ເມື່ອຈຳແນກຕາມໝວດໝູ່, ການສົ່ງອອກອາຫານປຸງແຕ່ງເຊັ່ນ: ໝີ່ສຳເລັດຮູບ ແລະ ເຄື່ອງດື່ມ, ເພີ່ມຂຶ້ນ 6.7% ເມື່ອທຽບກັບປີກ່ອນເປັນ 5.2 ຕື້ວອນ. ໂດຍອາຫານປຸງແຕ່ງມີການສົ່ງອອກຫຼາຍທີ່ສຸດ, ກວມເອົາ 61.3% ຂອງການສົ່ງອອກຜະລິດຕະພັນອາຫານທັງໝົດ.
ການສົ່ງອອກຜະລິດຕະພັນອາຫານທະເລ ເພີ່ມຂຶ້ນ 11.2% ເມື່ອທຽບກັບປີກ່ອນ ເປັນ 2.3 ຕື້ວອນ ຊຶ່ງໄດ້ຮັບແຮງຂັບເຄື່ອນຈາກຄວາມນິຍົມຢ່າງຫຼວງຫຼາຍຂອງຜະລິດຕະພັນສາຫຼ່າຍທະເລເກົາຫຼີ.
ການສົ່ງອອກສິນຄ້າກະສິກຳເພີ່ມຂຶ້ນ 5.6% ເມື່ອທຽບກັບປີກ່ອນ ແລະ ການສົ່ງອອກສັດລ້ຽງເພີ່ມຂຶ້ນ 50.3% ເມື່ອທຽບກັບປີກ່ອນ.
ສະຫະລັດ ອາເມຣິກາ, ຈີນ ແລະ ຍີ່ປຸ່ນ ແມ່ນຈຸດໝາຍປາຍທາງຫຼັກສຳລັບການສົ່ງອອກຜະລິດຕະພັນອາຫານຂອງ ສ ເກົາຫຼີ ຊຶ່ງກວມເອົາ 50.2% ຂອງການສົ່ງອອກທັງໝົດ.
ໃນຂະນະດຽວກັນ, ຜະລິດຕະພັນອາຫານຂອງ ສ ເກົາຫຼີ ຍັງເປັນທີ່ນິຍົມໃນບັນດາປະເທດຮ່ວມມືເສດຖະກິດພາກພື້ນອາຊີ-ປາຊີຟິກ (APEC), ໂດຍ 81.5% ຂອງການສົ່ງອອກທັງໝົດແມ່ນໄປຍັງ 20 ປະເທດສະມາຊິກ.
ທັງນີ້, ຫ້ອງການພາສີ ສ ເກົາຫຼີ ຄາດວ່າຄວາມນິຍົມຂອງອານິເມຊັນ "K-pop Demon Hunters" ທາງ Netflix ແລະ ກອງປະຊຸມສຸດຍອດ APEC ຈະສົ່ງເສີມສິນຄ້າ K-food ໃຫ້ເປັນທີ່ຮູ້ຈັກຍິ່ງຂຶ້ນ.
ຄໍາເຫັນ