ໃນການພົບປະສົນທະນາ, ການນຳ 2 ທ່ານໄດ້ເຫັນດີສືບຕໍໍ່ຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະແລກປ່ຽນຂັ້ນສູງ ແລະ ທຸກຂັ້ນຜ່ານຫຼາຍຊ່ອງທາງ, ສົມທົບກັນຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ແລະ ຊຸກຍູ້ການຜັນຂະຫຍາຍບັນດາເອກະສານຮ່ວມມືທີ່ໄດ້ລົງນາມລະຫວ່າງ 2 ປະເທດໃຫ້ມີປະສິດທິຜົນ.
ທ່ານ ເລືອງເກື່ອງ ສະເໜີໃຫ້ 2 ຝ່າຍພ້ອມກັນສົມທົບກັນຜັນຂະຫຍາຍບັນດາມາດຕະການຢ່າງແທດຈິງ ປະຕິບັດສຳເລັດເປົ້າໝາຍນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 150 ຕື້ໂດລາ ໃນປີ 2030 ຕາມທິດສ້າງຄວາມດຸ່ນດ່ຽງ, ຍືນຍົງ; ທ່ານຢືນຢັນວ່າ: ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ສ ເກົາຫຼີ ອຸ່ນອ່ຽນໃຈໄປລົງທຶນຢ່າງຍາວນານຢູ່ ຫວຽດນາມ.
ສ່ວນທ່ານປະທານາທິບໍດີ ສ ເກົາຫຼີ ເນັ້ນໜັກວ່າ: ສ ເກົາຫຼີ ສືບຕໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ເຫັນດີເປັນເອກະພາບການຮ່ວມມືຖ່າຍທອດເຕັກໂນໂລຊີ ແລະ ພັດທະນາອຸດສາຫະກຳສຳຮອງຢູ່ ຫວຽດນາມ; ທ່ານປາຖະໜາວ່າ ຫວຽດນນາມ ຈະສືບຕໍ່ໜູນຊ່ວຍວິສາຫະກິດ ສ ເກົາຫຼີ ເປີດກວ້າງການລົງທຶນເຂົ້າ ຫວຽດນາມ.
 
 
 
 
 
 
 
 
 
 
 
 
 
 
 
 
 
 
 
 
 
ຄໍາເຫັນ