ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2024

ເປີດກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພະຈິກ2024

ເປີດກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພະຈິກ2024
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2024 ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 21 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ,

 

 ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2024.

ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 2 ວັນ ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນຄື:

1. ສະຫຼຸບການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈຳເດືອນພະຈິກ ແລະ ທິດທາງແຜນການປະຈຳເດືອນທັນວາ 2024 ຂອງລັດຖະບານ;ຜົນການປະເມີນໂຄງການບໍ່ແຮ່ທີ່ໄດ້ອະນຸມັດຜ່ານມາແລະສະເໜີທິດທາງ,ນະໂຍບາຍແລະ ມາດຕະການໃນການພັດທະນາແຮ່ທາດໃນຕໍ່ໜ້າ; ຄວາມຄືບໜ້າໃນການແກ້ໄຂບັນຫາລົດເຖື່ອນຕົວຈິງ ແລະ ການຜັນຂະຫຍາຍວຽກງານຮ່ວມມືກັບຕ່າງປະເທດ.

2. ຮ່າງກົດໝາຍ ວ່າດ້ວຍວ່າດ້ວຍຄວາມປອດໄພທາງໄຊເບີ; ຮ່າງດໍາລັດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ; ຮ່າງດຳລັດ ວ່າດ້ວຍລະບົບລະຫັດສາລະບານສະຖິຕິ; ຮ່າງດຳລັດ ວ່າດ້ວຍກະສິກຳແບບມີສັນຍາ; ຮ່າງດຳລັດ ວ່າດ້ວຍທີ່ດິນກະສິກຳ; ຮ່າງດຳລັດ ວ່າດ້ວຍສະມາຄົມ (ສະບັບປັບປຸງ); ຮ່າງດໍາລັດ ວ່າດ້ວຍມູນນິທິ (ສະບັບປັບປຸງ); ຮ່າງດໍາລັດ ວ່າດ້ວຍການກວດກາແຮງງານ ແລະ ຮ່າງດໍາລັດ ວ່າດ້ວຍເຂດເຕັກໂນໂລຊີລະດັບສູງ.

ໃນໂອກາດກ່າວເປີດກອງປະຊຸມ,ທ່ານນາຍົກລັດຖະມົນຕີໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ສາກົນແລະພາກພື້ນຍັງສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ ໂດຍສະເພາະບັນຫາຂໍ້ຂັດແຍ່ງຕ່າງໆຢູ່ໃນພາກພື້ນ ແລະ ສາກົນ, ບັນດາຂໍ້ຫຍຸ້ງຍາກ,ສິ່ງທ້າທາຍທີ່ສົ່ງຜົນກະທົບຕໍ່ການຟື້ນຕົວແລະຂະຫຍາຍຕົວຂອງເສດຖະກິດໂລກເວົ້າລວມ,ເວົ້າສະເພາະຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ;ໄດ້ຍົກໃຫ້ເຫັນບາງວຽກງານພາຍໃນປະເທດທີ່ຈະຕ້ອງໄດ້ພ້ອມກັນສຸມທຸກກຳລັງທົ່ວສັງຄົມ ແກ້ໄຂໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ໂດຍສະເພາະການຄວບຄຸມລາຄາສິນຄ້າທີ່ສູງຂຶ້ນ ໃນຂະນະທີ່ເງິນກີບແຂງຄ່າຂຶ້ນ ແຕ່ສິນຄ້າຍັງບໍ່ລົງລາຄາ ແລະ ອັດຕາແລກປ່ຽນ ເຖິງວ່າໄລຍະນີ້ ສາມາດຄວບຄຸມໄດ້ດີຂຶ້ນ, ແຕ່ກໍຍັງມີຄວາມອ່ອນໄຫວ ຊຶ່ງຕ້ອງໄດ້ສືບຕໍ່ຄຸ້ມຄອງ ແລະ ຕິດຕາມ ຢ່າງໃກ້ຊິດ.

ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໃນໄລຍະທີ່ ສະພາແຫ່ງຊາດ ກຳລັງດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຊຸດທີ IX, ສະມາຊິກລັດຖະບານຈໍານວນໜຶ່ງ ກໍຈະໄດ້ໄປລາຍງານຕໍ່ກອງປະຊຸມດັ່ງກ່າວ ແລະ ໃຫ້ສືບຕໍ່ກະກຽມເນື້ອໃນ ເພື່ອໄປຊີ້ແຈງຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ; ພ້ອມກັນນີ້, ທ່ານປະທານກອງປະຊຸມ ຍັງໄດ້ຮຽກຮ້ອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າແລະປະກອບຄໍາເຫັນຢ່າງເລິກເຊິ່ງຕໍ່ບັນດາຫົວຂໍ້ທີ່ນຳມາພິຈາລະນາດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມແລະມີທາງອອກທີ່ຈະແຈ້ງເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ໄດ້ຮັບຜົນສຳເລັດຕາມຈຸດປະສົງແລະຄາດໝາຍທີ່ກຳນົດໄວ້ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາແລະມີປະສິດທິຜົນສູງ.

(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ເພີ່ມເຕີມ