ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV
ສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ພາຍໃຕ້ຄໍາຂັວນ “ສີມືແຮງງານລາວກ້າວສູ່ພາກພື້ນ ແລະ ສາກົນ” ຂຶ້ນໃນວັນທີ 28 ເມສານີ້,

 ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC) ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສະຫະພັນກໍາມະບານລາວ ແລະ ກ່າວເປີດງານຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ, ມີບັນດາຄູຝຶກ, ນັກສຶກສາ ເຂົ້າຮ່ວມແຂ່ງຂັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນສີມືແຮງງານ ກະຊວງ ຮສສ ໄດ້ຍົກໃຫ້ເຫັນຄວາມເປັນມາ, ເຫດຜົນ ແລະ ຄວາມຈໍາເປັນການແຂ່ງຂັນສີມືແຮງງານ. ການແຂ່ງຂັນສີມືແຮງງານແຫ່ງຊາດ ເປັນກິດຈະກຳໜຶ່ງທີ່ຖືກຈັດທຸກໆປີ ເພື່ອສົ່ງເສີມການພັດທະນາສີມືແຮງງານ ໃຫ້ບັນດາຊາວໜຸ່ມ, ນັກຮຽນ ແລະ ນັກສຶກສາ ທີ່ເປັນກຳລັງແຮງຂອງຊາດ, ເປັນເວທີແລກປ່ຽນ ແລະ ຖອດຖອນບົດຮຽນ ຊຶ່ງກັນ ແລະ ກັນທາງດ້ານບົດຮຽນອັນພົ້ນເດັ່ນ, ນະວັດຕະກຳ ແລະ ເຕັກໂນໂລຊີຕ່າງໆ ທີ່ມີການປ່ຽນແປງໄປຕາມຍຸກການຫັນເປັນອຸດສາຫະກຳ 4.0. ນອກຈາກນັ້ນ, ຍັງເປັນການຊຸກຍູ້ສົ່ງເສີມໃຫ້ມີການຮ່ວມມື ລະຫວ່າງພາກລັດ ແລະ ພາກເອກະຊົນຫຼາຍຂຶ້ນ ຊຶ່ງເປັນວຽກງານໜຶ່ງທີ່ນອນຢູ່ໃນວຽກງານການພັດທະນາຊັບພະຍາກອນມະນຸດ ເວົ້າລວມ, ເວົ້າສະເພາະແມ່ນການພັດທະນາສີມືແຮງງານ, ຜ່ານການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ສໍາເລັດ ຈະໄດ້ນັກແຂ່ງຂັນສີມືແຮງງານສາຂາລະ 3 ຄົນ, ໂດຍແມ່ນຜູ້ທີ່ໄດ້ຫຼຽນຄໍາ, ຫຼຽນເງິນ ແລະ ຫຼຽນທອງແດງ ຂອງແຕ່ລະສາຂາຊ່າງ, ເພື່ອນໍາໄປຝຶກຊ້ອມ ແລະ ຄັດເລືອກເອົາຜູ້ມີຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດດີເດັ່ນ ຈໍານວນ 2 ຄົນ ເປັນຕົວແທນທີມຊາດລາວ ເພື່ອຈະເຂົ້າຮ່ວມການແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ XIV (14thWorldSkills ASEAN) ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 22-25 ສິງຫາ 2025 ທີ່ສູນການຄ້າສາກົນມະນີລາ ປະເທດຟີລິບປິນ.

ສໍາລັບສາຂາວິຊາ ແລະ ສະຖານທີ່ຈັດການແຂ່ງຂັນປະກອບມີ 5 ສາຂາຊ່າງ ທີ່ມາຈາກສະຖານພັດທະນາສີມີແຮງງານ, ສະຖານອາຊີວະສຶກສາຈາກສູນກາງ ແລະ ທ້ອງຖິ່ນ ໃນທົ່ວປະເທດເຂົ້າຮ່ວມຄື: ຕິດຕັ້ງໄຟຟ້າໃນອາຄານ (Electrical Installations); ເຮັດຕູ້ໄມ້ (Cabinet Making); ເຕັກໂນໂລຊີເວັບໄຊ (Web Technologies) ຈັດແຂ່ງຂັນທີ່: ສະຖາບັນພັດທະນາສີມືແຮງງານ; ເຕັກໂນໂລຊີອອກແບບກຼາບຟິກ (Graphic Design Technology) ຈັດແຂ່ງຂັນທີ່: ວິທະຍາໄລເຕັກນິກວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ; ປຸງແຕ່ງອາຫານ (Cooking) ຈັດແຂ່ງຂັນທີ່: ວິທະຍາໄລເຕັກນິກປາກປ່າສັກ. ໃນນັ້ນ, ມີທັງໝົດ 23 ພາກສ່ວນເຂົ້າຮ່ວມແຂ່ງຂັນ, ມີຈໍານວນຄູຝຶກ 59 ທ່ານ ແລະ ຈໍານວນນັກແຂ່ງຂັນ 72 ທ່ານ, ຍິງ 17 ທ່ານ.

ສໍາລັບການແຂ່ງຂັນສີມືແຮງງານໃນລະດັບອາຊຽນ ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມ 12 ຄັ້ງ. ໃນນີ້, ເປັນຜູ້ສັງເກດການ 1 ຄັ້ງ, ເຂົ້າຮ່ວມແຂ່ງຂັນ 11 ຄັ້ງ, ສາມາດຍາດມາໄດ້ 1 ຫຼຽນເງິນ ຈາກສາຂາວິຊາຊ່າງຕິດຕັ້ງໄຟຟ້າໃນອາຄານ ໃນການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ X ທີ່ຮາໂນຍ ສສ ຫວຽດນາມ ແລະ ໄດ້ຮັບໃບຢັ້ງຢືນສີມືແຮງງານລະດັບອາຊຽນ 25 ໃບ.

ທ່ານ ບຸນມາ ສິດທິໂສມ ກ່າວຕື່ມວ່າ: ຄາດຄະເນຜົນໄດ້ຮັບໃນຄັ້ງນີ້, ´ó-­ñ¡-Á¢È¤¢ñ­-í 5 ¦¾¢¾-¸ò§¾ຊ່າງ ê†-°È¾­-¡¾­-£ñ©-Àìõº¡-¥¾¡-¡¾­-Á¢È¤¢ñ­-¦ó´õ-Á»¤-¤¾­-ແຫ່ງ§¾©- £˜¤êó IV À²ˆº-¡¼´²Éº´-Àຂົ້¾-Á¢È¤¢ñ­-¦ó´õ-Á»¤-¤¾­-º¾-§¼­-£˜¤êó XIV ປະເທດຟີລິບປິນ; ¦É¾¤-£¸¾´-»ñ®-»øÉ Áì½ -Àຂົ້າ-Ã¥-¡È¼¸-¡ñ®-¸¼¡-¤¾­-Á¢È¤¢ñ­-¦ó´õ-Á»¤-¤¾ນ ໃຫ້²½­ñ¡¤¾­ Áì½ ²¾¡¦È¸­-ªÈ¾¤Å-í-¦ñ¤£ö´¹ຼ¾¨-ຂຶ້ນ; ຊອກເຫັນຜູ້ອອກແຮງງານທີ່ມີສີມືບົ່ມຊ້ອນກໍຈະໄດ້ປະກົດຕົວອອກໃນງານມະຫາກຳແຂ່ງຂັນສີມືແຮງານ; ບັນດາສູນຝຶກວິຊາຊີບ ກໍຈະສາມາດສົມທຽບລະດັບການຮຽນ-ການສອນ ໃນແຕ່ລະສູນຝຶກດ້ວຍກັນ ໂດຍຜ່ານການແຂ່ງຂັນຕົວຈິງຂອງນັກຮຽນຂອງຕົນ; ຫົວໜ່ວຍທຸລະກິດຕ່າງໆ ຈະເຫັນໄດ້ຄວາມສຳຄັນໃນການແຂ່ງຂັນສີມືແຮງງານແລ້ວນຳໄປຈັດຕັ້ງປະຕິບັດ

ແຂ່ງຂັນພາຍໃນອົງກອນຂອງຕົນເອງ ແລະ ຈະໄດ້ນຳໃຊ້ແຮງງານລາວ ທີ່ມີລະດັບສີມືເປັນທີ່ເພິ່ງພໍໃຈ; ໃນເວທີສາກົນ, ແຮງງານທີ່ມີສີມືຂອງ ສປ ປ ລາວ ກໍຈະໄດ້ຮັບການຍອມຮັບ ແລະ ປະກອບສ່ວນສະແດງສີມືໃນການແຂ່ງຂັນລະດັບສາກົນຢ່າງມີຫົວຄິດປະດິດສ້າງ. ງານແຂ່ງຂັນສີມືແຮງງານໃນຄັ້ງນີ້, ຈະໄດ້ດໍາເນີນໄປຮອດວັນທີ 30 ເມສາ 2025 ຈຶ່ງປິດລົງ.

ໂອກາດນີ້, ທ່ານ ເລັດ ໄຊຍະພອນ ໄດ້ໃຫ້ກຽດຂຶ້ນລັ່ນຄ້ອງ 9 ບາດ ເພື່ອເປັນສິຣິມຸງຄຸນເປີດງານແຂ່ງຂັນໃນຄັ້ງນີ້.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ  ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203

ຫຼວງນໍ້າທາ ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203

ໃນວັນທີ 25 ເມສາຜ່ານມາ ຢູ່ທີໂຮງແຮມດອກຈໍາປາ ໄດ້ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203 ລະຫວ່າງ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງນໍ້າທາ (ເຈົ້າຂອງໂຄງການ) ແລະ ບໍລິສັດ ໂຊກມຸງຄຸນການຄ້າ ແລະ ການລົງທຶນ ຈຳກັດຜູ້ດຽວ (ຜູ້ຮັບເໝົາ) ໄລຍະການກໍ່ສ້າງ 6 ເດືອນ ລວມ 9 ໂຄງການ ມຸນຄ່າ 144,079,989,000 ກີບ ໂດຍແມ່ນງົບປະມານລັດຖະບານ 100% (ບ້ວງຟື້ນຟູໄພພິບັດ).
ບໍລິຄໍາໄຊ ເປີດນໍາໃຊ້ໂຄງການປັບປຸງສູນສະຖານີບໍລິການເຕັກນິກກະສິກໍາປ່າໄມ້

ບໍລິຄໍາໄຊ ເປີດນໍາໃຊ້ໂຄງການປັບປຸງສູນສະຖານີບໍລິການເຕັກນິກກະສິກໍາປ່າໄມ້

ໃນອາທິດຜ່ານມານີ້ ຢູ່ສູນທ່າກົກຄູນ ບ້ານປັດຊຸມ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ມີພິທີມອບ-ຮັບ ແລະ ເປີດການນໍາໃຊ້ໂຄງການປັບປຸງສູນສະຖານີບໍລິການກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສອນທະນູ ທໍາມະວົງ ເຈົ້າແຂວງບໍລິຄໍາໄຊ, ທ່ານ ນາງ ແວວມະນີ ຮອງຫົວໜ້າກົມພັດທະນາຊົນນະບົດ, ທ່ານ ດົງຈີນແບ່ ຜູ້ຈັດການໂຄງການ ຕາງໜ້າອົງການກອຍກາປະຈໍາລາວ.
ອຸດົມໄຊ ມອບ-ຮັບເງິນນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດການປະຕິວັດ

ອຸດົມໄຊ ມອບ-ຮັບເງິນນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດການປະຕິວັດ

ພິທີມອບ-ຮັບ ເງິນອຸດໜູນເທື່ອດຽວຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ ງວດ I ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 28 ເມສານີ້ ທີ່ຫ້ອງປະຊຸມ ຫ້ອງການປະກັນສັງຄົມແຂວງອຸດົມໄຊ, ໂດຍການເຂົ້າຮ່ວມຂອງທ່ານ ສຸຫວັດ ມະຫາວົງສະໜັ່ນ
ເສີມຂະຫຍາຍມູນເຊື້ອອັນດີງາມຂອງກຳມະກອນສາກົນ  (ເນື່ອງ​ໃນ​ໂອກາດວັນ​ກໍາມະກອນ​ສາກົນ 1 ພຶດສະພາ ຄົບຮອບ 139 ປີ(1/5/1886-1/5/2025)

ເສີມຂະຫຍາຍມູນເຊື້ອອັນດີງາມຂອງກຳມະກອນສາກົນ (ເນື່ອງ​ໃນ​ໂອກາດວັນ​ກໍາມະກອນ​ສາກົນ 1 ພຶດສະພາ ຄົບຮອບ 139 ປີ(1/5/1886-1/5/2025)

ໂດຍ: ພູວັນ ໂດຍພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງແມ່ນພັກຂອງຊົນຊັ້ນກຳມະກອນລາວໄດ້ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີເລີດຂອງຊົນຊັ້ນກຳມະກອນສາກົນ; ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍເປັນຕົ້ນມາຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ກໍໄດ້ຈັດຕັ້ງການສະເຫຼີມສະຫຼອງ
1 ພຶດສະພາ ​ເປັນວັນ​ບຸນ​ໃຫຍ່​ຂອງ​ຊົນ​ຊັ້ນ​ກຳມະກອນ​ໃນທົ່ວໂລກ

1 ພຶດສະພາ ​ເປັນວັນ​ບຸນ​ໃຫຍ່​ຂອງ​ຊົນ​ຊັ້ນ​ກຳມະກອນ​ໃນທົ່ວໂລກ

ໂດຍ: ພູວັນ ​ ເນື່ອງ​ໃນ​ໂອກາດວັນ​ກໍາມະກອນ​ສາກົນ 1 ພຶດສະພາ (1 ພຶດສະພາ 1886-1 ພຶດສະພາ 2025) ຄົບຮອບ 139 ປີ ຊຶ່ງເປັນວັນທີ່ມີຄວາມໝາຍ ຄວາມສຳຄັນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ກໍຄືກຳມະກອນໃນທົ່ວໂລກ ກຳມະກອນປຽບດັ່ງສາຍເລືອດໃຫຍ່ຂອງຊາດ ປະກອບສ່ວນເຂົ້າໃນການພັດທະນາສ້າງສາປະເທດຊາດ.
ເມືອງພຽງ ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 139 ປີ

ເມືອງພຽງ ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 139 ປີ

ເມືອງພຽງ ແຂວງໄຊຍະບູລີ ຈັດພິທີປາຖະກະຖາວັນກຳມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ຂຶ້ນໃນວັນທີ 28 ເມສານີ້ ທີຫ້ອງປະຊຸມຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາ ຂອງທ່ານ ບຸດສະກອນ ອິນທະລັງສີ ເຈົ້າເມືອງໆພຽງ.
ຍົກລະດັບຄວາມຮູ້ດ້ານການວັດແທກໃຫ້ວິຊາການ ທົ່ວປະເທດ

ຍົກລະດັບຄວາມຮູ້ດ້ານການວັດແທກໃຫ້ວິຊາການ ທົ່ວປະເທດ

ໃນລະຫວ່າງວັນທີ 28-29 ເມສານີ້ ທີ່ໂຮງແຮມໂຊກພັນຄໍາ ແຂວງຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມ ກ່ຽວກັບວຽກງານການວັດແທກ ໃຫ້ວິຊາການພະແນກອຸດສາຫະກຳ ແລະ ການຄ້າທົ່ວປະເທດ ໂດຍເປັນປະທານຮ່ວມຂອງ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມ ມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ,
ເປີດໂຄງການ ສ້າງຄວາມເຂັ້ມແຂງທາງດ້ານສຸຂະພາບ ແລະ ຫຼຸດຜ່ອນຄວາມທຸກຍາກຂອງຊຸມຊົນ

ເປີດໂຄງການ ສ້າງຄວາມເຂັ້ມແຂງທາງດ້ານສຸຂະພາບ ແລະ ຫຼຸດຜ່ອນຄວາມທຸກຍາກຂອງຊຸມຊົນ

ກະຊວງສາທາລະນະສຸກ (ສທ) ໄດ້ຈັດພິທີເປີດໂຄງການ ສ້າງຄວາມເຂັ້ມແຂງທາງດ້ານສຸຂະພາບ ແລະ ຫຼຸດຜ່ອນຄວາມທຸກຍາກຂອງຊຸມຊົນ ໂດຍການຮ່ວມມືຈາກຫຼາຍພາກສ່ວນໃນການລົບລ້າງພະຍາດໃບໄມ້ໃນເລືອດ ໃນ ສປປ ລາວ, ໂດຍໄດ້ຮັບການຊ່ວຍເຫຼືອ ຈາກ ສປ ຈີນ ແລະ ສະວິດເຊີແລນ ຂຶ້ນໃນວັນທີ 28 ເມສາ 2025 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ
3 ເດືອນຕົ້ນປີ ມີຜູ້ອອກແຮງງານລາວໄປອອກແຮງງານຢູ່ຕ່າງປະເທດ 76,664 ຄົນ

3 ເດືອນຕົ້ນປີ ມີຜູ້ອອກແຮງງານລາວໄປອອກແຮງງານຢູ່ຕ່າງປະເທດ 76,664 ຄົນ

ປັດຈຸບັນ ສປປລາວ ມີພົນລະເມືອງ 7,849,209 ຄົນ, ມີຜູ້ອອກແຮງງານໃນເກນອາຍຸອອກແຮງງານ 15 ປີຂຶ້ນໄປມີ 5,382,000 ຄົນ ເທົ່າກັບ 47,26%; ແຮງງານທີ່ມີວຽກເຮັດງານທໍາ (ແຮງງານໃນລະບົບ) ມີ 2,475,000 ຄົນ ກວມເອົາ 2,5 ລ້ານຄົນ (ເທົ່າກັບ 97,6%) ຂອງກໍາລັງແຮງງານທັງໝົດ ແລະ ອັດຕາຫວ່າງງານ 61,000 ຄົນ (2,4%).
ຄວາມຮຽກຮ້ອງຕ້ອງການຂອງກຳມະກອນໃນຍຸກປັດຈຸບັນ

ຄວາມຮຽກຮ້ອງຕ້ອງການຂອງກຳມະກອນໃນຍຸກປັດຈຸບັນ

ໂດຍ: ພູວັນ ເນື່ອງ​ໃນ​ໂອກາດວັນ​ກໍາມະກອນ​ສາກົນ 1 ພຶດສະພາ (1 ພຶດສະພາ 1886-1 ພຶດສະພາ 2025) ຄົບຮອບ 139 ປີ ເມື່ອເວົ້າເຖິງຂະບວນການຕໍ່ສູ້, ຄວາມຮຽກຮ້ອງຕ້ອງການຂອງກຳມະກອນສາກົນ ແລະ ກຳມະກອນລາວໃນຍຸກປັດຈຸບັນ, ນັບແຕ່ປີ 1886 ເປັນຕົ້ນມາ
ເພີ່ມເຕີມ