ລັດອະນຸມັດໃຫ້ບໍລິສັດຕົວແທນຈຳໜ່າຍເທົ່ານັ້ນ ສາມາດນຳເຂົ້າລົດໄຟຟ້າ

ລັດອະນຸມັດໃຫ້ບໍລິສັດຕົວແທນຈຳໜ່າຍເທົ່ານັ້ນ ສາມາດນຳເຂົ້າລົດໄຟຟ້າ
ລັດຖະບານອະນຸມັດໃຫ້ແຕ່ບໍລິສັດຕົວແທນຈໍາໜ່າຍ ແລະ ມີສູນບໍລິການຫຼັງການຂາຍເທົ່ານັ້ນ ສາມາດນໍາເຂົ້າລົດໄຟຟ້າໄດ້, ໃນຂະນະດຽວກັນໄດ້ກຳນົດໂຄງສ້າງລາຄາຈໍາໜ່າຍລົດໄຟຟ້າ (EV) ໃຫ້ມີຄວາມເໝາະສົມ ເພື່ອປ້ອງກັນການສວຍໂອກາດຂຶ້ນລາຄາ, ເພື່ອສ້າງຄວາມເປັນທຳໃຫ້ຜູ້ບໍລິໂພກໃຫ້ມານໍາໃຊ້ລົດໄຟຟ້າ ແລະ ລົດພະລັງງານທາງເລືອກໃຫ້ຫຼາຍຂຶ້ນ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ປປ ລາວ ໄດ້ຊີ້ແຈງຕໍ່ຄຳເຫັນຂອງຄະນະປະຈຳສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ແຈງວ່າ: ເພື່ອຮັບມືກັບຄວາມບໍ່ແນ່ນອນ ແລະ ຫຼຸດຜ່ອນຜົນກະທົບຂອງລາຄານໍ້າມັນເຊື້ອໄຟທີ່ມີທ່າອ່ຽງເພີ່ມສູງຂຶ້ນ ທັງໃນສະເພາະໜ້າ ແລະ ຍາວນານ ລວມທັງເປັນການຫຼຸດຜ່ອນ ຄວາມຕ້ອງການນໍາໃຊ້ເງິນຕາໃນການຊໍາລະສິນຄ້ານໍາເຂົ້າ ເນື່ອງຈາກວ່າ ການນໍາເຂົ້ານໍ້າມັນເຊື້ອໄຟ, ເຄມີພັນ ແລະ ພາຫະນະແມ່ນສິນຄ້າ 3 ອັນດັບຕົ້ນທີ່ນໍາເຂົ້າຫຼາຍ, ຍົກຕົວຢ່າງ ໄລຍະ 5 ປີຜ່ານມາ, ປະເທດເຮົາໄດ້ນໍາເຂົ້ານໍ້າມັນເຊື້ອໄຟລວມເປັນ 8,103 ລ້ານລິດ, ຄິດເປັນເງິນ 5,559 ລ້ານໂດລາ. ພ້ອມດຽວກັນນັ້ນ, ປະເທດເຮົາ ກໍມີແຫຼ່ງຜະລິດພະລັງງານໄຟຟ້າທີ່ຫຼວງຫຼາຍ. ສະນັ້ນ, ການສົ່ງເສີມ ການຂົນສົ່ງດ້ວຍຍານພະຫາໄຟຟ້າແມ່ນ ເໝາະສົມ ແລະ ສອດຄ່ອງກັບເງື່ອນໄຂຂອງປະເທດເຮົາ. ດັ່ງນັ້ນ, ລັດຖະບານ ຈຶ່ງໄດ້ອອກນິຕິກຳ ແລະ ມາດຕະການນິຕິກຳເພື່ອນໍາໃຊ້ລົດໄຟຟ້າ ແລະ ພະລັງງານທາງເລືອກດັ່ງນີ້:

1. ໄດ້ໂຈະນໍາເຂົ້າຊົ່ວຄາວລົດເບົາທີ່ໃຊ້ນໍ້າມັນເຊື້ອໄຟ ຊຶ່ງໃນໄລຍະ 3 ເດືອນຜ່ານມາ, ຕົວເລກການນໍາເຂົ້າພາຫະນະໄຟຟ້າ ແລະ ພະລັງງານທາງເລືອກເພີ່ມຂຶ້ນ 5,514 ຄັນ (ບໍ່ລວມລົດ 2-3 ລໍ້), ຄິດເປັນມູນຄ່າ 101.6 ລ້ານໂດລາ ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນເຖິງ 140.7%. ຕໍ່ກັບການໂຈະຊົ່ວຄາວນີ້ ກໍຂໍອະທິບາຍເພີ່ມເຕີມ ເນື່ອງຈາກຍັງມີຫາງສຽງສັງຄົມຈຳນວນໜຶ່ງທີ່ຍັງບໍ່ທັນເຂົ້າໃຈເລິກຊຶ່ງ, ເຖິງແມ່ນວ່າ ການຊື້ພາຫະນະຕ່າງໆ ແມ່ນນໍາໃຊ້ເງິນຂອງສັງຄົມເອງແຕ່ດ້ານມະຫາພາກ ຖ້າມີຄວາມຕ້ອງການນໍາໃຊ້ເງິນຕາຫຼາຍ ກໍສົ່ງຜົນກະທົບໂດຍລວມຕໍ່ລະບົບເງິນຕາ ລວມທັງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ. ຊຶ່ງທັງໝົດນີ້ເພື່ອຄວາມໝັ້ນຄົງດ້ານເສດຖະກິດ ແລະ ດ້ານພະລັງງານທີ່ນໍາໃຊ້ຢູ່ພາຍໃນປະເທດ,

2. ອະນຸມັດໃຫ້ບໍລິສັດທີ່ເປັນຕົວແທນຈໍາໜ່າຍ ແລະ ມີສູນບໍລິການຫຼັງການຂາຍເທົ່າ ນັ້ນ ທີ່ສາມາດນໍາເຂົ້າລົດໄຟຟ້າໄດ້ ເພື່ອສ້າງຄວາມເຊື່ອໝັ້ນໃນການນໍາໃຊ້ລົດໄຟຟ້າ, ຮັບປະກັນ ແລະ ສາມາດຕອບສະໜອງການບໍລິການສ້ອມແປງໃຫ້ສັງຄົມຢ່າງທົ່ວເຖິງ,

3. ຄົ້ນຄວ້າປັບປຸງລະບຽບການຕ່າງໆ ກ່ຽວກັບການຄຸ້ມຄອງຍານພາຫະນະທາງບົກໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງການນໍາໃຊ້ລົດໄຟຟ້າໃນປັດຈຸບັນ, ຄົ້ນ ຄວ້າ ແລະ ກຳນົດໂຄງສ້າງລາຄາຈໍາໜ່າຍລົດໄຟຟ້າ (EV) ໃຫ້ມີຄວາມເໝາະສົມ ເພື່ອປ້ອງກັນການສວຍໂອກາດຂຶ້ນລາຄາ ແລະ ສ້າງຄວາມເປັນທຳໃຫ້ຜູ້ບໍລິໂພກ,

4. ໄດ້ແຕ່ງຕັ້ງຄະນະກຳມະການຊີ້ນໍາລະດັບຊາດ ເພື່ອຜັນຂະຫຍາຍນະໂຍບາຍສົ່ງເສີມການໃຊ້ລົດໄຟຟ້າ ແລະ ພະລັງງານທາງເລືອກໃຫ້ເປັນຮູບປະທຳ ຕາມຂໍ້ຕົກລົງ ເລກທີ 31/ນຍ, ລົງວັນທີ 20 ເມສາ 2026. (ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາເພື່ອໃຫ້ສື່ມວນຊົນ ມີການພັດທະນາຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ປະທານປະເທດ ເນັ້ນຫຼາຍບັນຫາເພື່ອໃຫ້ສື່ມວນຊົນ ມີການພັດທະນາຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໃນວັນທີ 15 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ, ໂດຍມີທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງສປປ ລາວ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຊີ້ນໍາກອງປະຊຸມ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານສະພາທິດສະດີສູນກາງພັກ, ມີບັນດາການນໍາ, ອະດີດການນໍາຂັ້ນສູງ, ຜູ້ແທນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ ໃນວັນທີ 15 ກໍລະກົດນີ້,
ເລຂາທິການໃຫຍ່ ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງຫຼວງພະບາງ

ເລຂາທິການໃຫຍ່ ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງຫຼວງພະບາງ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ໄດ້ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງຫຼວງພະບາງ ໃນວັນທີ 13 ກໍລະກົດນີ້ ທີ່ ແຂວງຫຼວງພະບາງ, ໂດຍມີ ທ່ານ ບຸນເລື່່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງ, ພ້ອມດ້ວຍການນຳ, ອະດີດການນຳ, ພະນັກງານນຳພາ-ຄຸ້ມຄອງເຂົ້າຮ່ວມ.
ເລຂາທິການໃຫຍ່ ເຄື່ອນໄຫວເຮັດວຽກ ຢູ່ແຂວງຫຼວງພະບາງ

ເລຂາທິການໃຫຍ່ ເຄື່ອນໄຫວເຮັດວຽກ ຢູ່ແຂວງຫຼວງພະບາງ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ພ້ອມດ້ວຍພັນລະຍາ ແລະຄະນະ ໄດ້ເດີນທາງເຄື່ອນໄຫວ ແລະ ເຮັດວຽກ ຢູ່ ແຂວງຫຼວງພະບາງ ໃນວັນທີ 12 ກໍລະກົດນີ້, ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຫຼວງພະບາງ, ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ; ຈາກນັ້ນ, ໄດ້ເຄື່ອນໄຫວຕິດຕາມກວດກາພື້ນທີ່ ໂຄງການກໍ່ສ້າງພັດທະນາແຄມນ້ຳຂອງ-ແຄມນ້ຳຄານ ນະຄອນ ຫຼວງພະບາງ.
ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງສປປລາວ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຄະນະປະຈໍາສະພາແຫ່ງຊາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດວ່າ:
6 ເດືອນທ້າຍປີ ລັດຖະບານຕ້ອງສືບຕໍ່ບັນດາຄາດໝາຍທີ່ບໍ່ທັນບັນລຸໃຫ້ສໍາເລັດ

6 ເດືອນທ້າຍປີ ລັດຖະບານຕ້ອງສືບຕໍ່ບັນດາຄາດໝາຍທີ່ບໍ່ທັນບັນລຸໃຫ້ສໍາເລັດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດໄດ້ຖະ ແຫຼງຂ່າວ ກ່ຽວກັບຜົນສຳເລັດຂອງກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ ໃນການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນວຽກຈຸດສຸມ 6 ເດືຶອນທ້າຍປີ 2026 ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາວ ວ່າ:
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 2 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 2 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ຖະແຫຼ່ງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 2 ສະບັບ ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດ ວ່າ:
ວາລະແຫ່ງຊາດ ຈະສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 100,000 ຄອບຄົວ

ວາລະແຫ່ງຊາດ ຈະສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 100,000 ຄອບຄົວ

ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ຖະແຫຼງຂ່າວ ຕໍ່ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດວ່າ: ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ຊຶ່ງຫຼັກການຈັດຕັ້ງປະຕິບັດວາລະແຫ່ງຊາດມີ 5 ຫຼັກການ ຄື: ຮັບປະກັນຄວາມເຂັ້ມງວດ-ເດັດຂາດ, ຮັບປະກັນຄວາມໂປ່ງໃສ, ຮັບປະກັນດ້ານວິທະຍາສາດ-ວິຊາການ, ຮັບປະກັນຄວາມເປັນມືອາຊີບ ແລະ ຮັບ ປະກັນຄຸນນະພາບ ແລະ ຄວາມຍືນຍົງ.
ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ ຈະເປັນເຄື່ອງມືສໍາຄັນຄຸ້ມຄອງວຽກງານຄັງເງິນແຫ່ງລັດ

ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ ຈະເປັນເຄື່ອງມືສໍາຄັນຄຸ້ມຄອງວຽກງານຄັງເງິນແຫ່ງລັດ

ກົດໝາຍວ່າດ້ວຍຄັງເງິນແຫ່ງລັດສະບັບສ້າງໃໝ່ ຈະເປັນເຄື່ອງມືທີ່ສໍາຄັນໃນການຄຸ້ມຄອງວຽກງານຄັງເງິນແຫ່ງລັດໃຫ້ມີຄວາມເຂັ້ມແຂງ. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສ້າງໃໝ່) ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ