ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີພາກສ່ວນກ່ຽວຂ້ອງ ແລະ ຕາງໜ້າຄອບຄົວຂອງຜູ້ທີ່ໄດ້ຮັບນະໂຍບາຍເຂົ້າຮ່ວມ.
ພິທີໄດ້ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ວ່າດ້ວຍການອະນຸມັດ ເງິນອຸດໜູນເທື່ອດຽວຕໍ່ຜູ້ທີ່ເສຍສະຫຼະຊີວິດ ແລະ ຜູ້ທີ່ຍັງມີຊີວິດ ງວດ I ປະຈຳປີ 2025 ຈຳນວນ 73ທ່ານ, ເປັນຈຳນວນເງິນ 1,367,935,650 ກີບ. ໃນນີ້, ມີຈຳນວນຜູ້ທີ່ສະຫຼະຊີວິດ 35 ທ່ານ ມີຈໍານວນເງິນ 735,137,400 ກີບ ແລະ ຜູ້ທີ່ຍັງມີຊີວິດ 38 ທ່ານ ມີຈໍານວນເງິນ 632,798,250 ກີບ. ໃນໄລຜ່ານມາ ແຂວງອຸດົມໄຊ ໄດ້ຮັບນະໂຍບາຍແກ້ໄຂໄປແລ້ວຈຳນວນ 2,023 ທ່ານ, ເປັນເງິນ 25 ຕື້ກວ່າກີບ.
(ຂ່າວ: ສຸວັນທອງ ປັນຍາຂັນ)
ຄໍາເຫັນ