ເສີມຂະຫຍາຍມູນເຊື້ອອັນດີງາມຂອງກຳມະກອນສາກົນ (ເນື່ອງ​ໃນ​ໂອກາດວັນ​ກໍາມະກອນ​ສາກົນ 1 ພຶດສະພາ ຄົບຮອບ 139 ປີ(1/5/1886-1/5/2025)

ເສີມຂະຫຍາຍມູນເຊື້ອອັນດີງາມຂອງກຳມະກອນສາກົນ (ເນື່ອງ​ໃນ​ໂອກາດວັນ​ກໍາມະກອນ​ສາກົນ 1 ພຶດສະພາ ຄົບຮອບ 139 ປີ(1/5/1886-1/5/2025)

ເສີມຂະຫຍາຍມູນເຊື້ອອັນດີງາມຂອງກຳມະກອນສາກົນ  (ເນື່ອງ​ໃນ​ໂອກາດວັນ​ກໍາມະກອນ​ສາກົນ 1 ພຶດສະພາ ຄົບຮອບ 139 ປີ(1/5/1886-1/5/2025)
ໂດຍ: ພູວັນ ໂດຍພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງແມ່ນພັກຂອງຊົນຊັ້ນກຳມະກອນລາວໄດ້ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີເລີດຂອງຊົນຊັ້ນກຳມະກອນສາກົນ; ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍເປັນຕົ້ນມາຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ກໍໄດ້ຈັດຕັ້ງການສະເຫຼີມສະຫຼອງ

 

ແລະ ລະນຶກເຖິງມູນເຊື້ອການຕໍ່ສູ້ຢ່າງພິລະອາດຫານຂອງຊົນຊັ້ນກຳມະກອນສາກົນໃນທຸກໆປີ, ເພື່ອຢັ້ງຢືນເຖິງການປະກອບສ່ວນຂອງຊົນຊັ້ນກຳມະກອນລາວ ແລະ ໄຊຊະນະທີ່ຍາດມາໄດ້ ທັງເປັນການປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງຕົນ, ປົກປັກຮັກສາສັນຕິພາບ ແລະ ເປັນຂີດໝາຍອັນສໍາຄັນຂອງຊົນຊັ້ນກຳມະກອນ. ສະນັ້ນ, ຊົນຊັ້ນກຳມະກອນລາວຈະຕ້ອງໄດ້ຮໍ່າຮຽນເອົາຄຸນລັກສະນະອັນດີເລີດຂອງຊົນຊັ້ນກຳມະກອນສາກົນດັ່ງນີ້: ຢຶດໝັ້ນລັກສະນະຊົນຊັ້ນຂອງຊົນຊັ້ນກຳມະກອນ ຊົນຊັ້ນກຳມະກອນແມ່ນພື້ນຖານແຫ່ງການກຳເນີດເກີດຂຶ້ນ, ແມ່ນການຄົງຕົວ ແລະ ຂະຫຍາຍຕົວຂອງສັງຄົມມະນຸດ ທັງແມ່ນປັດໃຈພື້ນຖານເພື່ອຍົກໃຫ້ເຫັນບົດບາດຂອງການຈັດຕັ້ງກຳມະບານກັບບັນດາການຈັດຕັ້ງອື່ນໆໃນລະບົບການເມືອງ ຊຶ່ງສະແດງໃຫ້ເຫັນຄຸນລັກສະນະອັນດີເລີດຄື:

1) ຊົນຊັ້ນກຳມະກອນເປັນຊົນຊັ້ນທີ່ມີນໍ້າໃຈຮັກຊາດຢ່າງແທ້ຈິງ ແລະ ມີນໍ້າໃຈສາກົນກຳມະຊີບອັນຜ່ອງໃສ; 2) ຊົນຊັ້ນກຳມະກອນເປັນຊົນຊັ້ນທີ່ດີເລີດ ແລະ ກ້າວໜ້າກ່ວາໝູ່; 3) ເປັນຊົນຊັ້ນທີ່ມີມານະຈິດປະຕິວັດອັນສູງສົ່ງ, ມີຄວາມຕື່ນຕົວຕໍ່ສູ້ດ້ວຍຄວາມເດັດດ່ຽວ, ກ້າຫານບໍ່ຍອມຈຳນົນ; 4) ມີສະຕິຕໍ່ການຈັດຕັ້ງ ແລະ ມີລະບຽບວິໄນຢ່າງເຂັ້ມງວດໃນການອອກແຮງງານ, ຮັກອາຊີບຂອງຕົນ; 5) ມີຄວາມດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ ບໍ່ຟູມເຟືອຍ, ບໍ່ສໍ້ໂກງ, ບໍ່ໂລບມາກໂລພາ, ມີແນວຄິດເອື້ອເຟື້ອເພື່ອແຜ່, ມີຄວາມສາມັກຄີປອງດອງຊ່ວຍເຫຼືອເຊິ່ງກັນ ແລະ ກັນ; 6) ມີຫົວຄິດປະດິດສ້າງ, ພັດທະນາຕົນເອງທາງດ້ານເຕັກນິກວິທະຍາສາດທີ່ມີການຂະຫຍາຍຕົວໃນແຕ່ລະໄລຍະ ແລະ ຕິດພັນກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; 7) ເປັນເຈົ້າຕົນເອງ, ບໍ່ເອື່ອຍອີງໃສ່ຄົນອື່ນ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ. ຢຶດໝັ້ນລັກສະນະຕໍ່ສູ້ຂອງຊົນຊັ້ນກຳມະກອນ, ຕໍ່ສູ້ພາຍໃນ ແລະ ຕໍ່ສູ້ກັບພາຍນອກ ທັງສອງບັນຫານີ້ຈະມີທັງດ້ານຕັ້ງໜ້າ ແລະ ຫຍໍ້ທໍ້ໃນຕົວຂອງມັນເອງ, ຢຶດໝັ້ນລັກສະນະມະຫາຊົນ.

ຕະຫຼອດໄລຍະຜ່ານມາ, ພັກໃນຖານະທີ່ເປັນພັກຂອງຊົນຊັ້ນກຳມະກອນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາໃນການ ຍົກລະດັບຄວາມຮູ້, ຄວາມສາມາດໃນທຸກດ້ານໃຫ້ແກ່ກຳມະກອນຢ່າງບໍ່ຢຸດຢັ້ງ ເພາະມັນແມ່ນໜ້າທີ່ຍຸດທະສາດທີ່ ສໍາຄັນຂອງຄະນະພັກຂັ້ນຕ່າງໆ ແລະ ທົ່ວສັງຄົມ; ພ້ອມກັນນັ້ນ ອົງການຈັດຕັ້ງກຳມະບານລາວແມ່ນອົງການນໍາພາ ທັງແມ່ນຜູ້ຈັດຕັ້ງປະຕິບັດ. ດັ່ງນັ້ນ, ຕ້ອງໄດ້ເອົາໃຈໃສ່ກໍ່ສ້າງຊົນຊັ້ນກຳມະກອນລາວໃຫ້ທຽບເທົ່າກັບກຳມະກອນໃນທົ່ວໂລກ, ພັດທະນາສີມືແຮງງານໃຫ້ນັບມື້ນັບສູງຂຶ້ນ ກາຍເປັນກຳລັງການຜະລິດທີ່ມີເຕັກນິກ-ວິທະຍາສາດທັນສະ ໄໝ, ກ້າວໄປສູ່ຄຸນນະພາບໃໝ່ ເພື່ອຫັນເປັນກຳມະກອນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ, ມີລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາການໃຫ້ສູງຂຶ້ນ, ເປັນໃຈກາງໃນການປະສານງານ, ເຕົ້າໂຮມຄວາມສາມັກຄີຂອງມະຫາຊົນ, ນໍາພາມະຫາຊົນ ແລະ ຜູ້ອອກແຮງງານຈັດຕັ້ງປະຕິບັດຂະບວນການເຄື່ອນໄຫວທາງການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ພາຍໃຕ້ການນໍາພາຂອງພັກ-ຊົນຊັ້ນກຳມະກອນລາວໄດ້ປະກອບສ່ວນ ແລະ ສະໜັບສະໜູນໃນຂະບວນການຕໍ່ສູ້ຂອງກຳມະກອນສາກົນເພື່ອທວງສິດ ແລະ ຜົນປະໂຫຍດອັນຊອບທຳໃນການອອກ ແຮງງານໃຫ້ແກ່ກຳມະກອນຢູ່ບັນດາປະເທດເພື່ອນມິດ, ພາກພື້ນ ແລະ ສາກົນດ້ວຍຫຼາຍຮູບການ, ວິທີການເຊັ່ນ: ການເຂົ້າຮ່ວມກອງປະຊຸມສໍາມະນາ, ປະກອບຄໍາຄິດຄໍາເຫັນໃສ່ບັນດານິຕິກຳຕ່າງໆ ທີ່ພົວພັນເຖິງສາຍພົວພັນແຮງງານໃນການປົກປ້ອງສິດຜົນປະໂຫຍດຂອງກຳມະກອນຜູ້ອອກແຮງງານ ຫຼືຂໍ້ແນະນໍາຕ່າງໆທີ່ກ່ຽວພັນມາດຕະຖານແຮງງານໃນລະດັບພາກພື້ນ ແລະ ສາກົນ; ເອົາໃຈໃສ່ຈັດຕັ້ງປະຕິບັດສົນທິສັນຍາທີ່ສປປ ລາວເປັນພາຄີ ແລະ ຍັງໄດ້ປະກອບສ່ວນໃນການຊຸກຍູ້ໃຫ້ເພື່ອນມິດສາກົນເຄົາລົບສິດທິມະນຸດ ແລະ ສິດທິໃນການອອກແຮງງານທີ່ເປັນທໍາ, ເອົາໃຈໃສ່ໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ນັບມື້ກວ້າງຂວາງ, ປັບປຸງຮູບແບບ, ວິທີການ ແລະ ເນື້ອໃນໂຄສະນາໃຫ້ສອດຄ່ອງກັບແຕ່ລະກຸ່ມເປົ້າໝາຍເພື່ອດຶງດູດເອົາກຳມະກອນ ແລະ ຜູ້ອອກແຮງງານລາວໃຫ້ເປັນກໍາລັງແຮງໃນການສ້າງສາພັດທະນາປະເທດຊາດ ແມ່ນປັດໄຈສໍາຄັນ ແລະ ຈໍາເປັນຂອງສະຫະພັນກຳມະບານແຕ່ລະຂັ້ນເພື່ອໂຄສະນາສຶກສາອົບຮົມໃຫ້ກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຮູ້ໄດ້ສິດ, ພັນ ທະ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ; ມີນໍ້າໃຈຮັກເຊື້ອແພງຊາດ, ຮັກລະບອບໃໝ່, ມີຫົວຄິດປະດິດສ້າງ, ດຸໝັ່ນ, ມີລະບຽບວິໄນ ໃນການອອກແຮງງານ, ມີສະຕິຕໍ່ການຈັດຕັ້ງ, ເປັນເຈົ້າການຍົກລະດັບຄວາມຮູ້, ຄວາມສາມາດ ແລະ ພັດທະນາສີມືແຮງງານໃຫ້ສູງຂຶ້ນ ແນໃສ່ສ້າງໃຫ້ເຂົາເຈົ້າກາຍເປັນກໍາລັງການຜະລິດທີ່ມີລະດັບທາງດ້ານວິທະ ຍາສາດ-ເຕັກນິກທີ່ກ້າວໜ້າ, ເປັນກຳລັງການຜະລິດຂອງອຸດສາຫະກຳ ແລະ ທັນສະໄໝຢ່າງແທ້ຈິງ, ຕ້ອງຍົກສູງຄວາມຮັບຜິດຊອບຂອງຕົນໃນການເປັນຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາ ຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານຢ່າງແທ້ຈິງ, ສ້າງຄວາມສາມາດໃນການນໍາພາກຳມະກອນ ແລະ ຜູ້ອອກແຮງງານພັດທະນາສີມືແຮງງານ, ສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບທີ່ໝັ້ນຄົງເພື່ອແກ້ໄຂຄວາມທຸກຍາກ, ຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃຕ້ການນໍາພາຂອງພັກ, ຮູ້ຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອທາງດ້ານບົດຮຽນ, ວິຊາການ, ທຶນຮອນທັງພາຍໃນ ແລະ ຕ່າງປະເທດ ເພື່ອເຮັດໃຫ້ການຈັດຕັ້ງກຳມະບານໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ; ເອົາໃຈໃສ່ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານທີ່ຖືກເອົາລັດເອົາປຽບໃນການອອກແຮງງານ; ຕິດຕາມ, ກວດກາ ຊຸກຍູ້ຫົວໜ່ວຍແຮງງານ ເຮັດສັນຍາແຮງງານບຸກຄົນ, ສັນຍາແຮງງານລວມໝູ່, ຄວາມປອດໄພໃນສະຖານທີ່ເຮັດວຽກ ແລະ ທີ່ພັກອາໃສ, ການເບີກຈ່າຍຄ່າແຮງງານ, ສະຫວັດດີການສັງຄົມ, ການປົກປ້ອງທາງສັງຄົມ ແລະ ອື່ນໆ ແນໃສ່ຮັບປະກັນຊີວິດການເປັນຢູ່ຂອງກຳມະກອນ ແລະ ຜູ້ອອກແຮງງານໃຫ້ນັບມື້ດີຂຶ້ນ; ສະນັ້ນ, ເພື່ອເຮັດໃຫ້ກຳມະ ກອນ ແລະ ຊາວຜູ້ອອກແຮງງານລາວໄດ້ຮັບການພັດທະນາໃນທຸກໆດ້ານ. ມີຄວາມຈໍາເປັນຕ້ອງໄດ້ຮັບການປັບປຸງ ພ້ອມທັງສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວເຮັດການຜະລິດ, ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ, ສ້າງຜະລິດຕະພັນອັນໃໝ່ໆ ທີ່ມີຄຸນນະພາບອອກຮັບໃຊ້ສັງຄົມ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ພະນັກງານທີ່ເຮັດວຽກງານກຳມະບານໄດ້ເຄື່ອນໄຫວວຽກງານຂອງຕົນໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຢ່າງເປັນປົກກະຕິ ພ້ອມທັງຮັບຟັງຄໍາຄິດຄໍາເຫັນ ແລະ ຄວາມມຸ່ງມາດປາດຖະໜາຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ພາລະກຳປະຫວັດສາດຂອງຊົນຊັ້ນກຳມະກອນໄດ້ຊີ້ໃຫ້ພວກເຮົາເຫັນຢ່າງຈະແຈ້ງວ່າ: ຊົນຊັ້ນກຳມະກອນ ແມ່ນຊົນຊັ້ນນໍາໜ້າຂອງຍຸກສະໄໝ ທັງຕິດພັນກັບພື້ນຖານການຜະລິດ, ມີລະບຽບວິໄນ ໃນການອອກແຮງງານ, ເປັນຜູ້ມີຫົວຄິດປະດິດສ້າງ, ມີຄວາມສາມາດພຽງພໍໃນການສ້າງສັງຄົມໃໝ່ທີ່ກ້າວໜ້າສີວິໄລ, ສ້າງສາ ແລະ ພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ສີວິໄລ ແລະ ຍຸຕິທຳ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ