ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ
ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ ໄດ້ຈັດກອງປະຊຸມສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ເພື່ອສ້າງຄວາມເຂົ້າໃຈອັນດຽວກັນໃຫ້ທຸກພາກ, ຮ່ວມກັນຫັນກະສິກໍາ ໃຫ້ກາຍເປັນສິນຄ້າທີ່ມີມາດຕະຖານສູງ ແລະ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງການຜະລິດ ແລະ ຕະຫຼາດ ເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວສູ່ຕະຫຼາດໂລກ.
ສາມະນາພເສດ ສງເສມທລະກດກະສກາລາວ ສຕະຫາດໂລກ - image 1
 

 

ກອງປະຊຸມຄັ້ງນີ້, ຈັດຂຶ້ນໃນວັນທີ 31 ຕຸລານີ້ ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸດສາຫະກໍາການຄ້າ (ອຄ); ມີບັນດາທ່ານການນໍາຂັ້ນຕ່າງໆຈາກກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງອຸດສາຫະກໍາ ແລະ ການຄ້າ, ສຄອຊ, ສະມາຄົມທຸລະກິດກະສິກໍາລາວ, ຜູ້ຕາງໜ້າຈາກ ທະນາຄານພັດທະນາອາຊີ, ອົງການຈັດຕັ້ງສາກົນ, ສະພາການຄ້າ ແລະ ອຸດສາຫະກໍາ 18 ແຂວງ, ສະມາຄົມທຸລະກິດ, ຫົວໜ່ວຍທຸລະກິດກະສິກໍາ ແລະ ພາກສ່ວນອື່ນໆ ທີ່ຕິດພັນກັບຕອງໂສ້ທຸລະກິດກະສິກໍາ.

ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ກ່າວເປີດກອງປະຊຸມວ່າ: ປັດຈຸບັນ, ພວກເຮົາໄດ້ຫັນປ່ຽນກາຍເປັນປະເທດ ທີ່ມີການເຊື່ອມໂຍງທາງດ້ານພູມສັນຖານ ຢ່າງແທ້ຈິງ ໂດຍມີເສັ້ນທາງລົດໄຟ ເປັນເສັ້ນທາງໂດຍກົງໄປສູ່ຕະຫຼາດກະສິກໍາ ແລະ ອາຫານທີ່ສາມາດເຂົ້າເຖິງຄູ່ຄ້າໄດ້ຢ່າງວ່ອງໄວ ມີການເຊື່ອມໂຍງກັບຕະຫຼາດຂະໜາດໃຫຍ່ ເຊັ່ນ: ຕະຫຼາດຈີນ ແລະ ຕະຫຼາດພາກພື້ນອາຊຽນ ຊຶ່ງໄດ້ເປີດໂອກາດໃໝ່ ໂດຍສະເພາະຊຸກຍູ້ສົ່ງເສີມການຜະລິດກະສິກໍາພາຍໃນ, ນອກຈາກເປັນການທົດແທນການນໍາເຂົ້າ ຍັງເປັນການຜະລິດເພື່ອສົ່ງອອກ; ພ້ອມດຽວກັນນັ້ນ, ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ ຫົວໜ່ວຍທຸລະກິດ ໃຫ້ມີການຂະຫຍາຍຕົວແບບຍືນຍົງ, ສຄອຊ ແລະ ສະມາຄົມທຸລະກິດກະສິກໍາລາວ ຈຶ່ງໄດ້ຈັດກອງປະຊຸມສຳມະນາພິເສດນີ້ຂຶ້ນ.

ກອງປະຊຸມໄດ້ຮັບຟັງການບັນຍາຍຫຼາຍຫົວຂໍ້ທີ່ສໍາຄັນ ຄື: ໂອກາດເຕີບໂຕທຸລະກິດກະສິກໍາລາວ ໂດຍ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ, ສິ່ງທ້າທາຍຂອງທຸລະກິດກະສິກໍາລາວ ເພື່ອເຂົ້າເຖິງຕະຫຼາດສາກົນ ກະສິກໍາ ແລະ ອາຫານ ໂດຍ ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກໍາລາວ, ການຂັບເຄື່ອນການເຂົ້າເຖິງການເງິນ ແລະ ກາລະໂອກາດທາງທຸລະກິດ ໃຫ້ທຸລະກິດກະສິກໍາລາວ ຜ່ານໂຄງການລະບົບອາຫານກະສິກໍາແບບຍືນຍົງ ແຫ່ງ ສປປ ລາວ ໂດຍ ທ່ານ ເພັດສຸລະພົນ ຄຸລະທິດາ ຜູ້ຮັບຜິດຊອບໂຄງການດ້ານກະສິກໍາ ທະນາຄານພັດທະນາອາຊີ ປະຈໍາ ສປປ ລາວ, ການນໍາສະເໜີໂຄງການຈຸດສຸມຜະລິດເປັນສິນຄ້າ ທີ່ຕະຫຼາດຮອງຮັບ ໂດຍ ທ່ານ ຂັນທອງ ສີປະເສີດ ຮອງປະທານສະມາຄົມທຸລະກິດດະສິກໍາລາວ. ນອກນີ້, ກໍໄດ້ຈັດເວທີເສວະນາໃນຫົວຂໍ້: ປຶກສາຫາລືເພື່ອແກ້ໄຂຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕໍ່ອຸປະສັກທຸລະກິດກະສິກໍາລາວ. ພ້ອມນີ້, ມີການນໍາສະເໜີ ທຶນສົ່ງເສີມການຜະລິດສິນຄ້າ ເພື່ອຫຼຸດຜ່ອນການນໍາເຂົ້າ ໂດຍ ທ່ານ ຈັນທະສອນ ເພັດວິໄຊ ວ່າການແທນຫົວໜ້າພະແນກບໍລິຫານ ແລະ ຄຸ້ມຄອງກອງທຶນສົ່ງເສີມການຜະລິດສິນຄ້າລາວ (ກສລ) ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງ ອຄ.

ສາມະນາພເສດ ສງເສມທລະກດກະສກາລາວ ສຕະຫາດໂລກ - image 2
 

ກອງປະຊຸມຍັງໄດ້ຮັບຟັງ ການໂອ້ລົມຂອງ ທ່ານ ຈັນທະບູນ ສຸກອາລຸນ ຊຶ່ງໄດ້ເນັ້ນຢໍ້າເຖິງຄວາມເຂົ້າໃຈຂອງພາກລັດ ຕໍ່ກັບການສ້າງກະສິກໍາທີ່ເຂັ້ມແຂງ ກໍຄືເປົ້າໝາຍການຜະລິດຕາມຄາດໝາຍ, ແຕ່ຕະຫຼາດ ແລະ ການປຸງແຕ່ງ ຄືເສັ້ນເລືອດໃຫຍ່ທີ່ສູບສີດໃຫ້ລະບົບຕ່ອງໂສ້, ຄວາມສໍາເລັດຂອງທຸລະກິດກະສິກໍາ ຈະເປັນປັດໄຈຕັດສິນໃນການບັນລຸເປົ້າໝາຍ “ເສດຖະກິດເອກະລາດເປັນເຈົ້າຕົນເອງ” ຂອງພັກ. ດັ່ງນັ້ນ, ກະຊວງ ອຄ ຈຶ່ງໃຫ້ຄໍາໝັ້້ນສັນຍາ ແລະ ຈະໃຫ້ທິດຊີ້ນໍາ 3 ດ້ານຫຼັກ ທີ່ຕອບສະໜອງຕໍ່ທຸກບັນຫາ ທີ່ໄດ້ຍົກຂຶ້ນມາຄື: ທິດທາງທີ 1 ຫັນວັດຖຸດິບສູ່ການປຸງແຕ່ງເພື່ອສ້າງມູນຄ່າ, ທິດທາງທີ 2 ປົດລ໊ອກແຫຼ່ງທຶນດ້ວຍ ກສລ ແລະ ການຄໍ້າປະກັນແບບໃໝ່ ແລະ ທິດທາງທີ 3 ປະຕິຮູບລະບຽບການ ແລະ ປົກປ້ອງຕະຫຼາດພາຍໃນ.

ພ້ອມນີ້, ກອງປະຊຸມຍັງໄດ້ຈັດພິທີ ເຊັນ “MOU ຮ່ວມກັນສຶກສາ ເພື່ອອໍານວຍຄວາມສະດວກໃຫ້ແກ່ການສະໜອງທຶນ ແບບບໍ່ມີຂໍ້ຜູກມັດ” ລະຫວ່າງ ສຄອຊ, ສະມາຄົມທຸລະກິດກະສິກໍາລາວ ແລະ ກສລ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ທ່ານ ຄໍາຜອຍ ວັນນະສານ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນໃນວັນທີ 15 ທັນວານີ້, ໂອກາດນີ້ໄດ້ເຂົ້າພົບປະທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ເພື່ອແຈ້ງຈຸດປະສົງໃນການລົງມາເຄື່ອນໄຫວໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ ໂດຍສະເພາະລົງເຄື່ອນໄຫວຊີ້ນໍາ ວຽກງານກະກຽມດຳເນີນກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງ ແລະ ວຽກກອງທຶນສາມັກຄີພັດທະນາຂອງແນວລາວສ້າງຊາດຢູ່ແຂວງຄຳມ່ວນ. ຈາກນັ້ນ, ໄດ້ສືບຕໍ່ພົບປະໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງຂອງແນວລາວສ້າງຊາດແຂວງ.
ຈະພັດທະນາລະບົບ ຄຸ້ມຄອງແບບຟອມແລະເບີກຈ່າຍງົບປະມານແບບDigital Filing

ຈະພັດທະນາລະບົບ ຄຸ້ມຄອງແບບຟອມແລະເບີກຈ່າຍງົບປະມານແບບDigital Filing

ພິທີເຊັນສັນຍາວ່າດ້ວຍການພັດທະນາລະບົບຄຸ້ມຄອງແບບຟອມດິຈີຕອນແລະການເບີກຈ່າຍງົບປະມານຂອງຂະແໜງການພາກລັດ (Digital Filing)ລະຫວ່າງກະຊວງການເງິນແລະບໍລິສັດພູນຜົນນະຄອນຈໍາກັດ, ໄດ້ຈັດຂຶ້ນ ໃນວັນທີ12ທັນວາຜ່ານມາ ທີ່ນະຄອນຫຼວງວຽງຈັນ.
ທ່ານບຸນສະຫວາດ ວົງປະເສີດຄອງຊະນະເລີດການແຂ່ງຂັນຊົງກາເຟ ປາກຊ່ອງປະຈຳປີ 2025

ທ່ານບຸນສະຫວາດ ວົງປະເສີດຄອງຊະນະເລີດການແຂ່ງຂັນຊົງກາເຟ ປາກຊ່ອງປະຈຳປີ 2025

ການແຂ່ງຂັນຊົງກາເຟ ປາກຊ່ອງ (Paksong Drip Battle) ປະຈຳປີ 2025 ຈັດຂຶ້ນ ໃນງານບຸນກາເຟ-ຊາ ແລະ ຜົນຜະລິດກະສິກຳ ພູພຽງບໍລະເວນ ທີ່ອານຸສາວະລີທ່ານສີທົນ ກົມມະດຳ ເມືອງປາກຊ່ອງ ແຂວງຈຳປາສັກ, ໄດ້ສະທ້ອນໃຫ້ເຫັນເຖິງການເຕີບໂຕຂອງທັກສະ ແລະ ຄວາມມຸ່ງໝັ້ນຂອງ ບາຣິສຕ້າໃນ ສປປ ລາວ ແລະ ພາກພື້ນທີ່ໃກ້ຄຽງ. ການແຂ່ງຂັນດັ່ງກ່າວໄດ້ຮວບຮວມບາຣິສຕ້າຈຳນວນ 32 ຄົນ ຈາກທົ່ວປະເທດລາວ ພ້ອມທັງມີຜູ້ເຂົ້າແຂ່ງຂັນຈາກປະເທດໄທ ສະແດງໃຫ້ເຫັນຄວາມສົນໃຈທີ່ມີຕໍ່ກາເຟພິເສດທີ່ເພີ່ມຂຶ້ນໃນລະດັບພາກພື້ນ.
ການນໍາ ພັກ-ລັດ ແລະ ມວນຊົນແຂວງສະຫວັນນະເຂດຮ່ວມໃສ່ບາດວັນເກີດປະທານ ໄກສອນ ພົມວິຫານ

ການນໍາ ພັກ-ລັດ ແລະ ມວນຊົນແຂວງສະຫວັນນະເຂດຮ່ວມໃສ່ບາດວັນເກີດປະທານ ໄກສອນ ພົມວິຫານ

ພິທີໃສ່ບາດຖວາຍສັງຄະທານເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີຶ ໄດ້ຈັດຂຶ້ນໃນວັນທີ 14 ທັນວານີ້ ທີ່ອານຸສອນສະຖານປະທານ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ໂດຍມີ ທ່ານ ບຸນຍັງ ວໍລະຈິດ ອະດີດປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານ ສູນກາງແນວລາວສ້າງຊາດ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫັວນນະເຂດ, ພ້ອມດວຍ ພະນັກງານ-ລັດຖະກອນແລະ ມວນຊົນເຂົ້າຮ່ວມ.
ທ່ານ​ນາງ ອາ​ດີ​ນາ ມະຫາວົງ ໄດ້​ຮັບ​ລາງວັນ THE WORLD MADAM 2025

ທ່ານ​ນາງ ອາ​ດີ​ນາ ມະຫາວົງ ໄດ້​ຮັບ​ລາງວັນ THE WORLD MADAM 2025

ປີ 2025ນັບ​ວ່າ​ເປັນ​ອີກ​ໜຶ່ງ​ເຫດການ​ທີ່​ໜ້າ​ພາກພູມ​ໃຈ ຂອງ​ແມ່ຍິງ​ລາວ ເມື່ອ​ທ່ານ​ນາງ ອາ​ດີ​ນາ ມະຫາວົງ ໄດ້​ຮັບ​ລາງວັນ (ມົງກຸດ)THE WORLD MADAM 2025, ລາງວັນ The World Madam ASIA 2025 ແລະ ລາງວັນ The World Madam Laos 2025ເຊິ່ງ​ເປັນ​ລາງວັນ​ທີ່​ຊົງ​ກຽດ, ດ້ວຍ​ຄຸນສົມບັດ​ອັນ​ໂດດ​ເດັ່ນ ທາງ​ດ້ານ​ບຸກ​ຄະ​ລິ​ກ​ກະ​ພາບ, ຄວາມ​ຮູ້​-​ຄວາມ​ສາມາດ ແລະ​ບົດບາດ​ການ​ເປັນ​ຜູ້​ນໍາ​ໃນ​ສັງ​ຄົມ.
ພິທີມອບ-ຮັບໜ້າ ເຈົ້າແຂວງໄຊຍະບູລີ (ຜູ້ເກົ່າ) ແລະ ປະທານຄະນະກໍາມະການປົກຄອງແຂວງ (ຜູ້ໃໝ່).

ພິທີມອບ-ຮັບໜ້າ ເຈົ້າແຂວງໄຊຍະບູລີ (ຜູ້ເກົ່າ) ແລະ ປະທານຄະນະກໍາມະການປົກຄອງແຂວງ (ຜູ້ໃໝ່).

ຕອນບ່າຍວັນທີ 15 ທັນວານີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງເຈົ້າແຂວງໄຊຍະບູລີ (ຜູ້ເກັ່າ)ແລະ ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ (ຜູ້ໃໝ່) ຂຶ້ນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນການພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງ ເຂົ້າຮ່ວມ
ຈະເລີນຊັບເວັນເຈີ ສົ່ງເສີມການຮ່ວມມືດ້ານການບິນໃນສປປ ລາວ

ຈະເລີນຊັບເວັນເຈີ ສົ່ງເສີມການຮ່ວມມືດ້ານການບິນໃນສປປ ລາວ

ບໍລິສັດຈະເລີນຊັບເວັນເຈີ (Chaleun Sub Ventures Ltd.) (CSV) ຈັດກິດຈະກໍາພົບປະສະມາຄົມ ການບິນ CSV AeroNexus Rendezvous ປະຈຳປີ2025 ຂຶ້ນເມື່ອບໍ່ດົນມາ, ທີ່ນະຄອນຫຼວງວຽງຈັນ (ນວ) ເພື່ອສົ່ງເສີມການຮ່ວມມືດ້ານການບິນ ແລະ ທຸລະກິດໃນສປປ ລາວ ໂດຍມີທ່ານນາງ ພົງສະຫວ່າງ ກາດອຸດົມ ແລະ ທ່ານ ແອນດີ້ ຕ້ຽວ (Andy Teo) ຜູ້ຮ່ວມກໍ່ຕັ້ງບໍລິສັດຈະເລີນຊັບເວັນເຈີ, ມີຜູ້ນໍາທາງດ້ານການບິນ, ຊ່ຽວຊານ, ຜູ້ປະກອບການດ້ານອຸດສາຫະກໍາການບິນ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ນັກທຸລະກິດຈີນ ຈາກເມືອງເສີນເຈີ້ນ ມອບເງິນ 54 ລ້ານກີບ ແລະ ອຸປະກອນການຮຽນ ໃຫ້ເມືອງໂຂງ

ນັກທຸລະກິດຈີນ ຈາກເມືອງເສີນເຈີ້ນ ມອບເງິນ 54 ລ້ານກີບ ແລະ ອຸປະກອນການຮຽນ ໃຫ້ເມືອງໂຂງ

ເມື່ອບໍ່ດົນມານີ້, ນັກທຸລະກິດ ຈາກ ເມືອງເສີນເຈີ້ນ ສປ ຈີນ ໄດ້ມອບເງິນ 54 ລ້ານກີບ ພ້ອມດ້ວຍອຸປະກອນການຮຽນເພື່ອສົ່ງເສີມ ແລະ ຊຸກຍູ້ວຽກງານການສຶກສາຢູ່ ເມືອງໂຂງ ແຂວງຈຳປາສັກ. ການມອບເຄື່ອງຄັ້ງນີ້, ມີຂຶ້ນໃນທ້າຍອາທິດຜ່ານມາ, ໃນໂອກາດທີ່ເມືອງໂຂງ ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີທີ່ສະໜາມກິລາຂອງເມືອງ.
5 ປີ ນະຄອນຫຼວງວຽງຈັນ ຈັດເກັບລາຍຮັບໄດ້ 4 ພັນຕື້ກວ່າກີບ

5 ປີ ນະຄອນຫຼວງວຽງຈັນ ຈັດເກັບລາຍຮັບໄດ້ 4 ພັນຕື້ກວ່າກີບ

ການຈັດຕັ້ງປະຕິບັດວຽງານໃນຂົງເຂດເສດຖະກິດຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໄລຍະ 5 ປີຜ່ານມາໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ ເຮັດໃຫ້ສາມາດຈັດເກັບລາຍຮັບໄດ້ເກີນແຜນ 5 ປີຊ້ອນ ລວມເປັນເງິນ 4.460,45 ຕື້ກີບ ສະເພາະປີ 2025 ສາມາດຈັດເກັບໄດ້ 12.572,14 ຕື້ກີບ ປະຕິບັດໄດ້ລື່ນແຜນ 19,8% ຂອງແຜນການປີ.
ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານຜາຫອຍ ຫາ ບ້ານແກ້ງຈອນ ມີຄວາມຄືບໜ້າ 39.06%

ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານຜາຫອຍ ຫາ ບ້ານແກ້ງຈອນ ມີຄວາມຄືບໜ້າ 39.06%

ວັນທີ 13 ທັນວາຜ່ານມານີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ພ້ອມດ້ວຍບັນດາການນຳຂອງແຂວງ, ເມືອງໄດ້ລົງຕິດຕາມໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານຜາຫອຍ ຫາ ບ້ານແກ້ງຈອນ ເມືອງໄຊບົວທອງ
ເພີ່ມເຕີມ