![]() |
ໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ພົບປະກັບ ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ ອີກເທື່ອໜຶ່ງ ພາຍຫຼັງການພົບປະກັນ ທີ່ ເມືອງກາຊານ ສ ຣັດເຊຍ ໃນເດືອນຕຸລາ 2024 ຜ່ານມາ. ການພົບປະຄັ້ງນີ້ ຖືເປັນຂີດໝາຍສໍາຄັນເພື່ອປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບມີໝາກຜົນເປັນຮູບປະທຳຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ພະນະທ່ານປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ພະນະທ່ານ ປະທານາທິບໍດີ ແລະ ລັດຖະບານເບລາຣຸດຊີ ທີ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການເຂົ້າເປັນຄູ່ຮ່ວມເຈລະຈາຂອງອົງການ SCO ພ້ອມທັງຢືນຢັນວ່າ ສປປ ລາວ ຈະສືບຕໍ່ປະກອບສ່ວນຢ່າງຫ້າວຫັນໃນເວທີດັ່ງກ່າວ ຕາມຄວາມສາມາດ ແລະ ເງື່ອນໄຂຕົວຈິງ.
ໃນການພົບປະດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີ ລະຫວ່າງ ລາວ-ເບລາຣຸດຊີ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫຼອດໄລຍະຜ່ານມາ ໂດຍສະເພາະທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ພ້ອມທັງເຫັນດີສືບຕໍ່ໃຫ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນໃນຫຼາຍລະດັບ. ສອງຝ່າຍ ຍັງໄດ້ທົບທວນຄືນເຖິງການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າໂດຍສະເພາະສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືໃນຂົງເຂດຕ່າງໆ ທີ່ໄດ້ມີການຕົກລົງ ແລະ ເຫັນດີເປັນເອກະພາບຮ່ວມກັນແລ້ວນັ້ນ ໃຫ້ເປັນຮູບປະທຳຍິ່ງຂຶ້ນ ເປັນຕົ້ນແມ່ນ ດ້ານເສດຖະກິດ, ການຄ້າ, ການລົງທຶນ, ທະນາຄານ ແລະ ການເງິນ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ສາທາລະນະສຸກ. ນອກຈາກນີ້, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການສືບຕໍ່ໃຫ້ມີການປຶກສາຫາລືກັນຜ່ານກົນໄກການຮ່ວມມືທີ່ມີຢູ່ແລ້ວ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ໃຫ້ໄດ້ຮັບໝາກຜົນເປັນຮູບປະທຳຍິ່ງຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ເບລາຣຸດຊີ ໃຫ້ຫຼາຍກວ່າເກົ່າ.
![]() |
ໃນໂອກາດນີ້, ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ພະນະທ່ານ ທອງລຸນ ສີສຸລິດ ທີ່ໄດ້ຮັບການເລືອກຕັ້ງເປັນ ປະທານປະເທດລາວ ອີກໜຶ່ງສະໄໝ ແລະ ຖືໂອກາດດັ່ງກ່າວເຊື້ອເຊີນໄປຢ້ຽມຢາມ ເບລາຣຸດຊີ ຢ່າງເປັນທາງການ ໃນໂອກາດທີ່ເໝາະສົມ, ພ້ອມທັງສະແດງຄວາມມຸ່ງໝັ້ນທີ່ຈະສືບຕໍ່ຊຸກຍູ້ສາຍພົວພັນ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ລາວ ແລະ ເບລາຣຸດຊີ ໃຫ້ເຂັ້ມແຂງ, ເລິກເຊິ່ງ ແລະ ແຕກດອກອອກຜົນຍິ່ງຂຶ້ນ. (ຂ່າວ: ກຕທ)


ຄໍາເຫັນ