ລັດຖະບານປະດັບຫຼຽນກາມິດຕະພາບໃຫ້ເອກອັກຄະລັດຖະທູດສຕວັກກີ

ລັດຖະບານປະດັບຫຼຽນກາມິດຕະພາບໃຫ້ເອກອັກຄະລັດຖະທູດສຕວັກກີປະຈໍາສປປລາວ

ລັດຖະບານປະດັບຫຼຽນກາມິດຕະພາບໃຫ້ເອກອັກຄະລັດຖະທູດສຕວັກກີປະຈໍາສປປລາວ
ໃນຕອນເຊົ້າຂອງ ວັນທີ 13 ມັງກອນນີ້ທີ່ກະຊວງການຕ່າງປະເທດ,ທ່ານທອງສະຫວັນພົມວິຫານລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທ່ານໂອຼຮັນເອີຊຶກ (Orhan ISIK)

 

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດຕວັກກີປະຈຳສປປລາວໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ສປປລາວ,ພ້ອມທັງ ຕາງໜ້າໃຫ້ລັດຖະບານແຫ່ງສປປລາວປະດັບຫຼຽນກາມິດຕະພາບໃຫ້ແກ່ທ່ານເອກອັກຄະລັດຖະທູດເພື່ອເປັນການຍ້ອງຍໍຊົມເຊີຍຕໍ່ຜົນງານການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນມິດຕະພາບແລະການຮ່ວມມືອັນດີລະຫວ່າງສອງປະເທດລາວ - ຕວັກກີ.

ໃນໂອກາດດັ່ງກ່າວ,ທ່ານທອງສະຫວັນພົມວິຫານໄດ້ສະແດງຄວາມຍ້ອງຍໍຊົມເຊີຍທ່ານໂອຼຮັນເອີຊຶກຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຢ່າງສົມກຽດຂອງທ່ານຢູ່ສປປລາວຕະຫຼອດໄລຍະ 4 ປີກວ່າແລະຕີລາຄາສູງຕໍ່ການເຄື່ອນໄຫວຢ່າງຫ້າວຫັນ ຂອງທ່ານທູດທີ່ໄດ້ປະກອບສ່ວນສຳຄັນໃນການຊຸກຍູ້ແລະເສີມຂະຫຍາຍສາຍພົວພັນມິດຕະພາບແລະການຮ່ວມມືອັນດີລະຫວ່າງສອງປະເທດລາວ-ຕວັກກີທັງໃນຂອບສອງຝ່າຍແລະຫຼາຍຝ່າຍໃຫ້ນັບມື້ນັບຂະຫຍາຍຕົວ ແລະ ດີຂຶ້ນເປັນກ້າວໆ,ໂດຍສະເພາະທ່ານທູດໄດ້ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມຂອງ ການນຳຂັ້ນສູງລະຫວ່າງສອງປະເທດຢ່າງຕັ້ງໜ້າຊຶ່ງໃນໄລຍະທີ່ ທ່ານທູດປະຕິບັດໜ້າທີ່ ຢູ່ ລາວ ກໍໄດ້ມີການເດີນທາງຢ້ຽມຢາມຕວັກກີຢ່າງເປັນທາງການຂອງທ່ານສະເຫຼີມໄຊກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວໃນຕົ້ນປີ 2024 ພ້ອມທັງໄດ້ລົງນາມໃນMOU ວ່າດ້ວຍການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດລາວ-ຕວັກກີໃຫ້ມີການແລກປ່ຽນຖອດຖອນບົດຮຽນໃນວຽກງານການປະຕິຮູບລັດວິສາຫະກິດ ຂະແໜງໄຟຟ້າ;ຊຸກຍູ້ການຢ້ຽມຢາມແລະເຂົ້າຮ່ວມກອງປະຊຸມສາມຝ່າຍລາວ-ກອງເລຂາອາຊຽນ-ຕວັກກີຂອງລັດຖະມົນຕີຕວັກກີໃນໄລຍະກອງປະຊຸມລະດັບລັດຖະມົນຕີອາຊຽນໃນເດືອນກໍລະກົດ 2024 ທີ່ສປປ ລາວເປັນເຈົ້າພາບແລະເຊັນMOU ສ້າງຕັ້ງສະພາອຸດສະຫະກໍາແລະການຄ້າລາວ-ຕວັກກີ. ພ້ອມນີ້,ທ່ານທອງສະຫວັນພົມວິຫານຍັງໄດ້ສະແດງຄວາມຊົມເຊີຍທ່ານທູດໂອຼຮັນເອີຊຶກທີ່ໄດ້ຮັບໜ້າທີ່ເປັນທູດອາວຸໂສຂອງທູຕານູທູດປະຈຳສປປລາວໃນປີ 2023 ແລະ 2024 ຊຶ່ງໄດ້ນໍາພາບັນດາທູຕານູທູດເຄື່ອນໄຫວຢ່າງຕັ້ງໜ້າແລະຮັກສາໄວ້ຄວາມສາມັກຄີອັນແໜ້ນແຟ້ນກໍຄືການພົວພັນຮ່ວມມືອັນດີງາມລະຫວ່າງບັນດາສະຖານທູດຕ່າງໆທີ່ນະຄອນຫຼວງວຽງຈັນ.

ໃນໂອກາດດຽວກັນນີ້,ທ່ານທູດໂອຼຮັນເອີຊຶກໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານກໍຄືປະຊາຊົນລາວລວມທັງກະຊວງການຕ່າງປະເທດແຫ່ງສປປລາວທີ່ໄດ້ໃຫ້ການຮ່ວມມື,ສະໜັບສະໜູນຊ່ວຍເຫຼືອແລະອຳນວຍຄວາມສະດວກເປັນຢ່າງດີຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຢູ່ສປປລາວໃນຄັ້ງນີ້,ກໍຄືການເຮັດໜ້າທີ່ເປັນທູດອາວຸໂສຂອງທູຕານູທູດປະຈຳສປປລາວໃນປີ 2023 ແລະ 2024 ຈົນໄດ້ຮັບຜົນສຳເລັດອັນຈົບງາມ,ສະແດງຄວາມປິຕິຍິນດີແລະຂອບໃຈຢ່າງຈິງໃຈຕໍ່ລັດຖະບານລາວທີ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຕົນຈົນໄດ້ຮັບການປະດັບຫຼຽນກາມິດຕະພາບ,ຊຶ່ງເປັນສັນຍາລັກທີ່ມີຄວາມໝາຍສຳຄັນໃນການຊຸກຍູ້ແລະຮັດແໜ້ນສາຍພົວພັນມິດຕະພາບແລະການຮ່ວມມືອັນດີລະຫວ່າງສອງປະເທດຕວັກກີ-ລາວໃຫ້ແຕກດອກອອກຜົນຍິ່ງໆຂຶ້ນແລະຫວັງຢ່າງຍິ່ງວ່າຈະໄດ້ກັບມາຢ້ຽມຢາມສປປລາວອີກຄັ້ງ.

ພ້ອມດຽວກັນນີ້,ທ່ານລັດຖະມົນຕີແລະທ່ານທູດຍັງໄດ້ຕີລາຄາການພົວພັນຮ່ວມມືລະຫວ່າງສປປລາວແລະສຕວັກກີໃນໄລຍະຜ່ານມານັບຕັ້ງແຕ່ສອງຝ່າຍໄດ້ມີການສ້າງຕັ້ງສາຍພົວພັນການທູດນັບແຕ່ປີ 1958ເປັນຕົ້ນມາຊຶ່ງປີນີ້ຄົບຮອບ 67 ປີ,ສອງຝ່າຍໄດ້ມີການພົວພັນທາງດ້ານການເມືອງແລະການທູດນຳກັນຢ່າງເປັນປົກກະຕິ,ມີການແລກປ່ຽນການຢ້ຽມຢາມຊຶ່ງກັນແລະກັນຢ່າງເປັນປະຈຳ,ພ້ອມທັງໄດ້ໃຫ້ການສະໜັບສະໜູນຊຶ່ງກັນແລະກັນໃນເວທີພາກພື້ນແລະສາກົນຢ່າງເປັນປົກກະຕິ. ຝ່າຍລາວຍັງໄດ້ຕີລາຄາສູງແລະສະແດງຄວາມຂອບໃຈມາຍັງທ່ານທູດແລະຜ່ານທ່ານທູດໄປຍັງລັດຖະບານແລະປະຊາຊົນຕວັກກີທີ່ໄດ້ໃຫ້ການສະໜັບສະໜູນສປປລາວຕະຫຼອດໄລຍະຜ່ານມາໂດຍສະເພາະຜ່ານອົງການຮ່ວມມືແລະປະສານງານຂອງຕວັກກີ (Turkish Cooperation and Coordination Agency –TIKA)ຕໍ່ຂະແໜງສາທາລະນະສຸກ,ສຶກສາ,ກະສິກໍາ,ແຮງງານແລະສະຫວັດດີການສັງຄົມກໍຄືການສົ່ງເສີມທັກສະແລະຄວາມກ້າວໜ້າຂອງຊາວໜຸ່ມແລະແມ່ຍິງລວມທັງການຊ່ວຍເຫຼືອດ້ານມະນຸດສະທຳໃນວຽກງານການບັນເທົາທຸກຈາກໄພພິບັດທຳມະຊາດໃນສປປລາວແລະການຫຼຸດຜ່ອນຄວາມສ່ຽງຕໍ່ລະເບີດບໍ່ທັນແຕກແລະອື່ນໆ.

ໃນຕອນທ່ຽງຂອງວັນດຽວກັນ, ທ່ານລັດຖະມົນຕີກໍໄດ້ໃຫ້ກຽດເປັນເຈົ້າພາບຈັດງານລ້ຽງອຳລາຕາມປະເພນີທີ່ເຄີຍປະຕິບັດເພື່ອເປັນກຽດແລະອວຍໄຊໃຫ້ພອນໃຫ້ແກ່ທ່ານທູດເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

(ຂ່າວ-ພາບ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ຕ້ອນຮັບທ່ານ ນາງ ເມແກນ ຈອນສ໌(Megan Jones) ເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີປະຈຳ ສປປ ລາວ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ທັນວານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ໃນໂອກາດທີ່ມາເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ.
ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ  (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດ ແລະ ພາລະກິດການປະຕິວັດຂອງທ່ານໄດ້ຜູກພັນກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສ້າງແນວທາງສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດ ແລະ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.
ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ວັນທີ 10 ທັນວາຜ່ານມາ, ທ່ານ ພັທ ຮວາງຮຸຍແທັງ ຫົວໜ້າຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາປຶ້ມແບບຮຽນ ແລະ ເອກະສານເພື່ອຄົ້ນຄວ້າໃນການຮຽນ-ການສອນມາມອບໃຫ້ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ສປປ ລາວ, ກ່າວຮັບໂດຍທ່ານ ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ເພີ່ມເຕີມ