ຍທຂ ຈະສຸມໃສ່ພັດທະນາເສັ້ນທາງຍຸດທະສາດ ແລະ ບັນດາເສັ້ນທາງສາຍຫຼັກ

ຍທຂ ຈະສຸມໃສ່ພັດທະນາເສັ້ນທາງຍຸດທະສາດ ແລະ ບັນດາເສັ້ນທາງສາຍຫຼັກ
ເພື່ອຮັບປະກັນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະ ການກໍ່ສ້າງໂຄງລ່າງພື້ນຖານໃຫ້ບັນລຸຕາມຄາດໝາຍ, ກະຊວງ ຍທຂ ຈະສຸມໃສ່ການພັດ ທະນາເສັ້ນທາງຍຸດທະສາດ ແລະ ບັນດາເສັ້ນທາງສາຍຫຼັກ ໂດຍສະເພາະທາງຫຼວງແຫ່ງຊາດ ພ້ອມທັງຂະ ຫຍາຍ ແລະ ພັດທະນາລະບົບສະໜອງນໍ້າປະປາໃຫ້ຊຸມຊົນ ແລະ ການພັດທະນາຕົວເມືອງ.

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງ ຍທຂ ຕໍ່ກອງປະຊຸມສະ ໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດນີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ເຫຼັກໄຫຼ ສີວິໄລ ກ່າວວ່າ: ເພື່ອຮັບປະກັນວຽກຈຸດສຸມຂອງການປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະ ການກໍ່ສ້າງໂຄງລ່າງພື້ນຖານໃຫ້ບັນລຸຕາມຄາດໝາຍ, ກະຊວງ ຍທຂ ຈະສຸມໃສ່ 2 ວຽກໃຫຍ່ຄື:

(1) ການພັດທະນາເສັ້ນທາງຍຸດທະສາດ ແລະ ບັນດາເສັ້ນທາງສາຍຫຼັກ ໂດຍສະເພາະທາງຫຼວງແຫ່ງຊາດ ທີ່ເປັນເສັ້ນທາງເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງປະເທດ, ເສັ້ນທາງແຂວງ-ແຂວງ, ແຂວງ-ເມືອງ, ເມືອງ-ຕາແສງ, ຕາແສງ-ບ້ານ ແລະ ເຂດຈຸດສຸມພັດທະນາຕ່າງໆ,

(2) ຂະຫຍາຍ ແລະ ພັດທະນາລະບົບສະໜອງນໍ້າປະປາໃຫ້ຊຸມຊົນ ໂດຍສະເພາະບັນດາຕາແສງ ແລະ ບ້ານ ທີ່ຍັງບໍ່ທັນມີນໍ້າກິນ ແລະ ນໍ້າໃຊ້ ແລະ ການພັດທະນາຕົວເມືອງ (ແຜນຜັງຕາແສງ ແລະ ບ້ານ). ໂດຍໄດ້ມີກົນໄກໃນການຈັດຕັ້ງປະຕິບັດການກໍ່ສ້າງ ແລະ ສ້ອມແປງຂົວທາງດັ່ງນີ້:

1) ສຸມໃສ່ຈັດຕັ້ງປະຕິບັດບັນດາໂຄງການທີ່ມີທຶນແລ້ວ ແລະ ບັນດາໂຄງການທີ່ໄດ້ເຊັນສັນຍາກັບລັດຖະບານແລ້ວ ໂດຍສະເພາະ

(1) ກອງທຶນທາງທີ່ກຳລັງຈັດຕັ້ງປະຕິບັດຢູ່ໃນຂອບເຂດທົ່ວປະເທດ,

(2) ທຶນ ODA (ໂຄງການ SEARECC ເສັ້ນທາງ 2E, 2W ແຂວງໄຊຍະບູລີ-ອຸດົມໄຊ-ແຂວງຜົ້ງສາລີ ແລະ ປັບປຸງເສັ້ນທາງຫຼວງທ້ອງຖິ່ນຢູ່ 5 ແຂວງພາກເໜືອ ແຂວງຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ໄຊຍະບູລີ ແລະ ແຂວງຫຼວງພະບາງ, ທາງ 12 ທ່າແຂກ-ຊາຍແດນລາວ-ຫວຽດນາມ, ທາງ 13 ໃຕ້ ກມ 21-71 ນະຄອນຫຼວງວຽງຈັນ (ນວ)-ແຂວງບໍລິຄຳໄຊ, ທາງຫຼວງທ້ອງຖິ່ນ ທຶນທະນາຄານໂລກຢູ່ແຂວງຜົ້ງສາລີ, ອຸດົມໄຊ, ໄຊຍະບູລີ, ຫົວພັນ, ຊຽງຂວາງ, ບໍລິຄໍາໄຊ, ປັບປຸງທາງຊົນນະບົດ ທຶນທະນາຄານໂລກ ຢູ່ແຂວງຄຳມ່ວນ, ສະຫວັນນະເຂດ ແລະ ແຂວງສາລະວັນ, ທາງຊົນນະບົດ KFW ຢູ່ແຂວງຫົວພັນ ແລະ ຜົ້ງສາລີ; ຂົວຂ້າມນໍ້າຂອງຊຽງແມນ-ຫຼວງພະບາງ ແລະ ຂົວ 18 ແຫ່ງຕາມເສັ້ນທາງສາຍຫຼັກ),

(3) ການລົງທຶນປົກກະຕິຂອງລັດ,

(4) ການລົງທຶນໃນຮູບແບບ BOT ຫຼື PPP,

(5) ນໍາໃຊ້ທຶນລັດ ແລະ ເອກະຊົນ ຕາມມະຕິ 165/ສພຊ ກໍຄື ມະຕິ 10/ລບ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມ ແປງເສັ້ນທາງໃນໄລຍະໃໝ່ ໂດຍສະເພາະແມ່ນບັນດາໂຄງການທີ່ໄດ້ລະບຸໄວ້ຕາມມະຕິຂອງລັດຖະບານ ສະບັບເລກທີ 05/ລບ, ລົງວັນທີ 30 ມີນາ 2026 ວ່າດ້ວຍການຮັບຮອງແຜນການກໍ່ສ້າງ ແລະ ປັບປຸງເສັ້ນທາງໄລຍະ 2026-2030;

2) ຄົ້ນຄວ້າສ້າງແຜນຟື້ນຟູ ແລະ ກໍ່ສ້າງໃໝ່ ໂດຍນໍາໃຊ້ແຫຼ່ງທຶນຕ່າງໆຄື:

(1) ບ້ວງກອງທຶນທາງໃຫ້ໄດ້ 2,000-2,500 ຕື້ຕໍ່ປີ,

(2) ການລົງທຶນບ້ວງປົກກະຕິຂອງລັດ,

(3) ທຶນ ODA,

(4) ທຶນລັດ ແລະ ເອກະຊົນ ຕາມມະຕິ 165/ສພຊ ກໍຄື ມະຕິ 10/ລບ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມ ແປງເສັ້ນທາງໃນໄລຍະໃໝ່,

(5) ທຶນໃນຮູບແບບ BOT ຫຼື PPP,

(6) ທຶນເກີນແຜນຂອງອົງການປົກຄອງທ້ອງຖິ່ນ,

(7) ການປະກອບສ່ວນຂອງພາກທຸລະກິດ ແລະ ສັງຄົມ.

ສຳລັບການສະໜອງນໍ້າປະປາ ແລະ ການພັດທະນາຕົວເມືອງ:

1) ສຸມໃສ່ຈັດຕັ້ງປະຕິບັດບັນດາໂຄງ ການນໍ້າປະປາທີ່ມີທຶນແລ້ວ ໂດຍສະເພາະ

(1) ທຶນ ODA,

(2) ການລົງທຶນປົກກະຕິຂອງລັດ ແລະ ລັດວິສາຫະກິດນໍ້າປະປາ,

(3) ການລົງທຶນໃນຮູບແບບ BOT ຫຼື PPP; ພ້ອມນັ້ນ, ກໍເລັ່ງສຸມໃສ່ແກ້ໄຂບັນຫານໍ້າສູນເສຍບໍ່ເປັນເສດຖະກິດໃຫ້ຫຼຸດໜ້ອຍຖອຍລົງ;

2) ຄົ້ນຄວ້າສ້າງແຜນລົງທຶນພັດທະນາລະບົບນໍ້າປະປາໃໝ່ ຢູ່ບັນດາເມືອງ ແລະ ຕາແສງ ໂດຍນໍາໃຊ້

(1) ທຶນ ODA,

(2) ການລົງທຶນປົກກະຕິຂອງລັດ ແລະ ລັດວິສາຫະກິດນໍ້າປະປາ,

(3) ການລົງທຶນໃນຮູບແບບ BOT ຫຼື PPP;

3) ເລັ່ງໃສ່ການວາງແຜນຜັງເມືອງ, ມາດຕະການບັງຄັບໃຊ້ກົດໝາຍຜັງເມືອງ ແລະ ຍົກຄຸນນະພາບໃນການບໍລິຫານ ແລະ ຄຸ້ມຄອງຕົວເມືອງ (ການແກ້ໄຂບັນຫາຂີ້ເຫຍື້ອ, ນໍ້າຖ້ວມຂັງ). ມາດຕະການຈັດຕັ້ງປະຕິບັດ:

1) ສໍາລັບການຈັດຕັ້ງປະຕິບັດກອງທຶນທາງ ແມ່ນໃຫ້ອົງການປົກຄອງທ້ອງຖິ່ນສືບຕໍ່ເປັນເຈົ້າການ ໃນການຈັດຕັ້ງປະຕິບັດວຽກບູລະນະຮັກສາ ແລະ ສ້ອມແປງທາງຫຼວງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 109/ຫສນຍ, ລົງວັນທີ 12 ກັນຍາ 2025 ລວມທັງການຈັດຕັ້ງປະຕິບັດນະໂຍບາຍໃໝ່ ຕາມມະຕິ 165/ສພຊ ແລະ ມະຕິ 10/ລບ;

2) ສໍາລັບການຈັດຕັ້ງປະຕິ ບັດບັນດາເສັ້ນທາງດ່ວນ, ເສັ້ນທາງລົງທຶນໃນຮູບແບບ BOT ຫຼື PPP ແລະ ການລົງທຶນຕາມມະຕິ 165/ສພຊ, ກະຊວງ ຍທຂ ສືບຕໍ່ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ: ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ກະຊວງການເງິນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ), ບັນດາອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດຕາມສັນຍາທີ່ໄດ້ເຊັນກັນໄປແລ້ວນັ້ນ;

3) ກະຊວງ ຍທຂ ຈະສົມທົບກັບກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອສ້າງແຜນພັດທະນາເສັ້ນທາງເຂົ້າສູ່ແຫຼ່ງທ່ອງທ່ຽວໃນຂອບເຂດທົ່ວປະເທດ ແລະ ສະເໜີລັດຖະບານອອກເປັນມະຕິຮັບຮອງ;

4) ກະຊວງ ຍທຂ ຈະສົມທົບກັບກະຊວງ ກສ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອສ້າງແຜນພັດທະນາເສັ້ນ ທາງເຂົ້າສູ່ເຂດການຜະລິດໃນຂອບເຂດທົ່ວປະເທດ ແລະ ສະເໜີລັດຖະບານອອກເປັນມະຕິຮັບຮອງ;

5) ສໍາລັບການຂະຫຍາຍລະບົບນໍ້າປະປາ ແລະ ການພັດທະນາຕົວເມືອງ, ກະຊວງ ຍທຂ ຈະສົມທົບກັບອົງການປົກຄອງທ້ອງຖິ່ນ ເພື່ອສ້າງແຜນພັດທະນາລະບົບນໍ້າປະປາຊຸມຊົນຢູ່ບັນດາຕົວເມືອງ, ຕາແສງ ແລະ ເຂດຈຸດສຸມການພັດ ທະນາ ໂດຍຈະລະດົມຂໍທຶນ ODA ຈາກບັນດາຄູ່ຮ່ວມພັດທະນາເປັນຕົ້ນ: ທະນາຄານໂລກ, ADB, AIIB ແລະ ຄູ່ຮ່ວມພັດທະນາອື່ນໆ ລວມທັງທຶນຂອງລັດຖະບານ;

6) ກະຊວງ ຍທຂ ຈະສືບຕໍ່ປະສານງານກັບສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ອົງການກວດກາລັດແຕ່ລະຂັ້ນ ເພື່ອຊ່ວຍໃນການຕິດຕາມຊຸກຍູ້ ແລະ ກວດກາ ບັນດາໂຄງການພັດທະນາພື້ນຖານໂຄງລ່າງທີ່ມີໃນແຜນແລ້ວ ໃຫ້ສຳເລັດຕາມແຜນການທີ່ໄດ້ກຳນົດໄວ້;

7) ກະຊວງ ຍທຂ ຈະຮີບຮ້ອນຄົ້ນຄວ້າຜັນຂະຫຍາຍຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງນໍ້າໜັກລົດບັນທຸກ ແລະ ມາດຕະການປັບໄໝ, ລົງວິໄນ, ລົງໂທດຕໍ່ຜູ້ລະເມີດບັນທຸກນໍ້າໜັກເກີນທີ່ຈະປະກາດນໍາໃຊ້ໃນມໍ່ໆນີ້;

ປັດຈຸບັນ, ກະຊວງ ຍທຂ ໄດ້ຄົ້ນຄວ້າສ້າງ (ຮ່າງ) ຍຸດທະສາດການຂົນສົ່ງປະສົມ ປະສານຫຼາຍຮູບແບບແຫ່ງຊາດ 2026-2045 (ຄາດຄະເນສໍາເລັດໃນທ້າຍປີ 2026 ນີ້) ຊຶ່ງໄດ້ກຳນົດແຜນການຍົກລະດັບຕາໜ່າງເສັ້ນທາງ, ແຜນພັດທະນາສິ່ງອໍານວຍຄວາມສະດວກດ້ານໂລຈິສຕິກການຂົນສົ່ງ ແລະ ການເຊື່ອມຈອດກັບພາກພື້ນ ແລະ ສາກົນ ແຕ່ລະຮູບແບບການຂົນສົ່ງທາງບົກ, ທາງນໍ້າ, ທາງອາກາດ ແລະ ທາງລາງ. ນອກຈາກນີ້, ຍັງໄດ້ກຳນົດນະໂຍບາຍຕ່າງໆ ດ້ານການຂົນສົ່ງສິນຄ້າທາງບົກ ເພື່ອເປັນການກະຕຸ້ນການຂົນສົ່ງທາງບົກຂອງລາວ ໂດຍສະເພາະ ຜົນປະໂຫຍດທີ່ລັດຖະບານຈະໄດ້ຮັບຈາກການຂົນສົ່ງສິນຄ້າທັງພາຍໃນ ແລະ ຕ່າງປະເທດ ໂດຍກຳນົດມາດຕະການຂົນສົ່ງໃນຮູບແບບການຂົນສົ່ງສິນຄ້າຂ້າມແດນ ແລະ ຜ່ານແດນໃນບັນດາກອບສັນຍາການຂົນສົ່ງທາງບົກຕ່າງໆ ທີ່ ສປປ ລາວ ເປັນພາຄີ. ຊຶ່ງປັດຈຸບັນກະຊວງ ຍທຂ ກຳລັງເລັ່ງປັບປຸງບັນດາສັນ ຍາການຂົນສົ່ງທາງບົກກັບປະເທດໃກ້ຄຽງ (ລາວ-ຫວຽດນາມ, ລາວ-ຈີນ, ລາວ-ໄທ, ລາວ-ກຳປູເຈຍ, ລາວ-ມຽນມາ) ຄຽງຄູ່ກັບການສ້າງນິຕິກໍາດັ່ງກ່າວ, ກະຊວງ ຍທຂ ໄດ້ສຸມໃສ່ພັດທະນາເສັ້ນທາງສາຍຫຼັກຕາມທີ່ໄດ້ກຳນົດ. ຂ່າວ: ພູວັນ; ພາບ: ສຳນານ

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ