ນະໂຍບາຍດັ່ງກ່າວມີຈຸດປະສົງເພື່ອຈັດສັນເງິນທຶນທີ່ມີຕົ້ນທຶນຕ່ຳສຳລັບໂຄງການພື້ນຖານໂຄງລ່າງຂອງລັດຖະບານ, ລວມເຖິງໂຄງການພັດທະນາຂອງແຂວງ ແລະ ເມືອງ.
ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ ໄດ້ຫຼຸດເງິນກອງທຶນສຳລັບອົງການປົກຄອງທ້ອງຖິ່ນ ປີ 2026 ລົງ 20%, ເຫຼືອ 693 ພັນຕື້ຣູເປຍ (ປະມານ 41.82 ຕື້ໂດລາ).
ການຫຼຸດເງິນກອງທຶນທ້ອງຖິ່ນເຫຼົ່ານີ້ແມ່ນສ່ວນໜຶ່ງຂອງການຈັດສັນງົບປະມານເພື່ອສະໜັບສະໜູນນະໂຍບາຍທີ່ສຳຄັນຂອງລັດຖະບານເຊັ່ນ: ໂຄງການອາຫານບໍ່ເສຍເງິນແກ່ເດັກນ້ອຍ ແລະ ແມ່ຍິງຖືພາ ຈຳນວນ 83 ລ້ານຄົນ ແລະ ເພີ່ມງົບປະມານປ້ອງກັນປະເທດ. ຂະນະດຽວກັນ, ລັດຖະບານຍັງຕ້ອງຮັກສາການຂາດດຸນງົບປະມານປະຈຳປີບໍ່ເກີນ 3% ຂອງ GDP, ຕາມທີ່ກົດໝາຍກຳນົດ.
ທັງນີ້, ເງິນກູ້ໃດໆຈະຕ້ອງໄດ້ຮັບການສະໜັບສະໜູນຈາກງົບປະມານຂອງລັດຖະບານ, ໄດ້ຮັບການອະນຸມັດຈາກລັດຖະສະພາ ແລະ ມີໄລຍະເວລາເກີນ 12 ເດືອນ. ສ່ວນເງິນກູ້ທີ່ສະເໜີໂດຍອຳນາດການປົກຄອງທ້ອງຖິ່ນກໍຕ້ອງໄດ້ຮັບການອະນຸມັດຈາກລັດຖະສະພາຂອງຕົນເອງເຊັ່ນດຽວກັນ.
ນອກຈາກນັ້ນ, ລັດຖະບານຈະກຳນົດຄ່າປັບໃໝຊຳລະຊ້າ ໂດຍອີງໃສ່ຂໍ້ຕົກລົງທີ່ເຮັດກັບຜູ້ກູ້ຢືມ.
ຄໍາເຫັນ