ລັດຖະບານຈະດຳເນີນ 5 ມາດຕະການ ເພື່ອບັນລຸເປົ້າໝາຍຈະເລີນເຕີບໂຕທາງດ້ານເສດຖະກິດ

ລັດຖະບານຈະດຳເນີນ 5 ມາດຕະການ ເພື່ອບັນລຸເປົ້າໝາຍຈະເລີນເຕີບໂຕທາງດ້ານເສດຖະກິດ
ເພື່ອຮັບປະກັນໃຫ້ບັນລຸເປົ້າໝາຍຈະເລີນເຕີບໂຕທາງດ້ານເສດຖະກິດ ແລະ ບັນດາຄາດໝາຍທາງດ້ານມະຫາພາກທີ່ສະພາແຫ່ງຊາດໄດ້ຮັບຮອງ, ລັດຖະບານ ຈະສືບຕໍ່ປະຕິບັດຕາມ 6 ທິດທາງ, 4 ມາດຕະການຈັດຕັ້ງພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, 14 ມາດຕະການເພີ່ມເຕີມ, ໃນຂະນະດຽວກັນ ຈະປະຕິບັດ 5 ມາດຕະການບຸລິມະສິດ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ຄຳເຫັນຂອງຄະນະປະຈຳສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດໃນກອງປະຊຸມສະໄໝວິສາມັນ ເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ແຈງວ່າ: ເພື່ອຮັບປະກັນໃຫ້ບັນລຸເປົ້າໝາຍຈະເລີນເຕີບໂຕທາງດ້ານເສດຖະກິດ ແລະ ບັນດາຄາດໝາຍທາງດ້ານມະຫາພາກ ທີ່ສະພາແຫ່ງຊາດໄດ້ຮັບຮອງແລ້ວ ຕາມມະຕິ 177/ສພຊ, ຊຶ່ງລັດຖະບານຈະສືບຕໍ່ປະຕິບັດຕາມ 6 ທິດທາງ ແລະ 4 ມາດຕະການຈັດຕັ້ງພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2026 ແລະ 14 ມາດຕະການເພີ່ມເຕີມທີ່ສະພາແຫ່ງຊາດໄດ້ກຳນົດໃນມະຕິ 117/ສພຊ ໃຫ້ຕັ້ງໜ້າ, ແຂງແຮງ ແລະ ມີໝາກຜົນຕົວຈິງກວ່າເກົ່າ. ພ້ອມນັ້ນຈະປະຕິບັດ 5 ມາດຕະການບຸລິມະສິດ ຄື:

1. ຄຸ້ມຄອງເງິນເຟີ້ດ້ວຍການປະຕິບັດນະໂຍບາຍ ແລະ ລະບຽບການເງິນຕາ ເຊັ່ນ: ຮັກສາຄ່າເງິນກີບບໍ່ໃຫ້ມີການເໜັງຕີງຫຼາຍ, ປະຕິບັດອັດຕາດອກເບ້ຍທີ່ຍືດຍຸ່ນ ແລະ ເໝາະສົມ, ເພີ່ມຄັງສຳຮອງເງິນຕາໃຫ້ຫຼາຍຂຶ້ນ ໂດຍການລະດົມທຸກແຫຼ່ງລາຍຮັບເງິນຕາທີ່ມີ.

2. ປະຕິບັດລະບຽບການ ການເງິນ ເພື່ອບັນລຸຄາດໝາຍລາຍຮັບຕາມແຜນ ແລະ ລື່ນແຜນຈາກພາສີ-ອາກອນ, ຫຼຸດຜ່ອນລາຍຈ່າຍທີ່ບໍ່ຈຳເປັນທີ່ເປັນການອຸດໜູນເກີນຂອບເຂດ.

3. ເລັ່ງການຜະລິດສົ່ງອອກ ເຊັ່ນ: ໄຟຟ້າ, ແຮ່ທາດ, ກະສິກຳສັດ ແລະ ແປຮູບ, ທ່ອງທ່ຽວ, ການຂົນສົ່ງໂລຈິສຕິກ, ການບໍລິການຢູ່ດ່ານຊາຍແດນ, ທ່າບົກຕ່າງໆ ເຮັດໃຫ້ການຄ້າ, ການບໍລິການມີຄວາມສະດວກໂລ່ງລ່ຽນ ແລະ ປອດໄພ.

4. ສຸມໃສ່ແກ້ໄຂໜີ້ສິນສາທາລະນະ ແລະ ເກັບກູ້ໜີ້ສິນຈາກວິສາຫະກິດເພື່ອບໍ່ໃຫ້ຄວາມສ່ຽງໜີ້ກາຍມາເປັນສິ່ງກົດດັນຄ່າເງິນກີບ ແລະ ອັດຕາເງິນເຟີ້.

5. ສ້າງກົນໄກພົວພັນປະສານງານການບັນຊາບໍລິຫານທີ່ໂລ່ງລ່ຽນ, ໂປ່ງໃສ ແລະ ທັນສະໄໝ ໂດຍມອບໃຫ້ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງຮັບຜິດຊອບຢ່າງຈະແຈ້ງ ແລະ ມີກົນໄກຕິດຕາມການກວດກາ ປະເມີນຜົນການປະຕິບັດຕົວຈິງແຕ່ລະໄລຍະ.

ໃນນັ້ນ, ໃນການຈຳກັດການນໍາເຂົ້າສິນຄ້າຟຸມເຟືອຍ ແລະ ສິນຄ້າທີ່ພາຍໃນສາມາດຜະລິດໄດ້ແລ້ວຕໍ່ບັນ ຫານີ້, ປັດຈຸບັນລັດຖະບານໄດ້ສຸມໃສ່ບັນດາສິນຄ້າຟຸມເຟືອຍ ທີ່ພາໃຫ້ເກີດການໄຫຼອອກຂອງເງິນຕາຕ່າງປະເທດ ໄດ້ແກ່ສິນຄ້າໝວດພາຫະນະທີ່ມີມູນຄ່າສູງ, ເຫຼັກ ແລະ ຊີມັງ, ຜະລິດຕະພັນເຫຼົ້າ ແລະ ຢາສູບທຸກຊະນິດ, ທົບທວນການຈັດຕັ້ງປະຕິບັດມະຕິ 06/ລບ ແລະ ແຈ້ງການ ສະບັບເລກທີ 602/ຫສນຍ ວ່າດ້ວຍການໂຈະຊົ່ວຄາວການນໍາເຂົ້າລົດນໍ້າມັນເຊື້ອໄຟ, ລົດທີ່ບໍ່ມີຕົວແທນຈໍາໜ່າຍທາງການ ແລະ ການວາງມາດຕະການແກ້ໄຂຜົນກະ ທົບໃນຕໍ່ໜ້າ, ກະກຽມອອກຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງນໍາເຂົ້າ ແລະ ສົ່ງອອກວັດຖຸມີຄ່າ, ກະກຽມອອກແຈ້ງການກ່ຽວກັບມາດຕະການຄຸ້ມຄອງ ການນໍາເຂົ້າສິນຄ້າເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາສູບທຸກຊະນິດ, ວຽກງານດັດສົມວິສາຫະກິດນໍາເຂົ້າຍານພະຫານະ ແລະ ປັດຈຸບັນ ໄດ້ຄົ້ນຄວ້າ ພິຈາລະນາອອກແຈ້ງການດັດສົມວິສາຫະກິດນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ໂດຍມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງກຳນົດແຜນດັດສົມ ແລະ ຈັດຕັ້ງປະຕິບັດຕາມພາລະບົດບາດ ພາກສ່ວນໃດຄຸ້ມຄອງທຸລະກິດໃດ ແມ່ນມອບໃຫ້ພາກສ່ວນນັ້ນເປັນເຈົ້າການດັດສົມ, ທຸລະກິດທີ່ບໍ່ມີພາກສ່ວນໃດຮັບຜິດຊອບ ແມ່ນມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າເປັນເຈົ້າການດັດສົມ. (ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ