![]() |
ການແຂ່ງຂັນໃນລາຍການດັ່ງກ່າວ ຖືເປັນໜຶ່ງໃນລາຍການແລ່ນທີ່ໄດ້ຮັບຄວາມສົນໃຈ ແລະ ມີມາດຕະຖານສູງ ຊຶ່ງໃນປີນີ້ມີບັນດານັກແລ່ນທັງພາຍໃນປະເທດໄທ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຄຶກຄື້ນ ຫຼາຍກວ່າ 7,500 ຄົນ ໂດຍມີການແຂ່ງຂັນ 2 ໄລຍະທາງຫຼັກ ຄື: ໄລຍະທາງ 10 ໄມ (ປະມານ 16 ກິໂລແມັດ) ແລະ 5 ໄມ (ປະມານ 8 ກິໂລແມັດ). ໃນການລົງແຂ່ງຂັນປະເພດຍິງ ໄລຍະທາງ 16 ກິໂລແມັດ, ນາງ ລົດແກ້ວ ອິນທະກຸມມານ ໄດ້ສະແດງສະມັດຖະພາບຮ່າງກາຍອັນແຂງແຮງ, ຄວາມອົດທົນ ແລະ ຊັ້ນເຊີງການແລ່ນລະດັບແນວໜ້າ ສາມາດເລັ່ງຄວາມໄວເອົາຊະນະຄູ່ແຂ່ງ ແລະ ເຂົ້າເສັ້ນໄຊເປັນອັນດັບທີ 1 ຄອງແຊັມໄດ້ຢ່າງສົມສັກສີ ດ້ວຍສະຖິຕິເວລາ 1 ຊົ່ວໂມງ 4 ນາທີ 45 ວິນາທີ.
ໄຊຊະນະໃນຄັ້ງນີ້ ບໍ່ພຽງແຕ່ເປັນການພິສູດໃຫ້ເຫັນເຖິງຄວາມສາມາດອັນໂດດເດັ່ນ ແລະ ການພັດທະນາຢ່າງບໍ່ຢຸດຢັ້ງຂອງ ນາງ ລົດແກ້ວ ອິນທະກຸມມານ ເທົ່ານັ້ນ, ແຕ່ຍັງເປັນການສ້າງຄວາມພາກພູມໃຈ, ສ້າງຊື່ສຽງ ແລະ ນຳເອົາຮອຍຍິ້ມມາໃຫ້ແກ່ຄົນລາວທັງຊາດ ພ້ອມທັງເປັນແຮງບັນດານໃຈອັນຍິ່ງໃຫຍ່ໃຫ້ແກ່ນັກກິລາຮຸ່ນສືບທອດຂອງລາວໃນເວທີສາກົນຕໍ່ໄປ.
ຂ່າວ: ລູກນ້ຳເຊ ອິນທະດາລິນ

ຄໍາເຫັນ