ນັກສຶກສາລາວ ໄດ້ລາງວັນທີ 3 ການແຂ່ງຂັນຮ້ອງເພງ ຢູ່ມະຫາວິທະຍາໄລວິງ ສສ ຫວຽດນາມ

ນັກສຶກສາລາວ ໄດ້ລາງວັນທີ 3 ການແຂ່ງຂັນຮ້ອງເພງ ຢູ່ມະຫາວິທະຍາໄລວິງ ສສ ຫວຽດນາມ

ນັກສຶກສາລາວ ໄດ້ລາງວັນທີ 3 ການແຂ່ງຂັນຮ້ອງເພງ ຢູ່ມະຫາວິທະຍາໄລວິງ ສສ ຫວຽດນາມ
ນັກສຶກສາລາວທີ່ກຳລັງສຶກສາຢູ່ ມະຫາວິທະຍາໄລວິງ (Vinh University) ສສ ຫວຽດນາມ ໄດ້ສ້າງຜົນງານອັນດີເດັ່ນ ແລະ ນຳເອົາຄວາມພາກພູມໃຈມາໃຫ້ປະເທດຊາດ ດ້ວຍການໄດ້ລາງວັນອັນດັບທີ 3 ໃນງານແຂ່ງຂັນ “ຮ້ອງເພງນັກສຶກສາ” ສົກຮຽນ 2025-2026.
ນກສກສາລາວ ໄດລາງວນທ 3 ການແຂງຂນຮອງເພງ ຢມະຫາວທະຍາໄລວງ ສສ ຫວຽດນາມ - image 1
 

ງານແຂ່ງຂັນດັ່ງກ່າວ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ເມື່ອບໍ່ດົນມານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດຂອງ ປະທານ ໂຮ່ຈິມິນ ຄົບຮອບ 136 ປີ (19/05/1890 - 19/05/2026) ແລະ ຄົບຮອບ 115 ປີ ແຫ່ງວັນທີ່ທ່ານ ໂຮ່ຈິມິນ ອອກເດີນທາງຊອກຫາເສັ້ນທາງກູ້ຊາດ (05/06/1911 - 05/06/2026). ໃນປີນີ້ ຖືເປັນຄັ້ງທຳອິດທີ່ຕົວແທນນັກສຶກສາລາວ ຈຳນວນ 37 ຄົນ ພາຍໃຕ້ການນຳພາຂອງຄະນະນັກສຶກສາລາວ ສົກຮຽນ 2025-2026 ໄດ້ເຂົ້າຮ່ວມການສະແດງ ດ້ວຍຄວາມຕັ້ງໃຈ ແລະ ເຕັມໄປດ້ວຍພອນສະຫວັນ, ທີມນັກສຶກສາລາວສາມາດຖ່າຍທອດສິລະປະ-ວັດທະນະທຳອັນງົດງາມຂອງລາວ ຜ່ານການຟ້ອນ ແລະ ຮ້ອງເພງ ທີ່ສະແດງໃຫ້ເຫັນເຖິງໄຊຊະນະ, ຄວາມອຸດົມຮັ່ງມີ, ຄວາມສາມັກຄີຂອງປະຊາຊົນຫວຽດນາມ ພ້ອມທັງສ່ອງແສງໃຫ້ເຫັນເຖິງມິດຕະພາບອັນຍືນຍົງລະຫວ່າງສອງຊາດ ລາວ-ຫວຽດນາມ ໄດ້ຢ່າງເລິກເຊິ່ງ ຈົນສາມາດຊະນະໃຈຄະນະກຳມະການ ແລະ ໄດ້ລາງວັນອັນດັບທີ 3 ມາຄອງໄດ້ຢ່າງພາກພູມໃຈ.

ການຮ່ວມງານໃນຄັ້ງນີ້ ບໍ່ພຽງແຕ່ເປັນການສະແດງຄວາມສາມາດເທົ່ານັ້ນ ແຕ່ເປັນຄວາມພາກພູມໃຈອັນຍິ່ງໃຫຍ່ ທີ່ນັກສຶກສາລາວໄດ້ມີສ່ວນຮ່ວມໃນເຫດການປະຫວັດສາດອັນສຳຄັນຂອງມະຫາວິທະຍາໄລ ແລະ ຂອງປະເທດຫວຽດນາມ ຊຶ່ງຜົນສຳເລັດດັ່ງກ່າວ ເປັນສິ່ງຢັ້ງຢືນເຖິງສັກກາຍະພາບຂອງນັກສຶກສາລາວ ໃນການກ້າຄິດ, ກ້າສະແດງອອກ ແລະ ພັດທະນາຕົນເອງໃນເວທີສາກົນ. ພ້ອມດຽວກັນນັ້ນ, ຍັງເປັນການປະກອບສ່ວນອັນສຳຄັນໃນການຮັດແໜ້ນ, ເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ - ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

(ແຫຼງຂ່າວ: ສສກ)

ຄໍາເຫັນ

ຂ່າວສືກສາ-ກິລາ

ດັບເບິນຢູໄອຈີ ນາຄາ ແຊັມໄອເບີ ຄັບ 2 ສະໄໝ ຖືກຕ້ອນຮັບຢ່າງສົມກຽດ

ດັບເບິນຢູໄອຈີ ນາຄາ ແຊັມໄອເບີ ຄັບ 2 ສະໄໝ ຖືກຕ້ອນຮັບຢ່າງສົມກຽດ

ທີມເຕະບານ ສະໂມສອນ ດັບເບິນຢູໄອຈີ ນາຄາ ໄດ້ເດີນທາງກັບເຖິງບ້ານເກີດເມືອງນອນ ພ້ອມຂັນແຊັມ ເຕະບານເຍົາວະຊົນຊີງແຊັມນານາຊາດ ລາຍການ ໄອເບີ ຄັບ 2026 ຈັດຂຶ້ນທີ່ປະເທດປອກຕຸຍການ ທີ່ສາມາດປ້ອງກັນແຊັມສະໄໝທີ 2 ຕິດຕໍ່ກັນ ໄດ້ຮັບການຕ້ອນຈາກການນຳ ນະຄອນຫຼວງວຽງຈັນ ແລະ ປະຊາຊົນບັນດາເຜົ່າ ຢ່າງສົມກຽດ.
ປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນຮຸ່ນທີ XV ໂຮງຮຽນການເມືອງ ແລະ ການປົກຄອງ ນວ

ປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນຮຸ່ນທີ XV ໂຮງຮຽນການເມືອງ ແລະ ການປົກຄອງ ນວ

ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ (ນວ), ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ຂັ້ນຕົ້ນ ຮຸ່ນທີ XV ໃນວັນທີ 7 ກໍລະກົດນີ້ ທີ່ສະໂມສອນຂອງໂຮງຮຽນການເມືອງ ແລະ ການປົກຄອງ ນວ. ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ພູທອນ ແກ້ວດວງມະນີ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ, ສະຫາຍ ນາງ ວຽງພອນ ແກ້ວຄູນສີ ກຳມະການພັກ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ, ສະຫາຍ ວຽງຄໍາ ສີຫາໂຄດ ກຳມະການພັກ ນວ ເລຂາຄະນະບໍລິຫານງານພັກເມືອງໄຊທານີ ພ້ອມດ້ວຍແຂກຖືກເຊີນ, ຄູອາຈານ - ພະນັກງານໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ນວ, ຄະນະຮັບຜິດຊອບຊຸດຮຽນ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ເປີດໂຄງການອາສາສະໝັກຕະລຸມບອນບຳລຸງນັກຮຽນ ແລະ ນຳນ້ອງຄືນສູ່ໂຮງຮຽນ ໄລຍະພັກແລ້ງ

ເປີດໂຄງການອາສາສະໝັກຕະລຸມບອນບຳລຸງນັກຮຽນ ແລະ ນຳນ້ອງຄືນສູ່ໂຮງຮຽນ ໄລຍະພັກແລ້ງ

ພິທີເປີດໂຄງການ “ອາສາສະໝັກຕະລຸມບອນບຳລຸງນັກຮຽນ ຢູ່ເຂດຫ່າງໄກສອກຫຼີກ ເມືອງຈຸດສຸມພັດທະນາ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແລະ ນຳນ້ອງຄືນສູ່ໂຮງຮຽນ” ໄລຍະພັກແລ້ງ ປະຈຳສົກຮຽນ 2025-2026 ໄດ້ມີຂຶ້ນໃນວັນທີ 6 ກໍລະກົດ ຜ່ານມາ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍມີທ່ານ ສິນທະວອນ ດາລາວົງ ຄະນະປະຈຳພັກກະຊວງ ປະທານຄະນະກວດກາພັກ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງເລຂາຄະນະພັກ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ແລະ ສະຫາຍ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ປະທານສະຫະພັນຊາວໜຸ່ມລາວ ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມກະຊວງ, ຜູ້ຕາງໜ້າຈາກກົມອົບຮົມສູນກາງຊາວໜຸ່ມ, ຄະນະຮັບຜິດຊອບໂຄງການ ຕະ ຫຼອດຮອດຖັນແຖວອາສາສະໝັກ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ເບ ສະຫວັນ ຄວ້າແຊັມເຕະບານເຍົາວະຊົນນາໆຊາດ ທີ່ແຂວງຊຽງໃໝ່

ເບ ສະຫວັນ ຄວ້າແຊັມເຕະບານເຍົາວະຊົນນາໆຊາດ ທີ່ແຂວງຊຽງໃໝ່

ສະໂມສອນ ເບ ສະຫວັນ ເອັບຊີ ໄດ້ເດີນທາງຈາກແຂວງຊຽງໃໝ່ ປະເທດໄທ ໄດ້ເດີນທາງກັບເຖິງບ້ານເກີດເມືອງນອນ ນະຄອນຫຼວງວຽງຈັນ ດ້ວຍຄວາມປອດໄພເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກສ້າງຜົນງານຄວ້າແຊັມເຕະບານເຍົາວະຊົນນາໆຊາດ ທີ່ແຂວງຊຽງໃໝ່ ກາານເເຂ່ງຂັນເຕະບານເຍົາວະຊົນນາໆຊາດ ລາຍການ COPA NAKA 2026 ໃນຮຸ່ນອາຍຸເກີນ 10 ປີ ຫຼື U10 ພ້ອມໄດ້ໂຄຕ້າໄປຮ່ວມເເຂ່ງຂັນທີ່ປະເທດສິງກະໂປ ນຳພາທີມເດີນທາງກັບໂດຍ ທ່ານ ຄອນສະຫວັນ ສິດທິໄທ ຫົວໜ້າຄູຝຶກສະໂມສອນ ເບ ສະຫວັນ ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະນະບໍລິຫານງານສະໂມສອນ ແລະ ຜູ້ປົກຄອງນັກກິລາ.
ຄໍາມ່ວນເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ບໍາລຸງ

ຄໍາມ່ວນເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ບໍາລຸງ

ພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ( ມ.7 ) ບໍາລຸງເອກະພາບທົ່ວປະເທດ ປະຈໍາສົກຮຽນ 2025 – 2026 ສະເພາະແຂວງຄໍາມ່ວນແມ່ນໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2026 ຢູ່ທີ່ສູນການສຶກສານອກໂຮງຮຽນຂອງແຂວງ ໂດຍການເປັນປະທານຂອງທ່ານ ບຸນປອນ ທອງສຸວັນນະລາດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ນາງ ບຸນເພັງ ປະທໍາມະວົງ ຮອງຫົວໜ້າພະແນກຕໍ່ເນື່ອງ ກົມການສຶກສານອກໂຮງຮຽນ, ທ່ານ ນາງ ບັງອອນ ສຸກສາບັນ ຜູ້ອໍານວຍການສູນການສຶກສານອກໂຮງຮຽນແຂວງ , ມີບັນດາທ່ານໃນຄະນະຊີ້ນໍາສູນ, ພະນັກງານຄູ-ອາຈານ ແລະ ນັກສອບເສັງຈໍານວນ 77 ຄົນ, ຍິງ 39 ຄົນເຂົ້າຮ່ວມ .
ມຊ ເປີດຮັບລົງທະບຽນສອບເສັງໃນສົກສຶກສາ 2026-2027 ຜ່ານລະບົບອອນລາຍ

ມຊ ເປີດຮັບລົງທະບຽນສອບເສັງໃນສົກສຶກສາ 2026-2027 ຜ່ານລະບົບອອນລາຍ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ປັບປຸງຂັ້ນຕອນການສະໝັກໃຫ້ງ່າຍຂຶ້ນ ແລະ ທັນສະໄໝຂຶ້ນໂດຍປະ ກອບມີ 2 ຂັ້ນຕອນຄື: 1. ສະໝັກລົງ ທະບຽນຜ່ານລະບົບອອນລາຍ (Online): ນ້ອງໆນັກຮຽນສາມາດ ສະໝັກໄດ້ດ້ວຍຕົນເອງຜ່ານທາງເວັບໄຊຂອງມະຫາວິທະຍາໄລ ຫຼື ລະບົບ ທີ່ກຳນົດໄວ້ ໂດຍບໍ່ຈຳເປັນຕ້ອງມາ ລຽນແຖວຍາວໆ ຢູ່ມະຫາວິທະຍາໄລ ຊຶ່ງຈະຊ່ວຍປະຢັດເວລາ ແລະ ຄ່າໃຊ້ ຈ່າຍ, 2. ນຳເອກະສານ, ຊຳລະຄ່າທຳ ນຽມ ແລະ ຮັບບັດເຂົ້າຫ້ອງສອບເສັງ: ຫຼັງຈາກສະໝັກອອນລາຍແລ້ວ, ຈະຕ້ອງນຳເອກະສານປະກອບການ ສະໝັກມາຢັ້ງຢືນ ແລະ ຊຳລະຄ່າທຳນຽມ ພ້ອມທັງຮັບບັດເຂົ້າຫ້ອງສອບເສັງ ທີ່ສະໂມສອນໃຫຍ່ ມຊ ຕາມ ກຳນົດການ.
ຫຼວງພະບາງ ຈະສຸມໃສ່ຍົກລະດັບຄຸນນະພາບການສຶກສາ ແລະ ກິລາ ໃຫ້ສູງຂຶ້ນ

ຫຼວງພະບາງ ຈະສຸມໃສ່ຍົກລະດັບຄຸນນະພາບການສຶກສາ ແລະ ກິລາ ໃຫ້ສູງຂຶ້ນ

ໃນໂອກາດພົບປະພະນັກງານ-ລັດຖະກອນ ແລະປະຊາຊົນບັນດາເຜົ່າ ຢູ່ເມືອງນານ ໃນເມື່ອບໍ່ດົນຜ່ານມານີ້, ທ່ານ ສຸລິເດດ ແກ້ວບົວລະເພັດ ສະມາຊິກສະພາປະຊາຊົນແຂວງ ຫົວໜ້າພະແນກ ສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ
ຄະນະໂຄສະນາອົບຮົມ ນວ ຮ່ວມກັບລັດວິສາຫະກິດນໍ້າປະປານະຄອນຫຼວງ ຈັດແຂ່ງຂັນເຕະບານມິດຕະພາບ

ຄະນະໂຄສະນາອົບຮົມ ນວ ຮ່ວມກັບລັດວິສາຫະກິດນໍ້າປະປານະຄອນຫຼວງ ຈັດແຂ່ງຂັນເຕະບານມິດຕະພາບ

ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງ​ຈັນ (ນວ) ຮ່ວມກັບ ລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ຈັດກິດຈະກໍາແຂ່ງຂັນກິລາບານເຕະມິດຕະພາບ ສ້າງຂະບວນການກະກຽມຕ້ອນຮັບການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນວ.
ທັບນັກກິລາເຍົາວະຊົນ ຢູ-10 ເບສະຫວັນ ເດີນທາງເຂົ້າຮ່ວມແຂ່ງຂັນບານເຕະນານາຊາດ ທີ່ແຂວງຊຽງໃໝ່

ທັບນັກກິລາເຍົາວະຊົນ ຢູ-10 ເບສະຫວັນ ເດີນທາງເຂົ້າຮ່ວມແຂ່ງຂັນບານເຕະນານາຊາດ ທີ່ແຂວງຊຽງໃໝ່

ໃນວັນທີ 2 ກໍລະກົດນີ້ ທັບນັກກິລາ ແລະ ຄູຝຶກຂອງສະໂມສອນ ເບສະຫວັນ ເອັບຊີ (Baysanvanh FC) ໄດ້ເດີນທາງຈາກນະຄອນຫຼວງວຽງຈັນ ສປປ ລາວ ມຸ່ງໜ້າສູ່ແຂວງຊຽງໃໝ່ ປະເທດໄທ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນນານາຊາດ ລາຍການ "COPA NAKA 2026 – U10" ຊຶ່ງລາຍການນີ້ ຖືເປັນເວທີໃຫຍ່ທີ່ເຕົ້າໂຮມເອົາທີມເຍົາວະຊົນຊັ້ນນຳຈາກຫຼາຍປະເທດ ໃນທະວີບອາຊີມາປະຊັນແຂ່ງຂັນກັນ.
ອານັນໄຊ ແລະ ພູຄູນ ໄດ້ແຊັມລົດຖີບ ຊີງແຊັມປະເທດລາວ ປະຈຳປີ 2026

ອານັນໄຊ ແລະ ພູຄູນ ໄດ້ແຊັມລົດຖີບ ຊີງແຊັມປະເທດລາວ ປະຈຳປີ 2026

ສະຫະພັນກິລາລົດຖີບແຫ່ງຊາດລາວ ປະສົບຜົນສຳເລັດຢ່າງຈົບງາມໃນການຈັດການແຂ່ງຂັນລົດຖີບ ຊີງແຊັມປະເທດລາວ ປະຈຳປີ 2026 ລະຫວ່າງວັນທີ 27-28 ມິຖຸນາ ຜ່ານມາ ໂດຍມີນັກກິລາຈາກທົ່ວປະເທດເຂົ້າຮ່ວມຊີງໄຊຢ່າງຄຶກຄື້ນ ພາຍໃຕ້ສະພາບອາກາດທີ່ຮ້ອນເອົ້າ ແຕ່ເຕັມໄປດ້ວຍຄວາມດຸເດືອດ.
ເພີ່ມເຕີມ