9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ
ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 9 ເດືອນຜ່ານມາ, ອົງການກວດກາແຫ່ງລັດ ໄດ້ສຸມໃສ່ດຳເນີນການກວດກາຕາມພາລະບົດບາດ ແລະ ມະຕິຂອງສະພາແຫ່ງຊາດ. ເຖິງວ່າລັດຖະບານ ແລະ ອົງການປົກຄອງແຕ່ລະຂັ້ນຈະເອົາໃຈໃສ່ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໜ້າວຽກໃນຄວາມຮັບຜິດຊອບໄດ້ດີພໍສົມຄວນ, ແຕ່ຜ່ານການກວດກາຕົວຈິງໃນຫຼາຍຂົງເຂດ ຍັງພົບເຫັນບັນຫາ ແລະ ຂໍ້ຂາດຕົກບົກພ່ອງທີ່ສຳຄັນ ດັ່ງນີ້: ການກວດກາໂຄງການລົງທຶນຂອງລັດ: ໄດ້ກວດກາ 58 ໂຄງການຢູ່ນະຄອນຫຼວງວຽງຈັນ ພົບເຫັນໂຄງການສ່ວນຫຼາຍທີ່ປະຕິບັດແຕ່ປີ 2015 ຄືນຫຼັງ ບໍ່ມີບົດສະເໜີໂຄງການ, ບໍ່ຜ່ານການປະເມີນ ບໍ່ຜ່ານການປະມູນ, ບໍ່ມີການວາງເງິນຄໍ້າປະກັນສັນຍາ 10%, ສັນຍາບໍ່ໄດ້ຈົດທະບຽນສານ ແລະ ບໍ່ມີໃບມອບ-ຮັບໂຄງການຖາວອນ. ນອກນີ້, ຍັງພົບ 30 ໂຄງການ ທີ່ມີຕົວເລກການຊຳລະເງິນຕົວຈິງ ລະຫວ່າງ ພະແນກ ການເງິນ ນະຄອນຫຼວງວຽງຈັນ ກັບບໍລິສັດ ຜິດດ່ຽງກັນສູງເຖິງ 706.47 ຕື້ກີບ ແລະ 21 ໂຄງການມີມູນຄ່າເຫຼືອຈາກສັນຍາ 276.63 ຕື້ກີບ ທີ່ຕ້ອງໄດ້ຫັກລົບອອກຈາກມູນຄ່າລວມຂອງໂຄງການ. ເຂດເສດຖະກິດພິເສດ: ກວດ ກາ 4 ເຂດຢູ່ນະຄອນຫຼວງວຽງຈັນ ພົບວ່າ: ການແກ້ໄຂສິ່ງກີດຂວາງ, ການຊົດເຊີຍ ແລະ ການອອກໃບຕາດິນໃຫ້ຜູ້ພັດທະນາບາງເຂດຍັງບໍ່ສຳເລັດ, ບາງເຂດຍັງບໍ່ມີການພັດທະນາ (ເຂດດົງໂພສີ); ຜູ້ລົງທຶນຈຳນວນຫຼາຍນຳເຂົ້າທຶນໂດຍບໍ່ຜ່ານທະນາຄານແຫ່ງ ສປປ ລາວ ພ້ອມທັງບໍ່ປະຕິບັດພັນທະອາກອນມູນຄ່າເພີ່ມ ແລະ ຄ່າຊັບ ພະຍາກອນທຳມະຊາດ, ການນຳເຂົ້າພາຫະນະ ແລະ ເສຍພາສີ-ອາກອນ: ກວດກາຢູ່ 9 ແຂວງ, ພົບການອະນຸ ມັດນຳເຂົ້າບໍ່ເປັນລະບົບ, ໃບອະນຸຍາດດຳເນີນທຸລະກິດໝົດອາຍຸ ຫຼື ທະບຽນວິສາຫະກິດບໍ່ຖືກກັບທຸລະກິດພັນທະຕົວຈິງ. ກວດພົບພາຫະນະນຳເຂົ້າຊົ່ວຄາວ (IM8) ແລະ ນຳເຂົ້າເສຍພາສີ 1% ຈໍານວນ 141 ຄັນ ຢູ່ 6 ແຂວງ ທີ່ສັນຍາໝົດກຳນົດ ແຕ່ບໍ່ຕໍ່ສັນຍາ ແລະ ບໍ່ສົ່ງລົດອອກ, ພ້ອມທັງກວດພົບພາຫະນະບໍ່ມີເອກະສານນຳເຂົ້າຢ່າງຖືກຕ້ອງ 310 ຄັນ ຢູ່ແຂວງໄຊສົມບູນ ແລະ ບໍລິຄໍາໄຊ, ຖານລາຍຮັບ ແລະ ການອອກໃບຕາດິນ: ຜ່ານການກວດກາຖານລາຍຮັບຢູ່ 6 ແຂວງ, ພົບວ່າບາງແຂວງມອບເງິນຄ່າຊັບພະຍາກອນທຳມະຊາດ, ຄ່າທຳ ນຽມ ແລະ ຄ່າບໍລິການ ບໍ່ສອດຄ່ອງກັບກົດໝາຍວ່າດ້ວຍງົບປະມານແຫ່ງລັດ. ສ່ວນການກວດກາອອກໃບຕາດິນຢູ່ 4 ແຂວງ ພົບວ່າການເຜີຍແຜ່ນິຕິກຳຍັງບໍ່ທັນແທດເຖິງ, ການເກັບລາຍຮັບບໍ່ໄດ້ຕາມແຜນ, ລະບົບຖານຂໍ້ມູນບໍ່ທັນລວມສູນ ແລະ ການປັບໃໝຜູ້ບໍ່ເສຍພາສີທີ່ດິນຍັງບໍ່ທັນເດັດຂາດ, ກອງຄຸ້ມຄອງສະໜາມບິນ ແລະ ກອງຈະ ລາຈອນທາງອາກາດ: ກວດກາສັນຍາຈັດຊື້-ຈັດຈ້າງ (ໄລຍະປີ 2019-2026) ສາມາດກວດສຳເລັດ 148 ສັນ ຍາ. ພົບວ່າ ກອງຄຸ້ມຄອງສະໜາມບິນມີ 19 ສັນຍາ (ມູນຄ່າ 139 ຕື້ກີບ) ທີ່ມີໜ້າວຽກບໍ່ໄດ້ຈັດຕັ້ງປະຕິບັດ ແລະ ມູນຄ່າສູງເກີນທ້ອງຕະຫຼາດ 13.38 ຕື້ກີບ ແລະ ມີ 6 ສັນຍາ (ມູນຄ່າ 55.32 ຕື້ກີບ) ທີ່ມີການເຊັນສັນ ຍາ ແລະ ຊໍາລະເງິນ. ສ່ວນກອງຈະລາຈອນທາງອາກາດ ພົບ 3 ສັນຍາ ທີ່ມີໜ້າວຽກບໍ່ໄດ້ປະຕິບັດ ມູນຄ່າ 100 ລ້ານກີບ, ການນໍາໃຊ້ເງິນກູ້ຢືມຂອງລັດ (ຮູບແບບ EPC): ກວດກາ 11 ສັນຍາ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ພົບວ່າການກູ້ຢືມຮູບແບບ EPC ແມ່ນບໍ່ທັນສອດຄ່ອງກັບເງື່ອນໄຂຕົວຈິງ, ມີການຄິດໄລ່ເງິນບໍລິຫານ-ຄຸ້ມຄອງໂຄງການສູງເກີນລະບຽບ, ເນື້ອໃນສັນຍາບໍ່ຮັດກຸມ, ບໍລິສັດເປັນຜູ້ຄຸ້ມຄອງເງິນເອງ ແລະ ພາຍຫຼັງສຳເລັດໂຄງການ ບໍ່ໄດ້ມອບຊັບສິນຄືນໃຫ້ລັດ. ນອກນັ້ນ, ຍັງກວດພົບເງິນເຫຼືອ 4.70 ລ້ານໂດລາ ທີ່ຕ້ອງຫັກລົບອອກຈາກວົງເງິນກູ້, ການຄຸ້ມຄອງທາດເຄມີ: ກວດກາ 6 ແຂວງ ພົບວ່າ ບໍລິສັດທີ່ໄດ້ຮັບອະນຸຍາດນຳເຂົ້າທາດເຄມີທັງໝົດ 144 ບໍລິສັດ ບາງສ່ວນບໍ່ໄດ້ໄປແຈ້ງຕໍ່ຂະແໜງການກ່ຽວຂ້ອງ, ການເກັບຮັກສາບໍ່ໄດ້ມາດຕະຖານ, ພາຫະນະບໍ່ຕິດສະຫຼາກເຕືອນເປັນພາສາລາວ ແລະ ມີການລັກລອບນຳເຂົ້າທາດເຄມີອັນຕະລາຍ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ການຈ່າຍຄ່າຊົດເຊີຍເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ: ບໍລິສັດ PNPC ໄດ້ຈ່າຍເງິນ 10 ລ້ານໂດລາ ໃຫ້ແຂວງອັດຕະປືແລ້ວ. ປັດຈຸບັນໄດ້ຊົດເຊີຍໃຫ້ປະຊາຊົນແລ້ວ 956 ຄອບຄົວ (ເທົ່າກັບ 98,7%) ແລະ ຍັງອີກ 12 ຄອບຄົວ ທີ່ຍັງບໍ່ທັນຍອມຮັບເອົາຄ່າຊົດເຊີຍ. ການຄຸ້ມຄອງຊັບສິນຂອງລັດ ແລະ ການເຊົ່າ-ສຳປະທານ: ການຫັນຊັບສິນ (ທີ່ດິນ, ສິ່ງກໍ່ສ້າງ, ພາຫະນະ) ໃຫ້ບຸກຄົນ-ນິຕິບຸກຄົນ ຍັງມີການຊຳລະບໍ່ທັນຄົບຖ້ວນ, ການຫັນທີ່ດິນບາງສ່ວນບໍ່ຜ່ານການຮອງຮັບຈາກສະພາປະຊາຊົນແຂວງ ແລະ ບໍ່ຜ່ານການປະມູນ. ສຳລັບໂຄງການເຊົ່າ-ສຳປະທານທີ່ດິນ 720 ໂຄງການ, ພົບວ່ານິຕິກຳ ແລະ ສະຖິຕິຂອງ 3 ຂະແໜງການຄຸ້ມຄອງບໍ່ກົງກັນ, ບາງໂຄງການບໍ່ມີສັນຍາ, ບໍ່ວາງເງິນຄໍ້າປະກັນ ແລະ ບໍ່ໄດ້ເຮັດບົດປະເມີນຜົນກະທົບສິ່ງແວດລ້ອມ (EIA). ຜົນກະທົບ ແລະ ການຊົດເຊີຍ ໂຄງການທາງລົດໄຟ ລາວ-ຈີນ: ມາຮອດເດືອນມິຖຸນາ 2026 ໄດ້ເບີກຈ່າຍຄ່າຊົດເຊີຍແລ້ວ 1,640.47 ຕື້ກີບ, ຍັງຄ້າງ 209.51 ຕື້ກີບ ແລະ ມີຕອນດິນທີ່ຖືກຜົນກະທົບອີກ 600 ຕອນ ທີ່ເຈົ້າຂອງຍັງບໍ່ທັນຮັບເອົາຄ່າຊົດເຊີຍ. ນອກນັ້ນ, ອົງການກວດກາແຫ່ງລັດ ຍັງໄດ້ຊຸກຍູ້ການແກ້ໄຂຜົນກະທົບດ້ານການກໍ່ສ້າງ, ການເຂົ້າຢູ່ເຮືອນຈັດສັນ (ເຂົ້າຢູ່ແລ້ວ 257 ຫຼັງ ຈາກ 349 ຫຼັງ) ແລະ ສືບຕໍ່ຕິດຕາມການດໍາເນີນທຸລະກິດຂອງບໍລິສັດໃຫ້ມີຄວາມໂປ່ງໄສ.

ຜ່ານການກວດພົບບັນຫາຕ່າງໆ, ທ່ານ ປະທານອົງການກວດກາແຫ່ງລັດ ໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງທັງຂັ້ນສູນກາງ ແລະ ທ້ອງຖິ່ນເອົາໃຈໃສ່ປັບປຸງ, ແກ້ໄຂ ແລະ ປະຕິບັດນະໂຍບາຍຕ່າງໆ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ຂ່າວ-ພາບ: ບຸນຕອມ

ຄໍາເຫັນ

ຂ່າວເດັ່ນ

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີແຫ່ງສະມາພັນທະລັດສະວິດ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ໃນວັນທີ 17 ພະຈິກຜ່ານມາ ທີ່ ມະນິລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ. ອາເມຣິກາ.
​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ໃນ​ວັນ​ທີ 17 ພະຈິກ ຜ່ານມານີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຊຣເກລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້ ທີ່ ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ.
ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ  ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

17 ພະຈິກ ຜ່ານມາວ່າ: ກົມອຸຕຸນິຍົມວິທະຍາຂອງສິງກະໂປລາຍງານວ່າ, ສິງກະໂປມີທ່າອ່ຽງທີ່ຈະປະສົບກັບອິດທິພົນຂອງລົມມໍລະສຸມຕາເວັນອອກສ່ຽງເໜືອໃນໄລຍະເຄິ່ງຫຼັງຂອງເດືອນພະຈິກ ຊຶ່ງຈະເຮັດໃຫ້ລົມແຮງຂຶ້ນ ແລະ ປ່ຽນທິດທາງພັດມາຈາກທາງທິດຕາເວັນອອກສ່ຽງເໜືອ ຫຼື ທິດຕາເວັນຕົກສ່ຽງເໜືອ. ໂດຍບາງພື້ນທີ່ຂອງເກາະຈະມີພາຍຸຝົນຟ້າຄະນອງໄລຍະສັ້ນໆ, ສ່ວນຫຼາຍແມ່ນໃນຕອນບ່າຍ ແລະ ອາດຈະສືບຕໍ່ໄປຈົນຮອດກາງຄືນໃນບາງມື້.
ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກຜ່ານມາ ທີ່ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນ ຫຼວງ ມະນີລາ ສ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະແບບບໍ່ເປັນທາງການ (Pull-aside) ກັບ ພະນະທ່ານ ອັນວາ ອິບຣາຮິມ ນາຍົກລັດຖະ ມົນຕີ ແຫ່ງ ມາເລເຊຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສູດຍອດອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ 2026.
ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 29, ບັນດາຜູ້ນໍາ ໄດ້ສະແດງຄວາມຊົມເຊີຍ ການຈັດຕັ້ງປະຕິບັດບັນດາກິດຈະກໍາ ຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນໃນປີ 2026. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ອາຊຽນ ແລະ ສປ ຈີນ ສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການເຊື່ອມໂຍງ-ເຊື່ອມຈອດ, ປັນຍາປະດິດ, ການຄ້າ ແລະ ການລົງທຶນ ໂດຍສະເພາະການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ຈີນ ສະບັບປັບປຸງ 3.0 ໃຫ້ມີປະສິດທິພາບ, ພ້ອມທັງ ໄດ້ເນັ້ນຢໍ້າຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ ໂດຍອີງຕາມຫຼັກການເປີດກວ້າງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໃນການຮັດແໜ້ນການຮ່ວມມືດ້ານເສດຖະກິດ.
ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ໃນລະຫວ່າງວັນທີ 15-16 ພະຈິກນີ້, ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ຊຶ່ງຈັດຂຶ້ນພາຍໃຕ້ຫົວຂໍ້ “ການລົງທຶນຄືນໃໝ່ໃນສັນຕິພາບ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ສະຖຽນລະພາບທີ່ຍືນຍົງ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກສົມບູນ, ປະເທດສະມາຊິກສົມທົບ ແລະ ປະເທດສະມາຊິກສັງເກດການຂອງອົງການຝຣັງໂກໂຟນີສາກົນ (OIF) ເຂົ້າຮ່ວມ. ພ້ອມນີ້, ຍັງມີການປຶກສາຫາລືໃນຫົວຂໍ້ສະເພາະຄື: “ການເສີມສ້າງສັນຕິພາບ: ໂຄງການລວມໝູ່ລວມເອົາຈຸດແຂງ ແລະ ຂໍ້ໄດ້ປຽບທີ່ຫຼາກຫຼາຍຂອງພວກເຮົາ” ຂອງບັນດາປະເທດສະມາຊິກ.
ເພີ່ມເຕີມ