ລັດຖະບານຕ້ອງພິຈາລະນາ ແລະ ກຳນົດໃຫ້ຈະແຈ້ງການຈັດຕັ້ງປະຕິບັດ ວາລະແຫ່ງຊາດ

ລັດຖະບານຕ້ອງພິຈາລະນາ ແລະ ກຳນົດໃຫ້ຈະແຈ້ງການຈັດຕັ້ງປະຕິບັດ ວາລະແຫ່ງຊາດ
ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນກອງປະຊຸມສະໄໝວິສາມັນ ເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ກໍລະກົດນີ້ ທີ່ສະພາແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ມອນໄຊ ລາວມົວຊົ່ງ ກ່າວວ່າ: ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານພິຈາລະນາ ແລະ ກຳນົດໃຫ້ຈະແຈ້ງຕື່ມ ໃນເງື່ອນໄຂທີ່ພວກເຮົາມີງົບປະມານຈຳກັດ ຈະສຸມໃສ່ເຮັດອັນໃດກ່ອນ, ເຮັດອັນໃດລຸນ ເນື່ອງຈາກວ່າບັນຫານີ້ ແມ່ນຕິດພັນກັບການຈັດສັນງົບປະມານ, ບຸກຄະລາກອນ, ເຄື່ອງມື, ອຸປະກອນ ແລະ ພາຫະນະຮັບໃຊ້ຕ່າງໆ. ໃນນັ້ນກ່ຽວກັບກົນໄກການຈັດຕັ້ງປະຕິບັດ ແລະ ການແບ່ງຄວາມຮັບຜິດຊອບ. ດ້ານພື້ນ ຖານແມ່ນເຫັນດີ ຕໍ່ກັບບັນດາກົນໄກ ແລະ ການຈັດແບ່ງຄວາມຮັບຜິດຊອບທີ່ໄດ້ກຳນົດ, ແຕ່ຄະນະປະຈຳສະພາແຫ່ງຊາດ ສະເໜີເພີ່ມຕື່ມບາງບັນຫາ ດັ່ງນີ້:

1) ພິຈາລະນາ ກໍານົດແຈ້ງຕື່ມກ່ຽວກັບມາດຕະການ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຕົວຈິງ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ.

2) ສະເໜີໃຫ້ ປັບປຸງກົນໄກການປະສານງານ ລະຫວ່າງ ພາກລັດ ແລະ ເອກະຊົນ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງສາກົນໃຫ້ຈະແຈ້ງ ແລະ ຮັດກຸມກວ່າເກົ່າ.

3) ພິຈາລະນາ ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ຫຼື ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດສະບັບນີ້ຢ່າງສົມເຫດ-ສົມຜົນ ເພື່ອສ້າງແຮງຈູງໃຈໃຫ້ທຸກພາກສ່ວນຂອງສັງຄົມເຂົ້າຮ່ວມຢ່າງກວ້າງຂວາງ.

ໃນນັ້ນ ທັດສະນະຂອງຄະນະປະຈຳສະພາແຫ່ງຊາດ ຕໍ່ກັບການພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ. ໃນໄລຍະຜ່ານມາ, ຄະນະປະຈຳສະພາແຫ່ງຊາດ ກໍຄືສະມາຊິກສະພາແຫ່ງຊາດ ຊຸດທີ IX ກໍໄດ້ ຕິດຕາມ, ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມພາລະບົດບາດຂອງຕົນ, ຜ່ານການຕີລາຄາຜົນການຕິດຕາມ ກວດກາ, ຄະນະປະຈຳສະພາແຫ່ງຊາດມີບາງທັດສະນະດັ່ງນີ້:

1. ການພັດທະນາຊົນນະບົດໃນໄລຍະຜ່ານມາ ໂດຍສະເພາະ ແມ່ນການກໍ່ສ້າງພື້ນຖານໂຄງລ່າງເຫັນວ່າ: ຍັງບໍ່ທັນມີຈຸດສຸມເທົ່າທີ່ຄວນ ເຊັ່ນ: ເສັ້ນທາງຄົມມະນາຄົມ, ໄຟຟ້າ, ໂທລະຄົມ ແລະ ການສື່ສານ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ສໍານັກງານອົງການ ອັນໃດແທ້ທີ່ພວກເຮົາຈະສຸມໃສ່ກ່ອນ, ອັນໃດຄວນເຮັດລຸນ, ພ້ອມນີ້ພື້ນຖານໂຄງລ່າງທີ່ໄດ້ຮັບການກໍ່ສ້າງສໍາເລັດ ບາງບ່ອນຍັງບໍ່ທັນຮັບປະກັນທາງດ້ານຄຸນນະພາບເທົ່າທີ່ຄວນ.ການແກ້ໄຂບັນຫາຊີວິດການເປັນຢູ່ຂອງປະຊາຊົນຍັງບໍ່ທັນໄດ້ສຸມໃສ່ຢ່າງສົມເຫດ-ສົມຜົນ.

2. ການຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ ຕ້ອງຮັບປະກັນຄວາມຍືນຍົງ; ການໂຮມບ້ານ ຕ້ອງໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ ໂດຍສະເພາະແມ່ນເຂດຍຸດທະສາດປ້ອງກັນຊາດ, ການໂຮມບ້ານ ບາງບ່ອນສາມາດໂຮມໄດ້ແຕ່ການຈັດຕັ້ງ, ແຕ່ປະຊາຊົນແມ່ນບໍ່ສາມາດໂຮມກັນໄດ້ ເນື່ອງຈາກທີ່ດິນທໍາການຜະລິດບໍ່ພຽງພໍ ເຮັດໃຫ້ປະຊາຊົນຈຳນວນໜຶ່ງກັບຄືນໄປຢູ່ບ້ານເກົ່າເພື່ອທໍາການຜະລິດ ແລະ ຕົກເຂົ້າສູ່ກໍລະນີ ແຍກຕົວອອກຫ່າງຈາກອໍານາດການປົກຄອງບ້ານ ແລະ ອຳນາດການປົກຄອງບ້ານ ບາງບ່ອນກໍ່ບໍ່ສາມາດຄຸ້ມຄອງໄດ້ຢ່າງທົ່ວເຖິງ ກາຍເປັນຊ່ອງຫວ່າງ ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ເຊັ່ນ: ບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ການບຸກລຸກຊັບພະຍາກອນທຳມະຊາດ ແລະ ອື່ນໆ ຊຶ່ງໄດ້ສົ່ງຜົນກະທົບເຖິງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

3. ພິຈາລະນາ ຄົ້ນຄວ້ານະໂຍບາຍ, ກຳນົດມາດຕະການ ຈັດຕັ້ງປະຕິບັດສໍາລັບປະຊາຊົນ ແລະ ພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດຢູ່ໃນຈຸດສຸມວຽກ ທີ່ 3, 4, 5 ໃຫ້ມີຄວາມເໝາະສົມ ເພື່ອຮັບປະກັນ ໃຫ້ປະຊາຊົນ ແລະ ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ສາມາດປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດສະບັບນີ້ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

4. ພິຈາລະນາ ແບ່ງຄວາມຮັບຜິດຊອບໃຫ້ບາງຂະແໜງການຕື່ມ ເປັນຕົ້ນ ແມ່ນກະຊວງປ້ອງກັນປະເທດ ເນື່ອງຈາກວ່າ: ບາງຈຸດສຸມທີ່ລັດຖະບານກຳນົດ ຕິດພັນກັບເຂດພື້ນຖານການປະຕິວັດ, ເຂດລຽບຊາຍແດນ, ທະນາຄານແຫ່ງ ສປປ ລາວ ຄົ້ນຄວ້າ, ສົ່ງເສີມບັນດາທະນາຄານທຸລະກິດ, ສະຖາບັນການເງິນ ມີນະໂຍບາຍປ່ອຍເງິນກູ້ທີ່ເໝາະສົມ ເພື່ອຮັບປະກັນໃຫ້ປະຊາຊົນເຂດຊົນນະບົດເຂົ້າເຖິງແຫຼ່ງທຶນກູ້ຢືມ.

5. ຕ້ອງເພີ່ມທະວີຄວາມເຂັ້ມງວດ ແລະ ເດັດຂາດໃນການບັງຄັບໃຊ້ກົດໝາຍ ເພື່ອຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢ່າງມີປະສິດທິຜົນ ໂດຍສະເພາະແມ່ນການຄຸ້ມຄອງບັນດາໂຄງການຂຸດຄົ້ນແຮ່ທາດຕ່າງໆ ແລະ ຄຸ້ມຄອງບັນຫາສິ່ງແວດລ້ອມ.

6. ສຸມໃສ່ສ້າງບຸກຄະລາກອນກັບທີ່ ຕິດພັນກັບການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມທິດ 3 ສ້າງ. (ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ