ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກ ຢູ່ແຂວງໄຊສົມບູນ

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກ ຢູ່ແຂວງໄຊສົມບູນ
ໃນໂອກາດເຄຶື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນເມື່ອບໍ່ດົນມານີ້,ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ການນໍາແຂວງໄຊສົມບູນ, ໂດຍມີ ທ່ານ ພອຍຄຳ ຮຸ່ງບຸນຍວງເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ຂະແໜງການກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມ.
ທ່ານເຈົ້າແຂວງໄຊສົມບູນ ໄດ້ລາຍງານໃຫ້ຊາບ ກ່ຽວກັບການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ປີ 2023 ແລະ ທິດທາງແຜນການປີ 2024 ໂດຍລວມເຫັນວ່າສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ສືບຕໍ່ມີຄວາມອຸ່ນອຽນທຸ່ນທ່ຽງ, ປະຊາຊົນມີຄວາມຮັບຮູ້, ເຂົ້າໃຈເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ກໍຄືການນຳພາ-ຊີ້ນໍາຂອງອົງຄະນະພັກແຂວງ ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພ, ປະຊາຊົນມີຄວາມສາມັກຄີປອງດອງ ທັງເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງໄຊສົມບູນ; ແຂວງໄດ້ເອົາໃຈໃສ່ປັບປຸງ ແລະ ສ້າງສະພາບແວດລ້ອມ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກອັນດີໃຫ້ແກ່ການສ້າງສາພັດທະນາ ເຮັດໃຫ້ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງຢູ່ໃນລະດັບ 7,4%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 1.549,01 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນ 15,17 ລ້ານກີບ/ຄົນ/ປີ. ໃນຂະນະດຽວກັນ ແຂວງໄຊສົມບູນ ຍັງໄດ້ສະເໜີໃຫ້ລັດຖະບານຄົ້ນຄວ້າອອກນິຕິກໍາ ກ່ຽວກັບການກຳນົດລາຄາຫົວໜ່ວຍວັດສະດຸກໍ່ສ້າງ ໃຫ້ມີຄວາມເປັນເອກະພາບທົ່ວປະເທດ ຫຼື ເປັນອັນສະເພາະຂອງແຕ່ລະແຂວງ ຕາມຄວາມເໝາະສົມ; ສະເໜີລັດຖະບານ ຄົ້ນຄວ້າຍົກລະດັບເສັ້ນທາງ 5B ແຕ່ເທດສະບານແຂວງ ຫາ ບ້ານວຽງທອງ ເມືອງທ່າໂທມ (ເຊື່ອມຕໍ່ເສັ້ນທາງເລກ 1D).
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນສຳເລັດທີ່ແຂວງຍາດມາໄດ້ ໃນໄລຍະຜ່ານມາ. ພ້ອມທັງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳແຂວງ ໄຊສົມບູນ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ,ເພີ່ມທະວີຍົກສູງບົດບາດການນໍາພາຂອງອົງຄະນະພັກແຂວງ ໃນການສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ລັດຖະກອນ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຄົາລົບລະບຽບກົດໝາຍ, ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ ແລະ ອື່ນໆ,ເອົາໃຈໃສ່ວຽກງານປັບປຸງກໍ່ສ້າງພັກໃຫ້ໜັກແໜ້ນ ເຂັ້ມແຂງ,  ປັບປຸງການຈັດຕັ້ງ ໃຫ້ກະທັດຮັດ,  ຫັນການບໍລິຫານລັດໄປສູ່ທັນສະໄໝ, ຫັນຫົວໜ່ວຍວິຊາການເປັນພາລະກອນ; ສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງໆ,ສືບຕໍ່ສ້າງທ່າແຮງ ເພື່ອດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ.ຄຽງຄູ່ກັນນັ້ນ ໃຫ້ປັບປຸງຂອດຂັ້ນການອະນຸມັດໂຄງການ ໃຫ້ມີຄວາມສະດວກ, ວ່ອງໄວ,ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າທຶນ, ການນໍາເຂົ້າ-ສົ່ງອອກສິນຄ້າ, ການຊຳລະສະສາງ ຕ້ອງຜ່ານລະບົບທະນາຄານ ພ້ອມທັງນໍາໃຊ້ມາດຕະການຢ່າງເຂັ້ມງວດ, ເດັດຂາດຕໍ່ຜູ້ລະເມີດ ຫຼື ກະທໍາຜິດກົດໝາຍ, ລວມທັງຜູ້ສວຍໃຊ້ໜ້າທີ່ຫາຜົນປະໂຫຍດແບບບໍ່ຊອບທໍາ ໂດຍບໍ່ມີການຍົກເວັ້ນ,ເອົາໃຈໃສ່ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດາໂຄງການລົງທຶນ ເປັນແຕ່ລະໄລຍະ,ໃຫ້ຊຸກຍູ້ສົ່ງເສີມການປູກພືດເປັນສິນຄ້າ ໂດຍນຳໃຊ້ທ່າແຮງຂອງທ້ອງຖິ່ນຕົນ ໃຫ້ມີຄຸນນະພາບ ແລະ ສາມາດແຂ່ງຂັນໄດ້,ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍຖືເອົາວຽກງານຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານ 3 ສ້າງ ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ ໂດຍສະເພາະແມ່ນສ້າງການຫັນປ່ຽນດ້ານແບບແຜນດຳລົງຊີວິດ, ວິທີການເຮັດວຽກ (ການປູກ, ການລ້ຽງ), ການຜະລິດ ແລະ ສົ່ງເສີມການນຳໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນປະເທດ ໃຫ້ຫຼາຍຂຶ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ຕົນເອງ ແລະ ປະເທດຊາດ; ເອົາໃຈໃສ່ວຽກງານໂຄສະນາ ແລະ ສຶກສາອົບຮົມການເມືອງແນວຄິດທົ່ວສັງຄົມ ໃຫ້ເລິກເຊິ່ງ ແລະ ກວ້າງຂວາງ, ຮູ້ຈໍາແນກ ແລະ ບໍລິໂພກຂໍ້ມູນຂ່າວສານ ຢ່າງຖືກຕ້ອງ, ຕອບໂຕ້ຂ່າວທີ່ໃສ່ຮ້າຍປ້າຍສີໂຈມຕີພັກ-ລັດ ໃຫ້ທັນການ.ສຳລັບຂໍ້ສະເໜີຂອງແຂວງ ແມ່ນມອບໃຫ້ຂະແໜງການກ່ຽວຂ້ອງ ນຳໄປຄົ້ນຄວ້າ ແລະ ສົມທົບກັບແຂວງແກ້ໄຂ ຕາມສະພາບຄວາມເປັນຈິງ ແລະ ຖືກຕ້ອງສອດຄ່ອງຕາມລະບຽບການ.
ການຢ້ຽມຢາມແຂວງໄຊສົມບູນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ມອບງົບປະມານຈຳນວນໜຶ່ງ ເພື່ອສົມທົບເຂົ້າໃນກອງທຶນພັດທະນາແຂວງໄຊສົມບູນຕື່ມອີກ.ໃນຕອນເຊົ້າຂອງວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ແລະ ຄະນະ ໄດ້ເຂົ້າຮ່ວມພິທີໃສ່ບາດ ເພື່ອສະເຫຼີມສະຫຼອງຫໍຫຼັກເມືອງ ຢູ່ເທດສະບານແຂວງໄຊສົມບູນ ຄົບຮອບສອງປີ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ