![]() |
ທ່ານ ນາງ ແພງພອນ ຂັນທະຍົງທອງ ວິລະຊົນແຫ່ງຊາດ ໄດ້ໃຫ້ສຳພາດວ່າ: ໃນນາມເປັນແຂກຮັບເຊີນ ເຂົ້າຮ່ວມງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີນີ້, ໂດຍລວມເຫັນວ່າຮັກສາໄດ້ຮີດຄອງປະເພນີ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຮັກສາໄດ້ຄວາມສະອາດຈົບງາມ ເປັນຕົ້ນໃນພິທີໃສ່ບາດຖວາຍສັງຄະທານໄດ້ມີມວນຊົນຈຳນວນຫຼວງຫຼາຍ ຊຶ່ງບັນດາມວນຊົນເຫຼົ່ານັ້ນລ້ວນແຕ່ນຸ່ງຖືຖືກຕາມວັດທະນະທໍາຂອງຊາດທີ່ຈົບງາມເປັນເອກະລັກສະເພາະຂອງລາວ.
ໂອກາດນີ້ ຮຽກຮ້ອງໃຫ້ເອື້ອຍນ້ອງແມ່ຍິງ ກໍຄື ຊາວໜຸ່ມ-ໄວໜຸ່ມທີ່ເປັນຮຸ່ນສືບທອດສືບຕໍ່ຮັກສາຮີດຄອງປະເພນີ ໂດຍສະເພາະການນຸງຖືຂອງຊາວໜຸ່ມ-ໄວໜຸ່ມ ແມ່ຍິງກໍໃສ່ສີ້ນ ບ່ຽງແພ, ໄວໜຸ່ມຊາຍກໍໃສ່ໂສ້ງຂາຍາວ ຫຼືຜ້າສະໂລ້ງ ທີ່ສຸພາບຮຽບຮ້ອຍ ເພື່ອໃຫ້ມີຄວາມຈົບງາມໃນແຕ່ລະງານບຸນປະເພນີຂອງຊາດ ເພື່ອໃຫ້ຊາວຕ່າງຊາດໄດ້ເຫັນ ວັດທະນະທໍາການນຸ່ງຖືທີ່ງົດງາມ ຊຶ່ງເປັນປະເພນີອັນດີງາມຂອງລາວໃຫ້ຢູ່ຄູ່ກັບຄົນລາວຕະຫຼອດໄປ.

ຄໍາເຫັນ