ທ່ານ ສີຈິ້ນຜິງ ກ່າວວ່າ: ຕະຫຼອດໄລຍະ 30 ກວ່າປີ ນັບແຕ່ສ້າງຕັ້ງຂຶ້ນມານີ້, APEC ໄດ້ນຳພາອາຊີປາຊີຟິກກ້າວຂຶ້ນຢູ່ແຖວໜ້າແຫ່ງການເປີດກວ້າງ ແລະ ພັດທະນາໃນທົ່ວໂລກ, ປະກອບສ່ວນເຂົ້າໃນການເຮັດໃຫ້ອາຊີປາຊີຟິກກາຍເປັນພາກພື້ນທີ່ເສດຖະກິດພັດທະນາຢ່າງມີຊີວິດຊີວາທີ່ສຸດຢູ່ໃນໂລກ. ພວກເຮົາຄວນຢຶດໝັ້ນຈຸດປະສົງແຕ່ຫົວທີຂອງ APEC ແລະ ສ້າງປະຊາຄົມອາຊີປາຊີຟິກ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ຂ້າພະເຈົ້າມີ 5 ຂໍ້ສະເໜີດັ່ງນີ້:
ໜຶ່ງ, ຮ່ວມກັນປົກປັກຮັກສາລະບົບການຄ້າຫຼາຍຝ່າຍ. ສອງ, ຮ່ວມກັນສ້າງສະພາບແວດລ້ອມດ້ານເສດຖະກິດພາກພື້ນແບບເປີດກວ້າງ. ສາມ, ຮ່ວມກັນປົກປັກຮັກສາຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງໃຫ້ມີຄວາມໝັ້ນຄົງແລະ ຄວາມໂລ່ງລ່ຽນ. ສີ່, ຮ່ວມກັນຊຸກຍູ້ການຄ້າໃຫ້ຫັນເປັນແບບດີຈີຕອນຕາມທິດສີຂຽວ. ຫ້າ, ຮ່ວມກັນສົ່ງເສີມການພັດທະນາແບບໃຫ້ຜົນປະໂຫຍດຢ່າງທົ່ວເຖິງ ແລະ ກວມລວມ.
ໃນຕອນທ້າຍຂອງຄຳປາໄສ, ທ່ານ ສີຈິ້ນຜິງ ໄດ້ກ່າວຢືນຢັນວ່າ: ຫວ່າງບໍ່ດົນມານີ້, ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ 20 ໄດ້ຜ່ານຮັບຮອງຂໍ້ສະເໜີກ່ຽວກັບການວາງແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ 5 ປີຄັ້ງທີ 15(2026-2030). ຈີນຈະຖືສິ່ງນີ້ເປັນໂອກາດທີ່ດີເພື່ອລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງເດັດດ່ຽວໜຽວແໜ້ນ, ສະໜອງໂອກາດໃໝ່ໃຫ້ແກ່ອາຊີປາຊີຟິກກໍຄືທົ່ວໂລກດ້ວຍຜົນສຳເລັດໃໝ່ດ້ານການສ້າງຄວາມທັນສະໄໝແບບຈີນຢ່າງບໍ່ຢຸດຢັ້ງ.
 
 
 
 
 
 
 
 
 
 
 
 
 
 
 
 
 
 
 
 
 
ຄໍາເຫັນ