ປະທານສະພາແຫ່ງຊາດ ລາວ-ຫວຽດນາມ ພົບປະອະດີດນັກຮຽນລາວ ທີ່ເຄີຍຮຽນຢູ່ໂຮງຮຽນມິດຕະພາບ T78

ປະທານສະພາແຫ່ງຊາດ ລາວ-ຫວຽດນາມ ພົບປະອະດີດນັກຮຽນລາວ ທີ່ເຄີຍຮຽນຢູ່ໂຮງຮຽນມິດຕະພາບ T78
ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະຫາຍ ເວືອງ ດິງ ເຫວ້ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ເຂົ້າຮ່ວມງານພົບປະອະດີດນັກສຶກສາລາວ ທີ່ເຄີຍຮຽນຢູ່ໂຮງຮຽນ T78 ສສ ຫວຽດນາມ ເມື່ອວັນທີ 6 ທັນວາ ນີ້ ທີ່ສູນວັດທະນະທໍາຫວຽດນາມ ປະຈໍາລາວ ຊຶ່ງມີອຳນວຍການ ໂຮງຮຽນ T78, ບັນດາການນຳ, ອະດີດການນໍາ ຂັ້ນສູງຂອງຫວຽດນາມ ແລະ ລາວ, ພ້ອມດ້ວຍອະດີດນັກສຶກສາ ໂຮງຮຽນ T78 ເຂົ້າຮ່ວມ.
ໃນງານພົບປະຄັ້ງນີ້, ໄດ້ຮັບຊົມການສະແດງສິລະປະ ທີ່ສະແດງເຖິງຄວາມສາມັກຄີຮັກແພງຢ່າງສະໜິດແໜ້ນ ລະຫວ່າງປະຊາຊົນລາວ ແລະ ຫວຽດນາມ ກໍຄື ອະດີດການນໍາຂອງສອງປະເທດໄດ້ກໍ່ສ້າງຂຶ້ນ ແລະ ໄດ້ຮັບການເສີມຂະຫຍາຍມູນເຊື້ອດັ່ງກ່າວໃຫ້ງອກງາມຂຶ້ນຈົນມາຮອດປັດຈຸບັນນີ້. ຈາກນັ້ນ. ກໍໄດ້ຮັບຊົມວິດີໂອ ບົດສໍາພາດບັນດາອະດີດນັກຮຽນລາວ ແລະ ຄູ-ອາຈານຫວຽດນາມ ທີ່ເວົ້າເຖິງການດໍາລົງຊີວິດ ແລະ ການເຄື່ອນໄຫວຂອງນັກຮຽນລາວໃນເມື່ອກ່ອນ ທີ່ຢູ່ໃນສະພາບສົງຄາມ ແລະ ເຕັມໄປດ້ວຍຄວາມຫຍຸ້ງຍາກຂັດສົນ ແຕ່ບັນດາຄູ-ອາຈານ ກໍຄືຄອບຄົວຄົນຫວຽດນາມ ທີ່ນັກຮຽນລາວໄປອາໄສຢູ່ນັ້ນ ພວກເຂົາໄດ້ເອົາໃຈໃສ່ເບິ່ງແຍງ ແລະ ຮັກແພງນັກຮຽນລາວ ຄືກັບລູກແທ້ໆຂອງພວກເພິ່ນ.
ສະຫາຍ ໄຊສົມພອນ ພົມວິຫານ ໄດ້ມີຄໍາເຫັນວ່າ: ການພົບປະຄັ້ງນີ້, ເປັນໂອກາດດີໄດ້ພົບໜ້າພົບຕາ ຂອງອະດີດນັກຮຽນ, ຄູ-ອາຈານຫວຽດນາມ ພາຍຫຼັງທີ່ໄດ້ຈາກກັນມາຫຼາຍປີ ຊຶ່ງເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ທັງເປັນຄວາມຊົງຈຳທີ່ບໍ່ສາມາດລືມໄດ້ ຂອງຄົນຮຸ່ນກ່ອນ ກໍຄື ຄົນຮຸ່ນໜຸ່ມ ກ່ຽວກັບປະຫວັດສາດແຫ່ງຄວາມສາມັກຄີຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ທັງໄລຍະຕໍ່ສູ້ເພື່ອຍາດເອກະລາດແຫ່ງຊາດ ກໍຄື ໄລຍະການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໂດຍສະເພາະ ແມ່ນການສ້າງຊັບພະຍາກອນມະນຸດ  ໃຫ້ແກ່ລາວ ຂອງຫວຽດນາມ. 
ໃນປະຫວັດສາດ ແຫ່ງການພົວພັນຮ່ວມມື ລາວ ແລະ ຫວຽດນາມ ນັບແຕ່ມີພັກກອມມູນິດອິນດູຈີນ ທີ່ປະທານໂຮ່ຈິມິນ ສ້າງຕັ້ງຂຶ້ນ ໃນປີ 1930 ເປັນຕົ້ນມາ, ການພົວພັນຮ່ວມມື ແລະ ການຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ລະຫວ່າງສອງປະເທດ ໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ປະຊາຊົນສອງຊາດ ພາຍໃຕ້ການນຳພາຂອງພັກ ຢູ່ແຕ່ລະປະເທດ ກໍໄດ້ຊ່ວຍເຫຼືອກັນແບບເຂົ້າເມັດຫັກຜັກເສັ້ນແບ່ງ ໃນພາລະກິດຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ເຖິງວ່າ ສະພາບການຂອງໂລກ ແລະ ພາກພື້ນຈະຍັງສືບຕໍ່ຜັນແປຢ່າງໄປໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ ບວກກັບກົນອຸບາຍຂອງອິດທິກຳລັງປໍລະປັກ ທີ່ຍາມໃດກໍຫາທຸກວິທີທາງເພື່ອມ້າງເພທຳລາຍ ສາຍພົວພັນພິເສດລາວ-ຫວຽດນາມ ກໍຕາມ ແຕ່ພັກ, ລັດ ແລະ ປະຊາ ຊົນສອງຊາດລາວ-ຫວຽດນາມ ຍັງພ້ອມກັນເສີມຂະຫຍາຍ ແລະ ຖະນຸຖະໜອມສາຍພົວພັນທີ່ຫາຍາກນີ້ ໃຫ້ນັບມື້ນັບຈະເລີນງອກງາມ ເກີດດອກອອກຜົນ, ໜ້າທີ່ຂອງພວກເຮົາໃນປັດຈຸບັນ ແມ່ນການສືບຕໍ່ສຶກສາອົບຮົມປະຊາຊົນ ຂອງສອງປະເທດ ໂດຍສະເພາະຊາວໜຸ່ມ, ໄວໜຸ່ມໃຫ້ເຫັນໄດ້ຄວາມ ຮັບຜິດຊອບ ຂອງຕົນໃນການ ປົກປັກຮັກສາສາຍພົວພັນທີ່ບໍລິສຸດຜຸດຜ່ອງນີ້ໃຫ້ຄົງຢູ່ຕະຫລອດໄປ.
ສະຫາຍ ເວືອງ ດິງ ເຫວ້ ໄດ້ມີຄໍາເຫັນວ່າ: ວັນທີ 1/1/1958 ກໍຄື 65 ປີກ່ອນ, ພາຍໃຕ້ການຊີ້ນຳຂອງປະທານໂຮ່ຈິມິນ ເລຂາທິການສູນກາງພັກກອມມູນິດຫວຽດນາມ ໄດ້ສ້າງຕັ້ງໂຮງຮຽນ “ພິເສດ” ຂຶ້ນກັບຄະນະກຳມະການປະເທດລາວ ມີຊື່ຫຍໍ້ວ່າ T399 ກໍຄື ໂຮງຮຽນມິດຕະພາບ T78 ມີໜ້າທີ່ຊ່ວຍ ຝຶກອົບຮົມ ຊັບພະຍາກອນມະນຸດ ເພື່ອຮັບໃຊ້ ການປະຕິວັດລາວ. ນີ້ແມ່ນໂຮງຮຽນແຫ່ງທຳອິດຂອງນັກສຶກສາຕ່າງປະເທດ ທີ່ໄດ້ຮັບການສ້າງຕັ້ງຂຶ້ນຢູ່ຫວຽດນາມ, ທັງແມ່ນໂຮງຮຽນທີ່ຝຶກອົບຮົມນັກຮຽນລາວຫຼາຍທີ່ສຸດໃນປະຫວັດສາດ. ພ້ອມນີ້, ໂຮງຮຽນຍັງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກການນຳພັກ, ລັດຫວຽດນາມ ແລະ ລາວ. ຕະຫລອດ 65 ປີຜ່ານມາ, ຄູ ແລະ ນັກຮຽນຂອງໂຮງຮຽນມິດຕະພາບ T78 ໄດ້ພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກ, ປະສົບຜົນສຳເລັດໃນໜ້າທີ່ຕາມການມອບໝາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແລະ ລາວ. ມາຮອດສົກຮຽນ 2023- 2024 ໂຮງຮຽນໄດ້ຝຶກອົບຮົມນັກຮຽນລາວ 27.000 ຄົນ; ໃນນັ້ນ, ມີບັນດານັກສຶກສາຕ່າງປະເທດປະສົບຜົນສຳເລັດເປັນຈຳນວນຫຼວງຫຼາຍ ທີ່ມີຄວາມຮັບຜິດຊອບອັນສຳຄັນ ໃນການນຳພາຂອງພັກ ແລະ ລັດ ແຕ່ສູນກາງຮອດທ້ອງຖິ່ນ, ປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢ່າງໝັ້ນຄົງ; ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ-ລາວ.
ການພົບປະທີ່ສະໜິດສະໜົມໃນມື້ນີ້, ແມ່ນພິເສດທີ່ສຸດ, ເປັນໂອກາດທີ່ຄູ-ອາຈານ ແລະ ນັກສຶກສາ ໄດ້ແລກປ່ຽນຄວາມຊົງຈຳກັບໂຮງຮຽນໃນເວລາເຮັດວຽກ ແລະ ຮຽນຕໍ່, ທັງເປັນໂອກາດເພື່ອໃຫ້ບັນດານັກສຶກສາຕ່າງປະເທດ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄູ-ອາຈານຮຸ່ນຕ່າງໆ, ທັງເປັນຄູ-ອາຈານ. ທັງນີ້, ກໍເພື່ອຢືນຢັນວ່າ ໂຮງຮຽນ, ຄູ ແລະ ນັກສຶກສາ ສາກົນ ບໍ່ພຽງແຕ່ປະຕິບັດໜ້າທີ່ທີ່ໄດ້ຮັບຜົນສຳເລັດເທົ່ານັ້ນ, ຫາກຍັງໄດ້ປະກອບ ສ່ວນເປັນພິເສດ ໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງສອງປະເທດພວກເຮົາ.
(ຂ່າວ-ພາບ: ສຸກສະຫວັນ, ຂໍ້ມູນ: ສຸພາສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ເພີ່ມເຕີມ