ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025
ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ສະຫວນນະເຂດ ປະຕບດນະໂຍບາຍຕຜມຜນງານຕາມດຳລດ 57/ລບ ປະຈຳປ 2025 - image 1
 

ທ່ານ ຈັນທະລາ ແກ້ວມະນີໄຊ ຮອງຫົວໜ້າພະແນກ ຮສສ ແຂວງ ທັງເປັນຮອງປະທານຄະນະກຳມະການຈັດຕັ້ງປະຕິບັດດຳລັດ 57/ລບ ຂັ້ນແຂວງ ໄດ້ຂຶ້ນຜ່ານບົດລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຄວາມດີໃນພາລະກິດປະຕິວັດຊາດໄລຍະ 10 ເດືອນ 2025 ຊຶ່ງທ່ານໃຫ້ຮູ້ວ່າ: ໄດ້ຄົ້ນຄວ້ານະໂຍບາຍຜູ້ມີຜົນງານຄວາມດີໃນພາລະກິດປະຕິວັດຊາດ ຜ່ານຄະນະກຳມະການ 57/ລບ ຂັ້ນແຂວງ ໄດ້ 2 ຄັ້ງ, ມີ 3 ເປົ້າໝາຍຈໍານວນທັງໝົດ 170 ທ່ານ. ໃນນັ້ນ, ມີຂໍອຸດໜູນເສຍອົງຄະ 9 ທ່ານ, ອຸດໜູນເທື່ອດຽວ 65 ທ່ານ ແລະ ອຸດໜູນເສຍສະຫຼະຊີວິດ 96 ທ່ານ, ໄດ້ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຄວາມດີໃນພາລະກິດປະຕິວັດຊາດ ຕາມດຳລັດ 57/ລບ ປະຈຳງວດ II ປີ 2025 (ຮ່ວງກະຊວງ ຮສສ) ຈຳນວນ 102 ທ່ານ ຍິງ 1 ທ່ານ, ເປັນເງິນ 1.26 ຕື້ກວ່າກີບ. ໃນນີ້, ເງິນອຸດໜູນເສຍສະຫຼະຊີວິດ 706 ລ້ານກວ່າກີບ, ເງິນອຸດໜູນເທື່ອດຽວຕໍ່ຜູ້ຍັງມີຊີວິດ 559 ລ້ານກວ່າກີບ, ໄດ້ຮັບນະໂຍບາຍເສຍອົງຄະ 36 ທ່ານ (ຮັບເປັນເງິນເດືອນ), ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຄວາມດີໃນພາລະກິດປະຕິວັດຊາດ ຕາມດຳລັດ 57/ລບ ປີ 2025 (ຮ່ວງຂອງແຂວງທີ່ຈະຮັບໃນມື້ນີ້) ມີຈໍານວນ 127 ທ່ານ ຍິງ 7 ທ່ານ, ເປັນເງິນ 2.23 ຕື້ກວ່າກີບ. ໃນນີ້, ເງິນອຸດໜູນເສຍສະຫຼະຊີວິດ 1.21 ຕື້ກວ່າກີບ, ເງິນອຸດໜູນເທື່ອດຽວ 1.01 ຕື້ກວ່າກີບ. ສັງລວມແລ້ວ, ການຈັດຕັ້ງປະຕິບັດນະໂຍບາຍຕາມດຳລັດ 57/ລບ ສາມາດປະຕິບັດໄດ້ທັງໝົດ 229 ທ່ານ ຍິງ 8 ທ່ານ, ສົມທຽບໃສ່ແຜນການປີ ປະຕິບັດໄດ້ເກີນແຜນ 191 ທ່ານ ເທົ່າກັບ 602%.

ສະຫວນນະເຂດ ປະຕບດນະໂຍບາຍຕຜມຜນງານຕາມດຳລດ 57/ລບ ປະຈຳປ 2025 - image 2
 

ການຄົ້ນຄວ້ານະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຕິບັດໄດ້ທັງໝົດ 170 ທ່ານ, ສົມທຽບໃສ່ແຜນປີເທົ່າກັບ 68%, ຄົ້ນຄວ້າການຢັ້ງຢືນຜົນງານໃຫ້ພະນັກງານບຳນານ 4 ທ່ານ ເພື່ອຂໍຫັນສິດໃຊ້ດິນລັດ ແລະ ແຈ້ງຕອບພະນັກງານຂໍຫັນດິນລັດທີ່ບໍ່ນອນໃນເງື່ອນໄຂຕາມດຳລັດເລກທີ 57/ລບ ອີກຈໍານວນ 4 ທ່ານ, ຫັນສິດນໍາໃຊ້ທີ່ເປັນຂອງລັດ ເປັນສິດສ່ວນບຸກຄົນ ມີ 24 ທ່ານ; ຈັດລຽງບູລິມະສິດບັນຊີລາຍຊື່ສະເໜີຂໍເງິນນະໂຍບາຍຕາມດຳລັດ 57/ລບ ມີ 2 ເປົ້າໝາຍໃຫ້ກົມນະໂຍບາຍ ໂດຍແຍກຕາມໄລຍະເຂົ້າການປະຕິວັດຄື: ເງິນອຸດເສຍສະຫຼະຊີວິດ, ເຂົ້າການປະຕິວັດ 1954 ຄືນຫຼັງ ມີ 241 ທ່ານ ຍິງ 3 ທ່ານ, ເປັນເງິນເກືອບ 5 ຕື້ກີບ ແລະ ເຂົ້າການປະຕິວັດໄລຍະ 1955-1974 ຈໍານວນ 270 ທ່ານ, ເປັນເງິນ 5.86 ຕື້ກວ່າກີບ ແລະ ເງິນອຸດໜູນເທື່ອດຽວຕໍ່ຜູ້ທີ່ຍັງມີຊີວິດ (ບໍາເນັດ) ເຂົ້າການ 1954 ຄືນຫຼັງ 2 ທ່ານ, ເປັນເງິນ 50 ລ້ານກີບ, ເຂົ້າການ 1955-1974 ມີ 410 ທ່ານ, ເປັນເງິນເກືອບ 5 ຕື້ກີບ. ຈາກນີ້, ກໍຍັງໄດ້ນຳພາພະນັກງານເສຍອົງຄະສູນເຊ 17 ເມືອງພີນ ມາສ້ອມແປງແຂ່ງ-ຂາທຽມຢູ່ສູນຟື້ນຟູໜ້າທີ່ການແຂວງສະຫວັນນະເຂດ ຈໍານວນ 10 ທ່ານ.

ຈາກນັ້ນ, ທ່ານ ນາງ ຫຼິງທອງ ແສງຕາວັນ ກໍໄດ້ໃຫ້ກຽດມອບເງິນນະໂຍບາຍໃຫ້ແກ່ຜູ້ທີ່ໄດ້ຮັບນະໂຍບາຍຕາມດຳລັດ 57/ລບ ແຕ່ລະເປົ້າໝາຍ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ