ໃນການສຳຫຼວດຄວາມເຫັນເປັນເວລາ 3 ປີຕິດຕໍ່ກັນມານີ້, ອັດຕາສ່ວນຂອງຜູ້ຕອບແບບສອບຖາມທີ່ເຫັນວ່າ “ຈີນເປັນປະເທດທີ່ໄດ້ຮັບຜົນສຳເລັດ” ໄດ້ຮັກສາຢູ່ໃນລະດັບສູງກວ່າ 84%, ຂະນະທີ່ອັດຕາສ່ວນຂອງຜູ້ຕອບແບບສອບຖາມຈາກປະເທດຢູ່ເຂດໂລກໃຕ້ມີຄວາມເຫັນດີເຫັນພ້ອມນັ້ນໄດ້ຮັກສາຢູ່ໃນລະດັບສູງກວ່າ 92%. ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຈີນໄດ້ຮັບຜົນສຳເລັດອັນພົ້ນເດັ່ນໃນດ້ານການປັບປຸງພື້ນຖານໂຄງລ່າງ, ການຍົກສູງລະດັບການສຶກສາ ແລະ ລາຍຮັບຂອງປະຊາຊົນ ຊຶ່ງໄດ້ຮັບການຕີລາຄາສູງຈາກຜູ້ຕອບແບບສອບຖາມໃນທົ່ວໂລກຫຼາຍກວ່າ 70%. ນອກນີ້, ຜູ້ຕອບແບບສອບຖາມ 89.3% ໄດ້ຍ້ອງຍໍຊົມເຊີຍເສດຖະກິດຈີນມີທ່າອ່ຽງຂະຫຍາຍຕົວຢ່າງວ່ອງໄວ; ຜູ້ຕອບແບບສອບຖາມ 86.4% ໄດ້ສະແດງຄວາມຊົມເຊີຍຢ່າງເຕັມທີ່ຕໍ່ການປະກອບສ່ວນອັນສຳຄັນຂອງເສດຖະກິດຈີນທີ່ມີຕໍ່ເສດຖະກິດໂລກ.
ການສຳຫຼວດຄວາມເຫັນປະຊາຊົນດັ່ງກ່າວ ໂດຍ CGTN ຮ່ວມກັບມະຫາວິທະຍາໄລປະຊາຊົນຈີນຈັດຂຶ້ນ ຊຶ່ງກວມເອົາປະເທດພັດທະນາແລ້ວທີ່ສຳຄັນ ແລະ ປະເທດຢູ່ເຂດໂລກໃຕ້, ຜູ້ຕອບແບບສອບຖາມແມ່ນສອດຄ່ອງກັບລັກສະນະໂຄງສ້າງປະຊາກອນ.
ຄໍາເຫັນ