຊົມເຊີຍ ແລະ ຕີລາຄາສູງຕໍ່ການປະກອບສ່ວນຢ່າງເອົາໃຈໃສ່ ຂອງ ສປ ຈີນ ໃນຄວາມພະຍາຍາມສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ ຂອງໂລກ ໂດຍສະເພາະແມ່ນການລິເລີ່ມແນວຄວາມຄິດ “5 ຫຼັກການຢູ່ຮ່ວມກັນໂດຍສັນຕິ”. ສໍາລັບປະຊາຊົນລາວຮູ້ດີເຖິງຄຸນຄ່າ ຂອງສັນຕິພາບ ແລະ ຜົນຮ້າຍຂອງສົງຄາມ ແລະ ພ້ອມທີ່ຈະຮ່ວມກັບປະຊາຊາດຜູ້ຮັກຫອມສັນຕິພາບໃນໂລກ ໃນການສະໜັບສະໜູນ ແລະ ຕໍ່ສູ້ເພື່ອສັນຕິພາບ ເພື່ອເຮັດໃຫ້ໂລກ ຂອງພວກເຮົາມີຄວາມສະຫງົບ, ມີຄວາມຍຸຕິທໍາ ເພື່ອໃຫ້ຄົນຮຸ່ນໃໝ່ ຂອງພວກເຮົາໄດ້ດໍາລົງຊີວິດຢ່າງມີຄວາມສຸກ.
ໃນກອງປະຊຸມ ຄະນະຜູ້ແທນຈາກບັນດາປະເທດຕ່າງໆ ທີ່ຮັກຫອມສັນຕິພາບ ແລະ ຄວາມເປັນທຳຈະໄດ້ແລກປ່ຽນຄວາມຄິດເຫັນ ແລະ ແບ່ງປັນບົດຮຽນການເຄື່ອນໄຫວວຽກງານສັນຕິພາບ ເພື່ອປະ ກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ຖືເປັນກົນໄກແຫ່ງການຮ່ວມມືພາ ຄີທີ່ທຸກຝ່າຍໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ, ທັງເປີດກວ້າງພັດທະນາເສດຖະກິດໂລກໃນທຸກດ້ານ ໂດຍ ຢຶດຖືເອົາຄວາມຜາສຸກ ຂອງປະຊາຊົນໃນທົ່ວໂລກເປັນບຸລິມະສິດອັນດັບໜຶ່ງ.
ນອກຈາກເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນລາວຍັງໄດ້ພົບປະສອງຝ່າຍກັບການນຳ ຂອງແຂວງຊານຕົ່ງ ສປ ຈີນ. ຝ່າຍ ຈີນ ໄດ້ແຈ້ງຂໍ້ມູນ ແລະ ສະພາບການພົ້ນເດັ່ນ ຂອງການພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງຊານຕົ່ງ ໃຫ້ຊາບ, ຊຶ່ງແຂວງຊານຕົງເປັນແຂວງທີ່ມີປະຫວັດສາດຍາວນານ, ເປັນບ້ານເກີດ ຂອງ ທ່ານ ຂົງຈື້ ມີບົດບາດສໍາຄັນດ້ານວັດທະນະທໍາ ແລະ ເປັນແຂວງທີ່ນໍາໜ້າດ້ານການສຶກສາ, ການຄົ້ນຄວ້າ ແລະ ມີການຂະຫຍາຍຕົວທາງດ້ານເສດຖະກິດອັນດັບ 3 ຂອງປະເທດຈີນ. ສ່ວນຝ່າຍ ລາວ ກໍໄດ້ແຈ້ງສະພາບອັນພົ້ນເດັ່ນເປັນຕົ້ນແມ່ນປັດຈຸບັນ, ພັກ ແລະ ລັດຖະບານລາວ ພວມສຸມໃສ່ການຈັດຕັ້ງປະຕິບັດມະຕິຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ຂອງລັດຖະບານ. ໃນເດືອນພຶດສະພາຜ່ານມາ, ສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະເທື່ອທີ 8 ສະໄໝທີ XI ໂດຍໄດ້ຕີລາຄາຄືນ ແລະ ໃຫ້ທິດຊີ້ນໍາຕໍ່ການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ ແລະ ແກ້ໄຂສະພາບການເປັນຢູ່ ຂອງປະຊາຊົນ.
ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ, ໝັ້ນຄົງຍາວນານຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກຳ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຈີນ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງນັບມື້ກ້າວເຂົ້າສູ່ລວງເລິກ ແລະ ນໍາເອົາຜົນໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.
(ຂ່າວ: ຄຕພ)

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ