ເປີດກອງປະຊຸມສະຫຼຸບວຽກງານກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ

ເປີດກອງປະຊຸມສະຫຼຸບວຽກງານກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ

 

ກະຊວງກະສິກຳ ແລະ ປ່າໄມ້ (ກປ) ໄດ້ເປີດກອງປະຊຸມສະຫຼຸບວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຂຶ້ນໃນວັນທີ 30 ມັງກອນ ນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງ ກປ ຊຶ່ງມີບັນດາພາກສ່ວນກ່ຽວຂ້ອງຈາກທັງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ທ່ານ ລິນຄໍາ ດວງສະຫວັນ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້, ມີຄວາມໝາຍສຳຄັນຕໍ່ການສະຫຼຸບສັງລວມ, ກຳນົດແຜນການ ແລະ ປຶກສາຫາລື ວຽກງານຂອງຂະແໜງການ ກປ ແລະ ພັດທະນາຊົນນະບົດ ຊຶ່ງຈະໄດ້ດຳເນີນເປັນເວລາ 2 ວັນ ໂດຍກອງປະຊຸມຈະໄດ້ຮັບຟັງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ປີ 2024 ແລະ ທິດທາງແຜນການປີ 2025 ແລະ ແຜນ 5 ປີ (2006-2030); ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງຜັນຈະຫຍາຍ ມະຕິ 19/ກມສພ, ມະຕິ 04 ແລະ ມະຕິ 05 ທີ່ຕິດພັນກັບພາລະບົດບາດຂອງຂະແໜງ ກປ. ນອກຈາກນັ້ນ, ຈະໄດ້ຮັບຟັງການນໍາສະເໜີ ບັນດາໂຄງການ, ນະໂຍບາຍ, ນິຕິກໍາ ແລະ ບັນຫາຕ່າງໆ ຈາກບັນດາກົມພາຍໃນກະຊວງກະສິກໍາ ແລະ ປ່າໄມ້ ແລະ ບາງຂະແໜງການຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ທີ່ກ່ຽວຂ້ອງຈໍານວນໜຶ່ງ ພ້ອມທັງເປີດກວ້າງໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນ; ພ້ອມກັນນີ້, ກໍຈະໄດ້ມອບແຜນວຽກຈຸດສຸມ ປີ 2025 ໃຫ້ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ, ການນໍາຂັ້ນທ້ອງຖິ່ນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງຈໍານວນໜຶ່ງ ເພື່ອສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງຜັນຂະຫຍາຍປະຕິບັດຕາມຂອບເຂດສິດ ແລະ ພາລະບົດບາດຂອງຕົນ.

ເພື່ອເຮັດໃຫ້ກອງປະຊຸມປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ນັ້ນ, ທ່ານລັດຖະມົນຕີກະຊວງ ກປ ກໍໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນກອງປະຊຸມ ໂດຍສະເພາະບັນດາພະແນກ ກປ ຊຶ່ງເປັນພາກສ່ວນຈັດຕັ້ງປະຕິບັດບັນດານິຕິກໍາ ແລະ ລະບຽບການຕ່າງໆ ຢູ່ຂັ້ນທ້ອງຖິ່ນ ແລະ ຍັງເປັນພາກສ່ວນທີ່ຕິດແທດກັບຜູ້ປະກອບການຂອງຂະແໜງ ກປ ຕ້ອງໄດ້ຕີລາຄາຄືນ ຜ່ານມາໄດ້ພົບພໍ້ບັນຫາໃດແດ່, ອັນສໍາຄັນບັນດາສິ່ງທ້າທາຍຂອງວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ທີ່ພວກເຮົາກໍາລັງປະເຊີນ ແລະ ຈະປະເຊີນໃນຕໍ່ໜ້າ ໂດຍສະເພາະການຜະລິດເປັນສິນຄ້າເພື່ອສົ່ງອອກ, ການດຸ່ນດ່ຽງຜົນຜະລິດລະຫວ່າງ ແຂວງ ຕໍ່ ແຂວງ ເພື່ອທົດແທນການນໍາເຂົ້າຈາກຕ່າງປະເທດ.

ທ່ານ ລິນຄໍາ ດວງສະຫວັນ ຍັງກ່າວວ່າ: ຜົນຂອງກອງປະຊຸມໃນຄັ້ງນີ້, ມີຄວາມໝາຍຄວາມສໍາຄັນຫຼາຍ ເນື່ອງຈາກເປັນການສະຫຼຸບຕີລາຄາປີມ້ວນທ້າຍ ຂອງການຈັດຕັ້ງປະຕິບັດແຜນພັດທະນາ ກປ ແລະ ພັດທະນາຊົນນະບົດ ຊຶ່ງໃນໄລຍະ 5 ປີ ຜ່ານມາ ຂະແໜງການໄດ້ສຸມໃສ່ 4 ແຜນງານຫຼັກ ຄື: ການຜະລິດ ຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ, ການຜະລິດກະສິກຳເປັນສິນຄ້າ, ການຄຸ້ມຄອງ ຊັບພະຍາກອນປ່າໄມ້, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະຊວງປ້ອງກັນປະເທດ ເຜີຍແຜ່ເຊື່ຶອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ກະຊວງປ້ອງກັນປະເທດ ເຜີຍແຜ່ເຊື່ຶອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ວັນທີ 23 ກໍລະກົດ ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ພະນັກງານຫຼັກແຫຼ່ງກໍາລັງຫຼວງ ແລະ ກຳລັງທ້ອງຖິນ (ດ້ວຍການເຊື່ອມຕໍ່ວີດີໂອອອນລາຍ), ໂດຍການເປັນປະທານ ຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກກະຊວງ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ບັນດາກົມກອງກຳລັງບັນດາກົມກອງກຳລັງຫຼວງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ໂຮງງານຕັດຫຍິບ ຫຼັກ 19 ເປີດການນໍາໃຊ້ຢ່າງເປັນທາງການ

ໂຮງງານຕັດຫຍິບ ຫຼັກ 19 ເປີດການນໍາໃຊ້ຢ່າງເປັນທາງການ

ພິທີເປີດການນຳໃຊ້ໂຮງງານພັດທະນາອຸດສາຫະກຳຕັດຫຍິບ ຫຼັກ 19 ໄດ້ຈັນຂຶ້ນໃນວັນທີ 23 ກໍລະກົດຜ່ານມາ ໂດຍມີ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີທ່ານ ນາງ ເທບພະລັກ ຄຳວີສອນ ປະທານບໍລິສັດ PSL ກຣຸບ, ຄະນະນຳກະຊວງປ້ອງກັນປະເທດ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ້ຽວຂ້ອງເຂົ້າຮ່ວມ.
ອົງການກວດສອບແຫ່ງລັດປະກາດການແຕ່ງຕັ້ງ

ອົງການກວດສອບແຫ່ງລັດປະກາດການແຕ່ງຕັ້ງ

ໃນວັນທີ 22 ກໍລະກົດ ຜ່ານມານີ້, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງຮອງປະທານອົງການກວດສອບແຫ່ງລັດ ແລະ ພະນັກງານການນໍາຂັ້ນກົມ ຢູ່ພາຍໃນອົງການກວດສອບແຫ່ງລັດ, ພາຍໃຕ້ການເປັນປະທານຂອງທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານອົງການກວດສອບແຫ່ງລັດ ຊຶ່ງເຂົ້າຮ່ວມກອງປະຊຸມມີຮອງປະທານອົງການກວດສອບແຫ່ງລັດ, ຄະນະນໍາອົງການກວດສອບປະຈໍາພາກກາງ 1, ຄະນະນໍາ ບັນດາກົມ, ຄະນະພະແນກ ພ້ອມດ້ວຍພະນັກງານພາຍໃນອົງການກວດສອບແຫ່ງລັດ.
ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງຫຼວງພະບາງ

ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງຫຼວງພະບາງ

ທ່າ​ນ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມໂຄງການກໍ່ສ້າງ ເຂື່ອນໄຟຟ້ານຳຂອງ ຫຼວງພະບາງ, ໃນ​ວັນ​ທີ 22 ກໍ​ລະ​ກົດ​ຜ່ານ​ມາ ໂດຍໄດ້ຮັບການຕ້ອນຮັບຈາກຄະນະຜູ້ບໍລິການໂຄງການ.
ແຂວງຈຳປາສັກ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 5 ສະໄໝທີ IX

ແຂວງຈຳປາສັກ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 5 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈຳປາສັກ ຄັ້ງທີ 5 ສະໄໝທີ IX ໄດ້ເປີດ​ຂຶ້ນ ໃນວັນທີ 23 ກໍລະກົດ 2026 ຢູ່ສະໂມສອນເມືອງໂຂງ ໂດຍ​ການເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ; ມີ ສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກນະຄອນ, ເລຂາພັກເມືອງ, ຫົວໜ້າພະແນກການ-ກົມກອງອ້ອມຂ້າງແຂວງເຂົ້າ​ຮ່ວມ.
ເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ຢູ່ດ່ານສາກົນໜອງນົກຂຽນ

ເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ຢູ່ດ່ານສາກົນໜອງນົກຂຽນ

ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ພ້ອມການນໍາຂອງແຂວງ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການພັດທະນາວຽກງານ ຢູ່ດ່ານສາກົນໜອງນົກຂຽນ ເມືອງໂຂງແຂວງຈຳປາສັກ ໃນ​ວັນ​ທີ 22 ກໍ​ລະ​ກົດ​ຜ່ານ​ມາ, ເພື່ອຕິດຕາມສະພາບຄວາມສະດວກ, ຄວາມຫຍຸ້ງຍາກ, ການປັບປຸງພື້ນຖານໂຄງລ່າງ, ສາງຄ່ຽນຖ່າຍສິນຄ້າ ແລະ ການຄຸ້ມຄອງພາຍໃນດ່ານໃຫ້ເຂົ້າສິ່ລະບົບ.
ກອງປະຊຸມຄະນະກໍາມະການຊີ້ນໍາລະດັບຊາດ ແລະ ອະນຸກໍາມະການກະກຽມເປັນເຈົ້າພາບຈັດກອງປະຊຸມ 3RC-CCM ປະຈຳເດືອນ

ກອງປະຊຸມຄະນະກໍາມະການຊີ້ນໍາລະດັບຊາດ ແລະ ອະນຸກໍາມະການກະກຽມເປັນເຈົ້າພາບຈັດກອງປະຊຸມ 3RC-CCM ປະຈຳເດືອນ

ໃນວັນທີ 23 ກໍລະກົດ ນີ້ ທີ່ ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນນາມປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາລະດັບຊາດ ແລະ ອະນຸກໍາມະການ ກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ປະຈຳເດືອນກໍລະກົດ.
ແມ່ຍິງ ຄອສພ ປາຖະກະຖາວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ສະຫຼຸບຂໍ້ແຂ່ງຂັນ 3 ດີ

ແມ່ຍິງ ຄອສພ ປາຖະກະຖາວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ສະຫຼຸບຂໍ້ແຂ່ງຂັນ 3 ດີ

ຄະນະບໍລິຫານງານສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20/7/1955-20/7/ 2026) ແລະ ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 2021-2025 ແລະ ທິດທາງແຜນການ 2026-2030, ຂຶ້ນໃນວັນທີ 23 ກໍລະກົດນີ້, ທີ່ຫ້ອງປະຊຸມ ຄອສພ, ໂດຍການເປັນ ປະທານຮ່ວມ ຂອງ ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ມີຄະນະບໍລິ ຫານງານສະຫະພັນແມ່ຍິງ ຄອສພ, ຄະນະໜ່ວຍ ແລະ ບັນດາຮາກຖານ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.
6 ເດືອນຕົ້ນປີ ດ່ານສາກົນພູເກືອ ຍາດໄດ້ຜົນງານພົນເດັ່ນຫຼາຍດ້ານ

6 ເດືອນຕົ້ນປີ ດ່ານສາກົນພູເກືອ ຍາດໄດ້ຜົນງານພົນເດັ່ນຫຼາຍດ້ານ

ດ່ານສາກົນພູເກືອ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ຂຶ້ນໃນວັນທີ 22 ກໍລະກົດຜ່ານມາ, ທີ່ຫ້ອງປະຊຸມຂອງດ່ານດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ສີອຸດົມ ອາລົມຈິດ ກໍາມະການພັກແຂວງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນພູເກືອ, ມີຄະນະຄຸ້ມຄອງດ່ານ, ແຂກຖືກເຊີນ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ປະທານ ອພສ ແຂວງຫຼວງພະບາງ ຊຸກຍູ້ວຽກງານພຸດທະສາສະໜາ ຢູ່ເມືອງນານ

ປະທານ ອພສ ແຂວງຫຼວງພະບາງ ຊຸກຍູ້ວຽກງານພຸດທະສາສະໜາ ຢູ່ເມືອງນານ

ໃນວັນທີ 20 ກໍລະກົດຜ່ານມາ, ພະອາຈານໃຫຍ່ ອ່ອນແກ້ວ ກິຕຕິພັທໂທ ຄະນະບໍລິຫານງານປະຈຳ ການສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ) ຜູ້ຊ່ວຍປະທານສູນກາງ (ອພສ) ປະທານ (ອພສ) ແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ, ຊຸກຍູ້-ຊີ້ນຳ ວຽກງານພຸດທະສາສະໜາ ຢູ່ເມືອງນານ, ໂດຍການຕ້ອນຮັບຂອງທ່ານ ໄຊນະຄອນ ສຸດທິດາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ