ອົງການກາແດງ ແຂວງຫຼວງນໍ້າທາ ມອບເຄື່ອງໃຫ້ນ້ອງນັກຮຽນຜູ້ຂາດເຂີນ 3 ໂຮງຮຽນ 

ອົງການກາແດງ ແຂວງຫຼວງນໍ້າທາ ມອບເຄື່ອງໃຫ້ນ້ອງນັກຮຽນຜູ້ຂາດເຂີນ 3 ໂຮງຮຽນ 
ໃນຫວ່າງວັນທີ 7-10 ພຶດສະພາ ຜ່ານມານີ້ ອົງການກາແດງແຂວງຫຼວງນໍ້າທາ, ນໍາໂດຍທ່ານ ນາງ ຫຼ້າສະໄຫວ ອາດຜາສຸກ ວິຊາການອົງການກາແດງແຂວງຫຼວງນໍ້າທາ , ສົມທົບກັບຫ້ອງການກາແດງເມືອງລອງ ໄດ້ນໍາເອົາເຄື່ອງບັນເທົາທຸກມອບໃຫ້ແກ່ນ້ອງນັກຮຽນຜູ້ຂາດເຂີນໃຫ້ 3 ໂຮງຮຽນ ແລະ ຮັບບໍລິຈາກເລືອດແບບສະໝັກໃຈໃນ 5 ກຸ່ມເປົ້າໝາຍ ຢູ່ທີ່ໂຮງຮຽນມໍປາຍ ຊົນເຜົ່າ, ໂດຍມີທິມງານຫ້ອງການກາແດງເມືອງ, ມີຄະນະອໍານວຍການໂຮງຮຽນ ແລະ ນ້ອງໆນັກຮຽນເຂົ້າຮ່ວມ.
   ເຄື່ອງບັນເທົາທຸກທີ່ນໍາມາມອບໃນຄັ້ງນີ້ມີ ເກີບນັກຮຽນ  126 ຄູ່, ສົ້ງນັກຮຽນ 15 ຜືນ , ຜ້າຫົ່ມ 15 ຜືນ  ແລະ ເສື້ອນັກຮຽນ 15 ຜືນ ລວມມູນຄ່າທັງໝົດ 29.628.000ກີບ,ໃນນີ້ໄດ້ມອບໃຫ້ໂຮງຮຽນ ມໍ ປາຍ ຊົນເຜົ່າ ມູນຄ່າ 18.463.00ກີບ, ໂຮງຮຽນ ມ ສ ໄຊສະຫວ່າງ ມູນຄ່າ 7.714.000 ກີບ ແລະ ໂຮງຮຽນມສ ເມືອງລອງ ມູນຄ່າ 3.451.000 ກີບ, ກ່າວມອບໂດຍທ່ານ ນາງ ຫຼ້າສະໄຫວ ອາດຜາສຸກ ວິຊາການອົງການກາແດງ  ແຂວງຫຼວງນໍ້າທາ ກ່າວຮັບໂດຍອໍານວຍການຈາກ 3 ໂຮງຮຽນດັ່ງກ່າວ.ພ້ອມທັງຮັບບໍລິຈາກເລືອດແບບສະໝັກໃຈ 5 ກຸ່ມເປົ້າໝາຍຄື:  ໂຮງຮຽນ ມ ສ ເມືອງລອງ, ໂຮງຮຽນ ມ ສ ຊຽງກົກ, ໂຮງຮຽນມໍປາຍຊົນເຜົ່າ, ໂຮງຮຽນ ມ ສ ໄຊສະຫວ່າງ ແລະ ບັນດາຫ້ອງການອ້ອມຂ້າງເມືອງ, ມີຜູ້ເຂົ້າຮ່ວມບໍລິຈາກເລືອດຈໍານວນ 235 ຄົນ, ເລືອດທີ່ໄດ້ທັງໝົດຈໍານວນ 33  ຖົງ.
ທັງນີ້ກໍ່ເພື່ອເປັນການຕ້ອນຮັບວັນສ້າງຕັ້ງວັນກາແດງ ແລະ ຊີກວົງເດືອນແດງສາກົນວັນທີ 8 ພຶດສະພາ ຄົບຮອບ 161 ປີ, ພາຍໃຕ້ຫົວຂໍ້: ຮັກສາຫຼັກມະນຸດສະທໍາໃຫ້ຄົງຢູ່ ແລະ ທັງເປັນການບັນເທົາທຸກໃຫ້ແກ່ນ້ອງໆນັກຮຽນຜູ້ຂາດເຂີນ.ຂ່າວ: ເຂັມຄໍາ ຄອນມະນີ 

ຄໍາເຫັນ

ຂ່າວສາທະລະນະສຸກ

ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ໂຮງໝໍມິດຕະພາບ ຮ່ວມກັບສະມາຄົມແພດໄຂ່ຫຼັງລາວ (LNS) ຈັດພິທີເປີດຫຼັກສູດຝຶກອົບຮົມການພະ ຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ (Program of Nursing Specialty and Treatment in Kidney Disease) ຂຶ້ນໃນວັນທີ 1 ກັນຍາຜ່ານມາ, ທີ່ໂຮງໝໍມິດຕະພາບໂດຍການ ເປັນປະທານຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ແລະ ທ່ານ ນາງ ຈັນມາລີ ແກ້ວມະນີ ປະທານສະມາຄົມແພດໄຂ່ຫຼັງລາວ ຫົວໜ້າພະແນກໄຂ່ຫຼັງໂຮງໝໍມິດຕະພາບ, ມີບັນດາແຂກ ຖຶກເຊີນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ພິທີ ມອບ-ຮັບ ເຄື່ອງເອັກສະເລ (X-ray) ຊອກຫາພະຍາດວັນນະໂລກ ໃຫ້ແກ່ໂຮງໝໍເມືອງໂຂງ ຈຳນວນ 1 ຊຸດ ມູນຄ່າ 70,000 ໂດລາ ເພື່ອນຳໃຊ້ເຂົ້າໃນວຽກງານການແພດ ແລະ ເພີ່ມປະສິດທິພາບ ໃນການປິ່ນປົວສຸຂະພາບຂອງປະຊາຊົນ.
3 ປະເພດອາການພະຍາດໄຂ້ຍຸງລາຍ ທີ່ທຸກຄົນຄວນຮູ້ຈັກ

3 ປະເພດອາການພະຍາດໄຂ້ຍຸງລາຍ ທີ່ທຸກຄົນຄວນຮູ້ຈັກ

ພະຍາດໄຂ້ຍຸງລາຍ ແມ່ນພະຍາດໂດຍມີຍຸງກົ້ນຊີ້ເປັນພາຫະ. ຍຸງຈະຕິດເຊື້ອໄດ້ກໍຕໍ່ເມື່ອມັນໄປກັດຄົນທີ່ຕິດເຊື້ອໄຂ້ຍຸງລາຍ. ຄົນເຮົາອາດຈະສະແດງອາການ ຫຼື ບໍ່ສະແດງອາການ. ພາຍຫຼັງ 1 ອາທິດ, ຍຸງດັ່ງກ່າວ ສາມາດສົ່ງຕໍ່ເຊື້ອພະຍາດໂດຍການກັດຄົນທີ່ແຂງແຮງ. ພະຍາດໄຂ້ຍຸງລາຍບໍ່ສາມາດແຜ່ກະຈາຍເຊື້ອຈາກຄົນສູ່ຄົນໄດ້ໂດຍກົງ. ກຸ່ມຄົນທີ່ມີຄວາມສ່ຽງເຈັບເປັນຮຸນແຮງຈາກພະຍາດໄຂ້ຍຸງລາຍຫຼາຍກວ່າກຸ່ມອື່ນແມ່ນແມ່ຍິງຖືພາ, ຜູ້ທີ່ມີພະຍາດປະຈໍາໂຕ ຫຼື ພະຍາດຊໍ້າເຮື້ອເຊັ່ນ: ເບົາ ຫວານ, ໝາກໄຂ່ຫຼັງຊຸດໂຊມ ຫຼື ພະຍາດຫົວໃຈ.
ພະຍາດໄຂ້ຍຸງລາຍ ເກີດຍ້ອນຍຸງລາຍເປັນພາຫະນໍາເຊື້ອ

ພະຍາດໄຂ້ຍຸງລາຍ ເກີດຍ້ອນຍຸງລາຍເປັນພາຫະນໍາເຊື້ອ

ພະຍາດໄຂ້ຍຸງລາຍ ຫຼື ປະຊາຊົນມັກເອີ້ນກັນວ່າ (ໄຂ້ເລືອດອອກ) ມັກເກີດຂຶ້ນໃນແຕ່ລະປີ ແລະ ເຫັນວ່າມີຈຳນວນການເຈັບເປັນຂ້ອນຂ້າງສູງພໍສົມຄວນ ຊຶ່ງມັກເກີດຂຶ້ນໃນໄລຍະລະດູຝົນເລີ່ມແຕ່ເດືອນພຶດສະພາ ຫາ ເດືອນສິງຫາ, ແຕ່ພົບຫຼາຍແມ່ນເດືອນກໍລະກົດ ແລະ ເດືອນສິງຫາ, ແຕ່ມາ ໃນປັດຈຸບັນນີ້ ແມ່ນເຫັນວ່າສະພາບອາກາດມີການປ່ຽນແປງ ເຮັດໃຫ້ຝົນຕົກບໍ່ຖືກຕາມລະດູການ ຈຶ່ງເປັນສາເຫດໜຶ່ງທີ່ເຮັດ ໃຫ້ມີການແຜ່ພັນຂອງຍຸງລາຍເພີ່ມຂຶ້ນ.
ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່ເດັກເກີດໃໝ່ເດັກນ້ອຍ ແລະ ໄວໜຸ່ມ

ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່ເດັກເກີດໃໝ່ເດັກນ້ອຍ ແລະ ໄວໜຸ່ມ

ໃນວັນທີ 5 ສິງຫາ 2026 ນີ້ ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໄດ້ລົງເຄື່ອນໃຫວຕິດຕາມຊກຍູ້ ແລະຢ້ຽມຢາມການຈັດຕັ້ງປະຕິບັດ ກິດຈະກຳ 6 ເດືອນຕົ້ນປີ ຢູ່ຂັ້ນບ້ານ ທີ່ບ້ານລະກາຍ ເມືອງກະລຶມ ແຂວງເຊກອງ ໂດຍການນໍາພາ ຂອງທ່ານ ຄຳສິງ ໂລຍວິໄລສັກ ຮອງປະທານຄະນະກຳມະການປົກຄອງເມືອງກະລຶມ, ມີທ່ານ ສົງ ຈັນທະວົງສາ ຜູ້ບໍລິຫານໂຄງການຂັ້ນແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ຈາກກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ, ອົງການແຄຣ, ຜູ້ປະສານງານໂຄງການ ເຂົ້າຮ່ວມ.
ກອງປະຊຸມທາບທາມຄໍາເຫັນຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ

ກອງປະຊຸມທາບທາມຄໍາເຫັນຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ

ຫ້ອງການປະກັນສຸຂະພາບແຫ່ງຊາດ ຈຶ່ງໄດ້ຈັດກອງປະຊຸມທາບທາມຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ (ສະບັບປັບປຸງ)ຂຶ້ນໃນລະຫວ່າງວັນທີ 6-8 ສິງຫານີ້ທີ່ທ່າລາດເມືອງແກ້ວອຸດົມແຂວງວຽງຈັນໂດຍການເປັນປະທານຮ່ວມຂອງທ່ານ ນາງອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳມະການປົກຄອງແຂວງ ແຂວງວຽງຈັນ ຜູ້ຊີ້ນໍາວຽກງານສາທາລະນະສຸກ, ມີຫົວໜ້າກົມກົດໝາຍຫ້ອງວ່າການສໍານັກງານປະທານປະເທດ, ຫົວໜ້າກົມກົດໝາຍສະພາແຫ່ງຊາດ, ກົມນິຕິກຳ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຜູ້ຕາງໜ້າຈາກກົມກົດໝາຍ ກະຊວງຍຸຕິທໍາ, ບັນດາຫົວໜ້າ-ຮອງຫົວໜ້າ ພະແນກສາທາລະນະສຸກແຂວງ ຈາກ 9 ແຂວງຄື: ຫົວພັນ, ຊຽງຂວາງ, ໄຊສົມບູນ, ຈຳປາສັກ, ຄໍາມ່ວນ, ວຽງຈັນ, ອັດຕະປື, ເຊກອງ, ບໍລິຄໍາໄຊແລະ ອົງການຈັດຕັ້ງສາກົນ JICA, WHO, KOFIH, ຫ້ອງການປະສານງານຂອງໂຄງການ HANSA II, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພະແນກສາທາ ສາລະວັນ ສະຫຼຸບວຽກງານ 6 ເດືອນຕົ້ນປີ

ພະແນກສາທາ ສາລະວັນ ສະຫຼຸບວຽກງານ 6 ເດືອນຕົ້ນປີ

ກອງປະຊຸມສະຫຼຸບວຽກງານສາທາລະນະສຸກ ແຂວງສາລະວັນ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ຈັດຂຶ້ນໃນວັນທີ 28 ກໍລະກົດຜ່ານມາ, ທີ່ພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ; ມີຫົວໜ້າພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນກ່ຽວຂ້ອງເຂົ້າຮ່ວມ.
ໂຮງໝໍມິດຕະພາບ ສໍາເລັດການຜ່າຕັດປູກຖ່າຍໄຂ່ຫຼັງ ຍົກລະດັບການບໍລິການສາທາລະນະສຸກ ຢູ່ ສປປ ລາວ

ໂຮງໝໍມິດຕະພາບ ສໍາເລັດການຜ່າຕັດປູກຖ່າຍໄຂ່ຫຼັງ ຍົກລະດັບການບໍລິການສາທາລະນະສຸກ ຢູ່ ສປປ ລາວ

ໂຮງໝໍມິດຕະພາບ ໄດ້ປະສົບຜົນສໍາເລັດໃນການຜ່າຕັດປູກຖ່າຍໄຂ່ຫຼັງໃຫ້ກັບຄົນເຈັບ ຊຶ່ງຖືເປັນບາດກ້າວໂດດເດັ່ນໃນການພັດທະນາ ແລະ ຍົກສູງຄຸນນະພາບການບໍລິການທາງດ້ານການແພດຢູ່ ສປປ ລາວ. ການສໍາເລັດການຜ່າຕັດດັ່ງກ່າວ ຊ່ວຍໃຫ້ຄົນເຈັບ ທີ່ມີຄວາມຈໍາເປັນ ແລະ ມີເງື່ອນໄຂ ສາມາດເຂົ້າເຖິງການປ່ຽນຖ່າຍໄຂ່ຫຼັງຢູ່ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປປິ່ນປົວຢູ່ຕ່າງປະເທດອີກຕໍ່ໄປ.
ປະທານອົງການກາແດງ ລົງມອບເຄື່ອງໃຫ້ປະຊາຊົນທຸກຍາກຢູ່ເມືອງປາກລາຍ

ປະທານອົງການກາແດງ ລົງມອບເຄື່ອງໃຫ້ປະຊາຊົນທຸກຍາກຢູ່ເມືອງປາກລາຍ

ໃນວັນທີ 7 ກໍລະກົດ ຜ່ານມານີ້ ທີ່ຫ້ອງປະຊຸມບ້ານມ່ວງໃຕ້ ເມືອງປາກລາຍ ແຂວງໄຊຍະບູລີ, ອົງການກາແດງແຫ່ງຊາດລາວ ຮ່ວມກັບ ອົງການກາແດງແຂວງ ແລະ ເມືອງ ໄດ້ຈັດພິທີມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວທຸກຍາກຂາດເຂີນ ຈຳນວນ 54 ຄອບຄົວ ທີ່ມາຈາກ 7 ບ້ານເປົ້າໝາຍ ຄື: ບ້ານກາງ, ບ້ານທ່ານາ, ບ້ານທ່າປໍ, ບ້ານມ່ວງເໜືອ, ບ້ານມ່ວງໃຕ້, ບ້ານດອນ ແລະ ບ້ານແຄ ລວມມູນຄ່າທັງໝົດ 43 ລ້ານກວ່າກີບ. ເປັນກຽດໃນພິທີມອບ ຂອງ ​ທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ມີ ອຳນາດການປົກຄອງແຂວງ, ຈາກອົງການກາແດງແຫ່ງຊາດລາວ, ອົງ ການກາແດງແຂວງ, ເມືອງ, ອຳນາດການປົກຄອງຕາແສງ, ບ້ານ ແລະ ພໍ່ແມ່ປະຊາຊົນທັງ 7 ບ້ານ ເຂົ້າຮ່ວມເປັນສັກຂີພິຍານ.
ຍົກລະດັບ ການມີສ່ວນຮ່ວມໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ

ຍົກລະດັບ ການມີສ່ວນຮ່ວມໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ

ວັນທີ່ 7 ກໍລະກົດ 2026 ທີ່ຫ້ອງປະຊຸມອົງການຊ່ວຍເຫຼືອເດັກແຂວງຫຼວງພະບາງ, ໄດ້ມີພິທີປີດຊຸດອົບຮົມ ໃຫ້ຄູ່ຮ່ວມມືຂັ້ນແຂວງ ກ່ຽວກັບການ ປ່ຽນແປງດິນຟ້າອາກາດ, ການເຮັດວຽກຮ່ວມກັບຊຸມຊົນ, ຄວາມສະເໝີພາບ ບົດບາດຍິງ-ຊາຍ ແລະຄວາມເປັນພິການ ໃນການມີສ່ວນຮ່ວມໃນສັງຄົມ ຂອງໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ຍຸງໂວບັກເຄຍ ຢູ່ ສປປ ລາວ.
ເພີ່ມເຕີມ