ຍ້ອນ​ຫຍັງ ຈີນ ຈຶ່ງ​ສ​າ​ມາດ​ຮັບ​ປະ​ກັນ​ການ​​ຊົມໃຊ້​ພະ​ລັງ​ໄຟ​ຟ້າ​ໄດ້​ຢ່າງ​ໝັ້ນ​ທ່ຽງ

ຍ້ອນ​ຫຍັງ ຈີນ ຈຶ່ງ​ສ​າ​ມາດ​ຮັບ​ປະ​ກັນ​ການ​​ຊົມໃຊ້​ພະ​ລັງ​ໄຟ​ຟ້າ​ໄດ້​ຢ່າງ​ໝັ້ນ​ທ່ຽງ

ຍ້ອນ​ຫຍັງ ຈີນ ຈຶ່ງ​ສ​າ​ມາດ​ຮັບ​ປະ​ກັນ​ການ​​ຊົມໃຊ້​ພະ​ລັງ​ໄຟ​ຟ້າ​ໄດ້​ຢ່າງ​ໝັ້ນ​ທ່ຽງ
ຫວ່າງ​ມໍ່ໆ​ມາ​ນີ້, ​ພື້ນ​ທີ່​ສ່ວນຫຼາຍ​ຂອງ​ຈີນ​ລ້ວນ​ແຕ່​ມີອາ​ກາດ​ຮ້ອນ​ອົບ​ເອົ້າແລະ ອຸນ​ຫະ​ພູມຢູ່ຫຼາຍ​ທ້ອງ​ຖິ່ນ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດເຮັດ​ໃຫ້​​ປະ​ຊາ​ຊົນ​ທັງຫຼາຍ​ນຳ​ໃຊ້​ແອ​ເຢັນ ຫຼື ພັດ​ລົມ​ຕະຫຼອດ​ມື້ ແລະ ເຮັດໃຫ້​ການ​ຊົມ​ໃຊ້​ໄຟ​ຟ້າ​ພາຍ​ໃນ​ປະ​ເທດ​ຈີນ​ເພີ່ມ​ຂຶ້ນຫຼາຍ​ເປັນ​ພິ​ເສດ. ໃນວັນ​ທີ 16 ກໍ​ລະ​ກົດ ຜ່ານມາ​ນີ້, ການ​​ຊົມໃຊ້​ໄຟ​ຟ້າ​ໃນ​ທົ່ວ​ປະ​ເທດ​ຈີນ​ສູງ​ສຸດ​ຫຼາຍກວ່າ 1 ຕື້ 500 ລ້ານ​ກິ​ໂລ​ວັດ ຊຶ່ງໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ. ເມື່ອ​ປະ​ເຊີນ​ໜ້າ​ກັບ​ການ​ທົດ​ສອບ​ທີ່​ຂ້ຽວ​ຂາດ​ແບບ​ນີ້, ຈີນ​ໄດ້​ຮັບ​ປະ​ກັນ​ໃຫ້​​ຕາ​ຂ່າຍ​ໄຟ​ຟ້າ​ປະ​ຕິ​ບັດ​ງານ​ໄດ້​ຢ່າງ​ໝັ້ນ​ທ່ຽງ ແລະ ຮັບ​ປະ​ກັນ​ໃຫ້​ທຸກ​ຄອບ​ຄົວ​ໄດ້​ນຳໃຊ້​ແອເຢັນ ຫຼື ພັດ​ລົມ​ໄດ້​ຢ່າງ​ສະ​ບາຍ.

 

ຍອນ​ຫຍງ ຈນ ຈງ​ສ​າ​ມາດ​ຮບ​ປະ​ກນ​ການ​​ຊມໃຊ​ພະ​ລງ​ໄຟ​ຟາ​ໄດ​ຢາງ​ໝນ​ທຽງ - image 1
 

ຄວາມໝັ້ນທ່ຽງແບບນີ້ບໍ່ແມ່ນງ່າຍກ່ອນຈະໄດ້ມາ, ຫາກແມ່ນໄດ້ມາຈາກການສະສົມດ້ານເຕັກໂນໂລຊີ ແລະ ທ່າແຮງດ້ານລະບອບຂອງຈີນໃນຫຼາຍສິບປີຜ່ານມາ. ເມື່ອຫວນຄືນອະດີດ, ຈີນເຄີຍປະສົບບັນຫາໄຟຟ້າບໍ່ພຽງພໍ ແລະ ແຫຼ່ງຜະລິດໄຟຟ້າຢູ່ໄກກັບເຂດຊົມໃຊ້ໄຟຟ້າມາເປັນໄລຍະດົນນານ. ໃນຊຸມປີ 1980, ຍອດປະລິມານຕິດຕັ້ງເຄື່ອງຈັກຜະລິດໄຟຟ້າໃນທົ່ວປະເທດມີພຽງ 100 ລ້ານກິໂລວັດ, ອາທິດໜຶ່ງ, ເຂດແຄມທະເລທາງພາກຕາເວັນອອກຂອງຈີນມີໄຟຟ້າຊົມໃຊ້ພຽງ 3 ວັນເທົ່ານັ້ນ; ເມື່ອກ້າວເຂົ້າສູ່ສະຕະວັດທີ 21, ພະລັງໄຟຟ້ານ້ຳຕົກແລະ ພະລັງໄຟຟ້າທີ່ຜະລິດດ້ວຍແຮງລົມທີ່ອຸດົມສົມບູນຢູ່ທາງພາກຕາເວັນຕົກບໍ່ສາມາດສົ່ງໄປທາງພາກຕາເວັນອອກຂອງຈີນທີ່ຂາດໄຟຟ້າ, ຕາຂ່າຍໄຟຟ້າໄດ້ກາຍເປັນບັນຫາສຳຄັນທີ່ສຸດທີ່ຈຳກັດການພັດທະນາຂອງຈີນ.

ຍອນ​ຫຍງ ຈນ ຈງ​ສ​າ​ມາດ​ຮບ​ປະ​ກນ​ການ​​ຊມໃຊ​ພະ​ລງ​ໄຟ​ຟາ​ໄດ​ຢາງ​ໝນ​ທຽງ - image 2
 

ເພື່ອແກ້ໄຂບັນຫານີ້, ຈີນ ໄດ້ເສີມຂະຫຍາຍທ່າແຮງດ້ານລະບອບທີ່ສຸມກຳລັງຝ່າຍຕ່າງໆເພື່ອແກ້ໄຂບັນຫາໃຫຍ່. ປີ 2004, ຜູ້ຊ່ຽວຊານດ້ານພະລັງງານໄຟຟ້າ 200 ກວ່າທ່ານ ໄດ້ມາເຕົ້າໂຮມກັນຢູ່ນະຄອນເປີຍໄຕເຮີ ທາງພາກເໜືອຂອງຈີນ ເພື່ອກຳນົດທິດທາງຄົ້ນຄວ້າພັດທະນາເຕັກໂນໂລຊີສົ່ງໄຟຟ້າດ້ວຍຄວາມດັນສູງພິເສດ. ຫຼັງຈາກນັ້ນ 10 ກວ່າປີ, ຈາກການຜະລິດອຸປະກອນເຖິງການກໍ່ສ້າງໂຄງການ, ຈາກການວາງມາດຕະຖານເຖິງລະບົບການປະຕິບັດງານ, ຈີນໄດ້ນຳໜ້າການພັດທະນາເຕັກໂນໂລຊີສົ່ງໄຟຟ້າດ້ວຍຄວາມດັນສູງພິເສດໃນຂອບເຂດທົ່ວໂລກ. ປັດຈຸບັນ, ລະບົບສົ່ງໄຟຟ້າດ້ວຍຄວາມດັນສູງພິເສດຂອງຈີນບໍ່ພຽງແຕ່ສາມາດສົ່ງໄຟຟ້າຈາກເຂດຊິນຈ່ຽງ ແລະ ແຂວງເສສວນ ທີ່ຢູ່ທາງພາກຕາເວັນຕົກຂອງຈີນໄປເຖິງເຂດສາມຫຼ່ຽມປາກແມ່ນ້ຳຢາງຊີກຽງ ແລະ ເຂດສາມຫຼ່ຽມປາກແມ່ນ້ຳຈູ່ຈ່ຽງ ໄດ້ຢ່າງມີປະສິດທິພາບສູງເທົ່ານັ້ນ, ຫາກຍັງສາມາດບັນລຸການຈັດສັນໄຟຟ້າໃນຂອບເຂດທົ່ວປະເທດ ໃນໄລຍະຊົມໃຊ້ໄຟຟ້າຫຼາຍເປັນພິເສດ. ຕົວຢ່າງ: ໃນລະດູຮ້ອນປີນີ້, ພະລັງງານໄຟຟ້າສະອາດຢູ່ທາງພາກຕາເວັນຕົກຂອງຈີນຖືກສົ່ງໄປທາງພາກຕາເວັນອອກດ້ວຍເຕັກໂນໂລຊີສົ່ງໄຟຟ້າດ້ວຍຄວາມດັນສູງພິເສດ, ມື້ໜຶ່ງສູງສຸດສາມາດສົ່ງໄຟຟ້າຫຼາຍກວ່າ 120 ລ້ານກິໂລວັດໂມງ ຊຶ່ງເທົ່າກັບປະລິມານການຊົມໃຊ້ໄຟຟ້າຂອງ 30 ລ້ານຄອບຄົວໃນມື້ໜຶ່ງ.

ຍອນ​ຫຍງ ຈນ ຈງ​ສ​າ​ມາດ​ຮບ​ປະ​ກນ​ການ​​ຊມໃຊ​ພະ​ລງ​ໄຟ​ຟາ​ໄດ​ຢາງ​ໝນ​ທຽງ - image 3
 

ເມື່ອງສັງເກດຈາກໂຕເລກແລ້ວເຫັນວ່າ: ຄວາມສາມາດດ້ານການສະໜອງໄຟຟ້າຂອງຈີນໃນປັດຈຸບັນເຂັ້ມແຂງທີ່ສຸດ. ປະລິມານການຜະລິດໄຟຟ້າຂອງຈີນໃນປີ 2024 ມີປະມານ 1 ໝື່ນຕື້ກິໂລວັດໂມງ ຊຶ່ງກວມເອົາປະມານ 1 ສ່ວນ 3 ຂອງໂລກ. ທັງນີ້ຈະປາສະຈາກການຜະລິດໄຟຟ້າດ້ວຍພະລັງງານຕ່າງໆບໍ່ໄດ້. ໃນຊຸມປີຜ່ານມາ, ການຜະລິດໄຟຟ້າດ້ວຍພະລັງງານສະອາດຂອງຈີນໄດ້ຮັບການພັດທະນາຢ່າງວ່ອງໄວ, ການຜະລິດໄຟຟ້າດ້ວຍພະລັງນ້ຳ, ພະລັງງານລົມ ແລະ ພະລັງງານແສງຕາເວັນຂອງຈີນ ໄດ້ເພີ່ມຂຶ້ນເລື້ອຍໆ ເຮັດໃຫ້ຈີນສາມາດຮັບປະກັນການສະໜອງພະລັງງານໄຟຟ້າຢ່າງໝັ້ນທ່ຽງພາຍໃຕ້ສະພາບການພິເສດຕ່າງໆເຊັ່ນ: ອຸນຫະພູມສູງເປັນພິເສດ ແລະ ອື່ນໆ. ໂຄງການໄຟຟ້ານ້ຳຕົກຢູ່ເຂດໃຕ້ແມ່ນ້ຳຢາລູຈາງປູທີ່ຈີນລົງມືກໍ່ສ້າງໃນຫວ່າງມໍ່ໆມານີ້ ຈະສາມາດສະໜອງພະລັງງານໄຟຟ້າສະອາດເກືອບ 300 ຕື້ກິໂລວັດໂມງຕໍ່ປີ ຊຶ່ງສາມາດຕອບສະໜອງກັບຄວາມຕ້ອງການດ້ານການຊົມໃຊ້ໄຟຟ້າຂອງ 300 ລ້ານຄົນ.

ນອກນີ້, ຕາຂ່າຍໄຟຟ້າຂອງຈີນຍັງສາມາດຕອບສະໜອງກັບຄວາມຕ້ອງການໃນກໍລະນີພິເສດໄດ້ຢ່າງວ່ອງໄວ. ໂດຍຜະເຊີນໜ້າກັບສະພາບອາກາດຜິດປົກກະຕິ, ຈີນໄດ້ສ້າງກົນໄກປະສານງານລະຫວ່າງແຫຼ່ງຜະລິດໄຟຟ້າ + ຕາຂ່າຍໄຟຟ້າ + ການສະສົມໄຟຟ້າ: ເມື່ອທ້ອງຖິ່ນໃດຊົມໃຊ້ໄຟຟ້າເພີ່ມຫຼາຍຂຶ້ນ, ສູນຈັດສັນໄຟຟ້າສາມາດສັ່ງໃຫ້ໂຮງຜະລິດໄຟຟ້າທີ່ຢູ່ເຂດອ້ອມຂ້າງເພີ່ມທະວີການຜະລິດໄຟຟ້າ ຫຼື ໃຫ້ສະຖານີສະສົມໄຟຟ້າເພີ່ມການສະໜອງໄຟຟ້າ, ຈົນເຖິງຂັ້ນນຳພາຜູ້ຊົມໃຊ້ໄຟຟ້າໃຊ້ໄຟຟ້າໃນເວລາຕ່າງກັນດ້ວຍຕາຂ່າຍໄຟຟ້າອັດສະລິຍະ.

ຍອນ​ຫຍງ ຈນ ຈງ​ສ​າ​ມາດ​ຮບ​ປະ​ກນ​ການ​​ຊມໃຊ​ພະ​ລງ​ໄຟ​ຟາ​ໄດ​ຢາງ​ໝນ​ທຽງ - image 4
 

ຄວາມສາມາດຕົວຈິງດ້ານພະລັງງານໄຟຟ້າຂອງຈີນບໍ່ພຽງແຕ່ສ້າງຜົນປະໂຫຍດໃຫ້ແກ່ຈີນເທົ່ານັ້ນ, ຫາກຍັງໄດ້ເສີມຂະຫຍາຍບົດບາດສຳຄັນໃນການຮ່ວມມືສາກົນ. ການຮ່ວມມືກັບລາວກໍເປັນກໍລະນີທີ່ເປັນແບບຢ່າງ. ເດືອນກັນຍາປີ 2020, ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ແລະ ບໍລິສັດພະລັງງານໄຟຟ້າແຫ່ງຊາດລາວໄດ້ຮ່ວມທຶນສ້າງຕັ້ງບໍລິສັດຕາຂ່າຍສົ່ງໄຟຟ້າແຫ່ງຊາດລາວ. ປັດຈຸບັນ, ໂຄງການຕາຂ່າຍໄຟຟ້າ 500 ກິໂລໂວນຈີນ-ລາວ ພວມໄດ້ຮັບການກໍ່ສ້າງຢ່າງໜັກແໜ້ນ ແລະ ຈະສ້າງສຳເລັດໃນປີ 2026. ພາຍຫຼັງໂຄງການດັ່ງກ່າວສ້າງສຳເລັດແລ້ວ, ຄວາມສາມາດສົ່ງພະລັງງານໄຟຟ້າຕໍ່ກັນລະຫວ່າງຈີນ ແລະ ລາວຈະບັນລຸເຖິງ 1 ລ້ານ 5 ແສນກິໂລວັດ ແລະ ສົ່ງພະລັງງານໄຟຟ້າສະອາດໄດ້ປະມານ 3 ຕື້ກິໂລວັດໂມງ ຊຶ່ງບໍ່ພຽງແຕ່ເພີ່ມທະວີຄວາມສາມາດສົ່ງພະລັງງານໄຟຟ້າ ແລະ ລົງເລິກການພົວພັນຄູ່ຮ່ວມຍຸດທະສາດດ້ານການຮ່ວມມືໃນຂົງເຂດພະລັງງານໄຟຟ້າລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງສາມາດຊ່ວຍເຫຼືອປະເທດລາວກາຍເປັນສູນເຊື່ອມໂຍງເຊື່ອມຈອດດ້ານພະລັງງານສະອາດໃນອະນຸພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງອີກດ້ວຍ.

ຈາກການຮັບປະກັນການຊົມໃຊ້ໄຟຟ້າຢ່າງໝັ້ນທ່ຽງໃຫ້ແກ່ປະຊາຊົນ 1.4 ຕື້ຄົນ ເຖິງເປັນຜູ້ຂັບເຄື່ອນສຳຄັນໃນການເຊື່ອມໂຍງເຊື່ອມຈອດດ້ານພະລັງງານຂອງໂລກ, ຈີນໄດ້ສ້າງຕາຂ່າຍໄຟຟ້າຂະໜາດໃຫຍ່ເປັນພິເສດແມ່ນຍ້ອນຈີນໄດ້ປະຕິບັດແນວຄວາມຄິດການພັດທະນາທີ່ “ຖືປະຊາຊົນເປັນໃຈກາງ” ແລະ ກໍແມ່ນຍ້ອນໄດ້ດຳເນີນການປະດິດສ້າງໃໝ່ດ້ານເຕັກໂນໂລຊີຢ່າງເປັນເຈົ້າການ. ເມື່ອອາກາດຮ້ອນອົບເອົ້າ, ຈີນສາມາດຮັບປະກັນໃຫ້ຕາຂ່າຍໄຟຟ້າປະຕິບັດງານໄດ້ຢ່າງໝັ້ນທ່ຽງແມ່ນຍ້ອນຈີນໄດ້ສຸມກຳລັງເຂົ້າໃນການປັບປຸງບູລະນະຕາຂ່າຍໄຟຟ້າດ້ວຍການປະດິດສ້າງໃໝ່ຢ່າງເປັນເຈົ້າການມາເປັນເວລາຫຼາຍສິບປີ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ເພີ່ມເຕີມ