ຂ່າວລະບຸວ່າ: ໃນລະຫວ່າງກອງປະຊຸມຄະນະກຳມະການບໍລິຫານຂອງອົງການຄຸ້ມຄອງພະລັງງານນິວເຄລຍໃນວັນທີ 27 ຕຸລາຜ່ານມາ, ທ່ານ ຢູລິອອດ ກ່າວວ່າ: ພະລັງງານນິວເຄລຍໄດ້ກາຍເປັນທາງເລືອກຍຸດທະສາດທີ່ຈະຊ່ວຍຮັບປະກັນຄວາມໝັ້ນຄົງ ແລະ ຄວາມຍືນຍົງດ້ານພະລັງງານຂອງປະເທດ. ພະລັງງານນິວເຄລຍບໍ່ໄດ້ຖືກເບິ່ງວ່າເປັນທາງເລືອກສຸດທ້າຍອີກຕໍ່ໄປ, ແຕ່ເປັນອົງປະກອບຫຼັກຂອງແຜນພະລັງງານແຫ່ງຊາດ ຊຶ່ງນະໂຍບາຍນີ້ສອດຄ່ອງກັບແຜນພັດທະນາໄລຍະຍາວຂອງອິນໂດເນເຊຍ ແລະ ກົດລະບຽບໃໝ່ດ້ານນະໂຍບາຍພະລັງງານແຫ່ງຊາດທີ່ລັດຖະບານຫາກໍປະກາດ.
ແຜນການປະຕິບັດງານຂອງລັດຖະບານລະບຸວ່າ: ພະລັງງານນິວເຄລຍຄາດວ່າຈະກວມເອົາ 5% ຂອງໂຄງສ້າງພະລັງງານຂອງອິນໂດເນເຊຍພາຍໃນປີ 2030 ແລະ ເພີ່ມຂຶ້ນເປັນ 11% ພາຍໃນປີ 2060.
ຂະນະດຽວກັນ, ທ່ານ ຢູລິອອດ ຍອມຮັບວ່າຍັງມີສິ່ງທ້າທາຍຫຼາຍດ້ານເຊັ່ນ: ເງິນທຶນ, ໄລຍະເວລາການກໍ່ສ້າງ ແລະ ຄວາມກັງວົນດ້ານຄວາມປອດໄພສາທາລະນະ. ທ່ານກ່າວຕື່ມວ່າ: ລັດຖະບານຈະເພີ່ມທະວີການຄຸ້ມຄອງຄວາມສ່ຽງ, ການຊີ້ນຳ ແລະ ການຮ່ວມມືສາກົນ ເພື່ອຮັບປະກັນຄວາມປອດໄພ ແລະ ປະສິດທິພາບຂອງການດຳເນີນງານຂອງໂຮງໄຟຟ້ານິວເຄລຍ.
ຄໍາເຫັນ