ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ
ພິທີ ມອບ-ຮັບ ໂຄງການ ກໍ່ສ້າງຮ່ອງລະບາຍນໍ້າ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ລະຫວ່າງບໍລິສັດຜູ້ຮັບເໝົາ (ບໍລິສັດ ແສງມີໄຊ ຄົບວົງຈອນ ຈໍາກັດຜູ້ດຽວ) ກັບ ເຈົ້າຂອງໂຄງການ (ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງຄໍາມ່ວນ) ເພື່ອມອບຕໍ່ໃຫ້ແກ່ ອົງການພັດທະນາ ແລະ ບໍລິຫານຕົວເມືອງທ່າແຂກ ເປັນຜູ້ຄຸ້ມຄອງຊົມໃຊ້, ຊຶ່ງໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ ຢູ່ທີ່ໂຮງແຮມ ຣີເວີເຣຍ ເມືອງທ່າແຂກ ແຂວງຄໍາມ່ວນ.
ມອບ-ຮບ ໂຄງການກສາງຮອງລະບາຍນາຕວເມອງທາແຂກ - image 1
 

ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ ໄດ້ເລີ່ມລົງມືກໍ່ສ້າງນັບແຕ່ ວັນທີ 1 ກັນຍາ 2022 ແລະ ໄດ້ສໍາເລັດ ໃນວັນທີ 31 ກໍລະກົດ 2025, ຊຶ່ງບັນດາກິດຈະກຳທີ່ຈັດຕັ້ງປະຕິບັດປະກອບມີ: ການກໍ່ສ້າງຮ່ອງລະບາຍນໍ້າ 5 ເສັ້ນ, ມີຄວາມຍາວ 8,172 ແມັດ, ກໍ່ສ້າງສະຖານີສູບນໍ້າຈໍານວນ 3 ແຫ່ງ, ກໍ່ສ້າງທໍ່ໂລດາ 1 ຈຸດ. ໂຄງການດັ່ງກ່າວ, ມີມູນຄ່າທັງໝົດ 4 ລ້ານກວ່າໂດລາສະຫະລັດ ຊຶ່ງແມ່ນໜຶ່ງໃນ 5 ກິດຈະກໍາໂຄງການພັດທະນາຕົວເມືອງຕາມແລວອານຸພາກພື້ນແມ່ນໍ້າຂອງ 4 ຫຼື (GMS4) ໂດຍທືນຊ່ວຍເຫຼືອຂອງທະນາຄານພັດທະນາອາຊີ. ຊຶ່ງມີຈຸດປະສົງເພື່ອແກ້ໄຂບັນຫານໍ້າຖ້ວມ ແລະ ນໍ້າເສຍໃນເຂດຕົວເມືອງທ່າແຂກ, ເພື່ອປັບປຸງລະບົບຮ່ອງລະບາຍນໍ້າໃຫ້ມີປະສິດທິພາບ, ຮັກສາຄວາມສະອາດຂອງສິ່ງແວດລ້ອມ ແລະ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ.

ເຂົ້າຮ່ວມພິທີມອບຮັບຄັ້ງນີ້, ມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາການນໍາຈາກສູນກາງ, ແຂວງ, ບໍລິສັດຜູ້ຮັບເໝົາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ພິທີເປີດຝຶກອົບຮົມການປັບປຸງການຫຸ້ມຫໍ່ຜະລິດຕະພັນສິນຄ້າໂອດອບ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ຂອງສະຫະກອນຜະລິດເສັ້ນເຝີພັດທະນາຊຸມຊົນດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ ແລະ ກຸ່ມຜະລິດເຫຼົ້າ ແລະ ແປ້ງເຫຼົ້າຂາວ ເມືອງສຸຂຸມາ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 23 ພະ​ຈິກ​ນີ້ ທີ່ ເມືອງ​ໂຂງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອິນທະນົງສັກ ຈັນທະພິມ ກຳມະການພັກເມືອງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໂຂງ, ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ ແລະ​ ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມ.
ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ວັນທີ 19 ພະຈິກຜ່ານມາ, ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຈັດພິທີມອບ-ຮັບເຄື່ອງກິລາໃຫ້ນັກຮຽນ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນກິລາບານເຕະ ນັກຮຽນມັດທະຍົມຕອນປາຍ LDB ຈຳປາສັກ ປີ 2026 ທີ່ນະຄອນປາກເຊ ແຂວງຈຳປາສັກ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 51 ປີ, ໃຫ້ກຽດເປັນປະທານໂດຍທ່ານ ວັນລະເດດ ແກ້ວຈັນທາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກ ຄອງເມືອງ, ມີທ່ານ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ອິນປອນ ໄຊຍະລາດ ຄະນະສະຫະພັນບານເຕະເມືອງ ພ້ອມດ້ວຍຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ເພື່ອຮັບປະກັນໃຫ້ການສັນຈອນໄປມາຕາມເສັ້ນທາງຕ່າງໆ ມີຄວາມສະດວກ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໃນໄລຍະຈັດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ນວ ປະຈຳປີ 2026 ນີ້, ເຈົ້າໜ້າທີ່ຕຳຫຼວດຈະລາຈອນໄດ້ວາງແຜນຈັດກຳລັງປະຈຳການຕາມຈຸດສຳຄັນຕ່າງໆ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ຮ່ວມມືປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ.
ແຂວງຜົ້ງສາລີ ເປີດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຊຸດທີ I

ແຂວງຜົ້ງສາລີ ເປີດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຊຸດທີ I

ວັນທີ 23 ພະຈິກນີ້ ທີ່ສໍານັກງານອົງການປົກຄອງແຂວງ, ຄະນະໂຄສະນາອົບຮົມແຂວງຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຝືກອົບຮົມວຽກງານໂຄສະນາ-ປາຖະກະຖາຊຸດທີ I ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງຜົ້ງສາລີ, ໂດຍການເປັນປະທານຂອງ ທ່ານ ບຸນທະວີ ສໍສຸກັນ ກຳມະການສໍາຮອງສູນກາງພັກ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງຜົ້ງສາລີ, ມີ ທ່ານ ບົວໄລ ພານຸວົງ ກຳມະການພັກ ຫົວໜ້າກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານ ພອນປະດິດ ທິບມະນີວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ, ມີບັນດາທີມງານກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ບັນດາສໍາມະນາກອນ ທີ່ເປັນພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ ທັງໝົດ 55 ທ່ານ ຍິງ 15 ທ່ານ.
ເລົ່າເລື່ອງ ຜ່ານໄມ້ແກະສະຫຼັກຈາກຮີດຄອງບູຮານສູ່ຍຸກທັນສະໄໝໃນງານບຸນທາດຫຼວງ

ເລົ່າເລື່ອງ ຜ່ານໄມ້ແກະສະຫຼັກຈາກຮີດຄອງບູຮານສູ່ຍຸກທັນສະໄໝໃນງານບຸນທາດຫຼວງ

ທ່າມກາງບັນຍາກາດອັນຄຶກຄື້ນຂອງງານບຸນມະໂຫລານພະທາດຫຼວງວຽງຈັນ ທີ່ດຶງດູດນັກທ່ອງທ່ຽວ ແລະ ປະຊາຊົນຈາກທົ່ວທຸກສາລະທິດເຂົ້າມາທ່ຽວຊົມ ຜະລິດຕະພັນຫັດຖະກຳແກະສະຫຼັກໄມ້ຈາກ "ໂຮງຊ່າງ ຄວັດແກະສະຫຼັກໄມ້ສີມືຄົນລາວ" ໄດ້ກາຍເປັນອີກໜຶ່ງຈຸດສົນໃຈທີ່ສະທ້ອນໃຫ້ເຫັນທັງຄວາມງາມທາງສິລະປະ ປະຫວັດສາດ ແລະ ການປ່ຽນແປງຂອງສັງຄົມລາວຜ່ານລວດລາຍໄມ້.
ກະເປົາລາວຍຸກໃໝ່ ປະສົມຄວາມທັນສະໄໝ ຄືຄວາມເປັນລາວ ພ້ອມໂປຣໂມຊັນພິເສດໃນງານບຸນພະທາດຫຼວງ

ກະເປົາລາວຍຸກໃໝ່ ປະສົມຄວາມທັນສະໄໝ ຄືຄວາມເປັນລາວ ພ້ອມໂປຣໂມຊັນພິເສດໃນງານບຸນພະທາດຫຼວງ

ໃນບັນຍາກາດງານບຸນພະທາດຫຼວງທີ່ເຕັມໄປດ້ວຍສີສັນ ແລະ ຄວາມຄຶກຄື້ນ ຜະລິດຕະພັນຫັດຖະກຳລາວຍັງຄົງເປັນອີກໜຶ່ງຈຸດເດັ່ນທີ່ດຶງດູດຄວາມສົນໃຈຂອງປະຊາຊົນ ແລະ ນັກທ່ອງທ່ຽວ ໂດຍສະເພາະຜະລິດຕະພັນກະເປົາສານດ້ວຍຫວາຍ ແລະ ກະເປົາລາວຫັດຖະກຳດ້ວຍຝ້າຍ ທີ່ຖືກອອກແບບໃຫ້ຕອບໂຈດການນຳໃຊ້ໃນຊີວິດປະຈຳວັນ ແລະ ທັນສະໄໝຫຼາຍຂຶ້ນ ຍັງຄົງເປັນສິນຄ້າທີ່ໄດ້ຮັບຄວາມສົນໃຈຈາກຜູ້ບໍລິໂພກ ໂດຍສະເພາະໃນໄລຍະງານບຸນພະທາດຫຼວງ ທີ່ມີການນຳສະເໜີທັງຮູບແບບດັ້ງເດີມ ແລະ ຮູບແບບປະຍຸກໃຫ້ເຂົ້າກັບຍຸກສະໄໝ.
ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ວັນທີ 23 ພະຈິກນີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນແຫ່ຜາສາດເຜິ້ງໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026 ໂດຍໄດ້ເຕົ້າໂຮມທີ່ວັດໜອງບອນ ແລ້ວແຫ່ອ້ອມກົມມະລຽນພະທາດຫຼວງ 3 ຮອບ ເພື່ອເປັນການບູຊາຄຸນພະພຸດ, ພະທໍາ ແລະ ພະສົງ ໂດຍມີຂະ ບວນແຫ່ຂອງພະສົງອອກໜ້າ ແລະ ຂະບວນແຫ່ຂອງການນໍາພັກ-ລັດ ຊຶ່ງນຳໂດຍທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນຳພັກ-ລັດ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຮ້ານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງສະມາຊິກພາຍໃນງານບຸນນະມັດສະການພະທາດຫຼວງພ້ອມທັງເນັ້ນຍ້ຳພາລະບົດບາດໃນການສ້າງຄວາມສາມັກຄີພາຍໃນ ແລະ ການສົ່ງເສີມຊາວໜຸ່ມທີ່ຍັງບໍ່ມີວຽກເຮັດງານທຳໃຫ້ມີລາຍໄດ້ຜ່ານໂຄງການຜະລິດຝຸ່ນຊີວະພາບ ແລະ ການປູກພືດປອດສານພິດ.
ເພີ່ມເຕີມ