![]() |
ພິທີຕ້ອນຮັບດັ່ງກ່າວໄດ້ຈັດຂຶ້ນຢ່າງອົບອຸ່ນ ໂດຍ ທ່ານ ຊາສະລັນ ມາດີຢຽບ (ZhaslanMadiyev) ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພັດທະນາດີຈີຕອນ ແລະ ປັນຍາປະດິດ ແຫ່ງ ສາທາລະນະລັດ ກາຊັກສະຖານ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ.
![]() |
ການຢ້ຽມຢາມຢ່າງເປັນທາງການໃນຄັ້ງນີ້ ແມ່ນເປັນການຕອບສະໜອງຕາມການເຊື້ອເຊີນຂອງພະນະທ່ານ ກາຊິມ-ໂຈມາດ ໂຕກາຢຽບ (H.E. Mr. Kassym-JomartTokayev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ກາຊັກສະຖານ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.
![]() |
(ຂ່າວ: ກຕທ)



ຄໍາເຫັນ